ເຢເຣມີຢາ 8 - ພຣະຄຳພີສັກສິ1 ພຣະເຈົ້າຢາເວກ່າວວ່າ, “ໃນເວລານັ້ນ ພວກເຂົາຈະເອົາກະດູກຂອງບຸກຄົນສຳຄັນທີ່ໄດ້ອາໄສຢູ່ທີ່ນະຄອນເຢຣູຊາເລັມເຊັ່ນ: ບັນດາກະສັດກັບບັນດາຂ້າຣາຊການຂອງຢູດາຍ, ບັນດາປະໂຣຫິດ, ພວກຜູ້ທຳນວາຍ ແລະຄົນອື່ນໆອອກມາຈາກຂຸມຝັງສົບຂອງພວກເຂົາ. 2 ແທນທີ່ກະດູກເຫຼົ່ານີ້ຈະຖືກຮິບໂຮມ ແລະຖືກຝັງໄວ້; ແຕ່ມັນຈະຖືກປະໃຫ້ເປັນຝຸ່ນ ຢາຍເດຍລະດາດຢູ່ຕາມໜ້າດິນ. ມັນຈະຖືກປະປ່ອຍໃຫ້ຕາກແສງຕາເວັນ, ແສງດວງເດືອນ ແລະແສງດວງດາວອື່ນໆ ທີ່ປະຊາຊົນເຫຼົ່ານີ້ບູຊາແລະຮັບໃຊ້ ໂດຍຂໍຄຳປຶກສາແລະຂາບໄຫວ້. 3 ສ່ວນປະຊາຊົນຂອງຊາດອັນຊົ່ວຮ້າຍທີ່ຍັງເຫລືອຢູ່ນີ້ ຄືພວກທີ່ອາໄສຢູ່ໃນບ່ອນທີ່ເຮົາໄດ້ເຮັດໃຫ້ກະຈັດກະຈາຍໄປນັ້ນ ຈະຢາກຕາຍຫລາຍກວ່າທີ່ຢາກຈະມີຊີວິດຢູ່.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ. ປະຊາຊົນເຮັດບາບ ແລະໄດ້ຮັບໂທດ 4 ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເມື່ອຜູ້ໜຶ່ງລົ້ມລົງ ຜູ້ນັ້ນຈະບໍ່ມີວັນລຸກຂຶ້ນໄດ້ບໍ? ຖ້າຜູ້ໜຶ່ງຫລົງທາງໄປ ຜູ້ນັ້ນຈະບໍ່ກັບຄືນມາອີກບໍ? 5 ຖ້າດັ່ງນັ້ນ ປະຊາຊົນຂອງເຮົາເອີຍ ເປັນຫຍັງພວກເຈົ້າຈຶ່ງໜີຈາກເຮົາໄປ ໂດຍບໍ່ກັບຄືນມາຈັກເທື່ອ? ພວກເຈົ້າຢຶດໝັ້ນຢູ່ກັບບັນດາຮູບເຄົາຣົບຂອງພວກເຈົ້າ ແລະບໍ່ຍອມກັບມາຫາເຮົາເລີຍ. 6 ເຮົາໄດ້ຟັງພວກເຈົ້າຢ່າງຕັ້ງໃຈ ແຕ່ພວກເຈົ້າບໍ່ໄດ້ເວົ້າຄວາມຈິງ. ບໍ່ມີຜູ້ໃດເລີຍໃນພວກເຈົ້າເສຍໃຈຕໍ່ບາບທີ່ຕົນໄດ້ເຮັດ; ບໍ່ມີຜູ້ໃດເລີຍຖາມວ່າ, ‘ຂ້ອຍໄດ້ເຮັດຜິດຫຍັງ?’ ທຸກຄົນຕ່າງກໍເຮັດໄປຕາມທາງຂອງຕົນເອງ ດັ່ງມ້າໂຕໜຶ່ງທີ່ກຳລັງແລ່ນເຂົ້າສູ່ສະໜາມຮົບ. 7 ແມ່ນແຕ່ນົກຍາງຢູ່ເທິງຟ້າຍັງຮູ້ຈັກຍາມກັບມາ; ນົກກາງແກ, ນົກແອ່ນ ແລະນົກຂຽນ ກໍຍັງຮູ້ຈັກເວລາຍົກຍ້າຍມາ. ແຕ່ປະຊາຊົນຂອງເຮົາ ພວກເຈົ້າບໍ່ຮູ້ຈັກກົດບັນຍັດທັງຫລາຍຂອງເຮົາທີ່ໃຊ້ປົກຄອງພວກເຈົ້າ. 8 ພວກເຈົ້າເວົ້າໄດ້ຢ່າງໃດວ່າ ພວກເຈົ້າສະຫລາດ ແລະຮູ້ຈັກກົດບັນຍັດຂອງເຮົາ? ເບິ່ງດູ ສະໝຽນທີ່ບໍ່ສັດຊື່ນັ້ນ ພວກເຂົາໄດ້ປ່ຽນແປງກົດບັນຍັດຂອງເຮົາ. 9 ນັກປາດຂອງພວກເຈົ້າກໍຖືກອັບອາຍ; ພວກເຂົາສັບສົນ ແລະຖືກບ້ວງແຮ້ວ. ພວກເຂົາປະຖິ້ມຖ້ອຍຄຳຂອງພຣະເຈົ້າຢາເວ; ບັດນີ້ ພວກເຂົາມີສະຕິປັນຍາຫຍັງແດ່? 10 ສະນັ້ນ ເຮົາຈຶ່ງຈະມອບທົ່ງນາຂອງພວກເຂົາໃຫ້ຄົນໃໝ່ເປັນເຈົ້າຂອງ ແລະມອບເມຍຂອງພວກເຂົາໃຫ້ເປັນຂອງຊາຍອື່ນ. ທຸກຄົນບໍ່ວ່າໃຫຍ່ຫລືນ້ອຍພະຍາຍາມຫາເງິນໃນທາງບໍ່ສັດຊື່. ແມ່ນແຕ່ພວກຜູ້ທຳນວາຍ ແລະພວກປະໂຣຫິດກໍສໍ້ໂກງປະຊາຊົນ. 11 ພວກເຂົາບໍ່ສົນໃຈຮັກສາບາດແຜປະຊາຊົນຂອງເຮົາເລີຍ. ພວກເຂົາເວົ້າວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນເມື່ອທຸກສິ່ງບໍ່ມີຄວາມສະຫງົບສຸກດັ່ງທີ່ໄດ້ເວົ້ານັ້ນ. 12 ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. 13 “ເຮົາປາຖະໜາຈະຮວບຮວມເອົາປະຊາຊົນຂອງເຮົາ ດັ່ງຄົນຜູ້ໜຶ່ງຮວບຮວມເອົາຜົນລະປູກຂອງຕົນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. ແຕ່ພວກເຂົາເປັນດັ່ງຕົ້ນອະງຸ່ນທີ່ບໍ່ມີໝາກ ດັ່ງຕົ້ນເດື່ອທີ່ບໍ່ມີໝາກ; ແມ່ນແຕ່ໃບກໍຫ່ຽວແຫ້ງໝົດ. ສະນັ້ນ ເຮົາຈຶ່ງໄດ້ອະນຸຍາດໃຫ້ຄົນພາຍນອກຢຶດຄອງດິນແດນ.” 14 ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ. 15 ພວກເຮົາຫວັງໄດ້ເຫັນຄວາມສະຫງົບສຸກ ແລະຍາມປິ່ນປົວໃຫ້ດີ ແຕ່ຄວາມແຕກຕື່ນຕົກໃຈກົວໄດ້ເຂົ້າມາແທນທີ່; ມັນບໍ່ມີປະໂຫຍດຫຍັງແລ້ວ. 16 ເຫຼົ່າສັດຕູຂອງພວກເຮົາໄດ້ມາຮອດເມືອງດານແລ້ວ ເພາະພວກເຮົາໄດ້ຍິນສຽງມ້າຂອງພວກເຂົາຫາຍໃຈ. ດິນແດນທັງໝົດກໍສັ່ນສະເທືອນ ເມື່ອມ້າຂອງພວກເຂົາຮ້ອງ. ເຫຼົ່າສັດຕູໄດ້ມາທຳລາຍດິນແດນຂອງພວກເຮົາ ພ້ອມກັບທຸກສິ່ງໃນດິນແດນ ຄືຕະຫລອດທັງເມືອງ ແລະປະຊາຊົນທຸກຄົນດ້ວຍ.” 17 “ຈົ່ງລະວັງຕົວໃຫ້ດີ ເຮົາກຳລັງສົ່ງງູມາໃນທ່າມກາງພວກເຈົ້າ ຄືງູພິດທີ່ບໍ່ມີຜູ້ໃດຈັບມັນໄດ້ ແລະມັນຈະຕອດພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ. ເຢເຣມີຢາທຸກໃຈເພາະປະຊາຊົນຂອງຕົນ 18 ຄວາມທຸກໃຈຂອງຂ້ານ້ອຍປິ່ນປົວບໍ່ໄດ້ເລີຍ ຂ້ານ້ອຍເຈັບປວດໜັກຢູ່ພາຍໃນຈິດໃຈຂອງຂ້ານ້ອຍ. 19 ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?” 20 “ລະດູຮ້ອນຜ່ານພົ້ນ ລະດູເກັບກ່ຽວກຳລັງຈະໝົດ ພວກເຂົາກ່າວວ່າ ແຕ່ພວກເຮົາຍັງບໍ່ໄດ້ຖືກຊ່ວຍໃຫ້ພົ້ນ.” 21 ຫົວໃຈຂອງຂ້ານ້ອຍບວມຊໍ້າຍ້ອນປະຊາຊົນຖືກຢຽບຢໍ່າໃດ ຂ້ານ້ອຍໄວ້ທຸກລະທົມໃຈເພາະຖືກກະທຳໃຫ້ທໍ້ແທ້. 22 ບໍ່ມີຫວ້ານຢາທີ່ກີເລອາດ ບໍ່ມີໝໍຜູ້ໃດປິ່ນປົວໄດ້ບໍ? ຖ້າດັ່ງນັ້ນ ເປັນຫຍັງບາດແຜຂອງປະຊາຊົນຈຶ່ງປິ່ນປົວບໍ່ໄດ້? |
@ 2012 United Bible Societies. All Rights Reserved.