Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 9 - ພຣະຄຳພີສັກສິ

1 “ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.

2 ຂ້ານ້ອຍ​ຢາກ​ມີ​ບ່ອນ​ໜຶ່ງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ຂ້ານ້ອຍ​ຫລົບ​ໜີ​ຈາກ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້. ພວກເຂົາ​ລ້ວນແລ້ວ​ແຕ່​ເປັນ​ຄົນ​ຫລີ້ນຊູ້​ກັນ​ທັງໝົດ ເປັນ​ປະຊາຊົນ​ອັນ​ແໜ້ນໜາ​ທີ່​ກະບົດ​ຄົດລ້ຽວ.

3 ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”

4 ທຸກຄົນ​ຕ້ອງ​ເຝົ້າ​ຈ້ອງເບິ່ງ​ກັນ​ດ້ວຍ​ຄວາມສົງໄສ ແລະ​ບໍ່ມີ​ຜູ້ໃດ​ໄວ້ວາງໃຈ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໄດ້; ພວກເຂົາ​ທຸກຄົນ​ຫລອກລວງ ເກັ່ງ​ຄື​ຢາໂຄບ​ຫລອກລວງ ທຸກຄົນ​ຕ່າງ​ກໍ​ປະຫັດປະຫານ​ໝູ່ເພື່ອນ​ຂອງຕົນ​ຖິ້ມ.

5-6 ພວກເຂົາ​ລ້ວນແຕ່​ເຮັດ​ໃຫ້​ໝູ່ເພື່ອນ​ຫລົງ​ຜິດ​ໄປ ບໍ່ມີ​ແມ່ນແຕ່​ຄົນດຽວ​ບອກ​ຄວາມຈິງ​ໃຫ້​ກັນ​ຮູ້; ພວກເຂົາ​ໄດ້​ຝຶກແອບ​ລີ້ນ​ຂອງ​ພວກເຂົາ​ໃຫ້​ເວົ້າ​ຕົວະ ພວກເຂົາ​ຈະ​ບໍ່​ຍອມ​ເຊົາ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ກໍ່​ຄວາມ​ຮຸນແຮງ​ຂຶ້ນ ແລະ​ກໍ່​ອີກ​ເທື່ອ​ໃໝ່ ແລະ​ກໍ່​ການ​ຫລອກລວງ​ຂຶ້ນ ແລະ​ກໍ່​ອີກ​ທີ. ພວກເຂົາ​ຕ່າງ​ກໍ​ພາກັນ​ປະຕິເສດ​ທີ່​ຈະ​ຮັບຮູ້​ເຮົາ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ພວກເຂົາ​ປະຖິ້ມ​ພຣະອົງ​ແລ້ວ.

7 ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?

8 ລີ້ນ​ພວກເຂົາ​ເປັນ​ດັ່ງ​ລູກທະນູ​ນຳ​ສູ່​ຄວາມຕາຍ ພວກເຂົາ​ເວົ້າຈາ​ປາໄສ​ຕົວະຍົວະ​ຢູ່​ເລື້ອຍໆ. ທຸກຄົນ​ເວົ້າ​ຕໍ່​ເພື່ອນບ້ານ​ຢ່າງ​ສັນ​ເພື່ອນມິດ​ທີ່​ດີ ແຕ່​ຈິດໃຈ​ແທ້ຈິງ ພັດ​ມີ​ອຸບາຍ​ກຳລັງ​ວາງ​ໄວ້.

9 ຈະ​ບໍ່​ໃຫ້​ເຮົາ​ລົງໂທດ​ພວກເຂົາ​ເພາະ​ສິ່ງນີ້​ບໍ? ຈະ​ບໍ່​ໃຫ້​ເຮົາ​ແກ້ແຄ້ນ​ບໍ ຊົນຊາດ​ທີ່​ເປັນ​ຢ່າງນີ້?” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

10 ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”

11 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”

12 ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”

13 ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ເຫດການ​ນີ້​ເກີດຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ. ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ຫລື​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຂົາ.

14 ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.

15 ສະນັ້ນ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈະ​ເຮັດ​ດັ່ງນີ້: ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ກິນ​ພືດ​ຂົມ ແລະ​ດື່ມ​ຂອງ​ມີ​ພິດ.

16 ເຮົາ​ຈະ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ຊົນຊາດ ຊຶ່ງ​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ໄດ້ຍິນ​ຊື່​ມາກ່ອນ; ແລະ​ເຮົາ​ຈະ​ສົ່ງ​ກອງທັບ​ທັງຫລາຍ​ມາ​ຕໍ່ສູ້​ພວກເຂົາ ຈົນກວ່າ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຢ່າງ​ໝົດສິ້ນ.”


ຊາວ​ນະຄອນ​ເຢຣູຊາເລັມ​ຂໍຮ້ອງ​ໃຫ້​ຊ່ວຍເຫລືອ

17 ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ຍິ່ງໃຫຍ່​ກ່າວ​ວ່າ, “ຈົ່ງ​ຄິດ​ເບິ່ງ​ໃຫ້​ດີໆ ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ມາ​ນັ້ນ ຈົ່ງ​ເອີ້ນ​ພວກ​ທີ່​ໄວ້ທຸກ​ໃຫ້​ພ້ອມ​ພາກັນ​ມາ ຈົ່ງ​ເອີ້ນ​ພວກ​ແມ່ຍິງ​ມາ​ຮ້ອງເພງ​ປົງສົບ​ກັນ​ເຖີດ.”

18 ແລ້ວ​ປະຊາຊົນ​ກໍໄດ້​ພາກັນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ຟ້າວ​ຮ້ອງເພງ​ປົງສົບ​ໃຫ້​ສາ ຈົນກວ່າ​ເບົ້າຕາ​ພວກເຮົາ​ນັ້ນ​ເຕັມ​ດ້ວຍ​ນໍ້າຕາ ແລະ​ຂົນຕາ​ພວກເຮົາ​ປຽກຊຸ່ມ​ເພາະ​ຮ້ອງໄຫ້.”

19 ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”

20 ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.

21 ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.

22 ຊາກສົບ​ຄົນຕາຍ​ເດຍລະດາດ​ຢູ່​ທຸກບ່ອນ ດັ່ງ​ກອງ​ຝຸ່ນ​ຖືກ​ປະ​ໄວ້​ຕາມ​ທ້ອງ​ທົ່ງນາ​ນັ້ນ ດັ່ງ​ຟ່ອນເຂົ້າ​ຖືກ​ຕັດ​ປະ​ໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ ຊຶ່ງ​ບໍ່ມີ​ຜູ້ໃດ​ຮິບໂຮມ​ຟ່ອນເຂົ້າ​ເຫຼົ່ານັ້ນ​ໄວ້​ເລີຍ. ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເພື່ອ​ສັ່ງ​ຂ້ານ້ອຍ​ໄປ​ເວົ້າ​ໃຫ້​ຄົນອື່ນ​ຟັງ​ຕໍ່.”

23 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.

24 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢາກ​ອວດອ້າງ​ອອກ​ມາ ໃຫ້​ອວດ​ວ່າ​ຕົນ​ຮູ້ ແລະ​ເຂົ້າໃຈ​ເຮົາ​ກໍ​ດີກວ່າ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ສຳແດງ​ຄວາມຮັກ​ທີ່​ໝັ້ນຄົງ ເຮົາ​ກະທຳ​ສິ່ງ​ທີ່​ທ່ຽງທຳ ແລະ​ສິ່ງ​ທີ່​ຖືກຕ້ອງ​ເທິງ​ແຜ່ນດິນ​ໂລກ. ແມ່ນ​ສິ່ງ​ເຫຼົ່ານັ້ນ​ແຫລະ ທີ່​ເຮັດ​ໃຫ້​ເຮົາ​ພໍໃຈ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

25-26 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ​ປະຊາຊົນ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກ​ນີ້​ຕັດ​ຜົມ​ຂອງ​ພວກເຂົາ​ສັ້ນໆ. ປະຊາຊົນ​ເຫຼົ່ານີ້​ລ້ວນແຕ່​ໄດ້​ຮັບ​ພິທີຕັດ; ແຕ່​ບໍ່ມີ​ຜູ້ໃດ​ໄດ້​ຮັກສາ​ພັນທະສັນຍາ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ບໍ່ມີ​ຜູ້ໃດ​ໃນ​ປະຊາຊົນ​ເຫຼົ່ານີ້ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ຮັກສາ​ພັນທະສັນຍາ​ຂອງເຮົາ​ເລີຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan