Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 5 - ພຣະຄຳພີສັກສິ


ນະຄອນ​ເຢຣູຊາເລັມ​ເຮັດ​ບາບ

1 ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ແລ່ນ​ຜ່ານ​ຫົນທາງ​ເຖີດ ຈົ່ງ​ເບິ່ງ​ອ້ອມໆ​ຂ້າງ ຈົ່ງ​ສັງເກດ​ເບິ່ງເອງ​ເຖີດ ຈົ່ງ​ຄົ້ນເບິ່ງ​ບ່ອນ​ຕ່າງໆ ຕາມ​ຕະຫລາດ​ເບິ່ງດຸ ເຈົ້າ​ພົບ​ຜູ້ໜຶ່ງ​ຜູ້ໃດ​ບໍ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ສະແຫວງ​ຫາ​ຄວາມຈິງ​ຕໍ່​ພຣະເຈົ້າ? ຖ້າ​ພົບ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກໂທດ​ໃຫ້​ຄົນ​ເມືອງນີ້.

2 ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.

3 ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.

4 ແລ້ວ​ຂ້ານ້ອຍ​ກໍ​ຄິດ​ວ່າ, “ພວກເຂົາ​ຂີ້ທຸກ ແລະ​ໂງ່​ກັນ​ໝົດ ພວກເຂົາ​ພາກັນ​ປະພຶດ​ຕົວ​ຢ່າງ​ໂງ່ຈ້າ​ແທ້ໆ; ພວກເຂົາ​ບໍ່​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ທັງ​ບໍ່​ຮູ້​ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ຢາກ​ໃຫ້​ເຮັດ​ຫຍັງ​ຊໍ້າ.

5 ຂ້ານ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ມີ​ອຳນາດ ແລະ​ຈະ​ໄປ​ເວົ້າຈາ​ປາໄສ​ກັບ​ພວກເຂົາ​ເບິ່ງ ແນ່ນອນ​ພວກເຂົາ​ຕ້ອງ​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ແລະ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.” ແຕ່​ພວກເຂົາ​ບໍ່​ຮັບ​ເອົາ​ຣິດເດດ​ອຳນາດ​ຂອງ​ພຣະອົງ​ຈັກ​ຄົນ ແລະ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ພຣະອົງ​ອີກ​ດ້ວຍ.

6 ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.

7 ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.

8 ພວກເຂົາ​ເປັນ​ຄື​ມ້າເຖິກ​ທີ່​ເຮົາ​ລ້ຽງ​ດີ​ມີ​ຕັນຫາ​ຫລາຍ ແຕ່ລະຄົນ​ກໍ​ຢາກ​ໄດ້​ເມຍ​ຂອງ​ເພື່ອນບ້ານ.

9 ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?

10 ເຮົາ​ຈະ​ໃຊ້​ສັດຕູ​ມາ​ຕັດ​ຕົ້ນອະງຸ່ນ​ຂອງ​ພວກເຂົາ​ລົງ ແຕ່​ບໍ່ແມ່ນ​ຈະ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ຈົນ​ສິ້ນ. ເຮົາ​ຈະ​ບອກ​ເຫຼົ່າ​ສັດຕູ​ໃຫ້​ລິ​ງ່າ​ຂອງມັນ​ອອກ​ສາ ເພາະ​ງ່າ​ເຫຼົ່ານັ້ນ​ທັງໝົດ​ບໍ່ໄດ້​ເປັນ​ຂອງພຣະເຈົ້າຢາເວ.

11 ຊາວ​ອິດສະຣາເອນ​ທັງ​ຢູດາ​ໄດ້​ທໍລະຍົດ​ຕໍ່​ເຮົາ​ໝົດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຮັບ​ເອົາ​ຊາດ​ອິດສະຣາເອນ

12 ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຕ່າງ​ກໍ​ປະຕິເສດ​ພຣະອົງ ໂດຍ​ເວົ້າ​ວ່າ, “ພຣະອົງ​ບໍ່ມີ​ຣິດອຳນາດ​ຫຍັງ​ດອກ. ພວກເຮົາ​ຈະ​ບໍ່ມີ​ຄວາມ​ຍາກ​ລຳບາກ; ພວກເຮົາ​ຈະ​ບໍ່ມີ​ເສິກ ແລະ​ຄວາມ​ອຶດຢາກ.”

13-14 ພວກເຂົາ​ເວົ້າ​ວ່າ, “ພວກ​ຜູ້ທຳນວາຍ​ບໍ່ມີ​ຫຍັງ​ດອກ ເປັນ​ພຽງແຕ່​ຖົງ​ລົມ​ເທົ່ານັ້ນ. ພວກເຂົາ​ບໍ່ມີ​ຖ້ອຍຄຳ​ຫຍັງ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເພາະ​ປະຊາຊົນ​ເຫຼົ່ານີ້​ໄດ້​ເວົ້າ​ເຊັ່ນນັ້ນ ເຮົາ​ຈະ​ກະທຳ​ໃຫ້​ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ​ທີ່​ປາກ​ຂອງເຈົ້າ. ປະຊາຊົນ​ຈະ​ເປັນ​ດັ່ງ​ຟືນ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ພວກເຂົາ​ຖິ້ມ.”

15 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ນຳ​ເອົາ​ຊົນຊາດ​ໜຶ່ງ​ຈາກ​ທີ່​ຫ່າງໄກ​ມາ​ໂຈມຕີ​ພວກເຈົ້າ. ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ແຕ່ດຶກດຳ​ບັນ ເປັນ​ຊົນຊາດ​ໜຶ່ງ​ທີ່​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ.

16 ບັນດາ​ນັກຍິງ​ໜ້າທະນູ​ຂອງ​ພວກເຂົາ​ເປັນ​ທະຫານ​ທີ່​ເກັ່ງກ້າ ແລະ​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມ​ເມດຕາ.

17 ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”

18 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ເຮົາ​ຈະ​ລົງໂທດ​ພວກເຈົ້າ ໃນ​ວັນ​ເຫຼົ່ານັ້ນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ຂອງເຮົາ​ຢ່າງ​ໝົດສິ້ນ.

19 ເຢເຣມີຢາ​ເອີຍ ເມື່ອ​ພວກເຂົາ​ຖາມ​ວ່າ, ດ້ວຍເຫດໃດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ; ຈົ່ງ​ບອກ​ພວກເຂົາ​ວ່າ ເມື່ອ​ພວກເຂົາ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຮັບໃຊ້​ບັນດາ​ພະ​ຕ່າງຊາດ ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ສັນໃດ ພວກເຂົາ​ກໍ​ຈະ​ໄດ້​ຮັບໃຊ້​ຄົນຕ່າງຊາດ​ໃນ​ດິນແດນ​ໜຶ່ງ​ທີ່​ບໍ່​ເປັນ​ຂອງ​ພວກເຂົາ​ເອງ​ສັນນັ້ນ.”


ພຣະເຈົ້າ​ເຕືອນ​ປະຊາຊົນ​ຂອງ​ພຣະອົງ

20 ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ປະກາດ​ຄວາມນີ້​ໃຫ້​ບັນດາ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ຄົນ​ຂອງ​ຢູດາ​ວ່າ:

21 ຊົນຊາດ​ທີ່​ໂງ່ຈ້າ ແລະ​ບໍ່ມີ​ຄວາມຄິດ​ເອີຍ ຈົ່ງ​ເອົາໃຈໃສ່ ຜູ້​ທີ່​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ທີ່​ມີ​ຫູ ແຕ່​ຟັງ​ບໍ່ໄດ້ຍິນ.

22 ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.

23 ແຕ່​ສຳລັບ​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ພວກເຈົ້າ​ດື້ດຶງ ແລະ​ເປັນ​ກະບົດ ໂດຍ​ຫັນໜີ ແລະ​ປະຖິ້ມ​ເຮົາ​ໄປ.

24 ພວກເຈົ້າ​ບໍ່ເຄີຍ​ຄິດ​ເລີຍ​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສົ່ງ​ຝົນ​ຍາມ​ລະດູ​ໃບໄມ້​ຫລົ່ນ ແລະ​ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ມາ​ໃຫ້ ແລະ​ໃຫ້​ພວກເຈົ້າ​ມີ​ລະດູ​ເກັບກ່ຽວ​ປະຈຳ​ປີ​ກໍຕາມ.

25 ແຕ່​ບາບກຳ​ຂອງ​ພວກເຈົ້າ​ຕ່າງຫາກ​ທີ່​ກີດກັ້ນ​ສິ່ງ​ດີ​ເຫຼົ່ານີ້​ຈາກ​ພວກເຈົ້າ.

26 ບັນດາ​ຄົນຊົ່ວຊ້າ​ໄດ້​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ; ພວກເຂົາ​ນອນ​ຄອຍຖ້າ ດັ່ງ​ຄົນ​ຜູ້ໜຶ່ງ​ວາງ​ຕາໜ່າງ​ໄວ້​ຈັບ​ນົກ ແຕ່​ພວກເຂົາ​ພັດ​ວາງ​ຕາໜ່າງ​ໄວ້​ຈັບ​ຄົນ.

27 ນາຍພານ​ຈັບ​ນົກ​ໄດ້​ເຕັມ​ກົງ​ຂັງ​ສັນໃດ ພວກເຂົາ​ກໍໄດ້​ເຄື່ອງປຸ້ນ​ມາ​ໄວ້​ເຕັມເຮືອນ​ສັນນັ້ນ. ເພາະ​ສະນັ້ນ ພວກເຂົາ​ຈຶ່ງ​ມີ​ອຳນາດ​ແລະ​ຮັ່ງມີ​ເປັນດີ

28 ຈຶ່ງ​ຕຸ້ຍພີ​ແລະ​ມີ​ອາຫານ​ກິນ​ຢ່າງ​ອຸດົມສົມບູນ. ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່ມີ​ຂອບເຂດ. ພວກເຂົາ​ບໍ່​ຍອມ​ໃຫ້​ລູກກຳພ້າ​ມີ​ສິດທິ ຫລື​ບໍ່​ຍອມ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຜູ້​ທີ່​ຖືກ​ກົດຂີ່.”

29 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ​ຕໍ່​ສິ່ງ​ເຫຼົ່ານັ້ນ; ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ນີ້.

30 ເຫດການ​ທີ່​ໜ້າຢ້ານ ແລະ​ຕົກໃຈ​ໄດ້​ເກີດຂຶ້ນ​ໃນ​ດິນແດນ​ນີ້​ແລ້ວ

31 ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan