Biblia Todo Logo
Bìoball air-loidhne

- Sanasan -

ໂຢຮັນ 7 - ພຣະຄຳພີສັກສິ


ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ

1 ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ທຽວ​ໄປມາ​ຕາມ​ແຂວງ​ຄາລີເລ ພຣະອົງ​ບໍ່​ຢາກ​ທຽວ​ໄປ​ໃນ​ແຂວງ​ຢູດາຍ ເພາະ​ພວກ​ເຈົ້າໜ້າທີ່​ຢິວ​ໃນ​ທີ່ນັ້ນ​ຢາກ​ຂ້າ​ພຣະອົງ.

2 ເທດສະການ​ປຸກຕູບຢູ່​ຂອງ​ຊາວ​ຢິວ​ກໍ​ໃກ້​ເຂົ້າ​ມາ​ແລ້ວ

3 ພວກ​ນ້ອງຊາຍ​ຂອງ​ພຣະອົງ​ຈຶ່ງ​ບອກ​ພຣະອົງ​ວ່າ, “ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້ ແລະ​ໄປ​ທີ່​ແຂວງ​ຢູດາຍ ເພື່ອ​ວ່າ​ພວກ​ທີ່​ຕິດຕາມ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.

4 ເພາະ​ບໍ່ມີ​ຜູ້ໃດ​ປິດບັງ​ສິ່ງ​ທີ່​ຕົນ​ກຳລັງ​ເຮັດ​ຢູ່ ຖ້າ​ຜູ້ນັ້ນ​ຕ້ອງການ​ໃຫ້​ຄົນ​ຮູ້ ໃນ​ເມື່ອ​ເຈົ້າ​ເຮັດ​ການ​ເຫຼົ່ານີ້​ຢູ່ ຈົ່ງ​ສະແດງ​ໃຫ້​ໂລກ​ຮູ້​ເຈົ້າ​ສາ” (

5 ແມ່ນແຕ່​ພວກ​ນ້ອງຊາຍ​ຂອງ​ພຣະອົງ ກໍ​ບໍ່​ເຊື່ອວາງໃຈ​ໃນ​ພຣະອົງ).

6 ພຣະເຢຊູເຈົ້າ​ຊົງ​ບອກ​ພວກເຂົາ​ວ່າ, “ເວລາ​ກຳນົດ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ​ເທື່ອ ແຕ່​ເວລາ​ຂອງ​ພວກເຈົ້າ​ແລ້ວ ແມ່ນ​ມີ​ຢູ່​ສະເໝີ.

7 ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ວ່າ​ມັນ​ກຽດຊັງ​ເຮົາ ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.

8 ໃຫ້​ພວກເຈົ້າ​ພາກັນ​ໄປ​ເທດສະການ​ສາ ເຮົາ​ຍັງ​ບໍ່​ໄປ ໃນ​ເທດສະການ​ນັ້ນ​ເທື່ອ ເພາະ​ເວລາ​ເໝາະ​ສຳລັບ​ເຮົາ​ຍັງ​ບໍ່​ມາ​ເຖິງ.”

9 ເມື່ອ​ເວົ້າ​ດັ່ງນີ້​ແລ້ວ ພຣະອົງ​ກໍ​ຢູ່​ໃນ​ແຂວງ​ຄາລີເລ​ຕໍ່ໄປ.


ພຣະເຢຊູເຈົ້າ​ທີ່​ເທດສະການ​ປຸກຕູບຢູ່

10 ຫລັງຈາກ​ທີ່​ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເທດສະການ​ນັ້ນ​ແລ້ວ ພຣະອົງ​ກໍ​ໄປ​ເໝືອນກັນ ພຣະອົງ​ໄປ​ຢ່າງລັບ​ໂດຍ​ບໍ່​ເປີດເຜີຍ.

11 ສ່ວນ​ພວກ​ເຈົ້າໜ້າທີ່​ຢິວ​ກໍ​ຊອກ​ຫາ​ພຣະອົງ​ໃນ​ເທດສະການ​ນັ້ນ ພວກເຂົາ​ຖາມ​ວ່າ, “ຄົນ​ນັ້ນ​ຢູ່​ໃສ?”

12 ປະຊາຊົນ​ໄດ້​ຊິ່ມກັນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ບາງຄົນ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ.” ແຕ່​ຄົນອື່ນ​ພັດ​ເວົ້າ​ວ່າ, “ບໍ່ແມ່ນ​ດອກ ລາວ​ຫລອກ​ປະຊາຊົນ​ໃຫ້​ຫລົງ​ຜິດ​ໄປ​ຊື່ໆ.”

13 ແຕ່​ບໍ່ມີ​ຜູ້ໃດ​ກ້າ​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ​ຢ່າງ​ເປີດເຜີຍ ເພາະ​ຢ້ານ​ເຈົ້າໜ້າທີ່​ຢິວ.

14 ພໍ​ເທດສະການ​ດຳເນີນ​ໄປ​ໄດ້​ເຄິ່ງ​ໜຶ່ງ​ແລ້ວ ພຣະເຢຊູເຈົ້າ​ກໍໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ໄດ້​ສັ່ງສອນ​ຢູ່​ທີ່​ນັ້ນ.

15 ພວກ​ເຈົ້າໜ້າທີ່​ຢິວ​ປະຫລາດ​ໃຈ​ຢ່າງ​ໃຫຍ່​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ​ຄົນ​ນີ້​ຈຶ່ງ​ຮູ້​ກົດບັນຍັດ​ຫລາຍ​ແທ້ ທັງໆ​ທີ່​ລາວ​ບໍ່ເຄີຍ​ໄດ້​ຮໍ່າຮຽນ​ຈັກເທື່ອ?”

16 ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ສັ່ງສອນ​ບໍ່ແມ່ນ​ຂອງເຮົາ ແຕ່​ແມ່ນ​ຄຳສັ່ງສອນ​ຈາກ​ພຣະເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.

17 ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.

18 ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ​ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ​ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.

19 ໂມເຊ​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ່ແມ່ນ​ບໍ? ແລະ​ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຊອກ​ຫາ​ທີ່​ຈະ​ຂ້າ​ເຮົາ?”

20 ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ຊອກ​ຫາ​ຈະ​ຂ້າ​ເຈົ້າ?”

21 ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ພຽງ​ຢ່າງ​ດຽວ ພວກເຈົ້າ​ທຸກຄົນ​ກໍ​ປະຫລາດ​ໃຈ​ແລ້ວ.

22 ໂມເຊ​ໄດ້​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ພິທີຕັດ​ແກ່​ພວກ​ລູກຊາຍ​ຂອງ​ພວກເຈົ້າ (ຄຳສັ່ງ​ນັ້ນ​ບໍ່ແມ່ນ​ຂອງ​ໂມເຊ, ແຕ່​ແມ່ນ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ຜູ້​ເລີ່ມ​ເຮັດ) ແລະ ພວກເຈົ້າ​ໄດ້​ເຮັດ​ພິທີຕັດ​ໃຫ້​ເດັກຊາຍ​ໃນ​ວັນ​ຊະບາໂຕ.

23 ຖ້າ​ເດັກຊາຍ​ຄົນ​ໜຶ່ງ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ ເພື່ອ​ວ່າ ບໍ່​ໃຫ້​ເປັນ​ການ​ລ່ວງ​ລະເມີດ​ກົດບັນຍັດ​ຂອງ​ໂມເຊ ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໂກດຮ້າຍ​ໃຫ້​ເຮົາ ເມື່ອ​ເຮົາ​ຊົງ​ໂຜດ​ຄົນ​ໃຫ້​ຫາຍ​ພະຍາດ​ໃນ​ວັນ​ຊະບາໂຕ?

24 ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”


ຜູ້​ນີ້​ແມ່ນ​ພຣະຄຣິດ​ຫລື?

25 ຊາວ​ນະຄອນ​ເຢຣູຊາເລັມ​ບາງຄົນ​ໄດ້​ເວົ້າ​ວ່າ, “ບໍ່ແມ່ນ​ຊາຍ​ຜູ້​ນີ້​ບໍ ທີ່​ພວກ​ເຈົ້າໜ້າທີ່​ກຳລັງ​ຊອກ​ຫາ​ເພື່ອ​ຈະ​ຂ້າ?

26 ເບິ່ງແມ! ລາວ​ກຳລັງ​ເວົ້າ​ຢ່າງ​ເປີດເຜີຍ ແຕ່​ພວກເຂົາ​ບໍ່​ກ້າ​ເວົ້າ​ຫຍັງ​ເພື່ອ​ຕໍ່ສູ້​ລາວ. ເປັນ​ໄປ​ໄດ້​ບໍ ທີ່​ພວກເຂົາ​ຮູ້ຈັກ​ຄັກ​ວ່າ ລາວ​ເປັນ​ພຣະຄຣິດ?

27 ເມື່ອ​ພຣະຄຣິດ​ມາ​ປາກົດ ບໍ່ມີ​ຜູ້ໃດ​ຮູ້​ບ່ອນ​ທີ່​ພຣະອົງ​ມາ ແຕ່​ພວກເຮົາ​ທຸກຄົນ​ຮູ້​ວ່າ ຊາຍ​ຄົນ​ນີ້​ມາ​ແຕ່​ໃສ.”

28 ໃນ​ຂະນະທີ່​ພຣະເຢຊູເຈົ້າ​ຊົງ​ສັ່ງສອນ​ຢູ່​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກ່າວ​ດ້ວຍ​ສຽງດັງ​ວ່າ, “ສ່ວນ​ເຮົາ ເຈົ້າ​ທັງຫລາຍ​ກໍ​ຮູ້ຈັກ ທັງ​ຮູ້​ວ່າ​ເຮົາ​ມາ​ຈາກ​ໃສ ເຮົາ​ບໍ່ໄດ້​ມາ​ດ້ວຍ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ, ພວກເຈົ້າ​ບໍ່​ຮູ້ຈັກ​ພຣະອົງ

29 ແຕ່​ເຮົາ​ຮູ້ຈັກ​ພຣະອົງ ເພາະ​ເຮົາ​ມາ​ຈາກ​ພຣະອົງ ແລະ​ແມ່ນ​ພຣະອົງ​ນີ້​ແຫຼະ​ໄດ້​ໃຊ້​ເຮົາ​ມາ.”

30 ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.

31 ແຕ່​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ໄດ້​ຮັບ​ເຊື່ອ​ໃນ​ພຣະອົງ ແລະ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດ​ສະເດັດ​ມາ​ນັ້ນ ເພິ່ນ​ຈະ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຫລາຍກວ່າ​ຜູ້​ນີ້​ເຮັດ​ບໍ?”


ເຈົ້າໜ້າທີ່​ຖືກ​ໃຊ້​ໄປ​ຈັບ​ພຣະເຢຊູເຈົ້າ

32 ເມື່ອ​ພວກ​ຟາຣີຊາຍ​ໄດ້ຍິນ​ປະຊາຊົນ​ຊິ່ມ​ກັນ ເຖິງ​ເລື່ອງ​ພຣະເຢຊູເຈົ້າ ພວກເຂົາ​ແລະ​ພວກ​ຫົວໜ້າ​ປະໂຣຫິດ ກໍ​ໃຊ້​ເຈົ້າໜ້າທີ່​ພຣະວິຫານ​ໄປ​ຈັບ​ພຣະອົງ.

33 ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ ແລ້ວ​ເຮົາ​ກໍ​ຈະ​ກັບ​ໄປ​ຫາ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.

34 ພວກເຈົ້າ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ເພາະ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ໄປ​ບໍ່ໄດ້.”

35 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?

36 ລາວ​ບອກ​ວ່າ, ‘ພວກເຮົາ​ຈະ​ຊອກ​ຫາ​ລາວ ແຕ່​ຈະ​ບໍ່​ພົບ​ລາວ ບ່ອນ​ທີ່​ລາວ​ໄປ​ນັ້ນ​ພວກເຮົາ​ໄປ​ບໍ່ໄດ້,’ ສິ່ງ​ທີ່​ລາວ​ເວົ້າ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ?”


ແມ່ນໍ້າ​ແຫ່ງ​ຊີວິດ

37 ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ​ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”

38 ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້ໃດ​ທີ່​ເຊື່ອວາງໃຈ​ໃນ​ເຮົາ ແມ່ນໍ້າ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້ນັ້ນ.”

39 ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ນັ້ນ​ໝາຍ​ເຖິງ​ພຣະວິນຍານ ຊຶ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ ໃນ​ເວລາ​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ ຍັງ​ບໍ່ໄດ້​ປະທານ​ໃຫ້​ເທື່ອ ເພາະ​ພຣະເຢຊູເຈົ້າ​ຍັງ​ບໍ່​ທັນ​ໄດ້​ຮັບ​ສະຫງ່າຣາສີ.


ຄວາມ​ເຫັນ​ທີ່​ແຕກຕ່າງ​ກັນ​ໃນ​ປະຊາຊົນ

40 ເມື່ອ​ປະຊາຊົນ​ບາງຄົນ​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ, ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ຊາຍ​ຄົນ​ນີ້​ເປັນ​ຜູ້ທຳນວາຍ.”

41 ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ເປັນ​ພຣະຄຣິດ.” ແຕ່​ຄົນອື່ນ​ເວົ້າ​ອີກ​ວ່າ, “ພຣະຄຣິດ​ຄົງ​ບໍ່​ມາ​ຈາກ​ຄາລີເລ.”

42 ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”

43 ເຫດສະນັ້ນ ປະຊາຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ພຣະເຢຊູເຈົ້າ.

44 ບາງຄົນ​ໃນ​ພວກເຂົາ​ຄິດ​ຢາກ​ຈັບ​ພຣະອົງ ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ.


ເຈົ້າໜ້າທີ່​ຢິວ​ບໍ່​ເຊື່ອ​ໃນ​ພຣະເຢຊູເຈົ້າ

45 ເມື່ອ​ພວກ​ເຈົ້າໜ້າທີ່​ພຣະວິຫານ​ກັບຄືນ​ມາ​ແລ້ວ ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ຟາຣີຊາຍ​ໄດ້​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຈັບ​ມັນ​ມາ?”

46 ພວກ​ເຈົ້າໜ້າທີ່​ຕອບ​ວ່າ, “ບໍ່ເຄີຍ​ເຫັນ​ຜູ້ໃດ​ທີ່​ເວົ້າ​ເໝືອນ​ດັ່ງ​ຊາຍ​ຄົນ​ນີ້​ຈັກເທື່ອ.”

47 ພວກ​ຟາຣີຊາຍ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ກໍໄດ້​ຖືກ​ມັນ​ຊັກຈູງ​ໃຫ້​ຫລົງ​ຜິດ​ຊັ້ນບໍ?

48 ມີ​ຜູ້ໃດ​ໃນ​ພວກ​ເຈົ້າໜ້າທີ່ ຫລື​ພວກ​ຟາຣີຊາຍ​ເຊື່ອ​ໃນ​ມັນ​ບໍ?

49 ປະຊາຊົນ​ກຸ່ມ​ນີ້​ບໍ່​ຮູ້​ກົດບັນຍັດ​ຂອງ​ໂມເຊ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຢູ່​ໃຕ້​ການ​ສາບແຊ່ງ.”

50 ຍັງ​ມີ​ຄົນ​ໜຶ່ງ​ໃນ​ພວກ​ຟາຣີຊາຍ​ຊື່​ວ່າ, ນີໂກເດມ ຜູ້​ທີ່​ເຄີຍ​ໄປ​ພົບ​ພຣະເຢຊູເຈົ້າ​ມາ​ແລ້ວ ໄດ້​ເວົ້າ​ຕໍ່​ພວກເຂົາ​ວ່າ,

51 “ຕາມ​ກົດບັນຍັດ​ຂອງ​ພວກເຮົາ​ແລ້ວ ພວກເຮົາ​ຈະ​ລົງໂທດ​ຄົນໃດ​ຄົນໜຶ່ງ​ບໍ່ໄດ້ ຈົນກວ່າ​ໄດ້​ຟັງ​ຄຳ​ໃຫ້​ການ​ຂອງ​ລາວ​ກ່ອນ ແລະ​ຮູ້​ວ່າ​ລາວ​ໄດ້​ເຮັດ​ຜິດ​ຢ່າງ​ໃດ​ແດ່.”

52 ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [

53 ແລ້ວ​ທຸກຄົນ​ຕ່າງ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan