ພຣະທຳໂຢບ 24 - ພຣະຄຳພີສັກສິ1 ເປັນຫຍັງພຣະເຈົ້າບໍ່ຕັ້ງເວລາໄວ້ ເພື່ອຕັດສິນນໍ ຄືຕັ້ງມື້ຕັດສິນຄົນ ຜູ້ທີ່ຮັບໃຊ້ພຣະອົງນັ້ນ? 2 ຄົນຍົກຍ້າຍຫຼັກແດນ ເພື່ອຢາກໄດ້ທີ່ດິນຫລາຍ ພວກເຂົາລັກແກະຂອງຜູ້ອື່ນ ແລະລວມໄວ້ໃນຝູງແກະຂອງຕົນ. 3 ລໍຂອງພວກເດັກກຳພ້າ ພວກເຂົາກໍຢຶດເອົາໄປ ທັງຢຶດງົວຂອງແມ່ໝ້າຍ ຈົນນາງຫາເງິນມາໃຊ້ໜີ້. 4 ພວກເຂົາກີດກັ້ນຄົນທຸກ ຈາກສິດທີ່ເຂົາຄວນມີ ໃຊ້ກຳລັງຕໍ່ຄົນຂັດສົນ ໃຫ້ແລ່ນໜີໄປລີ້ຊ່ອນ. 5 ສະນັ້ນ ຄົນທຸກເປັນດັ່ງລໍປ່າທີ່ຫາກິນຕາມຖິ່ນກັນດານ ບໍ່ມີບ່ອນອື່ນໃດພໍຫາອາຫານໃຫ້ລູກຂອງພວກເຂົາໄດ້. 6 ພວກເຂົາຕ້ອງໄດ້ເກັບເລັມເມັດເຂົ້າໃນນາທີ່ພວກເຂົາບໍ່ໄດ້ເປັນເຈົ້າຂອງ ແລະເກັບເລັມໝາກອະງຸ່ນໃນສວນຂອງຄົນທີ່ຊົ່ວຮ້າຍ. 7 ກາງຄືນພວກເຂົານອນໂດຍບໍ່ມີຫຍັງຕູ້ມຫົ່ມ ບໍ່ມີຫຍັງຫົ່ມຕູ້ມໃຫ້ອົບອຸ່ນຈາກຄວາມໜາວ. 8 ພວກເຂົາຊຸ່ມປຽກດ້ວຍຝົນຫລັ່ງລົງມາຈາກເທິງພູ ພວກເຂົາບຽດກັນຢູ່ຂ້າງໂງ່ນຫີນທີ່ໃຊ້ກຳບັງນັ້ນ. 9 ຄົນຊົ່ວເອົາເດັກນ້ອຍທີ່ຂາດພໍ່ໄປເປັນທາດຮັບໃຊ້ຂອງຕົນ ແລະເອົາລູກຂອງຄົນຈົນເປັນຄ່າຈ່າຍໜີ້. 10 ແຕ່ຄົນທຸກຕ້ອງອອກໄປໂດຍບໍ່ມີເຄື່ອງນຸ່ງຖື ພວກເຂົາຕ້ອງອຶດຫິວເມື່ອພວກຕົນກຳລັງກ່ຽວເຂົ້າ. 11 ພວກເຂົາບີບໝາກກອກເທດໃຫ້ເປັນນໍ້າມັນ ແລະໄດ້ບີບໝາກອະງຸ່ນໃຫ້ເປັນເຫຼົ້າ ແຕ່ພວກເຂົາເອງນັ້ນພັດບໍ່ໄດ້ກິນຫຍັງ ຕ່າງກໍພາກັນຫິວກະຫາຍທັງນັ້ນ. 12 ຄົນບາດເຈັບກຳລັງຈະຕາຍຮ້ອງໄຫ້ໃນເມືອງ ແຕ່ພຣະເຈົ້າບໍ່ຕອບຄຳພາວັນນາອະທິຖານຂອງພວກເຂົາເຈົ້າ. 13 ຄົນຊົ່ວຮ້າຍເປັນພວກທີ່ກະບົດຕໍ່ຄວາມສະຫວ່າງ ແລະບໍ່ໄດ້ຢູ່ໃນທາງຂອງຄວາມສະຫວ່າງ. 14 ຕອນເຊົ້າ ຄາດຕະກອນລຸກຂຶ້ນໄປຂ້າຄົນຈົນ ແລະຕອນກາງຄືນ ພວກເຂົາກໍອອກໄປຫາຊອກປຸ້ນຈີ້. 15 ຄົນຫລີ້ນຊູ້ລໍຖ້າຕາເວັນລັບຂອບຟ້າມາເຖິງ ພວກເຂົາອັດໜ້າຕົນເພື່ອບໍ່ໃຫ້ຄົນໃດຈຳພວກເຂົາໄດ້. 16 ກາງຄືນ ຂະໂມຍງັດແງະ ແລະເຂົ້າໃນເຮືອນຄົນ ແຕ່ກາງເວັນ ພວກເຂົາຫລົບຫລີກຕົນຈາກແສງແຈ້ງ. 17 ພວກເຂົາຢ້ານແສງສະຫວ່າງໃນຕອນກາງເວັນ ແຕ່ຄວາມມືດໃນຕອນກາງຄືນ ບໍ່ເຮັດໃຫ້ພວກເຂົາຢ້ານຈັກດີ້. (ໂຊພາ) 18 ຄົນຊົ່ວຊ້າຈະຖືກນໍ້າຖ້ວມພັດໄປຈົນໝົດ ແລະທີ່ດິນຂອງພວກເຂົາກໍເປັນທີ່ສາບແຊ່ງ ພວກເຂົາບໍ່ສົນໃຈວຽກງານໃນສວນອະງຸ່ນນັ້ນຕໍ່ໄປອີກ. 19 ດັ່ງຫິມະເປື່ອຍຍ້ອຍ ເມື່ອຖືກຂອງຮ້ອນແຮງ ດັ່ງນັ້ນ ຄົນບາບຖືກຫາຍໄປຈາກຖິ່ນຂອງຄົນເປັນ. 20 ບັດນີ້ ແມ່ນແຕ່ແມ່ຂອງພວກເຂົາກໍຈະຈົດຈຳພວກເຂົາບໍ່ໄດ້ເລີຍ ພວກເຂົາຖືກໜອນເຈາະ ແລະທຳລາຍລົງດັ່ງໄມ້ໂດກ. 21 ເຫດເກີດຂຶ້ນຍ້ອນພວກເຂົາກົດຂີ່ແມ່ໝ້າຍທັງຫລາຍ ແລະບໍ່ໄດ້ມີຄວາມເມດຕາຕໍ່ຍິງທີ່ບໍ່ມີລູກ. 22 ດ້ວຍພຣະກຳລັງ ພຣະອົງທຳລາຍຄົນໃຫຍ່ຄົນໂຕ ພຣະເຈົ້າລົງມືດຳເນີນການ ແລະຄົນຊົ່ວກໍຕາຍກ້ຽງ. 23 ພຣະອົງອາດປ່ອຍພວກເຂົາໃຫ້ມີຊີວິດຢູ່ຢ່າງປອດໄພ ແຕ່ພຣະອົງເຝົ້າແນມເບິ່ງພວກເຂົາທຸກເວລາບໍ່ຂາດ. 24 ຄົນຊົ່ວຈະຮຸ່ງເຮືອງຂຶ້ນພຽງຊົ່ວໄລຍະໜ້ອຍດຽວ ແຕ່ແລ້ວພວກເຂົາກໍຫ່ຽວແຫ້ງຕາຍໄປດັ່ງຕົ້ນຫຍ້າ ເໝືອນດັ່ງຝັກຕ່າງໆຂອງໝາກສາລີ ທີ່ຄົນຕັດລົງ ແລະໂຍນມັນຖິ້ມສາແລ້ວ. 25 ມີຜູ້ໃດແດ່ ທີ່ບໍ່ຍອມຮັບສິ່ງທີ່ຂ້ອຍໄດ້ເວົ້າມາ? ຫລືພິສູດສິ່ງທີ່ຂ້ອຍເວົ້າຈາບໍ່ແມ່ນຄວາມຈິງດອກ?” |
@ 2012 United Bible Societies. All Rights Reserved.