ເຢເຣມີຢາ 49 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າຕັດສິນລົງໂທດອຳໂມນ 1 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງດິນແດນອຳໂມນວ່າ, “ຊາຍຊາວອິດສະຣາເອນໄປໃສໝົດແລ້ວ? ບໍ່ມີຜູ້ໃດປ້ອງກັນດິນແດນບໍ? ເປັນຫຍັງພວກເຂົາຈຶ່ງປ່ອຍໃຫ້ປະຊາຊົນທີ່ຂາບໄຫວ້ພະມິນກົມ ເອົາເຂດແດນຂອງເຜົ່າກາດ ແລະຕັ້ງຫຼັກແຫຼ່ງຢູ່ບ່ອນນັ້ນ? 2 ແຕ່ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວກ່າວ່າ, ເຮົາຈະເຮັດໃຫ້ປະຊາຊົນທີ່ຢູ່ໃນເມືອງເອກຣັບບາ ໄດ້ຍິນສຽງຂອງການສູ້ຮົບ ແລະເມືອງນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະໝູ່ບ້ານຕ່າງໆກໍຈະຖືກເຜົາຜານຈົນກ້ຽງ. ແລ້ວຊາດອິດສະຣາເອນກໍຈະໄດ້ດິນແດນຂອງຕົນ ຈາກພວກທີ່ຢຶດເອົາໄປນັ້ນກັບຄືນມາ. 3 ປະຊາຊົນເຮັດຊະໂບນເອີຍ ຈົ່ງຮ້ອງໄຫ້ສາ ເມືອງອາອີໄດ້ຖືກທຳລາຍແລ້ວ ຜູ້ຍິງຊາວເມືອງຣັບບາເອີຍ ຈົ່ງໄວ້ທຸກເຖີດ ຈົ່ງນຸ່ງຜ້າກະສອບເຂົ້າແລະໄວ້ທຸກສາ. ຈົ່ງແລ່ນສັບສົນອົນລະວົນສາ. ພະມິນກົມຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ພ້ອມກັບພວກປະໂຣຫິດແລະບັນດາເຈົ້ານາຍ. 4 ເປັນຫຍັງປະຊາຊົນທີ່ບໍ່ສັດຊື່ດັ່ງພວກເຈົ້າຈຶ່ງເວົ້າຄຸຍ? ກຳລັງຂອງພວກເຈົ້ານັ້ນໝົດສາແລ້ວ. ເປັນຫຍັງພວກເຈົ້າຈຶ່ງໝັ້ນໃຈໃນກຳລັງຂອງພວກເຈົ້າ ແລະເວົ້າວ່າ, ‘ບໍ່ມີຜູ້ໃດກ້າໂຈມຕີພວກເຮົາດອກ?”’ 5 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະນຳຄວາມຢ້ານກົວອັນໃຫຍ່ມາສູ່ພວກເຈົ້າຮອບດ້ານ. ພວກເຈົ້າທັງໝົດຈະແລ່ນປົບໜີໄປ, ແຕ່ລະຄົນຈະແລ່ນເອົາຊີວິດລອດ ແລະຈະບໍ່ມີຜູ້ໃດຈະນຳທະຫານຂອງພວກເຈົ້າທີ່ແຕກໄປນັ້ນ ມາເຕົ້າໂຮມກັນໄດ້ອີກ. 6 ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ອຳໂມນຈະເລີນຮຸ່ງເຮືອງຂຶ້ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ພຣະເຈົ້າຢາເວຕັດສິນລົງໂທດເອໂດມ 7 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເຖິງເອໂດມວ່າ, “ປະຊາຊົນເມືອງເຕມານໝົດປັນຍາແລ້ວບໍ? ບັນດາທີ່ປຶກສາຂອງພວກເຂົາບໍ່ໄດ້ບອກວ່າ ຄວນເຮັດຢ່າງໃດບໍ? ສະຕິປັນຍາຂອງພວກເຂົາໄປໃສໝົດແລ້ວ? 8 ປະຊາຊົນເດດານ ຈົ່ງອ່ວາຍໜ້າແລ່ນໜີໄປສາ ຈົ່ງລີ້ແມ ເຮົາກຳລັງຈະທຳລາຍເຊື້ອສາຍຂອງເອຊາວ ເພາະເຖິງເວລາແລ້ວທີ່ເຮົາຈະຕ້ອງລົງໂທດພວກເຂົາ. 9 ເມື່ອຄົນເກັບໝາກອະງຸ່ນປະໝາກອະງຸ່ນບາງໜ່ວຍໄວ້ຕາມເຄືອ; ແລະເມື່ອພວກນັກປຸ້ນມາໃນຕອນກາງຄືນ ພວກເຂົາຈະປຸ້ນເອົາແຕ່ສິ່ງທີ່ຕ້ອງການເທົ່ານັ້ນໄປ. 10 ແຕ່ເຮົາ ໄດ້ປຸ້ນເອົານຳເຊື້ອສາຍຂອງເອຊາວຈົນໝົດກ້ຽງ ພ້ອມທັງໄດ້ເປີດເຜີຍບ່ອນທີ່ພວກເຂົາຫລົບລີ້ ເພື່ອວ່າພວກເຂົາຈະຫລົບລີ້ບໍ່ໄດ້ອີກຕໍ່ໄປ. ປະຊາຊົນເອໂດມທັງໝົດຖືກທຳລາຍແລ້ວ. ບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຂົາເຫຼືອຢູ່ເລີຍ. 11 ຈົ່ງປະພວກເດັກກຳພ້າໄວ້ກັບເຮົາສາ ແລະເຮົາຈະເບິ່ງແຍງພວກເຂົາເອງ. ບັນດາແມ່ໝ້າຍຂອງພວກເຈົ້າເພິ່ງພາອາໄສເຮົາໄດ້.” 12 ພຣະເຈົ້າຢາເວກ່າວວ່າ, “ເຖິງແມ່ນວ່າຄົນທີ່ບໍ່ສົມຄວນໄດ້ຖືກລົງໂທດກໍຕ້ອງດື່ມຈາກຈອກແຫ່ງການຕັດສິນ; ພວກເຈົ້າຄິດວ່າຈະໄປໂດຍບໍ່ຖືກລົງໂທດຊັ້ນບໍ? ບໍ່ແມ່ນດອກ ພວກເຈົ້າຕ້ອງດື່ມຈາກຈອກນັ້ນ 13 ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນໂບຊະຣາຈະກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຍິ່ງ ແລະເປັນຖິ່ນແຫ້ງແລ້ງກັນດານ; ປະຊາຊົນຈະຫົວເຍາະເຍີ້ຍແລະໃຊ້ຊື່ນັ້ນເປັນຄຳສາບແຊ່ງ. ໝູ່ບ້ານທັງໝົດທີ່ຢູ່ອ້ອມແອ້ມນັ້ນຈະເປັນທີ່ຮົກຮ້າງເພພັງຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 14 ຂ້າພະເຈົ້າກ່າວວ່າ, “ເອໂດມເອີຍ ຂ້ອຍໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວ. ພຣະອົງໄດ້ສົ່ງຖ້ອຍຄຳມາບອກຊົນຊາດທັງຫລາຍ ເພື່ອຮວບຮວມກອງທັບຂອງພວກເຂົາໃຫ້ຕຽມພ້ອມໂຈມຕີເຈົ້າ. 15 ພຣະອົງຈະໃຫ້ເຈົ້າອ່ອນກຳລັງ ແລະບໍ່ມີຜູ້ໃດຈະໃຫ້ຄວາມນັບຖືແກ່ເຈົ້າ. 16 ການອວດດີຂອງເຈົ້ານັ້ນໄດ້ຫລອກລວງເຈົ້າເອງ. ບໍ່ມີຜູ້ໃດຢ້ານກົວເຈົ້າດັ່ງທີ່ເຈົ້າໄດ້ຄິດໄວ້. ເຖິງແມ່ນວ່າເຈົ້າຕັ້ງຢູ່ເທິງຫີນຜາສູງ ຄືຢູ່ເທິງຈອມພູກໍຕາມ; ແຕ່ເຖິງແມ່ນວ່າເຈົ້າບິນສູງດັ່ງນົກອິນຊີກໍດີ ອົງພຣະຜູ້ເປັນເຈົ້າກໍຈະດຶງເຈົ້າລົງມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 17 ພຣະເຈົ້າຢາເວກ່າວວ່າ, “ການທຳລາຍທີ່ຈະມາຖືກເອໂດມນັ້ນ ຈະຮ້າຍແຮງຫລາຍຈົນທຸກໆຄົນທີ່ຜ່ານໄປຈະຕື່ນຕົກໃຈແລະຢ້ານກົວຍິ່ງ. 18 ສິ່ງທີ່ໄດ້ເກີດຂຶ້ນກັບເມືອງໂຊໂດມ ແລະໂກໂມຣາ ກໍຈະເກີດຂຶ້ນຄືກັນກັບເມືອງເອໂດມ ເມື່ອພວກເຂົາແລະເມືອງທີ່ຢູ່ອ້ອມແອ້ມນັ້ນຖືກທຳລາຍ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກຕໍ່ໄປ.” 19 “ສິງອອກຈາກປ່າຕຶບມາສູ່ແຄມແມ່ນໍ້າຈໍແດນທີ່ມີຫຍ້າຂຽວສັນໃດ; ເຮົາກໍຈະມາເຮັດໃຫ້ຊາວເອໂດມ ແລ່ນໜີຈາກດິນແດນຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວຜູ້ນຳທີ່ເຮົາເລືອກເອົາກໍຈະປົກຄອງດິນແດນ. ຜູ້ໃດແດ່ທຽບເທົ່າກັບເຮົາໄດ້? ຜູ້ໃດແດ່ກ້າທ້າທາຍເຮົາໄດ້? ນັກປົກຄອງຜູ້ໃດແດ່ຕ້ານທານເຮົາໄດ້? 20 ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວກະທຳຕໍ່ສູ້ປະຊາຊົນເອໂດມ ແລະສິ່ງທີ່ພຣະອົງຕັ້ງໃຈກະທຳຕໍ່ຊາວເຕມານ. ແມ່ນແຕ່ລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະຢ້ານກົວໃຫຍ່. 21 ເມື່ອເອໂດມແຕກ ຈະມີສຽງດັງຈົນແຜ່ນດິນໂລກຫວັ່ນໄຫວ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດອ່າວອາກາບາ. 22 ສັດຕູຈະໂຈມຕີດັ່ງນົກອິນຊີ ຄືບິນລົງມາເທິງໂບຊະຣາ ໂດຍພືປີກອອກກວມ. ໃນວັນນັ້ນ ທະຫານເອໂດມຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.” ພຣະເຈົ້າຢາເວຕັດສິນລົງໂທດນະຄອນດາມັສກັດ 23 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງນະຄອນດາມັສກັດວ່າ, “ປະຊາຊົນໃນເມືອງຮາມັດແລະອັກປັດ ຕ່າງກໍກະວົນກະວາຍ ແລະເດືອດຮ້ອນຍ້ອນພວກເຂົາໄດ້ຍິນຂ່າວບໍ່ດີ. ຄວາມວິຕົກກັງວົນທັບຖ້ວມພວກເຂົາດັ່ງນໍ້າທະເລໄຫລຊັດຈົນພວກເຂົາຢູ່ບໍ່ເປັນສຸກ. 24 ປະຊາຊົນດາມັສກັດອ່ອນກຳລັງ ແລະປົບໜີໄປດ້ວຍຄວາມຢ້ານກົວຫລາຍ. ພວກເຂົາເຈັບປວດ ແລະທົນທຸກທໍລະມານດັ່ງຜູ້ຍິງຄອດລູກ. 25 ນະຄອນໂດ່ງດັງທີ່ເຄີຍມີຄວາມສຸກ ໄດ້ຮົກຮ້າງຫວ່າງເປົ່າໄປໝົດ. 26 ໃນວັນນັ້ນ ຊາຍໜຸ່ມຈະຖືກຂ້າຕາມທ້ອງຖະໜົນຫົນທາງໃນເມືອງ ແລະທະຫານກໍຈະຖືກທຳລາຍກ້ຽງ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 27 “ເຮົາຈະຈູດໄຟເຜົາກຳແພງທັງຫລາຍຂອງນະຄອນດາມັສກັດ ແລະກໍຈະຈູດວັງທັງຫລາຍຂອງກະສັດເບັນຮາດາດ.” ເຜົ່າເກດາ ແລະເມືອງຮາໂຊຖືກຕັດສິນລົງໂທດ 28 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງເຜົ່າເກດາ ແລະທ້ອງຖິ່ນຕ່າງໆຊຶ່ງຖືກຄວບຄຸມໂດຍເມືອງຮາໂຊ ຊຶ່ງກະສັດເນບູກາດເນັດຊາແຫ່ງບາບີໂລນຕີໄດ້ວ່າ, “ຈົ່ງໂຈມຕີປະຊາຊົນເກດາ ແລະທຳລາຍເຜົ່າທາງທິດຕາເວັນອອກ 29 ຈົ່ງຢຶດເອົາຜ້າເຕັນກັບຝູງສັດຂອງພວກເຂົາ ຄືຜ້າກັ້ງຂອງເຕັນ ແລະທຸກສິ່ງທີ່ຢູ່ໃນເຕັນນັ້ນ. ຈົ່ງຢຶດຝູງອູດຂອງພວກເຂົາ ແລະບອກປະຊາຊົນວ່າ, ‘ຄວາມຢ້ານອັນໃຫຍ່ໄດ້ມາອ້ອມຮອບພວກເຈົ້າແລ້ວ.”’ 30 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຮາໂຊເອີຍ ຈົ່ງແລ່ນປົບໜີໄປໄກແສນໄກ ແລະຫລົບລີ້ຢູ່ສາ. ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ວາງແຜນຮ້າຍຕໍ່ສູ້ພວກເຈົ້າ ແລະລາວເວົ້າວ່າ, 31 ‘ຮີບມາ ພວກເຮົາຈະໂຈມຕີຄົນເຫຼົ່ານັ້ນທີ່ຄິດວ່າ ຕົນປອດໄພແລະໝັ້ນຄົງ ເມືອງຂອງພວກເຂົາບໍ່ມີປະຕູຫລືມີໄລ ທັງເປັນເມືອງທີ່ບໍ່ມີໜ່ວຍປ້ອງກັນຊໍ້າ.”’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 32 ພຣະເຈົ້າຢາເວກ່າວວ່າ, “ຈົ່ງຢຶດຝູງອູດ ແລະຝູງງົວຂອງພວກເຂົາໄປໃຫ້ໝົດ ເຮົາຈະກະຈັດກະຈາຍຄົນທີ່ຕັດຜົມສັ້ນໄປທຸກທິດທຸກທາງ ແລະເຮົາຈະນຳໄພພິບັດມາສູ່ພວກເຂົາຮອບດ້ານ. 33 ເມືອງຮາໂຊຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ ຄືເປັນບ່ອນທີ່ໝາປ່າອາໄສຢູ່ເທົ່ານັ້ນ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກ.” ພຣະເຈົ້າຢາເວຕັດສິນລົງໂທດເອລາມ 34 ຫລັງຈາກທີ່ເຈົ້າເຊເດກີຢາຂຶ້ນເປັນກະສັດແຫ່ງຢູດາຍແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່ຽວກັບດິນແດນເອລາມ. 35 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ເຮົາຈະຂ້ານັກຍິງທະນູທັງໝົດ ທີ່ໄດ້ເຮັດໃຫ້ເອລາມມີອຳນາດ. 36 ເຮົາຈະເຮັດໃຫ້ລົມພັດມາຈາກທຸກທິດເພື່ອຕໍ່ສູ້ເອລາມ ແລະເຮົາຈະເຮັດໃຫ້ປະຊາຊົນໃນດິນແດນນັ້ນ ກະຈັດກະຈາຍໄປທົ່ວທຸກບ່ອນ ຈົນມີຜູ້ລີ້ໄພຢູ່ໃນທຸກໆປະເທດ. 37 ເຮົາຈະເຮັດໃຫ້ປະຊາຊົນເອລາມຢ້ານກົວເຫຼົ່າສັດຕູ ຄືຜູ້ທີ່ຢາກຂ້າພວກເຂົາ. ເຮົາຈະທຳລາຍປະຊາຊົນເອລາມດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ພຣະເຈົ້າຢາເວກ່າວວ່າ ແລະເຮົາຈະສົ່ງກອງທັບທັງຫລາຍມາຕໍ່ສູ້ຈົນກວ່າເຮົາໄດ້ກຳຈັດພວກເຂົາໃຫ້ໝົດໄປ. 38 ເຮົາຈະທຳລາຍບັນດາກະສັດພ້ອມທັງພວກເຈົ້ານາຍຂອງພວກເຂົາ ແລະຈະຕັ້ງບັນລັງຂອງເຮົາຢູ່ໃນທີ່ນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 39 ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ປະຊາຊົນເອລາມຈະເລີນຮຸ່ງເຮືອງຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. |
@ 2012 United Bible Societies. All Rights Reserved.