ເຢເຣມີຢາ 52 - ພຣະຄຳພີສັກສິນະຄອນເຢຣູຊາເລັມແຕກ ( 2 ກສ 24:18–25:7 ) 1 ເຈົ້າເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານ. ນາງເປັນລູກສາວຂອງເຢເຣມີຢາຊາວເມືອງລິບນາ. 2 ກະສັດເຊເດກີຢາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ດັ່ງທີ່ກະສັດເຢໂຮຍອາກິມໄດ້ເຮັດ. 3 ພຣະເຈົ້າຢາເວໂກດຮ້າຍຕໍ່ຊາວເຢຣູຊາເລັມ ແລະຢູດາ ຈົນພຣະອົງໄດ້ເນລະເທດພວກເຂົາໜີໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ. ເຈົ້າເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ 4 ດັ່ງນັ້ນ ເຈົ້າເນບູກາດເນັດຊາແຫ່ງບາບີໂລນຈຶ່ງໄດ້ຍົກທັບຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບ ແຫ່ງຣາຊການປີທີເກົ້າຂອງເຈົ້າເຊເດກີຢາ. ເພິ່ນໄດ້ຕັ້ງຄ້າຍພັກຢູ່ນອກເມືອງ ພ້ອມທັງໄດ້ສ້າງຂຸມກຳບັງອ້ອມເມືອງ 5 ແລະປິດລ້ອມເມືອງໄວ້ ຈົນເຖິງຣາຊການປີທີສິບເອັດຂອງເຈົ້າເຊເດກີຢາ. 6 ໃນວັນທີເກົ້າຂອງເດືອນທີສີ່ໃນປີດຽວກັນນັ້ນ ເມື່ອເກີດການອຶດອາຫານຢ່າງໜັກ ຈົນບໍ່ມີຫຍັງເຫຼືອໃຫ້ປະຊາຊົນກິນເລີຍ 7 ກຳແພງເມືອງຈຶ່ງໄດ້ຖືກພັງທະລາຍ. ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ; ແຕ່ທະຫານທັງໝົດກໍຍັງໜີໄປໃນຕອນກາງຄືນ. ພວກເຂົາໄດ້ປົບໜີທາງສວນຂອງກະສັດ ໂດຍຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະມຸ່ງໜ້າໄປສູ່ຮ່ອມພູຂອງແມ່ນໍ້າຈໍແດນ. 8 ແຕ່ກອງທັບບາບີໂລນໄດ້ໄລ່ຕາມໄປທັນກະສັດເຊເດກີຢາ ແລະຈັບເພິ່ນໄດ້ຢູ່ທີ່ທົ່ງພຽງໃກ້ເມືອງເຢຣິໂກ ແລະທະຫານກໍແຕກໜີປະເພິ່ນໄປໝົດ. 9 ເຈົ້າເຊເດກີຢາໄດ້ຖືກຈັບໄປຫາກະສັດເນບູກາດເນັດຊາທີ່ເມືອງຣິບລາໃນເຂດແດນຮາມັດ; ໃນທີ່ນັ້ນ ເຈົ້າເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ. 10 ກະສັດແຫ່ງບາບີໂລນໄດ້ຕັດສິນ ໃຫ້ປະຫານພວກລູກຊາຍຂອງເຈົ້າເຊເດກີຢາ ທີ່ເມືອງຣິບລາຕໍ່ໜ້າຕໍ່ຕາຂອງເຈົ້າເຊເດກີຢາ ທັງໄດ້ໃຫ້ປະຫານພວກຂ້າຣາຊການຂອງຢູດາຍດ້ວຍ. 11 ຫລັງຈາກນັ້ນ ເພິ່ນໄດ້ຄວັດແກ່ນຕາຂອງເຈົ້າເຊເດກີຢາ ພ້ອມທັງລ່າມໂສ້ແລະນຳເພິ່ນໄປທີ່ນະຄອນບາບີໂລນ. ເຈົ້າເຊເດກີຢາໄດ້ຖືກຄຸກຢູ່ໃນນະຄອນບາບີໂລນຈົນເຖິງເພິ່ນຕາຍ. ພຣະວິຫານຖືກທຳລາຍ ( 2 ກສ 25:8-17 ) 12 ໃນວັນທີສິບຂອງເດືອນທີຫ້າ ແຫ່ງຣາຊການປີທີສິບເກົ້າ ຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ; ເນບູຊາຣາດານທີ່ປຶກສາຂອງກະສັດທັງເປັນຜູ້ບັນຊາການກອງທັບໄດ້ເຂົ້າມານະຄອນເຢຣູຊາເລັມ. 13 ລາວໄດ້ຈູດວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະເຮືອນຂອງບຸກຄົນສຳຄັນທັງໝົດໃນນະຄອນເຢຣູຊາເລັມ; 14 ພວກທະຫານຊາວບາບີໂລນທັງໝົດທີ່ຢູ່ກັບຜູ້ບັງຄັບບັນຊາຮັກສາພະອົງກໍໄດ້ພັງກຳແພງເມືອງລົງ. 15 ແລ້ວເນບູຊາຣາດານກໍຈັບເອົາປະຊາຊົນທີ່ເຫຼືອຢູ່ໃນເມືອງໄປທີ່ບາບີໂລນ ຄືບັນດາຊ່າງສີມືທີ່ຍັງເຫລືອຢູ່ ຕະຫລອດທັງພວກທີ່ໄດ້ແຕກໜີມາຫາລາວນັ້ນ. 16 ແຕ່ເນບູຊາຣາດານໄດ້ປະໄວ້ໃນຢູດາຍ ມີປະຊາຊົນທີ່ຍາກຈົນທີ່ສຸດບາງສ່ວນ ຄືຄົນທີ່ບໍ່ມີຊັບສົມບັດໃດໆ ແລະລາວໃຫ້ພວກເຂົາເຮັດວຽກໃນສວນອະງຸ່ນແລະໃນນາ. 17 ຊາວບາບີໂລນໄດ້ທັບເສົາ ແລະລົດລໍ້ເປັນທອງສຳຣິດ ຢູ່ໃນວິຫານຂອງພຣະເຈົ້າຢາເວເປັນປ່ຽງໆ ພ້ອມທັງຂັນໃຫຍ່ເປັນທອງສຳຣິດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະພວກເຂົາໄດ້ຂົນເອົາໄປນະຄອນບາບີໂລນ. 18 ພວກເຂົາຍັງໄດ້ຂົນເອົາຊ້ວນ ແລະກ່ອງໃສ່ຂີ້ເຖົ່າທີ່ໃຊ້ສຳລັບທຳຄວາມສະອາດທີ່ແທ່ນບູຊາ, ເຄື່ອງໃຊ້ໃນການບົວລະບັດຕະກຽງ, ອ່າງໃສ່ເລືອດຈາກເຄື່ອງຖວາຍບູຊາ, ອ່າງສຳລັບໃຊ້ເຜົາເຄື່ອງຫອມ ແລະເຄື່ອງທອງສຳຣິດອື່ນໆທັງໝົດ ຊຶ່ງໃຊ້ສຳລັບພິທີຕ່າງໆຢູ່ໃນພຣະວິຫານໄປດ້ວຍ. 19 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍຄຳ ຫລືເງິນໄປ ດັ່ງນີ້: ຖ້ວຍນ້ອຍ, ກະຖັງໃສ່ຖ່ານໄຟ, ອ່າງໃສ່ເລືອດຈາກເຄື່ອງຖວາຍບູຊາ, ກ່ອງໃສ່ຂີ້ເຖົ່າ, ຫລັກຕັ້ງຕະກຽງ, ອ່າງສຳລັບໃຊ້ເຜົາເຄື່ອງຫອມ ແລະຖ້ວຍສຳລັບຖອກເຫຼົ້າອະງຸ່ນຖວາຍບູຊາ. 20 ເຄື່ອງທອງສຳຣິດຕ່າງໆ ຊຶ່ງກະສັດໂຊໂລໂມນໄດ້ເຮັດສຳລັບພຣະວິຫານຂອງພຣະເຈົ້າຢາເວ ດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ຂັນໃຫຍ່ ແລະຮູບປັ້ນຂອງງົວເຖິກສິບສອງໂຕທີ່ໃຊ້ຄໍ້າຂັນນັ້ນ ສິ່ງເຫຼົ່ານີ້ໜັກຈົນສັ່ງບໍ່ໄດ້. 21-22 ເສົາສອງຕົ້ນຢ່າງດຽວກັນ ຄືແຕ່ລະເສົາສູງແປດແມັດ ແລະລວງກົມຫ້າແມັດສາມສິບເຊັນ. ຂ້າງໃນໂຄ່ງ ແລະເນື້ອໂລຫະໜາເຈັດສິບຫ້າມີລີແມັດ. ເທິງຍອດຂອງເສົາແຕ່ລະຕົ້ນມີຫົວເປັນທອງສຳຣິດ ສູງສອງແມັດຊາວເຊັນ ແລະອ້ອມຮອບເສົານັ້ນ ລ້ວນແຕ່ເປັນຕາໜ່າງທອງສຳຣິດ ແລະປະດັບປະດາດ້ວຍຮູບໝາກພີລາທີ່ເປັນທອງສຳຣິດເຊັ່ນກັນ. 23 ເສົາຕົ້ນໜຶ່ງນັ້ນມີຮູບໝາກພີລາຮ້ອຍໜ່ວຍ ແລະເກົ້າສິບຫົກໜ່ວຍເບິ່ງເຫັນແຕ່ລຸ່ມໄດ້. ປະຊາຊົນຢູດາຖືກຈັບໄປບາບີໂລນ ( 2 ກສ 25:18-21 , 27-30 ) 24 ນອກຈາກນີ້ ເນບູຊາຣາດານ ຜູ້ບັນຊາການທະຫານ ຍັງໄດ້ຈັບເອົາຄົນໄປເປັນຊະເລີຍ ດັ່ງນີ້: ມະຫາປະໂຣຫິດເສຣາອີຢາ, ປະໂຣຫິດຮອງເຊຟານີຢາ ແລະເຈົ້າໜ້າທີ່ສຳຄັນສາມຄົນອີກໃນພຣະວິຫານ. 25 ຈາກໃນຕົວເມືອງລາວໄດ້ຈັບຜູ້ບັນຊາການທະຫານ, ທີ່ປຶກສາສ່ວນຕົວຂອງກະສັດທີ່ຢູ່ໃນເມືອງນີ້ເຈັດຄົນ, ຮອງຜູ້ບັນຊາການຮັບຜິດຊອບໃນການເກນທະຫານ ແລະບຸກຄົນສຳຄັນອື່ນໆອີກຫົກສິບຄົນ. 26 ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນ 27 ຢູ່ທີ່ເມືອງຣິບລາໃນເຂດແດນຮາມັດ. ກະສັດໄດ້ຂ້ຽນແລະປະຫານຊີວິດພວກເຂົາໃນທີ່ນັ້ນ. ສະນັ້ນ ປະຊາຊົນຢູດາຈຶ່ງຖືກກວາດຈາກດິນແດນຂອງພວກຕົນ ໄປເປັນຊະເລີຍໃນຕ່າງຖິ່ນ. 28 ຕໍ່ໄປນີ້ແມ່ນບັນທຶກຈຳນວນປະຊາຊົນທີ່ເຈົ້າເນບູກາດເນັດຊາໄດ້ຈັບໄປເປັນຊະເລີຍ ມີດັ່ງນີ້: ໃນຣາຊການປີທີເຈັດທີ່ເພິ່ນຂຶ້ນເປັນກະສັດມີ ສາມພັນຊາວສາມຄົນ; 29 ໃນຣາຊການປີທີສິບແປດຂອງເພິ່ນມີ ແປດຮ້ອຍສາມສິບສອງຄົນ ຈາກນະຄອນເຢຣູຊາເລັມ; 30 ແລະໃນຣາຊການປີທີຊາວສາມຂອງເພິ່ນ ເນບູຊາຣາດານກໍຈັບເອົາໄປມີ ເຈັດຮ້ອຍສີ່ສິບຫ້າຄົນ. ລວມທັງໝົດມີ ສີ່ພັນຫົກຮ້ອຍຄົນ ທີ່ໄດ້ຖືກຈັບໄປ. 31 ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນແຫ່ງຢູດາຍ ໂດຍໄດ້ປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວຫ້າ ກົງກັບເດືອນທີສິບສອງຂອງປີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນໄດ້ຖືກຈັບໄປເປັນຊະເລີຍ. 32 ເອວິນເມໂຣດັກໄດ້ປະຕິບັດຕໍ່ເພິ່ນດ້ວຍຄວາມເມດຕາ ແລະໄດ້ມອບຕຳແໜ່ງສູງ ແລະມີກຽດກວ່າກະສັດຄົນອື່ນໆທີ່ຖືກຈັບມາເປັນຊະເລີຍໃນບາບີໂລນພ້ອມກັນ. 33 ສະນັ້ນ ເຢໂຮຍອາກິນຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນັກໂທດ ທັງໄດ້ຖືກສັບຊ້ອນໃຫ້ຮ່ວມຮັບປະທານອາຫານກັບກະສັດຕະຫລອດຊີວິດຂອງເພິ່ນ. 34 ແຕ່ລະວັນ ຈົນຊົ່ວຊີວິດຂອງເພິ່ນ ເພິ່ນໄດ້ຮັບສິ່ງທີ່ເພິ່ນຕ້ອງການເປັນປະຈຳຈາກກະສັດແຫ່ງບາບີໂລນ. |
@ 2012 United Bible Societies. All Rights Reserved.