Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 15 - ພຣະຄຳພີສັກສິ


ການ​ສົນທະນາ​ຄັ້ງ​ທີ​ສອງ ເອລີຟັດ
( 15:1–21:34 )

1-2 “ໂຢບ​ເອີຍ ຄຳ​ເວົ້າ​ເຈົ້າ​ໄຮ້ປະໂຫຍດ​ແທ້ນໍ ໄຮ້​ປະໂຫຍດ​ອີຫລີ ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ​ນັ້ນ

3 ບໍ່ມີ​ຄົນ​ສະຫລາດ​ຜູ້ໃດ ເຄີຍ​ເວົ້າ​ດັ່ງ​ເຈົ້າ​ເວົ້າ​ມາ ຫລື​ປ້ອງກັນ​ຕົນເອງ ດ້ວຍ​ຖ້ອຍຄຳ​ທີ່​ໄຮ້​ສາລະ​ຄືນີ້.

4 ຖ້າ​ເປັນ​ຄື​ເຈົ້າ​ເວົ້າ ບໍ່ມີ​ຜູ້ໃດ​ຈະ​ຢຳເກງ​ພຣະເຈົ້າ​ເດີ ທັງ​ບໍ່ມີ​ໃຜ​ຈະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.

5 ຄວາມ​ຊົ່ວຊ້າ​ຂອງ​ເຈົ້າ​ສະແດງ​ອອກ​ແຈ້ງ ໃນ​ຖ້ອຍຄຳ​ທີ່​ເຈົ້າ​ໄດ້​ກ່າວ​ອອກ​ມາ; ເຈົ້າ​ກຳລັງ​ພະຍາຍາມ​ປົກປິດ​ມັນ ດ້ວຍ​ຖ້ອຍຄຳ​ອັນ​ແຫລມຄົມ​ຂອງເຈົ້າ.

6 ບໍ່​ຈຳເປັນ​ສຳລັບ​ຂ້ອຍ ທີ່​ຈະ​ເວົ້າ​ປະນາມ​ຜູ້ໃດ; ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ ກໍ​ປະນາມ​ເຈົ້າເອງ​ແລ້ວ.

7 ເຈົ້າ​ຄິດວ່າ​ເຈົ້າ​ເກີດ​ເປັນ​ມະນຸດ​ຄົນ​ທຳອິດ​ຊັ້ນບໍ? ເຈົ້າ​ຢູ່​ໃສ ເມື່ອ​ພຣະເຈົ້າ​ສ້າງ​ພູຜາ​ນັ້ນ?

8 ເຈົ້າ​ລັກ​ຟັງ​ພຣະເຈົ້າ​ເວົ້າ​ຕຽມ​ແຜນການ​ຊັ້ນບໍ? ເຈົ້າ​ແມ່ນ​ຜູ້ດຽວ​ບໍ ທີ່​ມີ​ສະຕິປັນຍາ​ຂອງ​ມະນຸດ?

9 ມີ​ສິ່ງໃດ​ແດ່​ບໍ​ທີ່​ເຈົ້າ​ຮູ້ ຊຶ່ງ​ພວກເຮົາ​ບໍ່​ຮູ້​ແດ່? ມີ​ສິ່ງໃດ​ທີ່​ເຈົ້າ​ເຂົ້າໃຈ ຊຶ່ງ​ບໍ່​ເປັນ​ທີ່​ກະຈ່າງ​ແຈ້ງ​ແກ່​ເຮົາ.

10 ພວກເຮົາ​ຮຽນຮູ້​ປັນຍາ​ນຳ​ຄົນ​ຜົມຫງອກ​ອາຍຸ​ສູງ ຄື​ພວກ​ທີ່​ເກີດ​ມາ​ກ່ອນ​ບິດາ​ຂອງ​ເຈົ້າ​ເກີດ​ມາ​ພຸ້ນ.

11 ພຣະເຈົ້າ​ໃຫ້​ຄຳ​ເລົ້າໂລມ ເປັນຫຍັງ​ຈຶ່ງ​ບໍ່​ຮັບ​ເອົາ ເປັນ​ຄຳ​ອ່ອນໂຍນ​ຂອງ​ພຣະອົງ ທີ່​ພວກເຮົາ​ມອບ​ໃຫ້.

12 ແຕ່​ເຈົ້າ​ພັດ​ຕື່ນເຕັ້ນ ມີ​ທ່າທີ​ບໍ່​ດີ​ຕໍ່​ພວກເຮົາ ເຈົ້າ​ແນມເບິ່ງ​ພວກເຮົາ​ດ້ວຍ​ຄວາມ​ໂກດຮ້າຍ.

13 ເມື່ອ​ເຈົ້າ​ມີ​ອາຣົມ​ຮ້າຍ​ໃສ່​ພຣະເຈົ້າ​ນັ້ນ​ນາ ເຈົ້າ​ກໍ​ລັ່ນ​ແຕ່​ວາຈາ​ປະນາມ​ພຣະອົງ​ທັງນັ້ນ.

14 ມະນຸດ​ເປັນ​ຜູ້​ບໍຣິສຸດ ແລະ​ຜຸດຜ່ອງ​ແທ້ໆ​ບໍ? ຄົນ​ໃດ​ເປັນ​ຜູ້​ຊອບທຳ​ຕໍ່ສາຍຕາ​ພຣະເຈົ້າ​ໄດ້?

15 ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ບໍ່​ວາງໃຈ​ເທວະດາ​ຂອງ​ພຣະອົງ​ເອງ ໃນ​ສາຍຕາ​ພຣະອົງ ຟ້າ​ສະຫວັນ​ກໍ​ບໍ່​ບໍຣິສຸດ​ຜຸດຜ່ອງ.

16 ແລະ​ມະນຸດ​ກໍ​ດື່ມ​ສິ່ງ​ຊົ່ວຮ້າຍ​ດັ່ງ​ດື່ມ​ນໍ້າ​ກິນ ແມ່ນແລ້ວ ມະນຸດ​ມີ​ມົນທິນ​ແລະ​ຊຸດໂຊມ​ທຸກ​ວັນ.

17 ໂຢບ​ເອີຍ ບັດນີ້​ຈົ່ງ​ຟັງ​ໃນ​ສິ່ງ​ທີ່​ຂ້ອຍ​ຮູ້ຈັກ​ສາ ຂ້ອຍ​ຈະ​ເລົ່າ​ສູ່​ເຈົ້າ​ຟັງ​ສິ່ງ​ທີ່​ຂ້ອຍ​ໄດ້​ຄົ້ນພົບ.

18 ພວກ​ທີ່​ສະຫລາດ​ໄດ້​ສອນ​ຂ້ອຍ​ໃຫ້​ຮູ້ຈັກ ຄວາມຈິງ​ທີ່​ມີ​ມາ​ແຕ່​ບັນພະບຸລຸດ​ຂອງ​ເຂົາເຈົ້າ; ແລະ​ພວກເຂົາ​ກໍ​ບໍ່ໄດ້​ປິດອຳ​ຫຍັງ​ໄວ້ເລີຍ ແມ່ນແຕ່​ຄວາມ​ລັບເລິກ​ໃດໆ​ທັງນັ້ນ.

19 ດິນແດນ​ຂອງ​ເຂົາເຈົ້າ​ເປັນ​ອິດສະຫລະ​ເສລີ; ບໍ່ມີ​ຄົນ​ຕ່າງດ້າວ​ໃດໆ ນຳ​ພວກເຂົາ​ຫ່າງໄກ​ຈາກ​ພຣະເຈົ້າ.

20 ຄົນຊົ່ວຮ້າຍ​ທີ່​ມັກ​ຂົ່ມເຫັງ​ຜູ້ໃດ​ຜູ້ໜຶ່ງ​ກໍຕາມ ຈະ​ໄດ້​ຖືກ​ທໍລະມານ​ຕະຫລອດ​ຊົ່ວຊີວິດ.

21 ສຽງ​ແຫ່ງ​ຄວາມຢ້ານ​ຈະ​ຮ້ອງ​ແຜດ​ໃສ່​ຫູ​ເຂົາ ຄົນ​ຂີ້ລັກ​ຈະ​ໂຈມຕີ ເມື່ອ​ຕົນ​ຄິດ​ວ່າ​ປອດໄພ​ແລ້ວ.

22 ພວກເຂົາ​ບໍ່​ມີ​ຫວັງ​ປົບລອດ​ໄປ​ຈາກ​ຄວາມ​ມືດຕຶບ ເພາະ​ໃນ​ທີ່ໜຶ່ງ​ທີ່ໃດ​ມີ​ດາບ​ຄອຍ​ສັງຫານ​ພວກເຂົາ​ຢູ່

23 ແລະ​ຝູງ​ແຮ້ງ ກໍ​ຄອຍຖ້າ ກິນ​ຊາກສົບ​ຂອງ​ພວກເຂົາ, ພວກເຂົາ​ຮູ້ວ່າ​ອະນາຄົດ​ຂອງ​ພວກຕົນ​ມືດມົນ​ສໍ່າໃດ​ແລ້ວ

24 ຄວາມ​ຈິບຫາຍ​ດັ່ງ​ກອງທັບ​ໃຫຍ່​ຂອງ​ກະສັດ ກໍ​ບຸກລັດ​ເຂົ້າ​ມາ​ເພື່ອ​ໂຈມຕີ​ພວກເຂົາ​ຢູ່​ບໍ່​ຢຸດຢັ້ງ.

25 ຜູ້​ທີ່​ຍົກ​ກຳປັ້ນ​ໃສ່​ພຣະ​ຜູ້ສູງສຸດ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ດູໝິ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.

26-27 ຄົນ​ເຊັ່ນນັ້ນ ມັກ​ໂອ້ອວດ​ແລະ​ເປັນ​ກະບົດ ພວກເຂົາ​ຍົກ​ໂລ້​ຂຶ້ນ​ຕ້ານທານ​ພຣະເຈົ້າ​ຢ່າງ​ດື້ດ້ານ; ເພາະ​ພວກເຂົາ​ນັ້ນ ໜ້າ​ເຫລື້ອມ​ເບັ່ງ​ອ້າງອວດ​ສີສັນ ຈຶ່ງ​ບຸກບືນ​ສຸດ​ກຳລັງ​ຕ້ານຢັນ​ກັບ​ພຣະເຈົ້າ.

28 ນີ້​ຄື​ຄົນ​ທີ່​ໄດ້​ຢຶດ​ເຮືອນ​ຂອງ​ຜູ້​ທີ່​ໜີໄປ​ຈາກ​ເມືອງ ແຕ່​ເສິກ​ຈະ​ທຳລາຍ​ເມືອງ​ແລະ​ເຮືອນ​ເຫຼົ່ານັ້ນ

29 ພວກເຂົາ​ຈະ​ຮັ່ງມີ​ເປັນ​ດີ​ຂຶ້ນ​ດົນນານ​ບໍ່ໄດ້​ຫລາຍ​ຊ່ວງ ສິ່ງ​ທັງປວງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ຈະ​ຍືນໝັ້ນ​ບໍ່ໄດ້​ຕໍ່ໄປ. ພວກເຂົາ​ຈະ​ບໍ່ມີ​ອຳນາດ ຫລື​ອິດທິພົນ​ຢູ່​ໃນ​ດິນແດນ ແມ່ນແຕ່​ເງົາ​ຂອງ​ພວກເຂົາ​ເອງ ກໍ​ຈະ​ຍຸບຍອບ​ຫາຍໄປ​ຊໍ້າ

30 ພວກເຂົາ​ຈະ​ປົບໜີໄປ​ຈາກ​ຄວາມ​ມືດດຳ​ໄດ້​ຢ່າງໃດ ຕົ້ນໄມ້​ທີ່​ຖືກ​ໄຟ​ເຜົາ ງ່າ​ມັນ​ກໍ​ຖືກ​ເຜົາ​ດ້ວຍ ບັດນີ້ ສິ່ງ​ຈະ​ຕາມ​ມາ​ນັ້ນ​ກໍ​ຈະ​ເປັນ​ດັ່ງນີ້ແຫລະ ລົມ​ຈະ​ພັດ​ໂຊຍ​ມາ​ໃສ່​ດອກໄມ້​ບານ ໃຫ້​ດັບ​ສິ້ນ.

31 ຖ້າ​ພວກເຂົາ​ໂງ່ຈ້າ​ພໍ​ຈະ​ວາງໃຈ​ເຊື່ອ​ໃນ​ຄວາມ​ອະທຳ ແມ່ນ​ຄວາມ​ອະທຳ​ນັ້ນແຫລະ ຈະ​ມອບ​ລາງວັນ​ໃຫ້.

32 ກ່ອນ​ເວລາ​ມາຮອດ​ພວກເຂົາ​ກໍ​ຈະ​ຫ່ຽວແຫ້ງ​ໄປ ດັ່ງ​ງ່າໄມ້​ຕາຍ​ແລະ​ບໍ່​ຂຽວ​ສົດຊື່ນ​ຂຶ້ນ​ມາ​ໄດ້​ອີກ.

33 ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ໝາກ​ຫລົ່ນ​ກ່ອນລະດູ ດັ່ງ​ດອກ​ໝາກກອກເທດ​ທັງ​ຈູມ​ແລະ​ບານ​ຕົກລົງ​ຈາກ​ຕົ້ນ.

34 ຄົນ​ທີ່​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ຈະ​ບໍ່ມີ​ຮອດ​ເຊື້ອສາຍ ໄຟ​ຈະ​ເຜົາຜານ​ເຮືອນ​ທີ່​ສ້າງ​ດ້ວຍ​ຊັບສິນ​ຊື້ຈ້າງ.

35 ພວກເຂົາ​ສ້າງ​ແຜນການ​ໃຫ້​ເກີດ​ຄວາມ​ເດືອດຮ້ອນ ແລະ​ກະທຳ​ໃນ​ສິ່ງ​ຊົ່ວຊ້າ ໃນ​ຈິດໃຈ​ຂອງ​ພວກເຂົາ​ນັ້ນ ເຕັມໄປ​ດ້ວຍ​ການ​ຫລອກລວງ​ແລະ​ຕົວະຕົ້ມ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan