Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 18 - ພຣະຄຳພີສັກສິ


ບິນດາດ

1-2 “ໂຢບ​ເອີຍ ຄົນ​ຄື​ເຈົ້າ​ມິດເລີຍ​ສາ​ໄດ້​ຫລືບໍ່? ພວກເຮົາ​ຈະ​ເວົ້າ​ຕໍ່ໄປ​ກັບ​ເຈົ້າ​ຖ້າ​ເຈົ້າ​ມິດ​ແລະ​ຟັງ.

3 ພວກເຈົ້າ​ຈະ​ປ່ອຍ​ໃຫ້​ໂຢບ​ຄິດ​ວ່າ​ພວກເຮົາ​ຄື​ສັດ​ຊັ້ນບໍ? ຫລື​ພວກເຈົ້າ​ຄິດວ່າ​ພວກເຮົາ​ເປັນ​ຄົນໂງ່ຈ້າ.

4 ໂຢບ​ເອີຍ ທີ່​ເຈົ້າ​ໂກດຮ້າຍ​ມັນ​ທຳລາຍ​ເຈົ້າເອງ ແຜ່ນດິນ​ໂລກ​ຈະ​ສັ່ນສະເທືອນ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຈົ້າ​ບໍ? ຫລື​ກ້ອນຫີນ​ຈະ​ເຄື່ອນຍ້າຍ​ຈາກທີ່​ຂອງມັນ​ໄດ້ບໍ?

5 ແສງແຈ້ງ​ຂອງ​ຄົນຊົ່ວ​ນັ້ນ​ຈະ​ຖືກ​ມອດມິດ​ໄປ ແປວໄຟ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ສ່ອງແສງ​ຂຶ້ນ​ມາ​ອີກ.

6 ແສງແຈ້ງ​ໃນ​ຜ້າເຕັນ​ຂອງ​ພວກເຂົາ​ຈະ​ມອດໄປ ດັ່ງ​ຕະກຽງ​ດັບ​ແລະ​ຈົມ​ຢູ່​ໃນ​ຄວາມມືດ.

7 ບາດກ້າວ​ຂອງ​ພວກເຂົາ​ໜັກແໜ້ນ​ແຕ່​ບັດນີ້​ຕຳ​ສະດຸດ; ພວກເຂົາ​ລົ້ມລົງ​ດ້ວຍ​ອຸບາຍ​ຂອງ​ພວກ​ເຂົາເອງ.

8 ພວກເຂົາ​ຍ່າງ​ໄປ​ຖືກ​ຕາໜ່າງ​ເພາະ​ຕີນ​ຂອງ​ພວກ​ເຂົາເອງ ແລະ​ພວກເຂົາ​ກໍ​ຍ່າງ​ພະເນຈອນ​ໄປສູ່​ບ້ວງແຮ້ວ;

9 ແຮ້ວ​ທີ່​ວາງ​ໄວ້​ນັ້ນ​ຈະ​ຈັບ​ທີ່​ຂະໜ່ອງ​ຂອງ​ພວກເຂົາ ແລະ​ຕົວ​ພວກເຂົາ​ເອງ​ກໍ​ຈະ​ຖືກ​ຫິ້ວ​ຂຶ້ນ.

10 ທີ່​ເທິງ​ໜ້າດິນ​ນັ້ນ​ມີ​ແຮ້ວ​ທີ່​ຖືກ​ຫ້າງ​ໄວ້​ຢ່າງດີ ຖືກ​ວາງ​ໄວ້​ຕາມ​ທາງ​ທີ່​ລາວ​ຍ່າງ​ໄປມາ​ນັ້ນ.

11 ອ້ອມຮອບ​ຕົວ​ລາວ​ນັ້ນ ຄວາມຢ້ານ​ໃຫຍ່​ລໍຄອຍ ມັນ​ຕິດຕາມ​ລາວ​ໄປ​ໃນ​ທຸກໆ​ບາດ​ກ້າວ.

12 ລາວ​ເຄີຍ​ຮັ່ງມີ​ຂຶ້ນ ແຕ່​ບັດນີ້​ຊໍ້າພັດ​ອຶດຫິວ; ຄວາມ​ຈິບຫາຍ​ຢືນ​ລໍຄອຍ​ຢູ່​ຂ້າງໆ​ລາວ​ນັ້ນ.

13 ພະຍາດ​ເຖິງ​ຕາຍ​ກໍ​ລາມ​ໄປ​ທົ່ວ​ຮ່າງກາຍ ເຮັດ​ໃຫ້​ແຂນຂາ​ລາວ​ເປື່ອຍ​ເໝັນ​ຄາວ​ຍ້ອນ.

14 ລາວ​ຖືກ​ຖອນ​ອອກ​ຈາກ​ເຕັນ​ທີ່​ຢູ່​ຢ່າງ​ປອດໄພ ຖືກ​ນຳ​ມາ​ຢູ່​ຊ້ອງໜ້າ​ເຈົ້າ​ແຫ່ງ​ຄວາມຕາຍ​ແລ້ວ.

15 ບັດນີ້ ຜູ້ໃດ​ສາມາດ​ຢູ່​ໃນ​ຜ້າເຕັນ​ຂອງຕົນ ຫລັງຈາກ​ທີ່​ຄົນ​ໂຮຍ​ມາດ​ລົງ​ຂ້າ​ເຊື້ອ​ພະຍາດ​ທີ່​ນັ້ນ.

16 ສະນັ້ນ ລາວ​ຈຶ່ງ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ກຳລັງ​ຈະ​ຕາຍ ຮາກເຫງົ້າ​ກິ່ງກ້ານ​ທັງຫລາຍ​ກໍ​ຫ່ຽວແຫ້ງ​ໄປສິ້ນ.

17 ໃນ​ບ້ານເມືອງ​ແລະ​ຕ່າງຖິ່ນ​ຊື່ສຽງ​ລາວ​ກໍ​ໝົດໄປ ບໍ່ມີ​ຜູ້ໃດ​ທີ່​ຈະ​ຈົດຈຳ​ລາວ​ໄວ້​ຕໍ່ໄປ​ອີກ​ແລ້ວ.

18 ລາວ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ດິນແດນ​ຄົນ​ເປັນ ຄື​ຖືກ​ຂັບໄລ່​ຈາກ​ແສງແຈ້ງ​ເຂົ້າສູ່​ຄວາມມືດ.

19 ລາວ​ຈະ​ບໍ່ມີ​ລູກ​ເພື່ອ​ສືບ​ເຊື້ອສາຍ​ໃຫ້​ລາວ​ເລີຍ ຈະ​ບໍ່ມີ​ຜູ້ໃດ​ລອດຊີວິດ​ຢູ່​ໃນ​ບ້ານເຮືອນ​ຂອງ​ລາວ​ດ້ວຍ.

20 ແຕ່​ຕາເວັນອອກ​ເຖິງ​ຕາເວັນຕົກ​ຕ່າງ​ກໍ​ໄດ້​ຍິນ ເຖິງ​ຊາຕາກຳ​ລາວ ຈຶ່ງ​ຂົນ​ລຸກ​ແລະ​ສັ່ນເຊັນ​ດ້ວຍ.

21 ຊາຕາກຳ​ຂອງ​ຄົນຊົ່ວ​ນັ້ນ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ບໍ່ໄດ້​ບົວລະບັດ​ພຣະເຈົ້າ​ຂອງຕົນ​ຢ່າງ​ຖືກຕ້ອງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan