Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 22 - ພຣະຄຳພີສັກສິ


ການ​ສົນທະນາ​ຄັ້ງ​ທີ​ສາມ ເອລີຟັດ
( 22:1–27:23 )

1-2 “ມະນຸດ​ທີ່​ຕ້ອງ​ຕາຍ​ຈະ​ເປັນ​ປະໂຫຍດ​ອັນ​ໃດ​ສຳລັບ​ພຣະເຈົ້າ? ແມ່ນ​ມະນຸດ​ທີ່​ສະຫລາດ​ທີ່ສຸດ ກໍ​ເປັນ​ປະໂຫຍດ​ສຳລັບ​ລາວເອງ​ເທົ່ານັ້ນ?

3 ທີ່​ເຈົ້າ​ເຮັດ​ຖືກຕ້ອງ​ນັ້ນ ເປັນ​ປະໂຫຍດ​ຫຍັງ​ແກ່​ພຣະເຈົ້າ? ຫລື​ທີ່​ເຈົ້າ​ເຮັດ​ດີ​ຮອບຄອບ​ນັ້ນ ຊ່ວຍ​ຫຍັງ​ພຣະອົງ​ໄດ້​ແດ່?

4 ມັນ​ບໍ່ແມ່ນ​ຍ້ອນ​ເຈົ້າ​ຢຳເກງ​ພຣະເຈົ້າ​ດອກ​ຫລື ທີ່​ພຣະອົງ​ຕໍ່ສູ້​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ​ນັ້ນ.

5 ແຕ່​ຍ້ອນ​ເຈົ້າ​ຕ່າງຫາກ ທີ່​ໄດ້​ເຮັດ​ບາບ​ໄວ້​ຫລາຍ ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ເຈົ້າ​ໄດ້​ກະທຳ​ໄວ້.

6 ເພື່ອ​ໃຫ້​ພີ່ນ້ອງ​ຂອງ​ເຈົ້າ​ຄືນໜີ້ ທີ່​ພວກເຂົາ​ໄດ້​ຢືມ​ໄປ ເຈົ້າ​ເອົາ​ເຄື່ອງນຸ່ງ​ຂອງ​ພວກເຂົາ ແລະ​ບໍ່​ປະ​ຫຍັງ​ໃຫ້​ພວກເຂົາ​ນຸ່ງ.

7 ເຈົ້າ​ບໍ່​ຍອມ​ແມ່ນແຕ່​ໃຫ້​ນໍ້າ​ແກ່​ຜູ້​ຫິວກະຫາຍ ແລະ​ປະຕິເສດ​ລ້ຽງດູ​ແມ່ນແຕ່​ຜູ້​ອຶດຢາກ.

8 ເຈົ້າ​ໄດ້​ໃຊ້​ອຳນາດ​ແລະ​ຕຳແໜ່ງ​ຢ່າງ​ຜິດໆ ເພື່ອ​ຢຶດ​ດິນດອນ​ບ່ອນ​ທຳມາ​ຫາກິນ​ທັງໝົດ​ນັ້ນ.

9 ເຈົ້າ​ບໍ່​ພຽງແຕ່​ປະຕິເສດ​ຊ່ວຍ​ແມ່ໝ້າຍ​ທັງຫລາຍ ແຕ່​ເຈົ້າ​ຍັງ​ໄດ້​ປຸ້ນ ແລະ​ຂົ່ມເຫັງ​ເດັກ​ກຳພ້າ​ດ້ວຍ.

10 ສະນັ້ນ ບັດນີ້​ຢູ່​ອ້ອມຕົວ​ເຈົ້າ​ຈຶ່ງ​ເຕັມ​ແຕ່​ສິ່ງ​ດັກຈັບ ໃນທັນໃດ ເຈົ້າ​ກໍ​ເຕັມ​ໄປ​ແຕ່​ຄວາມຢ້ານ.

11 ມັນ​ແຮ່ງ​ມືດມົວ​ຍິ່ງ​ຂຶ້ນ ຈົນ​ເຈົ້າ​ເບິ່ງ​ບໍ່​ເຫັນ​ມັນ ມັນ​ມາ​ດັ່ງ​ນໍ້າ​ໄຫລ​ພັດ​ຖ້ວມ ທັບເທິງ​ຕົວ​ເຈົ້າ.

12 ພຣະເຈົ້າ​ບໍ່ໄດ້​ສະຖິດ​ຢູ່​ທີ່​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ບໍ? ແລະ​ແນມ​ເບິ່ງ​ໝູ່​ດວງດາວ​ທີ່​ຢູ່​ບ່ອນ​ສູງໆ​ພຸ້ນ?

13 ເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພຣະເຈົ້າ​ຮູ້​ໄດ້​ຢ່າງໃດ? ກ້ອນ​ເມກ​ບັງ​ພຣະອົງ​ໄວ້ ຈະ​ຕັດສິນ​ຂ້ອຍ​ໄດ້​ຢ່າງໃດ?’

14 ເຈົ້າ​ຄິດວ່າ​ເມກ​ອັນໜາ​ບັງ​ພຣະອົງ​ບໍ່​ໃຫ້​ເຫັນ​ເຈົ້າ​ບໍ ເມື່ອ​ພຣະອົງ​ຍ່າງ​ເທິງ​ວົງໂຄ້ງ​ຂອງ​ຂອບຟ້າ.

15 ເຈົ້າ​ໄດ້​ຕັດສິນໃຈ​ຍ່າງ​ໃນ​ຮ່ອມ​ແຫ່ງ​ເສັ້ນທາງ ບ່ອນ​ທີ່​ຄົນຊົ່ວ​ທັງຫລາຍ​ໄດ້​ເດີນ​ຕາມ​ສະເໝີ​ນັ້ນ?

16 ແມ່ນ​ວ່າ​ກ່ອນ​ເວລາ​ຂອງ​ພວກເຂົາ​ມາຮອດ​ມາເຖິງ ພວກເຂົາ​ກໍ​ຖືກ​ນໍ້າ​ຖ້ວມ​ກວາດລ້າງ​ໄປ​ຈົນ​ໝົດສິ້ນ.

17 ຄົນ​ປະຖິ້ມ​ພຣະເຈົ້າ​ກໍ​ເປັນ​ເຊັ່ນນີ້ແຫລະ ແລະ​ຄິດວ່າ​ພຣະອົງ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຂົາ​ບໍ່ໄດ້.

18 ແທ້ຈິງ​ແມ່ນ​ພຣະເຈົ້າ ທີ່​ໄດ້​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ ຂ້ອຍ​ຈຶ່ງ​ບໍ່​ເຂົ້າໃຈ​ຄວາມຄິດ​ຂອງ​ຄົນຊົ່ວ​ເຊັ່ນນັ້ນ.

19 ຄົນດີ​ກໍ​ດີໃຈ​ໄດ້ ແລະ​ຄົນ​ບໍ່ຜິດ​ກໍ​ຫົວເລາະ ເມື່ອ​ພວກເຂົາ​ໄດ້​ເຫັນ​ຄົນຊົ່ວ​ຖືກ​ຕັດສິນ.

20 ສິ່ງຂອງ​ທີ່​ຄົນຊົ່ວ​ມີ​ນັ້ນ ກໍ​ຖືກ​ທຳລາຍ​ຖິ້ມ​ໝົດ ແລະ​ໄຟ​ກໍ​ເຜົາຜານ​ສິ່ງ​ທັງປວງ​ທີ່​ຍັງເຫລືອ​ຢູ່.

21 ໂຢບ​ເອີຍ ບັດນີ້​ຈົ່ງ​ຄືນດີ​ກັບ​ພຣະເຈົ້າ​ສາ ແລະ​ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ເຈົ້າ. ຢ່າ​ສູ່​ເຮັດ​ກັບ​ພຣະເຈົ້າ​ຄື​ພຣະອົງ​ເປັນ​ສັດຕູ​ໃດ ຖ້າ​ເຮັດ​ໄດ້ ພຣະອົງ​ກໍ​ຈະ​ອວຍພອນ​ເຈົ້າ.

22 ຈົ່ງ​ຮັບ​ຄຳສັ່ງສອນ​ທີ່​ຊົງ​ມອບ​ໃຫ້​ເຈົ້າ​ນັ້ນ​ສາ ແລະ​ຮັກສາ​ພຣະທຳ​ໄວ້​ຢູ່​ໃນ​ຈິດໃຈ​ຂອງ​ເຈົ້າ.

23 ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.

24 ຈົ່ງ​ໂຍນ​ຄຳ​ຂອງ​ເຈົ້າ​ຖິ້ມ​ອອກ​ໄປ​ສາ ໂຍນ​ຄຳ​ບໍຣິສຸດ​ທີ່​ເຈົ້າ​ມີ​ໃສ່​ຫ້ວຍ​ທີ່​ແລ້ງ​ນໍ້າ.

25 ຈົ່ງ​ໃຫ້​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເປັນ​ຄຳ​ຂອງ​ເຈົ້າ​ສາ ແລະ​ໃຫ້​ພຣະອົງ​ເປັນ​ເງິນ​ກອງ​ສູງໆ​ສຳລັບ​ເຈົ້າ.

26 ແລ້ວ​ເຈົ້າ​ກໍ​ຈະ​ປິຕິຍິນດີ​ໃນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ແລະ​ຈະ​ເງີຍໜ້າ​ຂອງເຈົ້າ​ຂື້ນຫາ​ພຣະເຈົ້າ.

27 ເມື່ອ​ເຈົ້າ​ພາວັນນາ​ອະທິຖານ​ຫາ​ນັ້ນ ພຣະອົງ​ກໍ​ຈະ​ຊົງ​ຕອບ ເຈົ້າ​ຈະ​ຮັກສາ​ຄຳ​ສາບານ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້.

28 ເຈົ້າ​ຈະ​ເຮັດ​ສຳເລັດ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແສງແຈ້ງ​ຈະ​ສ່ອງໃສ​ໃນ​ທາງ​ເດີນ​ຂອງ​ເຈົ້າ.

29 ພຣະເຈົ້າ​ຂົ່ມ​ຄົນ​ຈອງຫອງ ໃຫ້​ພວກເຂົາ​ໄດ້​ຕົກຕໍ່າ ແລະ​ຊ່ວຍຊູ​ຄົນ​ຖ່ອມໃຈ​ໃຫ້​ຢູ່​ໄດ້​ຢ່າງ​ປອດໄພ.

30 ພຣະອົງ​ຈະ​ຊ່ວຍກູ້​ເອົາ ຖ້າ​ເຈົ້າ​ບໍ່ມີ​ຄວາມຜິດ ຖ້າ​ສິ່ງ​ທີ່​ເຈົ້າ​ກະທຳ​ເປັນ​ການ​ຖືກຕ້ອງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan