Biblia Todo Logo
Bìoball air-loidhne

- Sanasan -

ພຣະທຳ​ໂຢບ 12 - ພຣະຄຳພີສັກສິ


ໂຢບ

1-2 “ແມ່ນແລ້ວ ພວກເຈົ້າ​ຄື​ສຽງ​ຂອງ​ປະຊາຊົນ. ເມື່ອ​ພວກເຈົ້າ​ຕາຍ​ປັນຍາ​ກໍ​ຈະ​ຕາຍ​ກັບ​ພວກເຈົ້າ.

3 ແຕ່​ຂ້ອຍ​ນີ້​ກໍ​ຮູ້ຈັກ​ຄິດ​ດັ່ງ​ພວກເຈົ້າ​ຄືກັນ ຂ້ອຍ​ກໍ​ບໍ່ມີ​ທາງ​ທີ່​ຈະ​ອ່ອນແຕ້ມ​ໃຫ້​ພວກເຈົ້າ; ສິ່ງ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ພາກັນ​ເວົ້າ​ມາ ໃຜໆ​ກໍ​ຮູ້ຈັກ​ກັນ​ດີ​ທັງໝົດ​ສາ​ແລ້ວ.

4 ແມ່ນ​ວ່າ​ໝູ່ຄູ່​ເຍາະເຍີ້ຍ​ຂ້ອຍ​ເວລາ​ນີ້​ກໍຕາມ ຫົວ​ຫຍໍ້ຫຍັນ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ຖືກຕ້ອງ; ທັງໆ​ທີ່​ຂ້ອຍ​ນີ້​ບໍ່ມີ​ຂໍ້​ຕຳໜິ​ຫຍັງ​ໝົດ ແຕ່​ຄົງ​ມີ​ເວລາ​ທີ່​ພຣະເຈົ້າ​ຈະ​ຕອບ ຄຳ​ພາວັນນາ​ອະທິຖານ​ຂອງຂ້ອຍ.

5 ພວກເຈົ້າ​ບໍ່ໄດ້​ທົນທຸກ​ແຕ່​ກໍ​ຫົວຂວັນ​ໃສ່​ຂ້ອຍ​ນໍ, ພວກເຈົ້າ​ຕ່ອຍ​ຕົບຕີ​ຄົນ​ທີ່​ໃກ້​ຈະ​ລົ້ມ​ຢູ່​ແລ້ວ.

6 ແຕ່​ຄົນ​ຂີ້ລັກ ແລະ​ບໍ່ມີ​ພຣະເຈົ້າ​ກໍ​ຍັງ​ມີ​ສັນຕິສຸກ, ແມ່ນ​ວ່າ​ພະ​ຂອງ​ເຂົາ​ຄື​ກຳລັງ​ຂອງ​ເຂົາເອງ.

7 ແມ່ນແຕ່​ຝູງນົກ​ແລະ​ຝູງສັດ ກໍ​ຍັງ​ສາມາດ​ສອນ​ພວກເຈົ້າ​ໄດ້​ຫລາຍຢ່າງ;

8 ຈົ່ງ​ຖາມ​ສັດ​ທີ່​ເທິງ​ໂລກ​ແລະ​ສັດ​ໃນ​ທະເລ ເຖິງ​ປັນຍາ​ຊຶ່ງ​ສັດ​ເຫຼົ່ານັ້ນ​ມີແດ່.

9 ສັດ​ເຫຼົ່ານັ້ນ​ທັງໝົດ​ຕ່າງ​ກໍ​ຮູ້​ເຖິງ​ຄວາມຈິງ ວ່າ​ພຣະເຈົ້າຢາເວ​ໄດ້​ສ້າງ​ພວກເຂົາ​ມາ​ທັງສິ້ນ.

10 ແມ່ນ​ມື​ຂອງ​ພຣະອົງ​ທີ່​ຊີ້ນຳ​ສັບພະທຸກສິ່ງ​ທີ່​ສ້າງ​ມາ ຊີວິດ​ຂອງ​ທຸກໆຄົນ​ຢູ່​ໃນ​ຣິດອຳນາດ​ຂອງ​ພຣະອົງ.

11 ແຕ່​ດັ່ງ​ລີ້ນ​ພວກເຈົ້າ​ມັກ​ຊີມ​ຣົດ​ອາຫານ​ສັນໃດ ຫູ​ພວກເຈົ້າ​ກໍ​ຄັນ​ມັກ​ຟັງ​ຄຳ​ຄົນ​ເວົ້າ​ສັນນັ້ນ.

12-13 ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ປັນຍາ ແຕ່​ພຣະເຈົ້າ​ມີ​ທັງ​ສະຕິປັນຍາ​ແລະ​ຣິດເດດ. ຄົນ​ເຖົ້າແກ່​ແລ້ວ ກໍ​ຖື​ວ່າ​ມີ​ຄວາມ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ແຕ່​ພຣະເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ດີ ແລະ​ທັງ​ມີ​ຣິດເດດ​ທີ່​ກະທຳການ​ໄດ້.

14 ເມື່ອ​ພຣະອົງ​ມ້າງລົງ​ແລ້ວ ມີ​ຜູ້ໃດ​ເດ​ຈະ​ກໍ່​ຂຶ້ນ​ໃໝ່​ໄດ້​ແດ່? ແລະ​ຜູ້​ທີ່​ພຣະອົງ​ຄຸມຂັງ ໃຜ​ຈະ​ປົດປ່ອຍ​ໄດ້?

15 ເມື່ອ​ພຣະອົງ​ກັກ​ຝົນ ຄວາມ​ແຫ້ງ​ແລ້ງ​ກໍ​ມີ​ຂຶ້ນ; ເມື່ອ​ພຣະອົງ​ໃຫ້​ຝົນ​ລິນຫລັ່ງ ນໍ້າ​ຖ້ວມ​ກໍ​ມາ​ເຖິງ.

16 ພຣະອົງ​ເຂັ້ມແຂງ​ແລະ​ໄຊຊະນະ​ສະເໝີໄປ ຜູ້​ຖືກ​ລໍ້ລວງ ແລະ​ຜູ້​ຫລອກລວງ​ກໍ​ຢູ່​ໃນ​ພຣະອົງ.

17 ພຣະອົງ​ເອົາ​ປັນຍາ​ໄປ​ຈາກ​ພວກ​ຜູ້ປົກຄອງ ແລະ​ໃຫ້​ພວກ​ຜູ້ນຳ​ເຮັດ​ເໝືອນ​ຄົນໂງ່ຈ້າ.

18 ພຣະອົງ​ປົດ​ບັນດາ​ກະສັດ​ລົງ​ຈາກ​ບັນລັງ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກເປັນ​ຊະເລີຍ​ທັງນັ້ນ;

19 ພຣະອົງ​ເຮັດ​ໃຫ້​ພວກ​ປະໂຣຫິດ​ຍ່າງ​ໄປ​ຕີນ​ເປົ່າ ແລະ​ໂຄ່ນລົ້ມ​ຜູ້​ມີ​ອຳນາດ​ລົງ​ໃນ​ທັນທີ.

20 ພຣະອົງ​ເຮັດ​ໃຫ້​ຄຳເວົ້າ​ຈາກ​ປາກ​ຂອງ​ຜູ້​ໃຫ້​ຄຳ​ປຶກສາ​ມິດງຽບ​ໄປ ແລະ​ເຮັດ​ໃຫ້​ສະຕິປັນຍາ​ໜີໄປ​ຈາກ​ຊາຍ​ຊະຣາ​ດ້ວຍ.

21 ພຣະອົງ​ເຮັດ​ໃຫ້​ຜູ້​ມີ​ອຳນາດ​ໄດ້​ຮັບ​ຄວາມ​ອັບອາຍ ແລະ​ເຮັດ​ໃຫ້​ພວກ​ນັກປົກຄອງ​ໝົດ​ກຳລັງ​ໄປສິ້ນ.

22 ພຣະອົງ​ເຮັດ​ໃຫ້​ແສງແຈ້ງ​ສ່ອງ​ໃນ​ບ່ອນ​ມືດມົນ ແລະ​ບ່ອນ​ທີ່​ມີ​ຄວາມຕາຍ​ໄດ້​ຮັບ​ຊີວິດ.

23 ພຣະອົງ​ເຮັດ​ໃຫ້​ຊົນຊາດ​ເຂັ້ມແຂງ​ແລະ​ຍິ່ງໃຫຍ່ ແຕ່​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ແລະ​ທຳລາຍ​ພວກເຂົາ​ຕໍ່ມາ.

24 ພຣະອົງ​ເຮັດ​ໃຫ້​ພວກ​ຜູ້ນຳ​ໂງ່ຈ້າ​ໄປ​ໝົດ; ແລະ​ເຮັດ​ໃຫ້​ສັບສົນ​ວຸ້ນວາຍ​ເສຍ​ສະຕິ​ໄປ​ໝົດສິ້ນ;

25 ພວກເຂົາ​ງົມທາວ​ໄປ​ໃນ​ຄວາມມືດ​ແລະ​ໂຊເຊ ດັ່ງ​ນັກດື່ມ​ສຸຣາ​ມືນເມົາ​ທີ່​ຍ່າງ​ເຊຊັດ​ໄປ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan