ເຢເຣມີຢາ 51 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າລົງໂທດບາບີໂລນຕໍ່ໄປ 1 ພຣະເຈົ້າຢາເວກ່າວວ່າ, “ເຮົາກຳລັງສົ່ງລົມທີ່ທຳລາຍ ມາຕໍ່ສູ້ບາບີໂລນແລະປະຊາຊົນໃນປະເທດ. 2 ເຮົາຈະສົ່ງຊາວຕ່າງດ້າວທັງຫລາຍມາທຳລາຍບາບີໂລນ ດັ່ງລົມທີ່ພັດເຟືອງປິວໄປ. ເມື່ອມື້ທຳລາຍມາເຖິງ ພວກເຂົາຈະໂຈມຕີຈາກທຸກດ້ານ ທັງຈະປະໃຫ້ດິນແດນນັ້ນຮ້າງເປົ່າ. 3 ຢ່າປ່ອຍໃຫ້ພວກທະຫານໃນເມືອງມີເວລາຍິງລູກທະນູ ຫລືສຸບເຄື່ອງເຫຼັກຂອງພວກເຂົາ. ຢ່າໄວ້ຊີວິດພວກຊາຍໜຸ່ມເລີຍ ຈົ່ງທຳລາຍໝົດກອງທັບສາ 4 ພວກເຂົາຈະບາດເຈັບ ແລະຕາຍຕາມທ້ອງຖະໜົນໃນເມືອງ. 5 ພຣະເຈົ້າຂອງພວກເຂົາ ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໄດ້ປະຖິ້ມອິດສະຣາເອນແລະຢູດາ ເຖິງແມ່ນວ່າພວກເຂົາໄດ້ເຮັດບາບຕໍ່ສູ້ອົງບໍຣິສຸດຂອງຊາດອິດສະຣາເອນກໍຕາມ. 6 ຈົ່ງແລ່ນໜີຈາກບາບີໂລນສາ ຈົ່ງແລ່ນເອົາຊີວິດລອດເຖີດ ຢ່າໃຫ້ຖືກຂ້າຍ້ອນບາບຂອງບາບີໂລນ. ບັດນີ້ ພຣະເຈົ້າຢາເວກຳລັງແກ້ແຄ້ນແລະລົງໂທດສິ່ງທີ່ບາບີໂລນສົມຄວນໄດ້ຮັບ. 7 ບາບີໂລນເປັນດັ່ງຈອກຄຳໃນກຳມືຂອງພຣະເຈົ້າຢາເວ ໂດຍເຮັດໃຫ້ທັງໂລກຕ້ອງມືນເມົາ. ບັນດາຊົນຊາດໄດ້ດື່ມເຫຼົ້າອະງຸ່ນຈາກຈອກນັ້ນ ແລ້ວກໍໝົດສະຕິໄປ. 8 ບາບີໂລນແຕກຢ່າງກະທັນຫັນ ແລະເມືອງກໍຖືກທຳລາຍດ້ວຍ ຈົ່ງໄວ້ທຸກໃຫ້ສາ ຈົ່ງຊອກຫາຢາມາໃສ່ບາດ ແລະບາງທີອາດດີກໍເປັນໄດ້. 9 ຊາວຕ່າງດ້າວທັງຫລາຍທີ່ອາໄສຢູ່ໃນທີ່ນັ້ນໄດ້ເວົ້າວ່າ, ‘ພວກເຮົາພະຍາຍາມຊ່ວຍບາບີໂລນ ແຕ່ຊ້າເກີນໄປສາແລ້ວ. ບັດນີ້ ປ່ອຍສາເທາະ ແລະກັບຄືນເມືອບ້ານເກີດເມືອງນອນສາ. ພຣະເຈົ້າລົງໂທດບາບີໂລນດ້ວຍຣິດທານຸພາບທັງໝົດຂອງພຣະອົງ ແລະທຳລາຍປະເທດຢ່າງໝົດສິ້ນ.”’ 10 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຂອງເຮົາເອີຍ ຈົ່ງໂຮຮ້ອງຂຶ້ນວ່າ, ‘ພຣະເຈົ້າຢາເວໄດ້ສຳແດງໃຫ້ເຫັນວ່າ ພວກເຮົາເປັນຝ່າຍຖືກຕ້ອງ. ຈົ່ງໄປບອກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ເຮັດສູ່ຊາວນະຄອນເຢຣູຊາເລັມຟັງ.”’ 11 ພຣະເຈົ້າຢາເວໄດ້ກຸກກວນພວກກະສັດແຫ່ງເມເດຍ ເພາະພຣະອົງຕັ້ງໃຈຈະທຳລາຍບາບີໂລນ. ດ້ວຍວິທີນີ້ແຫຼະ ພຣະເຈົ້າຢາເວຈະໄດ້ແກ້ແຄ້ນຄືນຍ້ອນພຣະວິຫານຂອງພຣະອົງຖືກທຳລາຍ. ບັນດານາຍທະຫານທີ່ບັນຊາການໂຈມຕີສັ່ງວ່າ, “ຝົນລູກສອນໃຫ້ແຫລມ ຈົ່ງຕຽມໂລ້ໄວ້ໃຫ້ພ້ອມ 12 ຈົ່ງໃຫ້ສັນຍານບຸກໂຈມຕີກຳແພງຂອງນະຄອນບາບີໂລນ. ຈົ່ງຈັດການເວນຍາມໃຫ້ເຂັ້ມແຂງ ໃຫ້ວາງຄົນຍາມປະຈຳທີ່ ຈົ່ງຕັ້ງຄົນດັກສະກັດໄວ້.” ພຣະເຈົ້າຢາເວໄດ້ເຮັດຕາມສິ່ງທີ່ພຣະອົງໄດ້ກ່າວວ່າ ຈະຕ້ອງເຮັດກັບປະຊາຊົນຂອງບາບີໂລນ. 13 ປະເທດນີ້ມີແມ່ນໍ້າຫລາຍສາຍ ທັງມີຊັບສົມບັດຢ່າງຫລວງຫລາຍ, ແຕ່ເຖິງຄາວສຸດທ້າຍແລ້ວ ແລະຊີວິດຂອງມັນກໍຖືກຕັດສາແລ້ວ. 14 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສາບານ ໂດຍພຣະອົງເອງວ່າ ພຣະອົງຈະນຳຫລາຍຄົນດັ່ງຝູງຕັກແຕນມາໂຈມຕີບາບີໂລນ ແລະພວກເຂົາຈະໂຮຮ້ອງຢ່າງມີໄຊ. ບົດເພງແຫ່ງຄຳສັນລະເສີນແກ່ພຣະເຈົ້າ 15 ພຣະອົງໄດ້ສ້າງແຜ່ນດິນໂລກ ດ້ວຍຣິດອຳນາດຂອງພຣະອົງ; ໂດຍສະຕິປັນຍາຂອງພຣະອົງ ພຣະອົງໄດ້ສ້າງໂລກນີ້ແລະກາງຟ້າສະຫວັນ. 16 ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ພຣະອົງນຳເມກມາຈາກສົ້ນສຸດແຜ່ນດິນໂລກ. ພຣະອົງໃຫ້ມີຟ້າແມບເຫລື້ອມທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາແຕ່ຄັງຂອງພຣະອົງນັ້ນ. 17 ເມື່ອແນມເບິ່ງສິ່ງນີ້ ຄົນຄືວ່າໂງ່ແລະບໍ່ເຂົ້າໃຈ ພວກທີ່ເຮັດຮູບເຄົາຣົບກໍເປັນຄົນງົມງາຍທັງນັ້ນ ເພາະບັນດາພະທີ່ພວກເຂົາເຮັດຂຶ້ນມາທັງໝົດ ກໍລ້ວນແຕ່ເປັນພະຈອມປອມແລະໄຮ້ຊີວິດ. 18 ເປັນພະທີ່ໄຮ້ປະໂຫຍດ ແລະຕ້ອງຖືກຫຍໍ້ຫຍັນ ຈະຖືກທຳລາຍໝົດເມື່ອເວລາລົງໂທດມາຮອດ. 19 ພຣະເຈົ້າຂອງຢາໂຄບບໍ່ເປັນຄືພະເຫຼົ່ານີ້ເລີຍ ສ້າງທຸກສິ່ງທັງເລືອກສັນຊາດອິດສະຣາເອນໄວ້ ເພື່ອໃຫ້ເປັນປະຊາຊົນທີ່ພຣະອົງໄດ້ໝາຍເອົາ ພຣະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ຄ້ອນຕີຂອງອົງພຣະຜູ້ເປັນເຈົ້າ 20 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ບາບີໂລນ ເຈົ້າຄືຄ້ອນຕີຂອງເຮົາ ເປັນທັງອາວຸດທີ່ໃຊ້ໄວ້ເຮັດເສິກຂອງເຮົາດ້ວຍ. ເຮົາໄດ້ໃຊ້ເຈົ້າໃຫ້ຢຽບຢໍ່າຊົນຊາດທັງຫລາຍ ແລະທັງໃຫ້ທຳລາຍອານາຈັກທັງຫລາຍຖິ້ມ. 21 ເພື່ອຕີຝູງມ້າແລະຄົນຂີ່ໃຫ້ແຕກຊະຊາຍໄປ ເພື່ອຕີລົດຮົບພ້ອມຄົນຂັບໃຫ້ແຕກໜີໄປສິ້ນ 22 ເພື່ອຂ້າຜູ້ຊາຍຖິ້ມແລະແມ່ຍິງກໍຄືກັນ ຄົນແກ່ຊະຣາແລະໜຸ່ມ ເດັກຊາຍເດັກຍິງດ້ວຍ 23 ຂ້າພວກຄົນລ້ຽງແກະກັບຝູງແກະຂອງພວກເຂົາ ຂ້າພໍ່ນາແລະມ້າທີ່ແກ່ໄຖຂອງພວກເຂົາເຈົ້າ ຢຽບຢໍ່າບັນດານັກປົກຄອງໃຫ້ໝຸ່ນທະລາຍ ແລະພວກຂ້າຣາຊການຊັ້ນສູງດ້ວຍ.” ບາບີໂລນຖືກລົງໂທດ 24 ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າຈະເຫັນເຮົາແກ້ແຄ້ນບາບີໂລນ ກັບປະຊາຊົນຂອງປະເທດນີ້ສຳລັບຄວາມຊົ່ວຊ້າທັງໝົດທີ່ພວກເຂົາໄດ້ເຮັດຕໍ່ນະຄອນເຢຣູຊາເລັມ.” 25 ພຣະເຈົ້າຢາເວກ່າວວ່າ, “ບາບີໂລນເອີຍ ເຈົ້າເປັນດັ່ງພູໜ່ວຍໜຶ່ງທີ່ທຳລາຍທົ່ວທັງໂລກ, ເຮົາເປັນສັດຕູຂອງເຈົ້າ ເຮົາຈະຢຶດເຈົ້າໄວ້, ກວາດເຈົ້າລົງກ້ຽງໃຫ້ພຽງດິນ ແລະປະເຈົ້າໃຫ້ເປັນຂີ້ເຖົ່າ. 26 ບໍ່ມີຫີນກ້ອນໃດໆຈາກບ່ອນຮົກຮ້າງເພພັງຂອງເຈົ້າ ຈະຖືກນຳມາໃຊ້ໃນການກໍ່ສ້າງໄດ້ອີກ. ເຈົ້າຈະເປັນດັ່ງຖິ່ນແຫ້ງແລ້ງກັນດານຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 27 “ຈົ່ງໃຫ້ສັນຍານໂຈມຕີ ຈົ່ງເປົ່າແກຂຶ້ນເພື່ອຊົນຊາດຕ່າງໆຈະໄດ້ຍິນ ຈົ່ງໃຫ້ຊົນຊາດທັງຫລາຍຕຽມເຮັດເສິກຕໍ່ສູ້ບາບີໂລນ ຈົ່ງບອກໃຫ້ອານາຈັກອາຣາຣັດ, ມິນນີ ແລະອັດຊະເກນາດ ຕຽມໂຈມຕີ. ຈົ່ງແຕ່ງຕັ້ງນາຍທະຫານຜູ້ໜຶ່ງໃຫ້ນຳພາການໂຈມຕີ. ຈົ່ງນຳຝູງມ້າມາໃຫ້ຫລາຍດັ່ງຝູງຕັກແຕນ. 28 ຈົ່ງໃຫ້ຊົນຊາດທັງຫລາຍຕຽມເຮັດເສິກຕໍ່ສູ້ບາບີໂລນ. ຈົ່ງນຳບັນດາກະສັດແຫ່ງເມເດຍ ບັນດາພວກເຈົ້ານາຍແລະພວກຂ້າຣາຊການ ຕະຫລອດທັງກອງທັບທັງໝົດທີ່ລາວໄດ້ຄວບຄຸມນັ້ນມາ. 29 ແຜ່ນດິນໂລກສັ່ນສະເທືອນ ເພາະພຣະເຈົ້າຢາເວກຳລັງດຳເນີນແຜນການຂອງພຣະອົງ ເພື່ອເຮັດໃຫ້ບາບີໂລນເປັນຖິ່ນແຫ້ງແລ້ງກັນດານ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່. 30 ພວກທະຫານບາບີໂລນຕ່າງກໍຢຸດສູ້ຮົບ ແລະພັກຢູ່ໃນປ້ອມປ້ອງກັນຂອງພວກເຂົາ. ພວກເຂົາສູນເສຍຄວາມກ້າຫານ ແລະກາຍເປັນດັ່ງຜູ້ຍິງໄປສາແລ້ວ. ປະຕູເມືອງຖືກທຳລາຍໃຫ້ພັງທະລາຍລົງແລະເຮືອນກໍຖືກເຜົາຜານ. 31 ບັນດາຜູ້ສົ່ງຂ່າວປ່ຽນຜຽນກັນ ແລ່ນໄປບອກກະສັດແຫ່ງບາບີໂລນວ່າ ເມືອງຂອງເພິ່ນໄດ້ຖືກທຳລາຍໃຫ້ພັງທະລາຍລົງຮອບດ້ານ. 32 ສັດຕູໄດ້ຢຶດທາງຂ້າມແມ່ນໍ້າ ແລະໄດ້ຈູດປ້ອມປ້ອງກັນທັງຫລາຍ. ພວກທະຫານຊາວບາບີໂລນຕ່າງກໍເກີດຕື່ນຕົກໃຈ.” 33 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ໃນບໍ່ຊ້າ ສັດຕູກໍຈະຟັນແລະຢຽບຢໍ່າພວກເຂົາລົງ ດັ່ງຢຽບເມັດເຂົ້າຢູ່ທີ່ລານຟາດເຂົ້າ.” 34 “ກະສັດແຫ່ງບາບີໂລນກືນກິນນະຄອນເຢຣູຊາເລັມ ໄດ້ເຮັດໃຫ້ນະຄອນຮ້າງເປົ່າດັ່ງໄຫບໍ່ມີຫຍັງຈັກດີ້; ດັ່ງຜີປີສາດໂຕໜຶ່ງກືນກິນນະຄອນເຢຣູຊາເລັມ ເພິ່ນຢຶດສິ່ງທີ່ຕ້ອງການແລະໂຍນຂອງເຫລືອຖິ້ມ. 35 ໃຫ້ບາບີໂລນຮັບຜິດຊອບ ທີ່ຮຸນແຮງຕໍ່ພວກເຮົາ ຈົ່ງໃຫ້ປະຊາຊົນແຫ່ງພູເຂົາຊີໂອນເວົ້າຈາດັ່ງນັ້ນ.” ຈົ່ງໃຫ້ປະຊາຊົນນະຄອນເຢຣູຊາເລັມເວົ້າວ່າ, “ທີ່ພວກເຮົາທົນທຸກນັ້ນ ໃຫ້ບາບີໂລນຮັບເອົາ.” ພຣະເຈົ້າຢາເວຈະຊ່ວຍເຫຼືອຊາດອິດສະຣາເອນ 36 ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວດັ່ງນີ້ວ່າ, “ເຮົາຈະພິຈາລະນາຄະດີຂອງເຈົ້າ ແລະຈະເຮັດໃຫ້ເຫຼົ່າສັດຕູຂອງເຈົ້າ ຊົດໃຊ້ສິ່ງທີ່ພວກເຂົາໄດ້ເຮັດຕໍ່ເຈົ້າ. ເຮົາຈະເຮັດໃຫ້ບໍ່ນໍ້າຂອງບາບີໂລນບົກລົງ ແລະຈະເຮັດໃຫ້ແມ່ນໍ້າທັງຫລາຍແຫ້ງ. 37 ປະເທດນັ້ນຈະກາຍເປັນກອງສິ່ງຮົກຮ້າງເພພັງ ຄືບ່ອນທີ່ສັດປ່າທັງຫລາຍອາໄສຢູ່. ມັນຈະເປັນເປົ້າສາຍຕາອັນໜ້າຢ້ານກົວຫລາຍ; ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນແລະທຸກຄົນທີ່ເຫັນກໍຈະຢ້ານກົວໃຫຍ່. 38 ຊາວບາບີໂລນລ້ວນແຕ່ເປັນດັ່ງໂຕສິງທີ່ຮ້ອງຄຳຣາມ ແລະຄວນຄາງດັ່ງສິງໜຸ່ມ. 39 ພວກເຂົານັ້ນໂລບມາກໂລພາບໍ? ເຮົາຈະຕຽມງານກິນລ້ຽງສຳລັບພວກເຂົາ ແລະໃຫ້ພວກເຂົາດື່ມແລະສຸກໃຈ. ພວກເຂົາຈະເຂົ້າໄປນອນແລະຈະບໍ່ຕື່ນຂຶ້ນຈັກເທື່ອ. 40 ເຮົາຈະນຳພວກເຂົາໄປຂ້າດັ່ງປາດຄໍແກະໜຸ່ມ, ແບ້ ແລະແກະເຖິກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ຊາຕາກຳຂອງນະຄອນບາບີໂລນ 41 ອົງພຣະຜູ້ເປັນເຈົ້າກ່າວກ່ຽວກັບນະຄອນບາບີໂລນວ່າ, “ເມືອງທີ່ທົ່ວທັງໂລກເຄີຍຊົມເຊີຍນັ້ນຖືກຢຶດສາແລ້ວ ນະຄອນບາບີໂລນກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຕໍ່ບັນດາຊົນຊາດສາແລ້ວ 42 ທະເລໄຫລຖ້ວມນະຄອນບາບີໂລນ ແລະຄື້ນທະເລກໍຄຶກຄະນອງຖ້ວມເມືອງ. 43 ເມືອງທັງຫລາຍໄດ້ກາຍເປັນເປົ້າສາຍຕາອັນໜ້າຢ້ານກົວ ແລະເປັນດັ່ງຖິ່ນແຫ້ງແລ້ງກັນດານທີ່ຂາດນໍ້າ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ຫລືທ່ອງທ່ຽວໄປມາ. 44 ເຮົາຈະລົງໂທດເບນ ຄືພະແຫ່ງບາບີໂລນ ແລະເຮັດໃຫ້ມັນຍອມຄືນສົມບັດຕ່າງໆທີ່ໄດ້ລັກໄປນັ້ນ; ຊົນຊາດທັງຫລາຍຈະບໍ່ນະມັດສະການມັນອີກຕໍ່ໄປ. ກຳແພງຂອງນະຄອນບາບີໂລນໄດ້ພັງທະລາຍລົງສາແລ້ວ. 45 ປະຊາຊົນອິດສະຣາເອນເອີຍ ຈົ່ງແລ່ນໜີໄປຈາກທີ່ນັ້ນສາ ຈົ່ງແລ່ນໜີເອົາຊີວິດລອດຈາກຄວາມຮ້າຍກາດອັນໂຫດຫ້ຽມຂອງພຣະເຈົ້າຢາເວ. 46 ຢ່າສູ່ເສຍຄວາມກ້າຫານ ແລະຢ່າສູ່ຢ້ານຍ້ອນເລື່ອງເລົ່າລືທີ່ແຜ່ໄປນັ້ນ ຄືເລື່ອງເລົ່າລືຂອງຄວາມຮຸນແຮງທີ່ເກີດຂຶ້ນແຕ່ລະປີໃນດິນແດນ ແລະເລື່ອງຂອງກະສັດຜູ້ໜຶ່ງທີ່ກຳລັງສູ້ຮົບກັບກະສັດຜູ້ອື່ນອີກ. 47 ສະນັ້ນ ເມື່ອເວລານັ້ນມາຮອດ ເຮົາຈະຈັດການກັບຮູບເຄົາຣົບຕ່າງໆຂອງບາບີໂລນ. ທົ່ວປະເທດຈະໄດ້ຖືກອັບອາຍຂາຍໜ້າ ແລະປະຊາຊົນທັງໝົດຢູ່ໃນປະເທດຈະຖືກຂ້າ. 48 ຈັກກະວານ ແລະແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຈະໂຮຮ້ອງຢ່າງຊົມຊື່ນຍິນດີ ເມື່ອບາບີໂລນຖືກຕີແຕກໂດຍຜູ້ທຳລາຍທີ່ມາຈາກທາງທິດເໜືອຕໍ່ສູ້ປະເທດ. 49 ບາບີໂລນໄດ້ເປັນເຫດໃຫ້ຄົນທົ່ວໂລກພົບກັບຄວາມຕາຍ; ບັດນີ້ ບາບີໂລນຈະຫລົ້ມຈົ້ມ ເພາະໄດ້ເປັນຕົ້ນເຫດໃຫ້ຊາວອິດສະຣາເອນຫລາຍຄົນ ພົບກັບຄວາມຕາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ພຣະເຈົ້າກ່າວເຖິງຊາວອິດສະຣາເອນທີ່ບາບີໂລນ 50 ອົງພຣະຜູ້ເປັນເຈົ້າກ່າວແກ່ປະຊາຊົນຂອງພຣະອົງທີ່ບາບີໂລນວ່າ, “ພວກເຈົ້າລອດຈາກຕາຍແລ້ວ ຢ່າລໍຖ້າເລີຍ ແມ່ນວ່າພວກເຈົ້າໄກຈາກບ້ານເກີດເມືອງນອນກໍຕາມ ຈົ່ງຄິດເຖິງພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງລະນຶກເຖິງນະຄອນເຢຣູຊາເລັມ. 51 ພວກເຈົ້າເວົ້າວ່າ, ‘ພວກເຮົາໄດ້ຖືກຫຍໍ້ຫຍັນທັງໄດ້ຖືກອັບອາຍຂາຍໜ້າ ພວກເຮົາຮູ້ສຶກໝົດຫວັງຢ່າງສິ້ນເຊີງ ເພາະພວກຕ່າງດ້າວໄດ້ຢຶດສະຖານທີ່ສັກສິດໃນວິຫານຂອງພຣະເຈົ້າຢາເວ.’ 52 ເພາະສະນັ້ນ ເຮົາຈຶ່ງກ່າວວ່າເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວກ່າວວ່າ, ເຮົາຈະຈັດການກັບບັນດາຮູບເຄົາຣົບໃນນະຄອນບາບີໂລນ ແລະຄົນທີ່ໄດ້ຮັບບາດເຈັບກໍຈະໂອ່ຍຄາງຢູ່ທົ່ວທັງປະເທດ. 53 ເຖິງແມ່ນວ່າ ນະຄອນບາບີໂລນປີນຂຶ້ນໄປສູ່ທ້ອງຟ້າໄດ້ ແລະສ້າງປ້ອມປ້ອງກັນຢູ່ທີ່ນັ້ນໄດ້ ເຮົາກໍຍັງຈະສົ່ງຄົນໄປທຳລາຍ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ຄວາມພິນາດຂອງບາບີໂລນມີຕໍ່ໄປ 54 ພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງສຽງຮ້ອງໄຫ້ໃນນະຄອນບາບີໂລນ ເປັນສຽງໄວ້ທຸກເພາະດິນແດນພັງພິນາດ. 55 ເຮົາກຳລັງຈະທຳລາຍນະຄອນບາບີໂລນ ແລະເຮັດໃຫ້ດິນແດນມິດງຽບໄປຕະຫລອດ. ກອງທັບລຸລັ່ງຖັ່ງເທດັ່ງຄື້ນທະເລໄຫລເຂົ້າມາ ບຸກໂຈມຕີເມືອງສຽງດັງກ້ອງສະໜັ່ນ. 56 ພວກເຂົາພາກັນມາເພື່ອທຳລາຍນະຄອນບາບີໂລນ ທະຫານຖືກຈັບກຸມໝົດ ໜ້າທະນູກໍຖືກຫັກຖິ້ມ. ພຣະເຈົ້າຢາເວເປັນພຣະເຈົ້າອົງທີ່ລົງໂທດຄວາມຊົ່ວຂອງພວກເຂົາ ຈະເຮັດຕໍ່ນະຄອນບາບີໂລນຕາມມັນສົມຄວນໄດ້ຮັບ. 57 ເຮົາຈະເຮັດໃຫ້ພວກຜູ້ປົກຄອງມືນເມົາ ຄືນັກປາດ, ພວກເຈົ້ານາຍ ແລະທະຫານດ້ວຍ. ພວກເຂົາຈະໄປນອນແລະຈະບໍ່ຕື່ນຂຶ້ນຈັກເທື່ອ.” ກະສັດຜູ້ມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 58 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ກຳແພງເມືອງທີ່ນະຄອນບາບີໂລນສ້າງໃຫ້ເຂັ້ມແຂງ ຈະຖືກຮື້ໃຫ້ພັງທະລາຍກາຍເປັນຂີ້ດິນໄປສິ້ນ. ການງານທີ່ທຸກຊົນຊາດໄດ້ເຮັດບໍ່ມີຫຍັງໝົດ ຄວາມພະຍາຍາມຂອງພວກເຂົາກໍຖືກໄຟເຜົາໄໝ້.” ຖ້ອຍຄຳຂອງເຢເຣມີຢາຖືກສົ່ງໄປບາບີໂລນ 59 ຜູ້ຮັບໃຊ້ສ່ວນຕົວຂອງກະສັດເຊເດກີຢາແມ່ນເສຣາອີຢາລູກຊາຍຂອງເນຣິຢາແລະຫລານຊາຍຂອງມາຮະເຊຢາ. ໃນຣາຊການປີທີສີ່ຂອງກະສັດເຊເດກີຢາແຫ່ງຢູດາຍ ເສຣາອີຢາໄດ້ໄປທີ່ບາບີໂລນກັບເພິ່ນ ແລະຂ້າພະເຈົ້າກໍໄດ້ໃຫ້ຄຳແນະນຳລາວບາງຢ່າງ. 60 ຂ້າພະເຈົ້າໄດ້ຂຽນເລື່ອງລາວຂອງຄວາມພິນາດທັງໝົດ ທີ່ຈະເກີດຂຶ້ນກັບບາບີໂລນແລະເລື່ອງລາວອື່ນໆທັງໝົດ ຊຶ່ງມີກ່າວກ່ຽວກັບບາບີໂລນໄວ້ໃນປຶ້ມ. 61 ຂ້າພະເຈົ້າໄດ້ບອກເສຣາອີຢາວ່າ, “ເມື່ອເຈົ້າໄປເຖິງນະຄອນບາບີໂລນແລ້ວ ຈົ່ງແນ່ໃຈວ່າເຈົ້າໄດ້ອ່ານສິ່ງທີ່ຖືກຂຽນໄວ້ໃນປຶ້ມນີ້ສູ່ປະຊາຊົນຟັງດ້ວຍສຽງດັງ. 62 ແລ້ວຈົ່ງພາວັນນາອະທິຖານວ່າ, ‘ຂ້າແດ່ພຣະເຈົ້າຢາເວ ແມ່ນພຣະອົງທີ່ໄດ້ກ່າວວ່າ ຈະທຳລາຍບ່ອນນີ້ເພື່ອວ່າໃນທີ່ນັ້ນຈະບໍ່ມີສິ່ງທີ່ມີຊີວິດ ບໍ່ວ່າຄົນຫລືສັດ ແລະມັນຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ.’ 63 ເສຣາອີຢາເອີຍ ເມື່ອເຈົ້າອ່ານພຣະທຳນີ້ສູ່ປະຊາຊົນຟັງຈົບແລ້ວ ເຈົ້າຈົ່ງມັດມັນໃສ່ກັບຫີນກ້ອນໜຶ່ງ ແລະຖິ້ມມັນລົງໃນແມ່ນໍ້າເອີຟຣັດ 64 ແລະກ່າວວ່າ, ‘ບາບີໂລນຈະເປັນດັ່ງນີ້ແຫຼະ ຄືມັນຈະຈົມລົງແລະຈະບໍ່ຟູຂຶ້ນມາອີກຈັກເທື່ອ ຍ້ອນຄວາມພິນາດທີ່ອົງພຣະຜູ້ເປັນເຈົ້າກຳລັງຈະນຳມາເທິງປະເທດນີ້.”’ ຄຳເວົ້າຂອງເຢເຣມີຢາຈົບລົງພຽງເທົ່ານີ້. |
@ 2012 United Bible Societies. All Rights Reserved.