ພຣະທຳໂຢບ 23 - ພຣະຄຳພີສັກສິໂຢບ 1-2 “ຄຳຈົ່ມທຸກຂອງຂ້ອຍໃນມື້ນີ້ກໍຂົມຂື່ນ; ການທີ່ຂ້ອຍຖືກຕີກໍຍັງໜັກກວ່າການຮ້ອງຄາງຂອງຂ້ອຍ. 3 ຂ້ອຍຢາກຮູ້ເດວ່າຂ້ອຍຈະພົບພຣະອົງໄດ້ຢູ່ໃສ? ແລະຂ້ອຍຈະໄປພົບພຣະອົງຢູ່ທີ່ນັ້ນ. 4 ຂ້ອຍຈະຖະແຫລງຄະດີຂອງຂ້ອຍຕໍ່ໜ້າພຣະອົງ ແລະຂ້ອຍຈະໃຫ້ປາກຂອງຂ້ອຍເຕັມໄປດ້ວຍການໂຕ້ແຍ້ງ. 5 ຂ້ອຍຢາກຈະຮູ້ສິ່ງທີ່ພຣະອົງຕ້ອງເວົ້າອອກມາ ແລະພຣະອົງຈະຕອບຂ້ອຍຢ່າງໃດແດ່. 6 ພຣະອົງໃຊ້ພຣະກຳລັງທຸກຢ່າງຕໍ່ສູ້ຂ້ອຍບໍ? ບໍ່ແມ່ນດອກ ພຣະອົງຈະຟັງຕາມທີ່ຂ້ອຍໄດ້ເວົ້າ. 7 ໃນທີ່ນັ້ນ ຄົນຊອບທຳຈະອ້າງເຫດຜົນກັບພຣະເຈົ້າໄດ້ໝົດ, ແລະຂ້ອຍຈະພົ້ນຈາກການພິພາກສາຂອງຂ້ອຍ ຕະຫລອດໄປ. 8 ຂ້ອຍໄດ້ຊອກຄົ້ນຫາທາງທິດຕາເວັນອອກ ແຕ່ພຣະເຈົ້າບໍ່ຢູ່ໃນທີ່ນັ້ນເລີຍ; ເມື່ອຂ້ອຍໄດ້ຊອກຄົ້ນຫາທາງທິດຕາເວັນຕົກ ຂ້ອຍກໍບໍ່ໄດ້ພົບພຣະອົງໃນທີ່ນັ້ນ. 9 ພຣະເຈົ້າດຳເນີນການທັງທິດໃຕ້ແລະທິດເໜືອ ແຕ່ຂ້ອຍກໍຍັງບໍ່ໄດ້ເຫັນພຣະອົງເຊັ່ນກັນດ້ວຍ. 10 ແຕ່ພຣະເຈົ້າຊົງຮູ້ທາງທີ່ຂ້ອຍກ້າວໄປ ເມື່ອພຣະອົງຊົງທົດສອບຂ້ອຍແລ້ວ ພຣະອົງຈະພົບວ່າຂ້ອຍບໍຣິສຸດເໝືອນຄຳ. 11 ຂ້ອຍຕາມທາງຂອງພຣະອົງຢ່າງສັດຊື່ ແລະບໍ່ມີທ່າທີຫັນເຫໄປມາຕາມທາງໃດໆອີກ. 12 ຂ້ອຍເຮັດຕາມເລື້ອຍໆສິ່ງທີ່ພຣະເຈົ້າໄດ້ສັ່ງມາ ຂ້ອຍເຮັດຕາມພຣະປະສົງ ບໍ່ແມ່ນຕາມໃຈຂ້ອຍ. 13 ພຣະອົງບໍ່ມີວັນປ່ຽນແປງ ຜູ້ໃດນໍຈະປ່ຽນພຣະອົງໄດ້ ຫລືຢັບຢັ້ງພຣະອົງໃນສິ່ງທີ່ພຣະອົງຢາກເຮັດ. 14 ພຣະອົງຈະໃຫ້ແຜນການທີ່ພຣະອົງວາງໄວ້ສຳລັບຂ້ອຍສຳເລັດຜົນ ຊົງເປັນໜຶ່ງໃນຫລາຍໆແຜນການທີ່ພຣະອົງມີນັ້ນ. 15 ຂ້ອຍສັ່ນເຊັນຕໍ່ໜ້າພຣະເຈົ້າດ້ວຍຄວາມຢ້ານອັນໃຫຍ່ ຍິ່ງຄິດຫລາຍ ກໍຍິ່ງຢ້ານພຣະອົງຫລາຍຂຶ້ນ. 16-17 ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນັ້ນ ທຳລາຍຄວາມກ້າຫານຂອງຂ້ອຍລົງ ແລະເຮັດໃຫ້ຂ້ອຍຢ້ານກົວຫລາຍ ຕໍ່ຣິດອຳນາດຂອງພຣະເຈົ້າ ແມ່ນພຣະເຈົ້າແລະບໍ່ແມ່ນຄວາມມືດທີ່ເຮັດໃຫ້ຂ້ອຍຢ້ານກົວ ເຖິງວ່າຄວາມມືດເຮັດໃຫ້ຕາຂ້ອຍບອດກໍຕາມ. |
@ 2012 United Bible Societies. All Rights Reserved.