Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 2 - ພຣະຄຳພີສັກສິ


ມານຊາຕານ​ທົດລອງ​ໂຢບ​ອີກ

1 ເມື່ອ​ເຖິງ​ວັນ​ທີ່​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ອີກ ມານຊາຕານ​ກໍ​ຢູ່​ໃນ​ທີ່ນັ້ນ​ທ່າມກາງ​ພວກ​ເທວະດາ.

2 ພຣະເຈົ້າຢາເວ​ຈຶ່ງ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄປ​ໃສ​ມາ​ແດ່?” ມານຊາຕານ​ຕອບ​ວ່າ, “ຂ້ານ້ອຍ​ໄປ​ຫັ້ນ​ມານີ້ ທ່ອງທ່ຽວ​ໄປມາ​ທົ່ວໂລກ.”

3 ພຣະເຈົ້າຢາເວ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄດ້​ສັງເກດ​ເບິ່ງ​ໂຢບ ຜູ້ຮັບໃຊ້​ຂອງເຮົາ​ບໍ? ໃນ​ໂລກນີ້​ບໍ່ມີ​ຜູ້ໃດ​ທີ່​ສັດຊື່​ແລະ​ດີ​ເທົ່າ​ລາວ. ລາວ​ຢຳເກງ​ພຣະເຈົ້າ ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ. ເຈົ້າ​ໄດ້​ຊັກຊວນ​ເຮົາ​ໃຫ້​ເຈົ້າ​ໂຈມຕີ​ລາວ ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ແຕ່​ໂຢບ​ກໍ​ຍັງ​ສັດຊື່​ຕໍ່​ເຮົາ.”

4 ມານຊາຕານ​ຈຶ່ງ​ໂຕ້​ຕອບ​ພຣະເຈົ້າຢາເວ​ຄືນ​ວ່າ, “ມະນຸດ​ຍ່ອມ​ສະລະ​ທຸກສິ່ງ​ເພື່ອ​ໃຫ້​ຊີວິດ​ຕົນ​ຍັງ​ຢູ່.

5 ແຕ່​ບັດນີ້ ຖ້າ​ວ່າ​ພຣະອົງ​ໃຫ້​ຕົວ​ລາວ​ເຈັບປວດ ລາວ​ກໍ​ຈະ​ສາບແຊ່ງ​ພຣະອົງ​ຕໍ່ໜ້າ​ໂລດ.”

6 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ມານຊາຕານ​ວ່າ, “ຕົກລົງ ລາວ​ຢູ່ໃຕ້​ອຳນາດ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ຕ້ອງ​ຂ້າ​ລາວ.”

7 ແລ້ວ​ມານຊາຕານ​ກໍ​ໜີ​ອອກ​ຈາກ​ການ​ຊ້ອງໜ້າ​ພຣະເຈົ້າຢາເວ​ໄປ ແລະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຢບ​ເປັນ​ບາດແຜ​ເຕັມຕົວ.

8 ໂຢບ​ໄປ​ນັ່ງ​ຢູ່​ໃກ້ໆ​ກອງ​ຂີ້ເຖົ່າ ແລະ​ເອົາ​ກະບີ້ງ​ໝໍ້​ແຕກ​ຂູດ​ຕາມ​ເນື້ອຕົວ​ຕົນເອງ.

9 ເມຍ​ຂອງ​ໂຢບ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ຍັງ​ຈະ​ສັດຊື່​ຢູ່​ອີກ​ບໍ? ເປັນຫຍັງ​ບໍ່​ດ່າ​ພຣະເຈົ້າ ແລະ​ຕາຍ​ເສຍ?”

10 ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.


ໝູ່ເພື່ອນ​ມາ​ຫາ​ໂຢບ

11 ໂຢບ​ມີ​ໝູ່ເພື່ອນ​ສາມ​ຄົນ​ດັ່ງນີ້: ເອລີຟັດ ຊາວ​ເຕມານ, ບິນດາດ ຊາວ​ຊູອາ ແລະ​ໂຊພາ ຊາວ​ນາອາມາ. ເມື່ອ​ໄດ້ຍິນ​ຂ່າວ​ວ່າ, ໂຢບ​ກຳລັງ​ທົນທຸກ​ຢູ່​ຢ່າງ​ໜັກ ພວກເຂົາ​ກໍ​ຕັດສິນໃຈ​ມາ​ຢ້ຽມຢາມ​ລາວ​ເພື່ອ​ເລົ້າໂລມ​ໃຈ.

12 ເມື່ອ​ແນມ​ເບິ່ງ​ແຕ່​ໄກ ພວກເຂົາ​ກໍ​ເຫັນ​ໂຢບ; ແຕ່​ພວກເຂົາ​ຈື່​ລາວ​ບໍ່ໄດ້. ເມື່ອ​ຈື່​ລາວ​ໄດ້​ແລ້ວ ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ຄວນຄາງ ທັງ​ຈີກ​ເສື້ອຜ້າ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຫວ່ານ​ຂີ້ຝຸ່ນ​ດິນ​ໄປ​ໃນ​ອາກາດ ກັບ​ທັງ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ພວກ​ຕົນ​ດ້ວຍ.

13 ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ​ກັບ​ພື້ນດິນ​ທີ່​ນັ້ນ​ນຳ​ລາວ ເປັນ​ເວລາ​ເຈັດ​ວັນ​ແລະ​ເຈັດ​ຄືນ ໂດຍ​ບໍ່​ເວົ້າ​ຈາ​ຫຍັງ​ຈັກ​ຄຳ ຍ້ອນ​ພວກເຂົາ​ເຫັນ​ໂຢບ​ທົນທຸກ​ຢ່າງໜັກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan