Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 6 - ພຣະຄຳພີສັກສິ


ນະຄອນ​ເຢຣູຊາເລັມ​ຖືກ​ສັດຕູ​ປິດລ້ອມ

1 ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.

2 ນະຄອນ​ຊີໂອນ​ເປັນ​ທີ່​ສວຍງາມ​ຫລາຍ ແຕ່​ກໍ​ຈະ​ຖືກ​ທຳລາຍ;

3 ບັນດາ​ຜູ້ລ້ຽງແກະ​ພ້ອມ​ທັງ​ຝູງແກະ​ຂອງ​ພວກເຂົາ​ຈະ​ມາ​ຕໍ່ສູ້​ລາວ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ຕັ້ງ​ເຕັນ​ອ້ອມຮອບ​ຕົວເມືອງ ແລະ​ແຕ່ລະຄົນ​ຈະ​ຕັ້ງ​ເຕັນ​ຕາມໃຈ​ມັກ​ຂອງຕົນ.

4 ພວກເຂົາ​ຈະ​ເວົ້າ​ວ່າ, “ຈົ່ງ​ຕຽມ​ໂຈມຕີ​ນະຄອນ​ເຢຣູຊາເລັມ ຈົ່ງ​ຕຽມພ້ອມ ພວກເຮົາ​ຈະ​ໂຈມຕີ​ໃນ​ຕອນທ່ຽງ” ແຕ່​ພວກເຂົາ​ຈະ​ເວົ້າ​ວ່າ, “ມັນ​ຊ້າ​ໄປ​ສາ​ແລ້ວ ຕາເວັນ​ເກືອບ​ຈະ​ຕົກ​ດິນ ແລະ​ຂ້ອນຄໍ່າ​ຫລາຍ​ແລ້ວ.

5 ພວກເຮົາ​ຈະ​ບຸກໂຈມຕີ​ໃນ​ຕອນ​ກາງຄືນ; ພວກເຮົາ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ຕົວເມືອງ.”

6 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສັ່ງ​ໃຫ້​ຕັດ​ກົກໄມ້​ລົງ ແລະ​ຄູນ​ດິນ​ຂຶ້ນ​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້. ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ນະຄອນ​ນີ້ ຍ້ອນ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ການກົດຂີ່.

7 ນໍ້າສ້າງ​ກັກ​ນໍ້າຈືດ​ໄວ້​ສັນໃດ ນະຄອນ​ເຢຣູຊາເລັມ​ກໍ​ກັກ​ຄວາມ​ຊົ່ວຊ້າ​ຂອງຕົນ​ໄວ້​ສັນນັ້ນ. ເຮົາ​ໄດ້ຍິນ​ແຕ່​ການ​ຮຸນແຮງ ແລະ​ການທຳລາຍ​ດັງ​ຂຶ້ນ​ໃນ​ຕົວເມືອງ; ເຮົາ​ເຫັນ​ແຕ່​ຄົນ​ບາດເຈັບ ແລະ​ຄົນ​ທົນທຸກ.

8 ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ຊາດ​ອິດສະຣາເອນ​ເປັນ​ກະບົດ

9 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຊາດ​ອິດສະຣາເອນ​ຈະ​ຖືກ​ກວາດລ້າງ​ໃຫ້​ກ້ຽງ ດັ່ງ​ສວນອະງຸ່ນ​ທີ່​ຖືກ​ຄົນ​ເກັບເລັມ​ໃຫ້​ຈົນກ້ຽງ. ດັ່ງນັ້ນ ເຈົ້າ​ຕ້ອງ​ຊ່ວຍກູ້​ເອົາ​ທຸກໆຄົນ ເທົ່າທີ່ຈະ​ຊ່ວຍ​ໄດ້​ໃນ​ເມື່ອ​ຍັງ​ມີ​ເວລາ​ຢູ່.”

10 ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ແດ່​ຈະ​ຟັງ​ຂ້ານ້ອຍ ຖ້າ​ຂ້ານ້ອຍ​ບອກ ແລະ​ເຕືອນ​ພວກເຂົາ? ພວກເຂົາ​ດື້ດ້ານ ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຫົວເລາະ​ໃສ່​ສິ່ງ​ທີ່​ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກ່າວ.

11 ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.

12 ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ມອບ​ໃຫ້​ຄົນອື່ນ ພ້ອມ​ທັງ​ທົ່ງນາ​ແລະ​ເມຍ​ຂອງ​ພວກເຂົາ​ກໍ​ເຊັ່ນກັນ​ດ້ວຍ. ເຮົາ​ກຳລັງ​ຈະ​ລົງໂທດ​ປະຊາຊົນ​ໃນ​ດິນແດນ​ນີ້.

13 ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.

14 ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.

15 ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຊາດ​ອິດສະຣາເອນ​ປະຖິ້ມ​ທາງ​ຂອງ​ພຣະເຈົ້າ

16 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”

17 ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍໄດ້​ແຕ່ງຕັ້ງ​ຄົນເຝົ້າຍາມ ເພື່ອ​ໃຫ້​ເປົ່າແກ​ເຕືອນ​ວ່າ, “ຈົ່ງ​ລະວັງ​ສຽງ​ແກ​ສັນຍານ​ໄພ.” ແຕ່​ພວກເຂົາ​ຊໍ້າ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ຟັງ.”

18 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ແລະ​ຮຽນຮູ້​ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ຕໍ່​ປະຊາຊົນ​ຂອງເຮົາ

19 ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.

20 ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.

21 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫຼົ່ານີ້​ຕຳ​ສະດຸດ​ແລະ​ລົ້ມລົງ. ບັນດາ​ພໍ່​ກັບ​ບັນດາ​ລູກຊາຍ​ຈະ​ຕາຍ ເຊັ່ນດຽວ​ກັນ​ກັບ​ບັນດາ​ໝູ່ເພື່ອນ​ມິດ​ສະຫາຍ ແລະ​ບັນດາ​ເພື່ອນບ້ານ​ດ້ວຍ.”


ການ​ຮຸກຮານ​ທີ່​ມາແຕ່​ທາງ​ທິດເໜືອ

22 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ໜຶ່ງ​ທາງ​ທິດເໜືອ; ເປັນ​ຊາດ​ໜຶ່ງ​ຊຶ່ງ​ຢູ່​ຫ່າງໄກ​ທີ່​ມີ​ກຳລັງ​ອຳນາດ​ຕຽມ​ສູ້ຮົບ.

23 ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”

24 ປະຊາຊົນ​ອິດສະຣາເອນ​ເວົ້າ​ວ່າ, “ພໍ​ພວກເຮົາ​ໄດ້ຍິນ​ຂ່າວ​ຂອງ​ເສິກ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ; ພວກເຮົາ​ເປັນທຸກໃຈ​ຫລາຍ ແລະ​ເຈັບປວດ​ໜັກ ເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ.

25 ພວກເຮົາ​ບໍ່​ກ້າ​ອອກ​ໄປ​ນອກ​ເມືອງ ຫລື​ຍ່າງ​ຕາມ​ຖະໜົນ​ຫົນທາງ ເພາະ​ເຫຼົ່າ​ສັດຕູ​ຖື​ອາວຸດ​ອ້ອມລ້ອມ​ພວກເຮົາ​ຢູ່ ແລະ​ພວກເຮົາ​ກໍ​ຢ້ານກົວ​ພວກເຂົາ​ຫລາຍ.”

26 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.

27 ເຢເຣມີຢາ​ເອີຍ ຈົ່ງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ​ດູ ດັ່ງ​ເຈົ້າ​ທົດລອງ​ໂລຫະ ແລະ​ເບິ່ງ​ວ່າ​ມັນ​ເປັນ​ຢ່າງໃດ.

28 ພວກເຂົາ​ເປັນ​ຄົນ​ກະບົດ​ຢ່າງ​ດື້ດ້ານ ແຂງ​ດັ່ງ​ທອງສຳຣິດ​ແລະ​ເຫລັກກ້າ. ພວກເຂົາ​ທັງໝົດ​ເປັນ​ຄົນ​ສໍ້ໂກງ ແລະ​ທຽວ​ຊອກຫາ​ເວົ້າຂວັນ​ຄົນ.

29 ເຕົາຫລອມ​ລຸກໄໝ້​ຢ່າງ​ຮ້ອນແຮງ​ແລ້ວ ແຕ່​ຂີ້ໝຽງ​ທີ່​ຕິດ​ຢູ່​ກັບ​ໂລຫະ​ນັ້ນ​ກໍ​ຍັງ​ບໍ່​ຂຸ​ລົງ. ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ຫລໍ່ຫລອມ​ປະຊາຊົນ​ຂອງເຮົາ​ຂຶ້ນ​ໃໝ່ ເພາະ​ພວກ​ຄົນຊົ່ວ​ເຫຼົ່ານັ້ນ​ຍັງ​ບໍ່ໄດ້​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.

30 ຄົນ​ທັງຫລາຍ​ຈະ​ເອີ້ນ​ພວກເຂົາ​ວ່າ​ເປັນ​ຂອງ​ເສດເຫລືອ; ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan