ພຣະທຳໂຢບ 25 - ພຣະຄຳພີສັກສິບິນດາດ 1-2 “ພຣະເຈົ້າຊົງຣິດເດດອຳນາດ ທຸກຊາດຕ້ອງຢຳເກງ ຊົງຮັກສາອານາຈັກສະຫວັນໃຫ້ມີສັນຕິສຸກ. 3 ມີຜູ້ໃດແດ່ ນັບໄດ້ບັນດາເທວະດາທີ່ຮັບໃຊ້ພຣະອົງ? ມີບ່ອນໃດ ທີ່ແສງສຸກໃສຂອງພຣະເຈົ້າສ່ອງໃສ່ບໍ່ໄດ້? 4 ມີຄົນໃດແດ່ ເຮັດຖືກຕ້ອງໃນສາຍຕາຂອງພຣະເຈົ້າ? ຄົນທີ່ເກີດຈາກຜູ້ຍິງຈະບໍຣິສຸດໄດ້ຢ່າງໃດ? 5 ໃນສາຍຕາພຣະອົງແລ້ວ ແມ່ນແຕ່ເດືອນກໍບໍ່ແຈ້ງເທົ່າ ທັງດວງດາວຕ່າງໆດ້ວຍ ກໍບໍ່ໃສແຈ້ງ. 6 ແລ້ວຄົນທີ່ເປັນແຕ່ດັກແດ້ ແລະຕົວໜອນເດ? ພວກເຂົາຈະມີຄຸນຄ່າຫຍັງຕໍ່ສາຍຕາຂອງພຣະເຈົ້າ?” |
@ 2012 United Bible Societies. All Rights Reserved.