ພຣະທຳໂຢບ 16 - ພຣະຄຳພີສັກສິໂຢບ 1-2 “ຂ້ອຍເຄີຍໄດ້ຍິນຄຳເວົ້າຢ່າງນີ້ມາຫລາຍແລ້ວ ຄຳເລົ້າໂລມໃຈທີ່ພວກເຈົ້າໃຫ້ມາ ຊໍ້າທໍລະມານຂ້ອຍ. 3 ພວກເຈົ້າຈະສືບຕໍ່ເວົ້າຢ່າງນີ້ໄປເລື້ອຍໆຊັ້ນບໍ? ເປັນຫຍັງພວກເຈົ້າເວົ້າບໍ່ສຸດເປັນຈັກເທື່ອ? 4 ຖ້າພວກເຈົ້າເປັນຂ້ອຍແລະຂ້ອຍເປັນພວກເຈົ້າເບິ່ງດູ ຂ້ອຍກໍຮູ້ເວົ້າທຸກແນວທີ່ພວກເຈົ້າເວົ້າມານັ້ນ. ຂ້ອຍອາດແກວ່ງຫົວປະຕິເສດຢ່າງຫລັກແຫລມ ໃຫ້ພວກເຈົ້າຈົມລົງໂດຍຄຳເວົ້າດັ່ງທີ່ນໍ້າໄຫລຖ້ວມ. 5 ຂ້ອຍຈະເຮັດໃຫ້ພວກເຈົ້າເຂັ້ມແຂງດ້ວຍຄຳແນະນຳ ແລະສືບຕໍ່ເລົ້າໂລມໃຈດ້ວຍຄຳເວົ້າຕ່າງໆ. 6 ແຕ່ຄຳເວົ້າໃດໆຂອງຂ້ອຍກໍບໍ່ອາດຊ່ວຍໄດ້ເລີຍ ຖ້າຂ້ອຍມິດມັນກໍບໍ່ຊ່ວຍຂ້ອຍທຸເລົາເຈັບປວດໄດ້. 7 ຂ້າແດ່ພຣະເຈົ້າ ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຊຸດໂຊມລົງ ພຣະອົງໄດ້ປ່ອຍໃຫ້ຄອບຄົວຂອງຂ້ານ້ອຍຖືກຂ້າ. 8 ພຣະອົງໄດ້ຈັບຂ້ານ້ອຍມັດ ແລະຢຶດຕົວຂ້ານ້ອຍນຳ ພຣະອົງເປັນທັງສັດຕູ ແລະຄູ່ປໍລະປັກດ້ວຍ. ຂ້ານ້ອຍຜອມຊູບຊີບເຫັນແຕ່ກະດູກຕິດໜັງ ຄົນດູຖູກກຽດຊັງຖືເປັນຄວາມຜິດທັງສິ້ນ. 9 ໂດຍຄວາມໂກດຮ້າຍ ພຣະເຈົ້າໄດ້ຈີກຂ້ອຍທັງເປັນ ພຣະອົງເບິ່ງເຫັນແຕ່ຄວາມກຽດຊັງສຳລັບຂ້ອຍ. 10 ຄົນເວົ້າຫຍໍ້ຫຍັນຂ້ອຍທັງດູຖູກຖາກຖາງ ລ້ອມຂ້ອຍໄວ້ທຸກທາງແລະຕົບໜ້າຂ້ອຍດ້ວຍ. 11 ພຣະເຈົ້າໄດ້ມອບຂ້ອຍໃຫ້ຄົນຊົ່ວ ພຣະອົງໄດ້ປະຖິ້ມຂ້ອຍໄວ້ໃນກຳມືຂອງພວກຊົ່ວຮ້າຍ. 12 ຂ້ອຍກຳລັງໃຊ້ຊີວິດຢູ່ຢ່າງສັນຕິສຸກ ແຕ່ພຣະອົງພັດກຳຄໍຫອຍຂ້ອຍຈັບຈຶ້ງໄວ້; ທັງຕົບຕີຂ້ອຍດ້ວຍແລະຢຽບຢໍ່າຂ້ອຍລົງ ຊົງໃຊ້ຂ້ອຍເປັນເປົ້າໝາຍສຳລັບຝຶກແອບ 13 ແລະຍິງລູກທະນູໃສ່ຂ້ອຍທຸກດ້ານທຸກແຈ ທະລຸຊອດຕັບໄຕໂດຍບໍ່ເມດຕາຂ້ອຍຈັກດີ້; ນໍ້າບີທີ່ຕັບຂ້ອຍກໍໄຫລຍ້ອຍຢອດລົງດິນ ຂ້ອຍດີ້ນຊັກເພາະບາດເຈັບສາຫັດແທ້ໆ 14 ພຣະອົງເຮັດໃຫ້ຂ້ອຍເຈັບຊໍ້າແລ້ວຊໍ້າອີກ ດັ່ງທະຫານຜູ້ໂຫດຮ້າຍໂຈມຕີ ຢ່າງກຽດຊັງຍິ່ງ. 15 ຂ້ອຍນຸ່ງຜ້າກະສອບເຂົ້າໂສກເສົ້າແລະທຸກໃຈ ໃນຂີ້ຝຸ່ນດິນ ຂ້ອຍນັ່ງຢູ່ທີ່ນັ້ນຢ່າງພ່າຍແພ້. 16 ຂ້ອຍເຝົ້າແຕ່ຮ້ອງໄຫ້ຈົນຕາກໍ່າຕາແດງ ຕາຕູບຕາໂປ ເຫັນແຕ່ແສງມືດດຳຮອບດ້ານ. 17 ແຕ່ຂ້ອຍບໍ່ໄດ້ເຮັດຜິດຍ້ອນຄວາມຮຸນແຮງເລີຍ ຂ້ອຍເຄີຍພາວັນນາອະທິຖານ ຂໍດ້ວຍຄວາມຈິງໃຈຕໍ່ພຣະເຈົ້າ. 18 ໂອ ແຜ່ນດິນເອີຍ ຢ່າປົກປິດຄວາມຜິດທີ່ເຮັດຕໍ່ຂ້ອຍເດີ ຢ່າໃຫ້ສຽງຮ້ອງຂໍຄວາມເປັນທຳມິດຫາຍໄປຈ້ອຍ 19 ທີ່ເທິງຟ້າສະຫວັນຄົງຍັງມີຜູ້ໃດຜູ້ໜຶ່ງ ທີ່ຢືນຢູ່ເພື່ອຂ້ອຍແລະເຂົ້າຂ້າງຂ້ອຍສະເໝີ. 20 ໝູ່ເພື່ອນຂອງຂ້ອຍຕ່າງກໍພາກັນຫຍໍ້ຫຍັນ ນໍ້າຕາຂ້ອຍຈຶ່ງຫລັ່ງລິນ ເມື່ອເງີຍໜ້າຫາພຣະເຈົ້າ. 21 ຂ້ອຍຢາກໃຫ້ມີຄົນກາງຜູ້ໜຶ່ງ ຮ້ອງຂໍຕໍ່ພຣະເຈົ້າເດ ແມ່ນຜູ້ໜຶ່ງທີ່ຈະສູ້ຄະດີໃຫ້ເພື່ອນຂອງຕົນໄດ້. 22 ບັດນີ້ ວັນ ເດືອນ ປີ ຂອງຂ້ອຍກຳລັງຜ່ານພົ້ນໄປ ຂ້ອຍກຳລັງຍ່າງໄປຕາມທາງຢ່າງບໍ່ມີວັນກັບມາອີກ. |
@ 2012 United Bible Societies. All Rights Reserved.