ພຣະທຳໂຢບ 19 - ພຣະຄຳພີສັກສິໂຢບ 1-2 “ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ເວົ້າທໍລະມານຂ້ອຍນໍ? ແລະເຮັດໃຫ້ຂ້ອຍລະທົມໃຈດ້ວຍຄຳເວົ້າເຫຼົ່ານັ້ນ. 3 ພວກເຈົ້າໝິ່ນປະໝາດຂ້ອຍຊໍ້າຕື່ມຢ່າງເຖິງໃຈ ແລະບໍ່ອັບອາຍຕໍ່ສິ່ງທີ່ພວກເຈົ້າໄດ້ກ່າວຮ້າຍນັ້ນ. 4 ເຖິງແມ່ນວ່າຖ້າຂ້ອຍເຮັດຜິດພາດກໍຕາມ ເຮັດໃຫ້ພວກເຈົ້າເຄືອງຈິດແລະຊໍ້າໃຈຫຍັງຍ້ອນ? 5 ທີ່ຈິງແລ້ວ ພວກເຈົ້າຂົ່ມຂ້ອຍເພື່ອຍົກພວກເຈົ້າເອງ ໃຊ້ຄວາມທົນທຸກທີ່ຂ້ອຍມີ ເປັນພິລຸດຈັບຜິດຂ້ອຍ. 6 ພວກເຈົ້າບໍ່ເຫັນບໍວ່າ ແມ່ນພຣະເຈົ້າທີ່ໄດ້ທຳການ ພຣະອົງໄດ້ວາງແຜນເພື່ອດັກຈັບຂ້ອຍຢ່າງນີ້. 7 ຂ້ອຍປະທ້ວງຕໍ່ຄວາມຮຸນແຮງ ແຕ່ບໍ່ມີຜູ້ໃດຟັງເລີຍ ບໍ່ມີຜູ້ໃດໄດ້ຍິນຄຳຮ້ອງຂໍຄວາມຍຸດຕິທຳສຳລັບຂ້ອຍ. 8 ພຣະເຈົ້າກີດກັ້ນຫົນທາງຂ້ອຍຈຶ່ງຜ່ານໄປບໍ່ໄດ້ ພຣະອົງອັດຫົນທາງຂອງຂ້ອຍໃນຄວາມມືດ. 9 ພຣະອົງໄດ້ເອົາຊັບສິນທັງໝົດຂອງຂ້ອຍໜີໄປ ທັງໄດ້ທຳລາຍຊື່ສຽງຂອງຂ້ອຍດ້ວຍ. 10 ພຣະອົງໃຊ້ໄມ້ຕີຂ້ອຍທຸກປ່ອງທຸກແຈ ແລະໃຫ້ຄວາມຫວັງຫ່ຽວແຫ້ງຕາຍດັ່ງຕົ້ນໄມ້. 11 ພຣະເຈົ້າໂກດຮ້າຍແລະຕໍ່ສູ້ຂ້ອຍຢ່າງໂມໂຫ ພຣະອົງເຮັດກັບຂ້ອຍ ດັ່ງເປັນສັດຕູຄູ່ອາຄາດ. 12 ພຣະອົງສົ່ງກອງທັບມາໂຈມຕີຂ້ອຍໂດຍກົງ ພວກເຂົາຂຸດຕະຄອງລົງປິດລ້ອມຜ້າເຕັນຂ້ອຍໄວ້. 13 ພຣະເຈົ້າໄດ້ເຮັດໃຫ້ຄອບຄົວຂອງຂ້ອຍ ປະຖິ້ມຂ້ອຍໝົດ ຂ້ອຍເປັນຄົນແປກໜ້າ ຕໍ່ຜູ້ທີ່ເຄີຍຮູ້ຈັກຂ້ອຍນັ້ນ; 14 ຍາດຕິພີ່ນ້ອງແລະໝູ່ເພື່ອນມິດສະຫາຍຂອງຂ້ອຍ ຕ່າງກໍພາກັນໜີໄປຈາກຂ້ອຍຢ່າງໝົດສິ້ນ. 15 ຜູ້ທີ່ເຄີຍເປັນແຂກໃນບ້ານຂອງຂ້ອຍ ກໍລືມຂ້ອຍໝົດ ສາວໃຊ້ຖືຂ້ອຍເປັນຄົນແປກໜ້າແລະຕ່າງດ້າວ. 16 ເມື່ອຂ້ອຍເອີ້ນຫາຄົນຮັບໃຊ້ ເຂົາກໍບໍ່ຍອມຂານ ເຖິງແມ່ນຂ້ອຍຮ້ອງຂໍໃຫ້ຊ່ວຍກໍຕາມ. 17 ເມຍຂອງຂ້ອຍຢືນສູ້ກັບກິ່ນລົມຫາຍໃຈບໍ່ໄດ້ເລີຍ ແລະອ້າຍນ້ອງຄີງໆຂອງຂ້ອຍເອງກໍບໍ່ກາຍມາໃກ້. 18 ແມ່ນແຕ່ພວກເດັກນ້ອຍກໍເຮັດໃສ່ຂ້ອຍຢ່າງຫຍໍ້ຫຍັນ ຖ້າຂ້ອຍອ້າປາກເວົ້າຈາ ພວກເຂົາກໍຫົວເລາະເຍາະເຍີ້ຍ. 19 ໝູ່ເພື່ອນທີ່ສະໜິດ ແນມເບິ່ງຂ້ອຍຢ່າງກຽດຊັງ ຄົນທີ່ຂ້ອຍຍັງຮັກຫລາຍທີ່ສຸດ ກໍຫັນມາຕໍ່ສູ້ຂ້ອຍ. 20 ຕາມຕົນຕົວຂອງຂ້ອຍກໍເຫັນແຕ່ກະດູກຕິດໜັງ; ຂ້ອຍຍັງລອດຊີວິດຢູ່ມາໄດ້ພຽງແຕ່ພາງໆເທົ່ານັ້ນ. 21 ພວກເຈົ້າເປັນເພື່ອນຂ້ອຍ ສົງສານຂ້ອຍແດ່ແມ ມືພຣະເຈົ້າທຸບຕີຂ້ອຍ ໃຫ້ລົ້ມລົງສາແລ້ວ. 22 ເປັນຫຍັງພວກເຈົ້າຈຶ່ງຂົ່ມເຫັງຂ້ອຍ ເໝືອນພວກເຈົ້າເປັນພຣະເຈົ້າ? ພວກເຈົ້າຍັງບໍ່ສົມໃຈຫລື ທີ່ໄດ້ທໍລະມານຂ້ອຍ? 23 ຂ້ອຍຢາກໃຫ້ມີຜູ້ໃດຜູ້ໜຶ່ງຈົດຄຳເວົ້າຂອງຂ້ອຍໄວ້ເດ ແລະບັນທຶກຄຳເວົ້າສິ່ງທັງໝົດໃສ່ໄວ້ໃນປຶ້ມ 24 ຫລືໃຊ້ປາກກາສະຫລັກຄຳເວົ້າຂອງຂ້ອຍໄວ້ສືບໄປ ແລະຂຽນໄວ້ທີ່ໂງ່ນຫີນໃຫ້ຄົງມີໄປຕະຫລອດ. 25 ແຕ່ຂ້ອຍຮູ້ຜູ້ໜຶ່ງຢູ່ໃນສະຫວັນສະຖານ ຜູ້ທີ່ຈະມາໃນທີ່ສຸດ ປ້ອງກັນຊີວິດຂ້ອຍໄວ້. 26 ແມ່ນວ່າເນື້ອກາຍຂ້ອຍຈະຖືກພະຍາດກັດກິນ ເມື່ອຍັງຢູ່ໃນຮ່າງກາຍ ຂ້ອຍຈະໄດ້ເຫັນພຣະເຈົ້າ. 27 ຂ້ອຍຈະເຫັນພຣະອົງດ້ວຍຕາຂອງຂ້ອຍເອງ ພຣະອົງຈະບໍ່ເປັນຄົນແປກໜ້າສຳລັບຂ້ອຍ. ຄວາມກ້າຫານຂອງຂ້ອຍໄດ້ເຫີຍຮາດຂາດໄປ ຍ້ອນພວກເຈົ້າໄດ້ຖາມຂ້ອຍວ່າດັ່ງນີ້: 28 ‘ພວກເຮົາທໍລະມານລາວໄດ້ຢ່າງໃດນໍ?’ ພວກເຈົ້າຫາທາງແກ້ຕົວເພື່ອຈະໂຈມຕີຂ້ອຍ. 29 ແຕ່ບັດນີ້ ໃຫ້ພວກເຈົ້າພາກັນຢ້ານດາບແດ່ແມ ຄືດາບທີ່ຈະຖືກນຳສູ່ຄວາມໂກດຮ້າຍຂອງພຣະເຈົ້າ ເພື່ອຈະມາຕໍ່ສູ້ບາບກຳທີ່ພວກເຈົ້າໄດ້ກະທຳ ເພື່ອພວກເຈົ້າຈະໄດ້ຮູ້ວ່າມີຜູ້ໜຶ່ງຕັດສິນຄວາມໃຫ້.” |
@ 2012 United Bible Societies. All Rights Reserved.