ພຣະທຳໂຢບ 14 - ພຣະຄຳພີສັກສິ1 ແຕ່ເກີດ ພວກເຮົາກໍອ່ອນແອ ແລະຢູ່ແຕ່ໜ້ອຍວັນ ທັງເຕັມໄປດ້ວຍຄວາມຫຍຸ້ງຍາກໃຈ. 2 ພວກເຮົາໃຫຍ່ ແລະຫ່ຽວແຫ້ງໄປດັ່ງດອກໄມ້ປ່າ ພວກເຮົາສູນສິ້ນຫາຍໄປເໝືອນດັ່ງເງົາ. 3 ຂ້າແດ່ພຣະເຈົ້າ ພຣະອົງຈ້ອງເບິ່ງຂ້ານ້ອຍຢູ່ຢ່າງນີ້ບໍ? ຫລືຈະນຳຂຶ້ນສານແລະພິຈາລະນາລົງໂທດ? 4 ບໍ່ມີຜູ້ໃດຫ່ອນນຳເອົາສິ່ງສະອາດ ອອກມາຈາກສິ່ງທີ່ເປື້ອນເປິໄດ້. 5 ຊົ່ວຊີວິດຂອງພວກຂ້ານ້ອຍນັ້ນ ຖືກກຳນົດໄວ້ແຕ່ຫົວທີ ຄືຈຳນວນເດືອນປີ ທີ່ພວກຂ້ານ້ອຍຈະມີຊີວິດຢູ່. 6 ໂຜດປິ່ນໜ້າໜີຈາກພວກຂ້ານ້ອຍ ແລະປ່ອຍພວກຂ້ານ້ອຍໃຫ້ຢູ່ໂດດດ່ຽວສາ ໃຫ້ພວກຂ້ານ້ອຍຊື່ນບານໃຈກັບຊີວິດອັນລຳບາກຢູ່ນັ້ນ. 7 ສຳລັບຕົ້ນໄມ້ເມື່ອຖືກປໍ້າແລ້ວ ກໍຍັງມີຄວາມຫວັງ; ມັນຄືນມີຊີວິດ ແລະງອກງາມຂຶ້ນໃໝ່ໄດ້. 8 ເຖິງແມ່ນວ່າຮາກເຫງົ້າຂອງມັນຈະເຖົ້າແກ່ ແລະຕໍຕາຍແລ້ວໃນພື້ນດິນກໍຕາມ. 9 ເມື່ອຖືກນໍ້າໜ້ອຍໜຶ່ງຮວດ ກໍມີຊີວິດເປັນຄືນມາ ແລະເບີກບານແຈ່ມໃສ ຄືກັບເວລາຍັງໜຸ່ມນ້ອຍ. 10 ແຕ່ເມື່ອມະນຸດຕາຍແລ້ວ ແມ່ນໄປສູ່ຈຸດຈົບ; ຄັນເຂົາຕາຍໄປແລ້ວ ເຂົາຈະໄປໃສຕໍ່ອີກ? 11 ເໝືອນດັ່ງຫ້ວຍນໍ້າທີ່ເຊົາຢຸດໄຫລ ແລະດັ່ງໜອງບຶງທີ່ເຫືອດແຫ້ງໄປໝົດສິ້ນ 12 ຄົນຕາຍແລ້ວ ຢ່າຫວັງເລີຍຈະເປັນຄືນມາໃໝ່ ໃນເມື່ອຟ້າສະຫວັນຄົງຢູ່ຢ່າງນີ້ ເຂົາຈະບໍ່ຕື່ນມາເລີຍ ເຂົາຈະບໍ່ເໜັງຕີງ ແລະບໍ່ກະດິກກະດຽມ ແລະຈະບໍ່ຕື່ນຂຶ້ນຈາກນອນຫລັບຈັກເທື່ອ. 13 ຂ້ານ້ອຍຢາກໃຫ້ຖືກເຊື່ອງໄວ້ທີ່ໂລກຄົນຕາຍ ຄືເຊື່ອງຂ້ານ້ອຍໄວ້ໃນແດນມໍຣະນາພຸ້ນ; ຈົນໃຫ້ເຖິງວັນທີ່ພຣະອົງເຊົາໂກດຮ້າຍຂ້ານ້ອຍ ຊຶ່ງພຣະອົງຈະຈົດຈຳຂ້ານ້ອຍໄດ້ຄືເກົ່າ. 14 ຖ້າຄົນຕາຍແລ້ວ ເຂົາຈະຄືນມີຊີວິດອີກບໍ? ແຕ່ຂ້ານ້ອຍຈະລໍຄອຍໃຫ້ວັນເວລານັ້ນດີຂຶ້ນ ລໍຄອຍຢູ່ຈົນກວ່າວັນເວລານັ້ນຈະມາເຖິງ ຄືວັນຄວາມທຸກລະທົມຈະສິ້ນສູນຈາກໄປ. 15 ແລ້ວພຣະອົງຈະເອີ້ນ ແລະຂ້ານ້ອຍກໍຈະຕອບພຣະອົງ, ພຣະອົງຈະພໍໃຈນຳຜູ້ທີ່ພຣະອົງໄດ້ສ້າງຂຶ້ນນັ້ນ. 16 ແລ້ວພຣະອົງຈະຈ້ອງເບິ່ງຂ້ານ້ອຍ ທຸກບາດຍ່າງບາດຕີນ ແຕ່ຈະບໍ່ເບິ່ງການບາບ ທີ່ຂ້ານ້ອຍເຄີຍກະທຳນັ້ນ 17 ພຣະອົງຈະອະໄພການບາບ ແລະເອົາມັນໜີໄປ; ພຣະອົງຈະລຶບໃຫ້ກ້ຽງຄວາມຜິດ ທີ່ຂ້ານ້ອຍໄດ້ກະທຳນັ້ນ. 18 ຄົງມີເວລາທີ່ພູຜາທະລາຍໄປເປັນປ່ຽງໆໃດ ແລະໜ້າຜາຖືກຍ້າຍໄປຈາກບ່ອນຂອງມັນນັ້ນ. 19 ນໍ້າຈະໄຫລເຊາະໂງ່ນຫີນໃຫ້ທະລາຍລົງ ແລະຝົນຫ່າໃຫຍ່ຈະລ້າງພື້ນດິນລົງດ້ວຍ; ດັ່ງນັ້ນ ພຣະອົງຈະທຳລາຍທຸກຄວາມຫວັງ ທີ່ມະນຸດຄິດຄອບຄອງຢູ່ໃນຊີວິດຂອງເຂົາເຈົ້າ. 20 ພຣະອົງຊະນະໄດ້ແລະສົ່ງເຂົາລ່ວງລັບໄປເລີຍ; ພຣະອົງປ່ຽນແປງສີໜ້າເຂົາ ແລະສົ່ງເຂົາໄປເສຍ. 21 ພວກລູກຊາຍລາວໄດ້ກຽດ ແຕ່ລາວພັດບໍ່ຮູ້ນຳ ທັງບໍ່ມີຜູ້ໃດບອກລາວ ເມື່ອເຂົາຖືກຂາຍຂີ້ໜ້າ. 22 ລາວຮູ້ສຶກເຈັບປວດພຽງແຕ່ໃນຕົນຕົວເອງ ແລະໂສກເສົ້າຢູ່ໃນຈິດໃຈລາວເອງເທົ່ານັ້ນ.” |
@ 2012 United Bible Societies. All Rights Reserved.