Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 50 - ພຣະຄຳພີສັກສິ


ຊາວ​ນະຄອນ​ບາບີໂລນ​ຕົກ​ເປັນ​ຊະເລີຍ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ກ່ຽວກັບ​ນະຄອນ​ບາບີໂລນ​ແລະ​ຊາວ​ນະຄອນ​ວ່າ,

2 “ຈົ່ງ​ປະກາດ​ຂ່າວ​ໃຫ້​ຊົນຊາດ​ທັງຫລາຍ ຈົ່ງ​ຖະແຫລງ​ຂ່າວ​ນັ້ນ​ສາ​ເຖີດ ຈົ່ງ​ແຈ້ງ​ຂ່າວ​ນັ້ນ​ແລະ​ໃຫ້​ບອກ​ເປັນ​ສັນຍານ ຢ່າ​ຮັກສາ​ຂ່າວ​ໄວ້​ເປັນຄວາມລັບ ນະຄອນ​ບາບີໂລນ​ຫຼົ້ມຈົມ​ແລ້ວ, ພະ​ມັກດຸກ​ຂອງ​ນະຄອນ​ບາບີໂລນ​ແຕກ​ກະຈັດ​ກະຈາຍ​ແລ້ວ, ບັນດາ​ຮູບເຄົາຣົບ​ຕ່າງ​ກໍໄດ້​ຖືກ​ອັບອາຍ; ຮູບ​ພະ​ໜ້າກຽດຊັງ​ຖືກ​ທຳລາຍ​ຈົນ​ໝຸ່ນ.

3 ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ຊາວ​ອິດສະຣາເອນ​ຈະ​ກັບຄືນ​ສູ່​ດິນແດນ

4 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

5 ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.

6 ປະຊາຊົນ​ຂອງເຮົາ​ເປັນ​ດັ່ງ​ຝູງແກະ​ທີ່​ຜູ້ລ້ຽງ​ໄດ້​ປະປ່ອຍ​ໃຫ້​ເສຍໄປ​ຕາມ​ພູ. ພວກເຂົາ​ເປັນ​ດັ່ງ​ແກະ​ທີ່​ເລາະໄປ​ເລາະມາ​ຈາກ​ພູ​ໜ່ວຍ​ນີ້​ຫາ​ພູ​ໜ່ວຍ​ອື່ນ ແລະ​ພວກເຂົາ​ກໍ​ລືມ​ວ່າ​ບ້ານ​ຂອງ​ພວກເຂົາ​ນັ້ນ​ຢູ່​ໃສ.

7 ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’

8 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ

9 ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.

10 ບາບີໂລນ​ຈະ​ຖືກ​ປຸ້ນ ແລະ​ພວກ​ທີ່​ປຸ້ນ​ນັ້ນ​ຈະ​ຢຶດເອົາ​ທຸກໆ​ສິ່ງ​ທີ່​ພວກເຂົາ​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ນະຄອນ​ບາບີໂລນ​ຫຼົ້ມຈົມ

11 ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ແຫ່ງ​ບາບີໂລນ​ເອີຍ ພວກເຈົ້າ​ໄດ້​ປຸ້ນສະດົມ​ຊົນຊາດ​ຂອງເຮົາ. ພວກເຈົ້າ​ມີ​ຄວາມສຸກ ແລະ​ມ່ວນຊື່ນ​ເບີກບານ ດັ່ງ​ງົວແມ່​ທີ່​ກຳລັງ​ຢຽບ​ເຂົ້າ​ຫລື​ດັ່ງ​ມ້າ​ທີ່​ກຳລັງ​ຮ້ອງ

12 ແຕ່​ເມືອງ​ອັນ​ໃຫຍ່ໂຕ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຖືກ​ລົດກຽດ ແລະ​ຖືກ​ອັບອາຍ​ຂາຍໜ້າ. ບາບີໂລນ​ຈະ​ເປັນ​ຊົນຊາດ​ໜຶ່ງ ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່ສຸດ​ໃນ​ບັນດາ​ຊົນຊາດ​ທັງໝົດ ຄື​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຫືອດແຫ້ງ​ແລະ​ຂາດນໍ້າ.

13 ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ບາບີໂລນ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່; ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ເປັນ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກຄົນ​ທີ່​ໄດ້​ຜ່ານ​ໄປມາ​ທີ່​ນັ້ນ ຈະ​ສະດຸ້ງ​ຕົກໃຈ​ແລະ​ໜ້າງຶດງໍ້.

14 ພວກ​ນັກຍິງທະນູ​ເອີຍ ຈົ່ງ​ລຽນແຖວ​ເຂົ້າ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ບາບີໂລນ​ແລະ​ອ້ອມ​ໄວ້. ຈົ່ງ​ຍິງ​ລູກທະນູ​ທັງໝົດ​ຂອງ​ພວກເຈົ້າ​ສຸມໃສ່​ນະຄອນ​ບາບີໂລນ​ຍ້ອນ​ເມືອງ​ນີ້​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.

15 ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.

16 ຢ່າ​ໃຫ້​ມີ​ການ​ເພາະປູກ ຫລື​ການ​ເກັບກ່ຽວ​ໃນ​ປະເທດ​ນີ້. ຊາວ​ຕ່າງດ້າວ​ທຸກໆຄົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ທີ່ນັ້ນ​ຈະ​ຢ້ານ​ກອງທັບ​ໂຈມຕີ ແລະ​ຈະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ.”


ຊາວ​ອິດສະຣາເອນ​ກັບຄືນ​ສູ່​ດິນແດນ

17 “ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”

18 ດ້ວຍເຫດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ກະສັດ​ເນບູ​ກາດເນັດຊາ ແລະ​ດິນແດນ​ຂອງ​ລາວ​ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ.

19 ເຮົາ​ຈະ​ປົວແປງ​ປະຊາຊົນ​ອິດສະຣາເອນ​ຂຶ້ນໃໝ່​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ອາຫານ​ການກິນ​ເກີດຂຶ້ນ​ທີ່​ເທິງ​ພູ​ກາເມນ ແລະ​ໃນ​ຂົງເຂດ​ບາຊານ ແລະ​ພວກເຂົາ​ຈະ​ກິນ​ຜົນລະປູກ​ທີ່​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເອຟຣາອິມ​ກັບ​ກີເລອາດ ຕາມ​ຄວາມ​ຕ້ອງການ.

20 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຈະ​ບໍ່​ພົບ​ການບາບ​ໃນ​ອິດສະຣາເອນ ແລະ​ຄວາມຜິດ​ໃນ​ຢູດາ ເພາະ​ເຮົາ​ຈະ​ຍົກໂທດ​ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ໄວ້​ຊີວິດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າ​ຕັດສິນ​ລົງໂທດ​ບາບີໂລນ

21 “ຈົ່ງ​ໂຈມຕີ​ປະຊາຊົນ​ໃນ​ຂົງເຂດ ມາຣາທາອິມ ແລະ​ເປໂກດ. ຈົ່ງ​ຂ້າ ແລະ​ທຳລາຍ​ພວກເຂົາ. ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

22 “ສຽງ​ສູ້ຮົບ​ໄດ້​ດັງ​ຂຶ້ນ​ໃນ​ດິນແດນ ແລະ​ການທຳລາຍ​ກໍ​ໜັກໜ່ວງ​ຫລາຍ.

23 ບາບີໂລນ​ໄດ້​ໃຊ້​ຄ້ອນຕີ​ໂລກ​ທັງໝົດ​ແຕກ​ເປັນ​ປ່ຽງ​ສັນໃດ; ບັດນີ້ ຄ້ອນຕີ​ນັ້ນ​ກໍໄດ້​ແຕກ​ເປັນ​ປ່ຽງ​ສັນນັ້ນ ບັນດາ​ຊົນຊາດ​ທັງໝົດ​ສະດຸ້ງ​ຕົກໃຈ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ປະເທດ​ນັ້ນ.

24 ບາບີໂລນ​ເອີຍ ເຈົ້າ​ໄດ້​ຖືກ​ແຮ້ວ​ດັກຈັບ ຊຶ່ງ​ເຮົາ​ໄດ້​ວາງ​ໃສ່​ເຈົ້າ​ແລ້ວ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ກໍຕາມ ເພາະ​ເຈົ້າ​ໄດ້​ສູ້ຮົບ​ພຣະເຈົ້າຢາເວ.

25 ພຣະເຈົ້າຢາເວ​ໄດ້​ໄຂ​ສາງ​ອາວຸດ​ຂອງພຣະອົງ​ອອກ ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ເອົາ​ອາວຸດ​ນັ້ນ​ອອກ​ມາ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ມີ​ພາລະກິດ​ທີ່​ຈະ​ເຮັດ​ໃນ​ບາບີໂລນ.

26 ຈົ່ງ​ໂຈມຕີ​ປະເທດ​ນີ້​ຮອບດ້ານ​ທັງ​ເປີດ​ສາງ​ທີ່​ໄດ້​ສະສົມ​ເຂົ້າ​ໄວ້ ຈົ່ງ​ກອງ​ເຄື່ອງ​ທີ່​ປຸ້ນ​ມາ​ນັ້ນ​ດັ່ງ​ທີ່​ໄດ້​ກອງ​ເຂົ້າ​ໄວ້ ຈົ່ງ​ທຳລາຍ​ປະເທດ​ຖິ້ມ ຢ່າ​ປະປ່ອຍ​ຫຍັງ​ໄວ້​ເລີຍ

27 ຈົ່ງ​ຂ້າ​ທະຫານ​ທັງໝົດ​ສາ ຈົ່ງ​ສັງຫານ​ພວກເຂົາ​ໃຫ້​ກ້ຽງ ເຄາະກຳ​ເປັນ​ຂອງ​ປະຊາຊົນ​ແຫ່ງ​ບາບີໂລນ​ສາ​ແລ້ວ ເວລາ​ທີ່​ພວກເຂົາ​ໄດ້​ຖືກ​ລົງໂທດ​ກໍ​ມາ​ເຖິງ​ແລ້ວ.” (

28 ພວກ​ອົບພະຍົບ​ປົບໜີ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ບອກ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ພຣະວິຫານ​ຂອງ​ພຣະອົງ.)

29 “ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.

30 ສະນັ້ນ ພວກ​ຊາວ​ໜຸ່ມ​ໃນ​ເມືອງ​ນີ້​ຈຶ່ງ​ຈະ​ຖືກ​ຂ້າ​ຕາມ​ທ້ອງ​ຖະໜົນ​ຫົນທາງ ພວກ​ທະຫານ​ທັງໝົດ​ກໍ​ຈະ​ຖືກ​ທຳລາຍ​ໃນ​ມື້​ນັ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

31 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ນັ້ນ​ຈອງຫອງ​ຫລາຍ; ສະນັ້ນ ເຮົາ​ຈຶ່ງ​ຕໍ່ສູ້​ເຈົ້າ ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເຈົ້າ​ມາ​ເຖິງ​ແລ້ວ.

32 ຊົນຊາດ​ທີ່​ຈອງຫອງ​ຂອງ​ເຈົ້າ​ນັ້ນ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ ທັງ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ພວກເຈົ້າ​ຂຶ້ນ. ເຮົາ​ຈະ​ຈູດ​ໄຟ​ເຜົາ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ; ແລະ​ທຸກໆສິ່ງ​ທີ່​ອ້ອມ​ເມືອງ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.”

33 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ຖືກ​ກົດຂີ່. ຄົນ​ທັງໝົດ​ທີ່​ໄດ້​ຈັບ​ພວກເຂົາ​ໄປ​ນັ້ນ ກຳລັງ​ເຝົ້າເບິ່ງ​ພວກເຂົາ​ຢ່າງ​ໃກ້ຊິດ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຂົາ​ໜີໄປ.

34 ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”

35 ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ຕາຍ ປະຊາຊົນ​ຕາຍ ນັກປົກຄອງ ແລະ​ນັກປາດ​ດ້ວຍ.

36 ໃຫ້​ຄວາມຕາຍ​ມາ​ສູ່​ຜູ້ທຳນວາຍ​ຂີ້ຕົວະ ພວກເຂົາ​ຊ່າງ​ພາກັນ​ໂງ່ຈ້າ​ແທ້ໆ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ທະຫານ​ທຸກຄົນ​ສາ ພວກເຂົາ​ຊ່າງ​ຢ້ານກົວ​ຫລາຍ​ແທ້ໆ

37 ຈົ່ງ​ທຳລາຍ​ຝູງມ້າ ແລະ​ລົດຮົບ​ປະເທດ​ນີ້​ສາ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ພວກ​ທະຫານ​ຮັບຈ້າງ. ພວກເຂົາ​ຊ່າງ​ອິດອ່ອນ​ເມື່ອຍຫລາຍ​ແທ້ໆ​ນໍ ຈົ່ງ​ທຳລາຍ​ຂຸມຊັບ​ໂດຍ​ໃຫ້​ຖືກ​ປຸ້ນ​ເອົາ​ຈົນກ້ຽງ.

38 ໃຫ້​ຄວາມ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ນີ້​ສາ ໃຫ້​ແມ່ນໍ້າ​ໃນ​ປະເທດ​ນີ້​ບົກແຫ້ງ​ໝົດ. ບາບີໂລນ​ມີ​ຮູບເຄົາຣົບ​ໜ້າຢ້ານ​ຫລວງຫລາຍ ຊຶ່ງ​ເຮັດ​ໃຫ້​ຄົນ​ຫລົງໄຫລ​ພາກັນ​ເປັນ​ບ້າ​ຍ້ອນ.

39 ເພາະສະນັ້ນ ນະຄອນ​ບາບີໂລນ​ຈຶ່ງ​ຈະ​ຖືກ​ຜີສາດ ແລະ​ວິນຍານ​ຊົ່ວ​ຫລອກຫລອນ ແລະ​ດ້ວຍ​ຝູງນົກ​ກະຈອກເທດ​ທີ່​ເປັນ​ມົນທິນ. ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ອີກ​ຕໍ່ໄປ.

40 ເຫດການ​ນີ້​ຈະ​ເກີດຂຶ້ນ​ແກ່​ນະຄອນ​ບາບີໂລນ ດັ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເມືອງ​ໂຊໂດມ ແລະ​ໂກໂມຣາ ເມື່ອ​ເຮົາ​ໄດ້​ທຳລາຍ​ສອງ​ເມືອງ​ນີ້ ແລະ​ເມືອງ​ທີ່​ອ້ອມແອ້ມ​ນັ້ນ. ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ອີກ​ຕໍ່ໄປ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

41 “ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ທາງ​ທິດເໜືອ ຄື​ຊົນຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ ແລະ​ຍິ່ງໃຫຍ່​ດ້ວຍ; ກະສັດ​ທັງຫລາຍ​ຕ່າງ​ກໍໄດ້​ຕຽມຕົວ ເພື່ອ​ຈະ​ເຮັດ​ເສິກ​ທັງ​ນັ້ນ.

42 ພວກເຂົາ​ຢຶດ​ໜ້າທະນູ ແລະ​ດາບ​ໄດ້​ຫລວງຫລາຍ ພວກເຂົາ​ໂຫດຮ້າຍ​ຫລາຍ​ໄຮ້​ຄວາມ​ເມດຕາ​ທັງນັ້ນ. ພວກເຂົາ​ຮ້ອງ​ສຽງດັງ​ກ້ອງ​ດັ່ງ​ຄື້ນ​ທະເລ ເມື່ອ​ພວກເຂົາ​ຂີ່​ມ້າ​ຂອງຕົນ​ແລ່ນ​ຫອບໄປ​ນັ້ນ. ພວກເຂົາ​ຕ່າງ​ກໍ​ຕຽມພ້ອມ​ເຂົ້າ​ສູ່​ສະໜາມ ຕຽມ​ເຮັດ​ສົງຄາມ​ຕໍ່ສູ້​ບາບີໂລນ​ທັງນັ້ນ.

43 ເມື່ອ​ກະສັດ​ບາບີໂລນ​ໄດ້ຍິນ​ຂ່າວ​ທີ່​ຄົນ​ນຳ​ມາ ມື​ຂອງເພິ່ນ​ກໍ​ອ່ອນເພຍ​ເປ້ຍຫລ່ອຍ​ລົງ​ໂລດ. ເພິ່ນ​ຈຶ່ງ​ຂົມຂື່ນ​ແລະ​ເປັນທຸກ​ໃນ​ຈິດໃຈ ເຈັບປວດ​ຢ່າງໜັກ​ດັ່ງ​ຍິງ​ກຳລັງ​ຈະ​ຄອດ​ລູກ.

44 ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?

45 ສະນັ້ນ ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ໄດ້​ຕຽມໄວ້​ເພື່ອ​ຕໍ່ສູ້​ນະຄອນ​ບາບີໂລນ ແລະ​ສິ່ງ​ທີ່​ເຮົາ​ຕັ້ງໃຈ​ເຮັດ​ຕໍ່​ປະຊາຊົນ​ຂອງ​ເມືອງ​ນີ້. ແມ່ນແຕ່​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ລາກ​ໄປ ແລະ​ທຸກຄົນ​ຈະ​ເກີດ​ຢ້ານກົວ​ໃຫຍ່.

46 ເມື່ອ​ນະຄອນ​ບາບີໂລນ​ຫຼົ້ມຈົມ​ນັ້ນ​ຈະ​ມີ​ສຽງດັງ​ຂຶ້ນ ຈົນ​ແຜ່ນດິນ​ໂລກ​ທັງໝົດ​ສັ່ນສະເທືອນ ແລະ​ສຽງ​ແຕກຕື່ນ​ກໍ​ຈະ​ໄດ້ຍິນ​ໄປ​ຮອດ​ຊົນຊາດ​ທັງຫລາຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan