ພຣະທຳໂຢບ 17 - ພຣະຄຳພີສັກສິໂຢບພາວັນນາອະທິຖານ 1 ຈຸດຈົບຂອງຂ້ອຍມາໃກ້ ຂ້ອຍຫາຍໃຈຝືດເຕັມທີ ຂ້ອຍບໍ່ມີຫຍັງເຫຼືອຢູ່ ນອກຈາກຂຸມຝັງສົບເທົ່ານັ້ນ. 2 ທຸກຄົນທີ່ມັກຫຍໍ້ຫຍັນຂ້ອຍ ກໍຢູ່ອ້ອມຂ້າງຂ້ອຍ ແລະຕາຂອງຂ້ອຍ ກໍຈັບຈ້ອງຢູ່ທີ່ການຍຸຍົງຂອງພວກເຂົາ. 3 ຂ້າແດ່ພຣະເຈົ້າ ຂ້ານ້ອຍນີ້ຈິງໃຈແທ້ໆ ຈົ່ງຮັບເອົາຖ້ອຍຄຳຂອງຂ້ານ້ອຍແດ່ທ້ອນ ແລະບໍ່ມີຄົນອື່ນໃດອີກແລ້ວ ທີ່ສະໜັບສະໜູນສິ່ງທີ່ຂ້ານ້ອຍໄດ້ເວົ້ານັ້ນ. 4 ພຣະອົງໄດ້ອັດຕາພວກເຂົາໄວ້ຕໍ່ເຫດແລະຜົນ ບັດນີ້ ຢ່າປ່ອຍໃຫ້ພວກເຂົາໄດ້ມີໄຊເໜືອຂ້ານ້ອຍທ້ອນ 5 ໃນສຸພາສິດອັນເກົ່າແກ່ກ່າວໄວ້ວ່າ, ຄົນທໍລະຍົດໝູ່ເພື່ອນເພາະເຫັນແກ່ເງິນ ແລະລູກຫຼານຂອງພວກເຂົາກໍເກັບກ່ຽວການທົນທຸກເພາະເລື່ອງນີ້. 6 ບັດນີ້ ຄົນເອົາສຸພາສິດນີ້ມາຕໍ່ສູ້ຂ້ອຍທັນທີ ມາໃນທ່າບໍ່ດີໂດຍຖົ່ມນໍ້າລາຍໃສ່ໜ້າຂ້ອຍ. 7 ຄວາມໂສກເສົ້າເຮັດໃຫ້ຂ້ອຍເກືອບຕາບອດໄປ ແຂນຂາຂ້ອຍລີບລົງເໝືອນດັ່ງເງົາ. 8 ຜູ້ທີ່ອ້າງຕົນວ່າສັດຊື່ກໍສະດຸ້ງຕົກໃຈຢ້ານກົວ ທັງໝົດປະນາມຂ້ອຍວ່າເປັນຄົນບໍ່ນັບຖືພຣະເຈົ້າ. 9 ຂໍໃຫ້ຄົນຊອບທຳນັ້ນມີຄວາມອົດທົນດົນນານ ຂໍໃຫ້ຜູ້ທີ່ມືສະອາດດີ ມີໃຈເຂັ້ມແຂງເຖິງສອງເທົ່າ. 10 ແຕ່ຖ້າພວກເຂົາທັງໝົດມາຢືນຢູ່ຊ້ອງໜ້າ ກໍຈະບໍ່ພົບພວກເຂົາແມ່ນແຕ່ຄົນດຽວເປັນຜູ້ສະຫລາດ. 11 ວັນຂອງຂ້ອຍໄດ້ຜ່ານໄປ ແລະແຜນການຂອງຂ້ອຍກໍລົ້ມລະລາຍ ຄວາມຫວັງທີ່ຂ້ອຍມີກໍສິ້ນສະຫລາຍໄປດ້ວຍ. 12 ແຕ່ໝູ່ເພື່ອນຂ້ອຍຊໍ້າເວົ້າທັງຄືນທັງເວັນວ່າ, ‘ແສງແຈ້ງໃກ້ເຂົ້າມາ’ ແຕ່ຂ້ອຍຮູ້ວ່າ, ‘ຍັງຢູ່ໃນຄວາມມືດມົນ.’ 13 ຄວາມຫວັງຢ່າງດຽວຂອງຂ້ອຍຄືແດນມໍຣະນາ ບ່ອນທີ່ຂ້ອຍຈະຢຽດຕົວລົງນອນຢູ່ໃນຄວາມມືດ. 14 ຂ້ອຍຈະເອີ້ນຂຸມຝັງສົບວ່າ, ‘ເປັນບິດາ’ ເອີ້ນໂຕໜອນທີ່ກັດກິນວ່າ, ‘ເປັນແມ່ແລະເອື້ອຍ.’ 15 ມີບ່ອນໃດແດ່ທີ່ຂ້ອຍພໍຈະມີຄວາມຫວັງ? ມີໃຜຍັງເຫັນຄວາມຫວັງສຳລັບຂ້ອຍແດ່ບໍ່? 16 ຄວາມຫວັງຈະບໍ່ລົງໄປນຳຂ້ອຍ ຕອນທີ່ຂ້ອຍລົງໄປສູ່ແດນມໍຣະນາພຸ້ນ.” |
@ 2012 United Bible Societies. All Rights Reserved.