Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 7 - ພຣະຄຳພີສັກສິ


ເຢເຣມີຢາ​ເທດສະໜາ​ໃນ​ພຣະວິຫານ

1 ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ຂອງ​ພຣະວິຫານ ບ່ອນ​ທີ່​ປະຊາຊົນ​ຢູດາ​ໄປ​ນະມັດສະການ.

2 ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ທີ່ນັ້ນ​ໃຫ້​ປະກາດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພວກເຈົ້າ​ຊາວ​ຢູດາ​ທັງໝົດ​ທີ່​ເຂົ້າ​ມາ​ທາງ​ປະຕູ​ນີ້​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ

3 ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.

4 ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’

5 ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.

6 ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.

7 ຖ້າ​ພວກເຈົ້າ​ປ່ຽນແປງ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຖາວອນ​ສຳລັບ​ບັນພະບຸລຸດ​ຂອງ​ພວກເຈົ້າ.

8 ເບິ່ງດູ ພວກເຈົ້າ​ໄວ້ວາງໃຈ​ໃນ​ຄຳຫລອກລວງ​ຕ່າງໆ.

9 ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.

10 ເຮົາ​ກຽດຊັງ​ການກະທຳ​ເຫຼົ່ານີ້​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ມາ​ຢືນ​ຢູ່​ຊ້ອງໜ້າ​ເຮົາ​ໃນ​ພຣະວິຫານ​ໂດຍ​ເວົ້າ​ວ່າ, ‘ພວກເຮົາ​ປອດໄພ.’

11 ວິຫານ​ນີ້​ມີຊື່ ຕາມ​ນາມຊື່​ຂອງເຮົາ, ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ​ຊັ້ນບໍ? ເຮົາ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

12 ຈົ່ງ​ໄປ​ທີ່​ເມືອງ​ຊີໂລ ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ນະມັດສະການ​ເຮົາ​ເທື່ອ​ທຳອິດ ແລະ​ຈົ່ງ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ນັ້ນ ເພາະ​ບາບ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງເຮົາ.

13 ພວກເຈົ້າ​ເອງ​ກໍໄດ້​ເຮັດ​ບາບ​ເຫຼົ່ານີ້​ທັງໝົດ​ຄືກັນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. ເຖິງແມ່ນວ່າ​ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ​ກໍຕາມ; ແຕ່​ພວກເຈົ້າ​ກໍ​ບໍ່​ຍອມ​ຟັງ​ເຮົາ. ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ເອີ້ນ​ຫາ​ພວກເຈົ້າ.

14 ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.

15 ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”


ປະຊາຊົນ​ບໍ່​ເຊື່ອຟັງ

16 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.

17 ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?

18 ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ພວກ​ຜູ້ຊາຍ​ດັງ​ໄຟ​ຂຶ້ນ ແລະ​ພວກຜູ້ຍິງ​ນັ້ນ​ນວດ​ແປ້ງ​ເຮັດ​ເຂົ້າໜົມ​ຫວານ​ເພື່ອ​ຖວາຍ​ໃຫ້​ເຈົ້າແມ່ ທີ່​ພວກເຂົາ​ເອີ້ນ​ວ່າ, ເຈົ້າຍິງ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບຊໍ້າ​ໜຳໃຈ.

19 ແຕ່​ແມ່ນ​ເຮົາ​ແທ້​ບໍ ທີ່​ພວກເຂົາ​ກຳລັງ​ເຮັດ​ໃຫ້​ເຈັບຊໍ້າ​ໜຳໃຈ? ບໍ່ແມ່ນ​ເຮົາ​ດອກ ແຕ່​ແມ່ນ​ພວກເຂົາ​ເຮັດ​ໃຫ້​ພວກເຂົາ​ເອງ​ເຈັບຊໍ້າ​ໜຳໃຈ ແລະ​ນຳ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ພວກເຂົາ​ເອງ.

20 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”

21 ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ເຄື່ອງບູຊາ​ບາງ​ຢ່າງ ພວກເຈົ້າ​ຕ້ອງ​ເຜົາ​ໝົດ​ເທິງ​ແທ່ນບູຊາ ແລະ​ເຄື່ອງບູຊາ​ບາງ​ຢ່າງ ພວກເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ໄດ້, ແຕ່​ສິ່ງ​ທີ່​ເຮົາ​ບອກ​ແມ່ນ​ໃຫ້​ພວກເຈົ້າ​ກິນ​ໄດ້​ທັງໝົດ.

22 ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ບໍ່ໄດ້​ໃຫ້​ຄຳສັ່ງ​ກ່ຽວກັບ​ເຄື່ອງ​ເຜົາບູຊາ ຫລື​ເຄື່ອງບູຊາ​ຊະນິດ​ໃດໆ​ແກ່​ພວກເຂົາ​ເລີຍ.

23 ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.

24 ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.

25 ຕັ້ງແຕ່​ມື້​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ອອກ​ຈາກ​ປະເທດ​ເອຢິບ ມາ​ຈົນເຖິງ​ທຸກ​ວັນນີ້; ເຮົາ​ກໍໄດ້​ໃຊ້​ບັນດາ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງເຮົາ​ໄປ​ຫາ​ພວກເຈົ້າ​ສະເໝີ.

26 ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ຫລື​ເອົາໃຈໃສ່​ເລີຍ, ແຕ່​ພວກເຈົ້າ​ແຮ່ງ​ເປັນ​ຄົນ​ຫົວ​ດື້ດ້ານ ແລະ​ກະບົດ​ຫລາຍກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ.

27 ສະນັ້ນ ເຢເຣມີຢາ​ເອີຍ ເຈົ້າ​ຈະ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ສູ່​ປະຊາຊົນ​ຂອງເຮົາ​ຟັງ ແຕ່​ພວກເຂົາ​ຈະ​ບໍ່​ຟັງ​ເຈົ້າ; ເຈົ້າ​ຈະ​ເອີ້ນ​ຫາ​ພວກເຂົາ ແຕ່​ພວກເຂົາ​ຈະ​ບໍ່​ຂານຕອບ.

28 ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”


ປະຊາຊົນ​ເຮັດ​ບາບ​ທີ່​ຮ່ອມພູ​ຮິນໂນມ

29 ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”

30 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ. ພວກເຂົາ​ໄດ້​ເອົາ​ຮູບພະ​ຂອງ​ພວກເຂົາ​ທີ່​ໜ້າ​ກຽດຊັງ​ນັ້ນ ມາ​ວາງ​ໄວ້​ໃນ​ວິຫານ​ທີ່​ມີ​ຊື່​ຕາມ​ນາມຊື່​ຂອງເຮົາ ແລະ​ເຮັດ​ໃຫ້​ວິຫານ​ນັ້ນ​ເສື່ອມເສຍ​ກຽດ.

31 ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”

32 ພຣະເຈົ້າຢາເວ​ກ່າວ​ວ່າ, “ດ້ວຍເຫດນີ້ ເວລາ​ຈະ​ຕ້ອງ​ມາເຖິງ​ຢ່າງ​ແນ່ນອນ ແລະ​ເມື່ອນັ້ນ​ຄົນ​ຈະ​ບໍ່​ເອີ້ນ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ ແຕ່​ຄົນ​ຈະ​ພາກັນ​ເອີ້ນ​ວ່າ​ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ. ພວກເຂົາ​ຈະ​ຝັງ​ຄົນ​ໃນ​ທີ່ນັ້ນ​ຍ້ອນ​ບໍ່ມີ​ບ່ອນ​ຝັງ​ໃນ​ທີ່ອື່ນ.

33 ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.

34 ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan