ພຣະທຳໂຢບ 1 - ພຣະຄຳພີສັກສິຊາຕານທົດລອງໂຢບ 1 ຢູ່ໃນດິນແດນອູເຊ ມີຊາຍຜູ້ໜຶ່ງຊື່ວ່າ ໂຢບ. ລາວນະມັດສະການພຣະເຈົ້າແລະສັດຊື່ຕໍ່ພຣະອົງ. ລາວເປັນຄົນດີແລະລະມັດລະວັງຕົວບໍ່ເຮັດຊົ່ວ. 2 ໂຢບມີລູກຊາຍເຈັດຄົນ ແລະມີລູກສາວສາມຄົນ, 3 ພ້ອມທັງມີແກະເຈັດພັນໂຕ, ອູດສາມພັນໂຕ, ງົວໜຶ່ງພັນໂຕ ແລະລໍຫ້າຮ້ອຍໂຕ. ເພິ່ນຍັງມີຄົນຮັບໃຊ້ຈຳນວນຫລວງຫລາຍ ແລະທັງເປັນຄົນຮັ່ງມີທີ່ສຸດຢູ່ທາງພາກຕາເວັນອອກ. 4 ພວກລູກຊາຍຂອງໂຢບໄດ້ຕົກຜຽນກັນຈັດງານກິນລ້ຽງຂຶ້ນ ຊຶ່ງລູກຊາຍຄົນອື່ນໆກໍມີໜ້າຢູ່ໃນທີ່ນັ້ນທຸກຄົນ ແລະພວກເຂົາໄດ້ເຊີນນ້ອງສາວສາມຄົນມາຮ່ວມນຳສະເໝີ. 5 ຕອນເຊົ້າຫລັງຈາກງານກິນລ້ຽງເລີກແລ້ວ ທຸກເທື່ອໂຢບຈະຕື່ນແຕ່ເຊົ້າມືດ ແລະຖວາຍເຄື່ອງເຜົາບູຊາສຳລັບລູກແຕ່ລະຄົນ ເພື່ອຊຳລະພວກເຂົາຈາກມົນທິນ. ເພິ່ນເຮັດເຊັ່ນນີ້ເລື້ອຍໆເພາະເພິ່ນຄິດວ່າ ຜູ້ໜຶ່ງໃນພວກເຂົາອາດໄດ້ເຮັດບາບ ໂດຍປະໝາດພຣະເຈົ້າຢ່າງບໍ່ຮູ້ສຶກຕົວກໍໄດ້. 6 ເມື່ອເຖິງວັນທີ່ພວກເທວະດາຂອງພຣະເຈົ້າ ເຂົ້າມາຊ້ອງໜ້າພຣະເຈົ້າຢາເວ ມານຊາຕານ ກໍມາໃນທ່າມກາງພວກເຂົາດ້ວຍ. 7 ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄປເຮັດຫຍັງມາ?” ມານຊາຕານຕອບພຣະເຈົ້າຢາເວວ່າ, “ຂ້ານ້ອຍໄປຫັ້ນມານີ້ ທ່ອງທ່ຽວໄປມາທົ່ວໂລກ.” 8 ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ເທິງແຜ່ນດິນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າກັບລາວ. ລາວຢຳເກງພຣະເຈົ້າແລະລະມັດລະວັງຕົວບໍ່ເຮັດຊົ່ວ.” 9 ມານຊາຕານຕອບພຣະເຈົ້າຢາເວວ່າ, “ໂຢບຈະຢຳເກງພຣະເຈົ້າບໍ ຖ້າລາວບໍ່ໄດ້ສິ່ງໃດເລີຍ? 10 ພຣະອົງປົກປັກຮັກສາລາວ, ຄອບຄົວຂອງລາວ ແລະສິ່ງຂອງທີ່ລາວມີນັ້ນຕະຫລອດມາ. ພຣະອົງອວຍພອນທຸກໆສິ່ງທີ່ລາວເຮັດ ແລະໃຫ້ລາວມີຝູງງົວຈົນເຕັມເມືອງ. 11 ແຕ່ບັດນີ້ຖ້າວ່າ ພຣະອົງເອົາທຸກໆສິ່ງທີ່ລາວມີໄປໝົດ ລາວກໍຈະສາບແຊ່ງພຣະອົງຕໍ່ໜ້າໂລດ.” 12 ພຣະເຈົ້າຢາເວກ່າວແກ່ມານຊາຕານວ່າ, “ຕົກລົງ ທຸກໆສິ່ງທີ່ລາວມີນັ້ນ ຢູ່ໃນອຳນາດຂອງເຈົ້າ ແຕ່ເຈົ້າບໍ່ຕ້ອງທຳຮ້າຍຕົວໂຢບ.” ແລ້ວມານຊາຕານກໍຈາກພຣະເຈົ້າຢາເວໄປ. ພວກລູກແລະຊັບສົມບັດຂອງໂຢບຖືກທຳລາຍ 13 ວັນໜຶ່ງ ຂະນະທີ່ພວກລູກຂອງໂຢບ ກຳລັງກິນລ້ຽງກັນຢູ່ໃນເຮືອນຂອງອ້າຍກົກ 14 ມີຜູ້ໜຶ່ງແລ່ນມາ ແລະບອກຂ່າວແກ່ໂຢບວ່າ, “ຂະນະທີ່ພວກຂ້ານ້ອຍເອົາງົວໄຖນາແລະລໍກໍກິນຫຍ້າຢູ່ໃກ້ໆນັ້ນ. 15 ໃນທັນໃດນັ້ນ ກໍມີພວກເຊບາ ເຂົ້າມາໂຈມຕີ ແລະລັກເອົາສັດໄປຈົນໝົດ. ພວກເຂົາໄດ້ຂ້າຄົນຮັບໃຊ້ທຸກຄົນຂອງທ່ານ ຍົກເວັ້ນແຕ່ຂ້ານ້ອຍ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” 16 ລາວເວົ້າບໍ່ທັນຂາດຄຳ ຄົນຮັບໃຊ້ຜູ້ອື່ນອີກກໍມາ ແລະເວົ້າວ່າ, “ຟ້າໄດ້ຜ່າແກະກັບຄົນລ້ຽງແກະຕາຍຈົນໝົດ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” 17 ລາວເວົ້າບໍ່ທັນຂາດຄຳ ກໍມີຄົນຮັບໃຊ້ຜູ້ອື່ນເຂົ້າມາ ແລະເວົ້າວ່າ, “ມີພວກນັກປຸ້ນຊາວກັນເດອານ ສາມກຸ່ມໄດ້ມາໂຈມຕີພວກຂ້ານ້ອຍ ພວກເຂົາໄດ້ເອົາອູດໄປໝົດ ແລະຂ້າຄົນຮັບໃຊ້ທຸກຄົນຂອງທ່ານດ້ວຍ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” 18 ລາວເວົ້າບໍ່ທັນຂາດຄຳ ຄົນຮັບໃຊ້ຜູ້ອື່ນກໍເຂົ້າມາ ແລະເວົ້າວ່າ, “ພວກລູກໆຂອງທ່ານກຳລັງກິນລ້ຽງຢູ່ທີ່ເຮືອນຂອງອ້າຍກົກ 19 ມີລົມພະຍຸພັດມາແຕ່ທະເລຊາຍ. ລົມນີ້ພັດເຮືອນຊານເພພັງລົງ ແລະທັບລູກຊາຍຍິງຂອງທ່ານຕາຍໝົດ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” 20 ແລ້ວໂຢບກໍລຸກຂຶ້ນ ແລະຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມທຸກໃຈ. ເພິ່ນແຖຜົມ ແລະກົ້ມຂາບລົງດິນ. 21 ເພິ່ນເວົ້າວ່າ, “ຂ້ານ້ອຍໄດ້ອອກມາຈາກທ້ອງແມ່ດ້ວຍຕົວເປົ່າ ແລະຂ້ານ້ອຍກໍຈະຈາກໂລກໄປດ້ວຍຕົວເປົ່າ. ພຣະເຈົ້າຢາເວໄດ້ໂຜດໃຫ້ ແລະພຣະເຈົ້າຢາເວໄດ້ເອົາຄືນໄປ. ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວເປັນທີ່ຍ້ອງຍໍສັນລະເສີນເທີ້ນ.” 22 ເຖິງແມ່ນວ່າສິ່ງທັງໝົດນັ້ນໄດ້ເກີດຂຶ້ນກໍຕາມ; ແຕ່ໂຢບກໍບໍ່ໄດ້ເຮັດບາບໂດຍກ່າວໂທດພຣະເຈົ້າແຕ່ຢ່າງໃດເລີຍ. |
@ 2012 United Bible Societies. All Rights Reserved.