ໂຢຮັນ 2 - ພຣະຄຳພີສັກສິງານສົມຣົດທີ່ບ້ານການາ 1 ສາມວັນຕໍ່ມາ ໄດ້ມີງານສົມຣົດທີ່ບ້ານການາໃນແຂວງຄາລີເລ ແລະແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ, 2 ຝ່າຍພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກໍຖືກເຊີນໄປຮ່ວມໃນງານນັ້ນເໝືອນກັນ. 3 ເມື່ອເຫຼົ້າອະງຸ່ນໝົດແລ້ວ, ແມ່ຂອງພຣະເຢຊູເຈົ້າ ຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາໝົດເຫຼົ້າອະງຸ່ນແລ້ວ.” 4 ພຣະເຢຊູເຈົ້າຕອບວ່າ, “ນາງເອີຍ ປະໃຫ້ເປັນທຸລະຂອງເຮົາເສຍ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ.” 5 ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.” 6 ໃນບ່ອນນັ້ນມີອ່າງຕັ້ງໄວ້ຢູ່ຫົກໜ່ວຍ ຄືອ່າງທີ່ຊາວຢິວໃຊ້ໃນພິທີຊຳລະລ້າງຕາມທຳນຽມ ອ່າງແຕ່ລະໜ່ວຍໃສ່ນໍ້າໄດ້ປະມານຮ້ອຍລິດ. 7 ພຣະເຢຊູເຈົ້າບອກພວກຄົນຮັບໃຊ້ນັ້ນວ່າ, “ຈົ່ງຕັກນໍ້າໃສ່ອ່າງນັ້ນໃຫ້ເຕັມ.” ພວກເຂົາກໍຕັກນໍ້າໃສ່ອ່າງນັ້ນເຕັມພຽງປາກ 8 ແລ້ວພຣະອົງກໍໄດ້ບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກເອົາໄປໃຫ້ເຈົ້າພະນັກງານຜູ້ທີ່ກຳກັບງານກິນລ້ຽງ.” ພວກເຂົາກໍຕັກໄປໃຫ້. 9 ເມື່ອເຈົ້າພະນັກງານຊີມນໍ້າທີ່ກາຍເປັນເຫຼົ້າອະງຸ່ນແລ້ວ ລາວກໍບໍ່ຮູ້ວ່າມາແຕ່ໃສ (ແຕ່ພວກຄົນຮັບໃຊ້ທີ່ຕັກນໍ້າກໍຮູ້) ສະນັ້ນ ລາວຈຶ່ງເອີ້ນເຈົ້າບ່າວມາ 10 ແລະກ່າວວ່າ, “ທຸກຄົນເຄີຍເອົາເຫຼົ້າອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະເມື່ອພວກເຂົາດື່ມຫລາຍແລ້ວ ຈຶ່ງເອົາອັນບໍ່ດີອອກມາ, ແຕ່ເຈົ້າພັດກັກເອົາເຫຼົ້າອະງຸ່ນອັນດີໄວ້ຈົນເຖິງດຽວນີ້ນໍ.” 11 ພຣະເຢຊູເຈົ້າໄດ້ເຮັດການອັດສະຈັນເທື່ອທຳອິດ ທີ່ບ້ານການາ ແຂວງຄາລີເລ, ໃນທີ່ນັ້ນ ພຣະອົງໄດ້ເປີດເຜີຍສະຫງ່າຣາສີຂອງພຣະອົງໃຫ້ປາກົດ ແລະພວກສາວົກກໍໄດ້ເຊື່ອໃນພຣະອົງ. 12 ພາຍຫລັງເຫດການນີ້ແລ້ວ ພຣະເຢຊູເຈົ້າໄດ້ລົງໄປທີ່ເມືອງກາເປນາອູມ ພ້ອມທັງແມ່, ພວກນ້ອງຊາຍ ແລະພວກສາວົກຂອງພຣະອົງ ພວກເພິ່ນໄດ້ຢູ່ທີ່ນັ້ນບໍ່ຫລາຍວັນ. ພຣະເຢຊູເຈົ້າຊົງຊຳລະພຣະວິຫານ ( ມທ 21:12-13 ; ມຣກ 11:15-17 ; ລກ 19:45-46 ) 13 ພໍເທດສະການປັດສະຄາຂອງພວກຢິວໃກ້ຈະມາເຖິງ ພຣະເຢຊູເຈົ້າໄດ້ຂຶ້ນໄປທີ່ນະຄອນເຢຣູຊາເລັມ. 14 ໃນພຣະວິຫານ ພຣະອົງໄດ້ພົບຄົນຂາຍງົວ, ຂາຍແກະ, ຂາຍນົກເຂົາ ແລະພວກຮັບແລກປ່ຽນເງິນ ກໍນັ່ງຢູ່ທີ່ນັ້ນດ້ວຍ. 15 ພຣະອົງຈຶ່ງເອົາເຊືອກເຮັດເປັນແສ້ ໄລ່ຄົນເຫຼົ່ານັ້ນພ້ອມກັບແກະ ແລະງົວທັງໝົດໃຫ້ອອກໄປຈາກພຣະວິຫານ ແລ້ວພຣະອົງກໍຂວໍ້າໂຕະຂອງພວກຄົນຮັບແລກປ່ຽນເງິນ ແລະຖອກເງິນອັດຖິ້ມ, 16 ພຣະອົງສັ່ງພວກທີ່ຂາຍນົກເຂົາວ່າ, “ຈົ່ງເອົາສິ່ງເຫຼົ່ານີ້ອອກໄປ ຢ່າເຮັດໃຫ້ວິຫານແຫ່ງພຣະບິດາເຈົ້າຂອງເຮົາເປັນບ່ອນຄ້າຂາຍ.” 17 ພວກສາວົກຂອງພຣະອົງ ຈຶ່ງລະນຶກເຖິງຖ້ອຍຄຳທີ່ໄດ້ຂຽນໄວ້ວ່າ, “ຄວາມຮ້ອນໃຈສຳລັບວິຫານຂອງພຣະອົງ ກໍເປັນດັ່ງໄຟທີ່ໄໝ້ຢູ່ພາຍໃນຂ້ານ້ອຍ.” 18 ພວກຜູ້ນຳຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງໝາຍສຳຄັນການອັດສະຈັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການນີ້?” 19 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.” 20 ພວກຜູ້ນຳຢິວຈຶ່ງເວົ້າວ່າ, “ເຂົາໄດ້ສ້າງພຣະວິຫານນີ້ຂຶ້ນ ໃຊ້ເວລາເຖິງສີ່ສິບຫົກປີຈຶ່ງສຳເລັດ ສ່ວນເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຊັ້ນບໍ?” 21 ພຣະວິຫານທີ່ພຣະເຢຊູເຈົ້າກ່າວເຖິງນັ້ນ ແມ່ນຮ່າງກາຍຂອງພຣະອົງເອງ. 22 ດັ່ງນັ້ນ ຫລັງຈາກທີ່ພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ພວກສາວົກຈຶ່ງລະນຶກເຖິງຄຳເວົ້າ ທີ່ພຣະອົງເຄີຍໄດ້ກ່າວ ແລະພວກເພິ່ນກໍໄດ້ເຊື່ອພຣະຄຳພີກັບທັງຖ້ອຍຄຳ ທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນ. ພຣະເຢຊູເຈົ້າຊົງຮູ້ຈັກມະນຸດທຸກຄົນ 23 ຂະນະທີ່ພຣະເຢຊູເຈົ້າຍັງຢູ່ໃນນະຄອນເຢຣູຊາເລັມ ຍາມເທດສະການສະຫລອງປັດສະຄານັ້ນ ໄດ້ມີຫລາຍຄົນຮັບເຊື່ອໃນພຣະນາມຂອງພຣະອົງ ເພາະພວກເຂົາເຫັນການອັດສະຈັນທີ່ພຣະອົງໄດ້ກະທຳ. 24 ແຕ່ພຣະເຢຊູເຈົ້າບໍ່ໄດ້ໄວ້ວາງໃຈໃນຄົນເຫຼົ່ານັ້ນ ເພາະພຣະອົງຮູ້ຈັກມະນຸດທຸກຄົນ. 25 ພຣະອົງບໍ່ຕ້ອງການໃຫ້ຜູ້ໃດບອກພຣະອົງເຖິງເລື່ອງຂອງມະນຸດ ເພາະພຣະອົງເອງຮູ້ດີວ່າ ມີຫຍັງແດ່ຢູ່ໃນໃຈຂອງມະນຸດ. |
@ 2012 United Bible Societies. All Rights Reserved.