ພຣະທຳໂຢບ 10 - ພຣະຄຳພີສັກສິ1 ຂ້ານ້ອຍເບື່ອໜ່າຍຊີວິດຂອງຕົນເອງ ໂຜດຟັງຄຳຈົ່ມອັນຂົມຂື່ນແດ່ທ້ອນ. 2 ຂ້າແດ່ພຣະເຈົ້າ ຂໍຢ່າກ່າວປະນາມຂ້ານ້ອຍເລີຍ ຂໍບອກແດ່ວ່າ ແມ່ນເລື່ອງຫຍັງທີ່ຊົງກ່າວຟ້ອງ? 3 ເປັນການຖືກຕ້ອງແລ້ວຫລື ທີ່ພຣະອົງໂກດຮ້າຍເຊັ່ນນີ້? ຄືດູໝິ່ນນິນທາ ຜູ້ທີ່ພຣະອົງໄດ້ສ້າງຂຶ້ນມານັ້ນ? ແຕ່ຊົງຫົວເລາະພໍໃຈ ກັບແຜນການທັງຫລາຍຂອງຄົນຊົ່ວຮ້າຍ? 4-5 ພຣະອົງເບິ່ງສິ່ງທັງປວງນີ້ດັ່ງມະນຸດເບິ່ງບໍ? ຊີວິດພຣະອົງສັ້ນຄືຊີວິດມະນຸດເມື່ອໃດແດ່? 6 ເປັນຫຍັງຈຶ່ງຄົ້ນຫາການບາບຂອງຂ້ານ້ອຍ ແລະຄອຍຈັບຜິດທຸກໆແນວຂອງຂ້ານ້ອຍນັ້ນ? 7 ພຣະອົງຮູ້ດີວ່າຂ້ານ້ອຍບໍ່ມີຄວາມຜິດຫຍັງໝົດ ບໍ່ມີຜູ້ໃດຊ່ວຍຂ້ານ້ອຍໃຫ້ຫວິດຈາກພຣະອົງໄດ້. 8 ມືພຣະອົງຫລໍ່ຫລອມຂ້ານ້ອຍແລະສ້າງຂຶ້ນມາ ບັດນີ້ ມືອັນດຽວກັນນີ້ກຳລັງທຳລາຍຂ້ານ້ອຍຖິ້ມ. 9 ຈົ່ງຈົດຈຳວ່າພຣະອົງສ້າງຂ້ານ້ອຍແຕ່ດິນໜຽວ ພຣະອົງຂ້ຽວຢຽບຂ້ານ້ອຍໃຫ້ເປັນຂີ້ຝຸ່ນດິນອີກຫລືນີ້? 10 ພຣະອົງໃຫ້ເຫື່ອແຮງແກ່ພໍ່ຂອງຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍໄດ້ເກີດມາເພາະເພິ່ນ; ພຣະອົງໃຫ້ຂ້ານ້ອຍໄດ້ໃຫຍ່ຂຶ້ນມາ ໃນທ້ອງມານດາຂອງຂ້ານ້ອຍນັ້ນ. 11 ພຣະອົງຫລໍ່ຕົວຂ້ານ້ອຍດ້ວຍກະດູກແລະເອັນ ແລະຫຸ້ມຫໍ່ທັງສອງດ້ວຍໜັງແລະກ້ອນຊີ້ນ. 12 ພຣະອົງໄດ້ໃຫ້ຊີວິດແລະຄວາມຮັກອັນໝັ້ນຄົງ ໃຫ້ຂ້ານ້ອຍມີຊີວິດຍືນຍົງມາເຖິງປານນີ້. 13 ແຕ່ບັດນີ້ ຂ້ານ້ອຍຮູ້ຕະຫລອດເວລາທີ່ຜ່ານມາ ພຣະອົງວາງແຜນລັບ ດັບຊີວາຂ້ານ້ອຍຖິ້ມ. 14 ພຣະອົງລໍເບິ່ງການບາບທີ່ຂ້ານ້ອຍກະທຳ ເພື່ອວ່າພຣະອົງຈະບໍ່ໃຫ້ອະໄພການບາບນັ້ນ. 15 ເມື່ອໃດທີ່ເຮັດບາບຕໍ່ພຣະອົງ ເມື່ອນັ້ນກໍເດືອດຮ້ອນທັນທີ ແຕ່ເມື່ອເຮັດຖືກພັດບໍ່ໄດ້ຮັບກຽດຊໍ້າ. ສຳລັບຂ້ານ້ອຍນັ້ນ ຈຶ່ງມີແຕ່ຄວາມອັບອາຍ ວຸ້ນວາຍຢູ່ກັບຄວາມທຸກໃຈຂອງຂ້ານ້ອຍເລື້ອຍໆ. 16 ພຣະອົງບໍ່ປ່ອຍໃຫ້ຂ້ານ້ອຍສຳເລັດຜົນໃດໆ ພໍແຕ່ໂປໂລຫົວຂຶ້ນມາ ພຣະອົງກໍຂົ່ມຫົວລົງໂລດ. ເພື່ອໃຫ້ເຈັບປວດ ຊົງຕາມລ່າຂ້ານ້ອຍດັ່ງສິງໂຕ ແລະເຮັດການອັດສະຈັນຕໍ່ສູ້ຂ້ານ້ອຍດ້ວຍ. 17 ພຣະອົງມີຫຼັກຖານຕໍ່ສູ້ຂ້ານ້ອຍຢູ່ສະເໝີ ຄວາມໂກດຮ້າຍຂອງພຣະອົງກໍທະວີເລື້ອຍໆ; ເພື່ອຕໍ່ສູ້ຂ້ານ້ອຍ ພຣະອົງວາງແຜນການຢູ່ສະເໝີ ພ້ອມທີ່ຈະບຸກເຂົ້າໂຈມຕີຂ້ານ້ອຍເທື່ອໃໝ່. 18 ຂ້າແດ່ພຣະເຈົ້າ ເປັນຫຍັງຈຶ່ງໃຫ້ຂ້ານ້ອຍເກີດມາ? ຂ້ານ້ອຍຄວນຕາຍກ່ອນທີ່ບໍ່ມີຜູ້ໃດເຫັນຂ້ານ້ອຍພຸ້ນ. 19 ຄືອອກແຕ່ທ້ອງແມ່ເລີຍໄປສູ່ຂຸມຝັງສົບ ຄົງຈະເປັນການດີທີ່ບໍ່ໄດ້ມີຊີວິດຢູ່ຢ່າງນີ້. 20 ບັດນີ້ ການທີ່ມີຊີວິດຢູ່ນັ້ນ ມັນສັ້ນເຫຼືອເກີນ ໃຫ້ຂ້ານ້ອຍດີໃຈກັບເວລາທີ່ຍັງເຫລືອຢູ່ແດ່ 21 ຂ້ານ້ອຍຈະຈາກໄປໃນບໍ່ຊ້ານີ້ ແລະຈະບໍ່ກັບຄືນມາ ສູ່ດິນແດນອັນມືດມົວແລະເສົ້າໂສກ 22 ດິນແດນທີ່ເຕັມໄປດ້ວຍຄວາມມືດແລະຄວາມຕາຍ, ບໍ່ມີລະບົບລະບຽບ ເພາະທີ່ນັ້ນແຫລະ ຄວາມສະຫວ່າງເປັນເໝືອນດັ່ງຄວາມມືດຕຶບ.” |
@ 2012 United Bible Societies. All Rights Reserved.