ພຣະທຳໂຢບ 13 - ພຣະຄຳພີສັກສິ1-2 ທຸກໆສິ່ງທີ່ພວກເຈົ້າເວົ້າຂ້ອຍເຄີຍໄດ້ຍິນມາ ຂ້ອຍເຂົ້າໃຈດີທັງໝົດສິ່ງທີ່ພວກເຈົ້າເວົ້າມານັ້ນ; ຂ້ອຍກໍຮູ້ຫລາຍເທົ່າທີ່ພວກເຈົ້າຮູ້ສິ່ງນັ້ນຄືກັນ ຂ້ອຍບໍ່ມີທາງທີ່ຈະອ່ອນແຕ້ມໃຫ້ພວກເຈົ້າດອກ 3 ແຕ່ຄຳໂຕ້ຖຽງຂອງຂ້ອຍແມ່ນກັບພຣະເຈົ້າເດີ ຂ້ອຍໂຕ້ແຍ້ງຄະດີກັບພຣະອົງ ບໍ່ແມ່ນກັບພວກເຈົ້າ. 4 ພວກເຈົ້າປິດບັງຄວາມໂງ່ໄວ້ ດ້ວຍຄຳຕົວະຫລາຍຢ່າງ; ພວກເຈົ້າເປັນດັ່ງນາຍໝໍ ທີ່ປົວຜູ້ໃດໃຫ້ຫາຍດີບໍ່ໄດ້. 5 ຄົງເປັນການດີກວ່າ ຖ້າພວກເຈົ້າບໍ່ຕ້ອງເວົ້າຫຍັງ ແລະຜູ້ອື່ນອາດຍັງຄິດວ່າພວກເຈົ້າສະຫລາດ. 6 ຈົ່ງຟັງໃຫ້ດີ ໃນຂະນະທີ່ຂ້ອຍຖະແຫລງຄະດີ ແລະຈົ່ງຕັ້ງໃຈຟັງໃຫ້ດີ ຂໍ້ໂຕ້ແຍ້ງຂອງຂ້ອຍ. 7 ເປັນຫຍັງພວກເຈົ້າຈຶ່ງພາກັນເວົ້າຊົ່ວຮ້າຍ ແລະຄວາມບໍ່ຈິງນໍ? ພວກເຈົ້າຄິດວ່າຄຳເວົ້າຂອງພວກເຈົ້າ ຈະເຮັດໃຫ້ພຣະເຈົ້າໄດ້ຮັບຜົນປະໂຫຍດຊັ້ນບໍ? 8 ພວກເຈົ້າກຳລັງປົກປ້ອງພຣະອົງໄວ້ຊັ້ນບໍ? ກຳລັງຈະໄປສານ ໂຕ້ຄະດີແທນພຣະອົງຫລືນີ້? 9 ຖ້າພຣະເຈົ້າເບິ່ງພວກເຈົ້າດີໆຢ່າງໃກ້ຊິດແລ້ວ ພຣະອົງຈະພົບຫຍັງດີແດ່ໃນພວກເຈົ້າຫລືບໍ່? ພວກເຈົ້າຄິດວ່າຈະຫລອກລວງພຣະອົງໄດ້ຊັ້ນບໍ? ເໝືອນດັ່ງທີ່ພວກເຈົ້າຫລອກລວງຄົນອື່ນໆຫລືນີ້? 10 ເຖິງວ່າຄວາມລຳອຽງຂອງພວກເຈົ້າຖືກປິດບັງ ພຣະອົງກໍຍັງຈະຕຳໜິຢ່າງຮຸນແຮງຕໍ່ພວກເຈົ້າ. 11 ແຕ່ຢ່າປະໝາດຣິດເດດຂອງພຣະເຈົ້າເດີ ເພາະຣິດອຳນາດເຮັດໃຫ້ພວກເຈົ້າຢ້ານກົວ. 12 ສຸພາສິດຂອງພວກເຈົ້າໄຮ້ປະໂຫຍດດັ່ງຂີ້ເຖົ່າໄຟ ຂໍ້ໂຕ້ແຍ້ງທີ່ພວກເຈົ້າກ່າວໄປກໍເປັນດັ່ງຂີ້ຕົມ. 13 ຈົ່ງມິດແລະປ່ອຍໂອກາດໃຫ້ຂ້ອຍເວົ້າເສຍທີ ໃຫ້ຜົນທີ່ຈະຕາມມາເກີດຂຶ້ນເອງສາເຖີດ. 14 ຂ້ອຍພ້ອມແລ້ວ ທີ່ຈະປະເຊີນທຸກແນວ ແມ່ນຈະສ່ຽງຊີວິດຂອງຕົນກໍຍິນຍອມທັງນັ້ນ. 15 ຂ້ອຍສິ້ນຫວັງແລ້ວ ເປັນຫຍັງພຣະເຈົ້າບໍ່ຂ້າຂ້ອຍສາ? ຂ້ອຍກຳລັງຖະແຫລງຄະດີຂອງຂ້ອຍຕໍ່ພຣະອົງ. 16 ບາງທີຂ້ອຍອາດກ້າພໍທີ່ຊ່ວຍຂ້ອຍເອງໄດ້ຈະດີ ໃນເມື່ອຄົນຊົ່ວຊ້າ ເຂົາບໍ່ຫານສູ້ໜ້າກັບພຣະເຈົ້າ. 17 ບັດນີ້ ຈົ່ງຟັງສິ່ງທີ່ຂ້ອຍຈະເວົ້ານັ້ນໃຫ້ດີໆ ຈົ່ງງ່ຽງຫູຟັງໃຫ້ດີຄຳອະທິບາຍຂອງຂ້ອຍ. 18 ຂ້ອຍພ້ອມແລ້ວທີ່ຈະແຈ້ງຖະແຫລງຄະດີ ເພາະຂ້ອຍຮູ້ດີວ່າຂ້ອຍເປັນຝ່າຍທີ່ຖືກຕ້ອງ. 19 ຂ້າແດ່ພຣະເຈົ້າ ພຣະອົງຈະມາກ່າວຟ້ອງ ກ່າວໂທດໃສ່ຂ້ານ້ອຍແທ້ບໍ? ຖ້າພຣະອົງກ່າວຂ້ານ້ອຍອີຫລີ ຂ້ານ້ອຍກໍຂໍມິດ ແລະຂໍຕາຍເທົ່ານັ້ນ. 20 ຂໍໃຫ້ຂ້ານ້ອຍໄດ້ຖາມຈັກສອງສາມຢ່າງແດ່ ຂ້ານ້ອຍຈະບໍ່ປິດບັງຫຍັງໄວ້ຈາກພຣະອົງເລີຍ. 21 ໂຜດຢຸດລົງໂທດຂ້ານ້ອຍສາເທາະ ຢ່າສູ່ຢຽບຢໍ່າຂ້ານ້ອຍໃຫ້ຕ້ອງຢ້ານກົວເລີຍ. 22 ຂໍພຣະອົງກ່າວກ່ອນໂລດ ແລະຂ້ານ້ອຍຈະຕອບ ຫລືຈະໃຫ້ຂ້ານ້ອຍຖະແຫລງ ແລ້ວພຣະອົງຈຶ່ງຈະຕອບ. 23 ແມ່ນຜິດບາບຫຍັງແດ່ ທີ່ຂ້ານ້ອຍໄດ້ກະທຳ? ແມ່ນໂທດກຳຫຍັງ ທີ່ພຣະອົງໄດ້ກ່າວຟ້ອງ? 24 ເປັນຫຍັງຈຶ່ງເມີນໜ້າໜີໄປຈາກຂ້ານ້ອຍນໍ? ເປັນຫຍັງຈຶ່ງເຮັດຕໍ່ຂ້ານ້ອຍດັ່ງສັດຕູຄູ່ອາຄາດ. 25 ຂ້ານ້ອຍເປັນພຽງໃບໄມ້ ເຫດສັນໃດຈຶ່ງເຮັດໃຫ້ຂ້ານ້ອຍຢ້ານກົວ ພຣະອົງກຳລັງໂຈມຕີ ແລະຕໍ່ຕ້ານເຟືອງແຫ້ງເທົ່ານັ້ນ. 26 ພຣະອົງກ່າວຟ້ອງຢ່າງຂົມຂື່ນຕໍ່ສູ້ຂ້ານ້ອຍ ແມ່ນແຕ່ໃນສິ່ງທີ່ຂ້ານ້ອຍໄດ້ເຮັດແຕ່ຍັງໜຸ່ມພຸ້ນ. 27 ພຣະອົງລ່າມໂສ້ຂ້ານ້ອຍໄວ້ເປັນຢ່າງດີ; ຈອບເບິ່ງທຸກໆນາທີແລະຊອມເບິ່ງທຸກບາດຍ່າງ. 28 ທີ່ສຸດແລ້ວ ຂ້ານ້ອຍກໍຊຸດໂຊມດັ່ງສິ່ງທີ່ເນົ່າເໝັນ ເປັນດັ່ງຜືນຜ້າທີ່ມອດກັດກິນລາມໄປທົ່ວແລ້ວ. |
@ 2012 United Bible Societies. All Rights Reserved.