ໂຢຮັນ 13 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງລ້າງຕີນພວກສາວົກ 1 ກ່ອນເຖິງວັນເທດສະການປັດສະຄາ ພຣະເຢຊູເຈົ້າຮູ້ດີວ່າ ເວລາທີ່ພຣະອົງຈະຈາກໂລກນີ້ ໄປຫາພຣະບິດາເຈົ້າກໍມາເຖິງແລ້ວ ພຣະອົງຮັກພວກຂອງພຣະອົງຢູ່ໃນໂລກນີ້ ແລະພຣະອົງຮັກພວກເຂົາຈົນເຖິງທີ່ສຸດ. 2 ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກຳລັງຮ່ວມຮັບປະທານອາຫານຢູ່ນັ້ນ ມານຮ້າຍໄດ້ເຂົ້າສິງຢູ່ໃນໃຈຂອງຢູດາອິດສະກາຣີອົດ ລູກຊາຍຂອງຊີໂມນ ໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູເຈົ້າ. 3 ພຣະເຢຊູເຈົ້າຮູ້ວ່າ ພຣະບິດາເຈົ້າໄດ້ມອບທຸກສິ່ງໃຫ້ຢູ່ໃຕ້ອຳນາດຂອງພຣະອົງ ແລະຮູ້ວ່າພຣະອົງເອງມາຈາກພຣະເຈົ້າ ແລະ ກຳລັງຈະກັບເມືອຫາພຣະເຈົ້າ. 4 ດັ່ງນັ້ນ ພຣະອົງຈຶ່ງລຸກຂຶ້ນຈາກພາເຂົ້າ ແລ້ວແກ້ເສື້ອຊັ້ນນອກອອກ ແລະໃຊ້ຜ້າມັດແອວ. 5 ແລ້ວພຣະອົງກໍຖອກນໍ້າໃສ່ຊາມ ແລະເລີ່ມລ້າງຕີນຂອງພວກສາວົກ ແລະເຊັດຕີນຂອງພວກເພິ່ນດ້ວຍຜ້າມັດແອວນັ້ນ. 6 ເມື່ອພຣະອົງມາຮອດຊີໂມນເປໂຕ ເພິ່ນຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ພຣະອົງຈະລ້າງຕີນໃຫ້ຂ້ານ້ອຍຊັ້ນບໍ?” 7 ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ດຽວນີ້, ແຕ່ເຈົ້າຈະເຂົ້າໃຈຕາມພາຍຫລັງ.” 8 ເປໂຕຕອບວ່າ, “ພຣະອົງຈະລ້າງຕີນຂ້ານ້ອຍບໍ່ໄດ້ຈັກເທື່ອ.” ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາບໍ່ລ້າງຕີນເຈົ້າ ເຈົ້າກໍບໍ່ໄດ້ມີສ່ວນໃນເຮົາ.” 9 ຊີໂມນເປໂຕຕອບພຣະອົງວ່າ, “ຖ້າເປັນດັ່ງນັ້ນ ພຣະອົງເຈົ້າເອີຍ ບໍ່ແມ່ນແຕ່ຕີນເທົ່ານັ້ນ ລ້າງທັງມືແລະຫົວຂອງຂ້ານ້ອຍນຳດ້ວຍ.” 10 ພຣະເຢຊູເຈົ້າກ່າວຕໍ່ເພິ່ນວ່າ, “ຜູ້ທີ່ໄດ້ອາບນໍ້າແລ້ວ ບໍ່ຈຳເປັນຕ້ອງລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນກໍພໍ. ພວກເຈົ້າກໍເປັນຄົນສະອາດແລ້ວ, ແຕ່ບໍ່ແມ່ນໝົດທຸກຄົນ.” 11 ພຣະອົງຮູ້ແລ້ວວ່າແມ່ນຜູ້ໃດຈະທໍລະຍົດຕໍ່ພຣະອົງ. ສະນັ້ນ ພຣະອົງຈຶ່ງກ່າວວ່າ, “ພວກເຈົ້າເປັນຄົນສະອາດແລ້ວ ແຕ່ບໍ່ແມ່ນໝົດທຸກຄົນ.” 12 ຫລັງຈາກທີ່ພຣະອົງໄດ້ລ້າງຕີນຂອງພວກເພິ່ນແລ້ວ ພຣະອົງກໍເອົາເສື້ອຊັ້ນນອກມານຸ່ງຄືນ ແລະກັບໄປທີ່ພາເຂົ້າ ແລ້ວພຣະອົງຖາມພວກເພິ່ນວ່າ, “ພວກເຈົ້າເຂົ້າໃຈເຖິງສິ່ງທີ່ເຮົາຫາກໍເຮັດຕໍ່ພວກເຈົ້ານີ້ແລ້ວບໍ? 13 ພວກເຈົ້າເອີ້ນເຮົາວ່າ ພຣະອາຈານ ແລະພຣະອົງເຈົ້າ ພວກເຈົ້າເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນແທ້. 14 ດັ່ງນັ້ນ ຖ້າເຮົາຜູ້ເປັນພຣະອົງເຈົ້າ ແລະພຣະອາຈານໄດ້ລ້າງຕີນໃຫ້ພວກເຈົ້າສັນໃດ ພວກເຈົ້າກໍຄວນລ້າງຕີນໃຫ້ກັນແລະກັນສັນນັ້ນ. 15 ດ້ວຍວ່າ, ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກເຈົ້າແລ້ວ ເພື່ອໃຫ້ພວກເຈົ້າເຮັດເໝືອນດັ່ງທີ່ເຮົາໄດ້ເຮັດແກ່ພວກເຈົ້ານັ້ນ. 16 ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຄົນໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ແລະຜູ້ທີ່ຖືກໃຊ້ໄປກໍບໍ່ຫ່ອນໃຫຍ່ກວ່າຜູ້ທີ່ໄດ້ໃຊ້ຕົນໄປນັ້ນ. 17 ເມື່ອເຈົ້າທັງຫລາຍຮູ້ຄວາມຈິງນີ້ແລ້ວ ພວກເຈົ້າເຮັດຕາມ ພວກເຈົ້າກໍເປັນສຸກ. 18 ເຮົາບໍ່ໄດ້ກ່າວເຖິງພວກເຈົ້າທຸກຄົນ ເຮົາຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ, ແຕ່ຈະເປັນຈິງຕາມພຣະຄຳພີໄດ້ກ່າວໄວ້ວ່າ, ‘ຜູ້ທີ່ກິນອາຫານຂອງເຮົາ ກໍຍໍສົ້ນຕີນໃສ່ເຮົາ.’ 19 ເຮົາບອກພວກເຈົ້າໃນເລື່ອງນີ້ກ່ອນເຫດການຈະເກີດຂຶ້ນ ເພື່ອວ່າເມື່ອເກີດຂຶ້ນແລ້ວ ພວກເຈົ້າຈະເຊື່ອວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ.’ 20 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ຕ້ອນຮັບຜູ້ທີ່ເຮົາໃຊ້ໄປ ກໍຕ້ອນຮັບເຮົາເໝືອນກັນ ແລະຜູ້ໃດທີ່ຕ້ອນຮັບເຮົາ ກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ.” ພຣະເຢຊູເຈົ້າຊົງທຳນວາຍວ່າ ຢູດາຈະມອບພຣະອົງໄວ້ ( ມທ 26:20-25 ; ມຣກ 14:17-21 ; ລກ 22:21-23 ) 21 ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍວຸ້ນວາຍໃນໃຈ ແລະກ່າວຢ່າງເປີດເຜີຍວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ມີຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດຕໍ່ເຮົາ.”’ 22 ພວກສາວົກແນມເບິ່ງໜ້າກັນແລະກັນ ສົງໄສວ່າຄົນທີ່ພຣະອົງກ່າວເຖິງນັ້ນໝາຍເຖິງຜູ້ໃດ. 23 ມີຄົນໜຶ່ງໃນພວກສາວົກທີ່ພຣະອົງຊົງຮັກນັ່ງເນີ້ງຕົວອີງພຣະເຢຊູເຈົ້າ. 24 ຊີໂມນເປໂຕຍິກໜ້າໃສ່ລາວ ແລ້ວເວົ້າວ່າ, “ຖາມເພິ່ນເບິ່ງດູວ່າ ເພິ່ນກ່າວເຖິງຜູ້ໃດ?” 25 ສະນັ້ນ ສາວົກຄົນທີ່ນັ່ງເນີ້ງຕົວອີງພຣະອົງຢູ່ ຈຶ່ງຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ແມ່ນຜູ້ໃດ?” 26 ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົາຈະເອົາເຂົ້າຈີ່ຕ່ອນນີ້ຈໍ້າແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫຼະ.” ເມື່ອຈໍ້າເຂົ້າຈີ່ຕ່ອນນັ້ນແລ້ວ ກໍຍື່ນໃຫ້ຢູດາ ລູກຊາຍຂອງຊີໂມນອິດສະກາຣີອົດ. 27 ພໍຢູດາກິນເຂົ້າຈີ່ນີ້ແລ້ວ ມານຊາຕານກໍເຂົ້າສິງໃນໃຈລາວ ພຣະເຢຊູເຈົ້າບອກຢູດາວ່າ, “ຈົ່ງຟ້າວເຮັດ ສິ່ງທີ່ເຈົ້າກຳລັງຈະເຮັດນັ້ນສາ.” 28 ບໍ່ມີຜູ້ໃດທີ່ນັ່ງຮ່ວມໂຕະເຂົ້າໃຈວ່າ ເປັນຫຍັງພຣະອົງຈຶ່ງກ່າວແກ່ລາວຢ່າງນັ້ນ. 29 ຍ້ອນຢູດາເປັນຜູ້ຖືຖົງເງິນ ສາວົກບາງຄົນຈຶ່ງຄິດວ່າ ພຣະເຢຊູເຈົ້າບອກໃຫ້ລາວໄປຊື້ສິ່ງຂອງຈຳເປັນສຳລັບເທດສະການ ຫລືໃຫ້ລາວເອົາເຄື່ອງຂອງໄປໃຫ້ຄົນຍາກຈົນ. 30 ເມື່ອຢູດາໄດ້ຮັບເຂົ້າຈີ່ຕ່ອນນັ້ນແລ້ວ ລາວກໍອອກໜີໄປທັນທີ ຂະນະນັ້ນເປັນເວລາກາງຄືນ. ກົດບັນຍັດຂໍ້ໃໝ່ 31 ເມື່ອຢູດາອອກໄປແລ້ວ ພຣະເຢຊູເຈົ້າກ່າວວ່າ, “ບັດນີ້ ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະພຣະເຈົ້າກໍຮັບກຽດຕິຍົດເພາະບຸດມະນຸດ. 32 ຖ້າພຣະເຈົ້າຊົງຮັບກຽດຕິຍົດເພາະບຸດມະນຸດ ພຣະເຈົ້າຈະປະທານໃຫ້ບຸດມະນຸດມີກຽດຕິຍົດຮ່ວມກັບພຣະອົງ ແລະຈະໃຫ້ມີກຽດຕິຍົດໃນບັດນີ້. 33 ລູກນ້ອຍທັງຫລາຍຂອງເຮົາເອີຍ ເຮົາຍັງຈະຢູ່ກັບພວກເຈົ້າອີກບໍ່ດົນ ພວກເຈົ້າຈະຊອກຫາເຮົາ ແລະເໝືອນເຮົາໄດ້ບອກພວກເຈົ້ານາຍຢິວວ່າ, ‘ບ່ອນທີ່ເຮົາໄປນັ້ນ ພວກເຈົ້າໄປບໍ່ໄດ້.’ 34 ບັດນີ້ ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື: ຈົ່ງຮັກຊຶ່ງກັນແລະກັນ ເຮົາຮັກພວກເຈົ້າຢ່າງໃດ ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ. 35 ຖ້າພວກເຈົ້າຮັກຊຶ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.” ພຣະເຢຊູເຈົ້າກ່າວລ່ວງໜ້າວ່າເປໂຕຈະປະຕິເສດພຣະອົງ ( ມທ 26:31-35 ; ມຣກ 14:27-31 ; ລກ 22:31-34 ) 36 ແລ້ວຊີໂມນເປໂຕກໍຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ພຣະອົງຈະໄປໃສ?” ພຣະເຢຊູເຈົ້າຕອບວ່າ, “ບ່ອນທີ່ເຮົາກຳລັງຈະໄປເວລານີ້ນັ້ນ ເຈົ້າຕາມໄປບໍ່ໄດ້ ແຕ່ພາຍຫລັງເຈົ້າຈຶ່ງຈະຕາມເຮົາໄປ.” 37 ເປໂຕຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ ເປັນຫຍັງຂ້ານ້ອຍຈຶ່ງຕາມພຣະອົງໄປເວລານີ້ບໍ່ໄດ້? ຂ້ານ້ອຍພ້ອມແລ້ວທີ່ຈະຕາຍເພື່ອພຣະອົງ.” 38 ພຣະເຢຊູເຈົ້າຕອບວ່າ, “ເຈົ້າຈະຕາຍເພື່ອເຮົາແທ້ບໍ? ເຮົາບອກເຈົ້າຕາມຄວາມຈິງວ່າ, ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.” |
@ 2012 United Bible Societies. All Rights Reserved.