ພຣະທຳໂຢບ 21 - ພຣະຄຳພີສັກສິໂຢບ 1-2 “ຈົ່ງຟັງດີໆເຖີດ ສິ່ງທີ່ຂ້ອຍຈະເວົ້າອອກໄປ ຂ້ອຍບໍ່ລໍຄຳເລົ້າໂລມໃຈຈາກພວກເຈົ້າອີກແລ້ວ. 3 ຈົ່ງໃຫ້ໂອກາດຂ້ອຍເວົ້າຕໍ່ໄປຕື່ມແດ່ ເມື່ອເວົ້າສົມໃຈແລ້ວ ຈະເຍາະເຍີ້ຍຂ້ອຍກໍເອົາເລີຍ. 4 ການໂຕ້ຖຽງຂອງຂ້ອຍບໍ່ແມ່ນກັບຄົນຕາຍເປັນ ຂ້ອຍມີເຫດຜົນພຽງພໍ ທີ່ຂ້ອຍອົດກັ້ນບໍ່ໄດ້. 5 ແນມເບິ່ງຂ້ອຍຢ່າງນີ້ແລ້ວ ຍັງບໍ່ພຽງພໍອີກບໍ? ຈຶ່ງກຶ້ງຕາເບິ່ງຢ່າງຕົກຕະລຶງມິດງຽບ? 6 ເມື່ອຄິດເຖິງສິ່ງທີ່ໄດ້ເກີດຂຶ້ນກັບຂ້ອຍຫັ້ນນາ ຂ້ອຍກໍງົງ ທົ່ວຮ່າງກາຍກໍສັ່ນເຊັນໄປໝົດສິ້ນ. 7 ເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ຄົນບໍ່ດີຍັງມີຊີວິດຢູ່ ຈົນພວກເຂົາເຖົ້າແກ່ຊະຣາ ຈົນຮຸ່ງເຮືອງຂຶ້ນ ແລະຮັ່ງມີນໍ? 8 ພວກເຂົາມີລູກ ແລະພວກເຫຼົ່າຫລານເຫຼັນ ມີຊີວິດຈົນເຫັນພວກເຂົາໃຫຍ່ກ້າໜ້າບານທັງນັ້ນ. 9 ພຣະເຈົ້າບໍ່ໄດ້ໃຫ້ບ້ານເຮືອນຂອງພວກເຂົາຖືກທຳລາຍ ພວກເຂົາບໍ່ເຄີຍມີຊີວິດຢູ່ໂດຍຢ້ານກົວຜູ້ໃດຊໍ້າ. 10 ທຸກເທື່ອທີ່ງົວເຖິກຖືເຊີງນັ້ນ ກໍຕັ້ງທ້ອງທຸກໂຕ ແລະເກີດລູກອອກມາຢ່າງບໍ່ຫລຸຫລອດຈັກໂຕດ້ວຍ. 11 ພວກເຂົາປ່ອຍໃຫ້ລູກຫລານແລ່ນຫລີ້ນຍົ່ວໆດັ່ງຝູງແກະ ລູກຫລານຂອງພວກເຂົາເຕັ້ນກະໂດດໄປມາຢ່າງມ່ວນຊື່ນ 12 ທັງຮ້ອງລຳທຳເພງ ຕາມຈັງຫວະຂອງສຽງກອງ ພ້ອມທັງສຽງພິນ ແລະສຽງຂຸ່ຍອີກດ້ວຍ. 13 ພວກເຂົາໃຊ້ຊີວິດຢູ່ຢ່າງມີສັນຕິສຸກ ແລະຕາຍຢ່າງສະບາຍໂດຍທີ່ບໍ່ໄດ້ທົນທຸກ. 14 ຄົນຊົ່ວບອກພຣະເຈົ້າປ່ອຍພວກເຂົາໃຫ້ຢູ່ຕາມລຳພັງ ພວກເຂົາບໍ່ຕ້ອງການຮູ້ຈັກແມ່ນແຕ່ພຣະປະສົງຂອງພຣະອົງຊໍ້າ. 15 ພວກເຂົາຄິດວ່າບໍ່ຈຳເປັນທີ່ຕ້ອງຮັບໃຊ້ພຣະເຈົ້າເດີ ທັງບໍ່ສຳຄັນຫຍັງທີ່ຈະພາວັນນາອະທິຖານຫາພຣະເຈົ້າ. 16 ພວກເຂົາອ້າງເຖິງຜົນສຳເລັດໂດຍກຳລັງຂອງພວກເຂົາເອງ ແມ່ນແຕ່ແນວຄິດຂອງພວກເຂົາ ຂ້ອຍກໍຍອມຮັບເອົາບໍ່ໄດ້. 17 ແສງທຽນຊີວິດຂອງຄົນຊົ່ວດັບໄປເລື້ອຍໆຊັ້ນບໍ? ຄວາມຈິບຫາຍກໍມາເຖິງພວກເຂົາເລື້ອຍໆຫລືບໍ່? ເມື່ອພຣະເຈົ້າໂກດຮ້າຍແຜດສຽງໃສ່ຄົນຊົ່ວທັງຫລາຍ ເລື້ອຍໆສໍ່າໃດທີ່ພຣະອົງລົງໂທດຄົນຊົ່ວຊ້າເຊັ່ນນັ້ນ? 18 ພຣະອົງພັດພວກເຂົາຖິ້ມດັ່ງຂີ້ແກບຖືກລົມພັດບໍ? ດັ່ງພະຍຸບ້າພັດຂີ້ຝຸ່ນຟົ້ງກະເດັນໜີໄປຫລືບໍ່? 19 ພຣະເຈົ້າຈະບໍ່ລົງໂທດລູກຍ້ອນບາບກຳຂອງພໍ່. ແຕ່ພຣະເຈົ້າເປັນຜູ້ລົງໂທດຄົນທີ່ເຮັດບາບນັ້ນເອງ, ເພື່ອສະແດງໃຫ້ເຫັນວ່າພວກເຂົາເອງໄດ້ເຮັດບາບ. 20 ໃຫ້ຄົນບາບຫາບແບກໂທດກຳຂອງພວກເຂົາເອງ; ໃຫ້ພວກເຂົາຊີມຄວາມໂກດຮ້າຍຂອງພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. 21 ເມື່ອຄົນຜູ້ໜຶ່ງຈົບສິ້ນຊີວິດຂອງຕົນໄປ ມັນຫຍຸ້ງກ່ຽວຫຍັງກັບຊີວິດຂອງລູກລາວນັ້ນ? 22 ຜູ້ໃດຜູ້ໜຶ່ງສັ່ງສອນພຣະເຈົ້າໄດ້ບໍ? ຜູ້ທີ່ຕັດສິນແມ່ນພຣະອົງທີ່ຢູ່ເບື້ອງເທິງພຸ້ນ. 23-24 ບາງຄົນແຂງແຮງຢູ່ຮອດມື້ເຂົາຕາຍ ຕາຍງ່າຍທັງສຸກໃຈແລະຮ່າງກາຍກໍອ້ວນພີຢູ່. 25 ບາດຄົນອື່ນນັ້ນ ພັດບໍ່ມີຄວາມສຸກຫຍັງເລີຍ; ເຂົາມີຊີວິດຢູ່ແລະຕາຍໄປໂດຍຂົມຂື່ນໃຈແທ້ໆ. 26 ທຸກຄົນກໍລ້ວນແຕ່ຕາຍແລະຖືກຝັງ; ມີໂຕໜອນຫຸ້ມຕົນຕົວຄືກັນທັງນັ້ນ. 27 ຈົ່ງລະວັງໄວ້ ຂ້ອຍຮູ້ຄວາມຄິດພວກເຈົ້າທັງໝົດ ຄືຄວາມຄິດເຕັມແຕ່ອຸບາຍທີ່ພວກເຈົ້າມີຢູ່ນັ້ນ. 28 ພວກເຈົ້າຖາມວ່າ, ‘ເຮືອນຜູ້ຍິ່ງໃຫຍ່ບັດນີ້ຢູ່ໃສ?’ ຄືຜູ້ຍິ່ງໃຫຍ່ທີ່ໄດ້ປະຕິບັດແຕ່ການຊົ່ວຮ້າຍນັ້ນ? 29 ພວກເຈົ້າບໍ່ເຄີຍຖາມຄົນທ່ອງທ່ຽວແດ່ບໍ? ພວກເຈົ້າບໍ່ຮູ້ຈັກຄຳພະຍານຂອງພວກເຂົາຫລື 30 ວ່າຄົນຊົ່ວຖືກສະຫງວນໄວ້ສຳລັບຄວາມຈິບຫາຍ ແລະພວກເຂົາຈະຖືກນຳໄປໃນວັນແຫ່ງຄວາມໂກດຮ້າຍ. 31 ບໍ່ມີຜູ້ໃດກ້າຟ້ອງກ່າວຫາຄົນຊົ່ວຕໍ່ໜ້າພວກເຂົາເລີຍ ຫລືໃຫ້ພວກເຂົາຈ່າຍຄືນ ໂທດກຳທີ່ພວກເຂົາກະທຳນັ້ນ. 32 ເມື່ອຖືກຫາມໄປສູ່ຫລຸມບ່ອນພວກເຂົາຖືກຝັງ ກໍຍັງມີຄົນຢືນຄອຍອ້ອມເຝົ້າຂຸມຝັງສົບໄວ້ 33 ມີຫລາຍພັນຄົນເຂົ້າຮ່ວມໃນພິທີຝັງສົບ ແມ່ນແຕ່ດິນກໍຢູ່ເທິງຮ່າງກາຍພວກເຂົາຢ່າງສຸພາບ. 34 ຄຳເລົ້າໂລມຂອງພວກເຈົ້ານັ້ນບໍ່ມີຄຸນຄ່າ ທຸກຄຳຕອບທີ່ພວກເຈົ້າເວົ້າມາ ເປັນຄຳຕົວະທັງນັ້ນ.” |
@ 2012 United Bible Societies. All Rights Reserved.