ເຢເຣມີຢາ 48 - ພຣະຄຳພີສັກສິໂມອາບຖືກທຳລາຍ 1 ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວເຖິງດິນແດນໂມອາບວ່າ, “ຊາວເມືອງເນໂບຊ່າງໜ້າສົງສານແທ້ເດ ເມືອງຂອງພວກເຂົາຖືກທຳລາຍຈິບຫາຍສາແລ້ວ ເມືອງກີຣິອາດທາອິມກໍຖືກຢຶດໄດ້ແລ້ວຄືກັນ ເມືອງທີ່ມີປ້ອມປ້ອງກັນແໜ້ນໜາກໍຖືກທັບມ້າງ. ຊາວເມືອງທຸກຄົນຕ່າງກໍຕົກໃຈຢ້ານກົວ ແລະພວກເຂົາກໍຖືກອັບອາຍຂາຍໜ້າ; 2 ຄວາມຍິ່ງໃຫຍ່ຂອງໂມອາບສິ້ນສຸດລົງແລ້ວເດ ເຫຼົ່າສັດຕູຢຶດເມືອງເຮັດຊະໂບນໄດ້ແລ້ວ ແລະວາງອຸບາຍທຳລາຍເມືອງເຮັດຊະໂບນ ແລະຊົນຊາດໂມອາບໃຫ້ໝົດສິ້ນ. ເມືອງມັດເມນກໍຈະກາຍເປັນເມືອງມິດງຽບໄປ ເພາະກອງທັບທັງຫລາຍຍົກໄປຕໍ່ສູ້ເມືອງນີ້. 3 ຊາວເມືອງໂຮໂຣນາອິມຕ່າງກໍຮ້ອງອອກມາວ່າ, ‘ຈິບຫາຍ ຈິບຫາຍກັນໃຫຍ່ແລ້ວ.’ 4 ໂມອາບກໍໄດ້ຖືກທຳລາຍລົງໝົດໃດ ຈົ່ງຟັງເດັກນ້ອຍກຳລັງຮ້ອງໄຫ້ຢູ່ຍົ່ວໆ. 5 ໄດ້ຍິນບໍສຽງຮ້ອງໄຫ້ສະອຶກສະອື້ນຂອງພວກເຂົາ ຕາມຫົນທາງຂຶ້ນໄປສູ່ເມືອງລູຮິດພຸ້ນ ເປັນສຽງຮ້ອງໄຫ້ຍ້ອນໂສກເສົ້າເສຍໃຈ ຕາມຫົນທາງລົງສູ່ເມືອງໂຮໂຣນາອິມພຸ້ນ. 6 ພວກເຂົາເວົ້າວ່າ, ຈົ່ງຮິບແລ່ນໜີເອົາຊີວິດລອດ ຈົ່ງແລ່ນໜີດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານນັ້ນ. 7 ໂມອາບ ເຈົ້າວາງໃຈໃນກຳລັງກັບຊັບສົມບັດນໍ ແຕ່ບັດນີ້ເຈົ້າພັດຈະຖືກຕີໃຫ້ພ່າຍແພ້; ພະເຄໂມດຂອງເຈົ້າຈະຖືກກວາດໄປເປັນຊະເລີຍ ລວມທັງເຈົ້າຊາຍ ແລະປະໂຣຫິດດ້ວຍ. 8 ບໍ່ມີແມ່ນແຕ່ເມືອງໜຶ່ງຈະຫວິດອັນຕະລາຍ ບໍ່ມີເມືອງໃດຈະພົ້ນຖືກທຳລາຍໄດ້. ຮ່ອມພູ ແລະທົ່ງພຽງຈະຖືກຮົກຮ້າງຫວ່າງເປົ່າ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້. 9 ຈົ່ງຕຽມອຸບມຸງຝັງສົບໄວ້ສຳລັບໂມອາບສາ ເພາະຈະຖືກທຳລາຍໃນເວລາໄວໆນີ້. ເມືອງກໍຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກ.” ( 10 ຈົ່ງສາບແຊ່ງຜູ້ທີ່ບໍ່ເຮັດວຽກງານຂອງພຣະເຈົ້າຢາເວດ້ວຍໝົດຈິດໝົດໃຈ ຈົ່ງສາບແຊ່ງຜູ້ທີ່ບໍ່ໃຊ້ດາບຂອງຕົນເພື່ອຟັນແລະເຂັ່ນຂ້າ). ເມືອງຂອງໂມອາບຖືກທຳລາຍ 11 ພຣະເຈົ້າຢາເວກ່າວວ່າ, “ໂມອາບເຄີຍຢູ່ຢ່າງປອດໄພ ແລະບໍ່ເຄີຍຖືກຈັບໄປເປັນຊະເລີຍຈັກເທື່ອ. ໂມອາບເປັນດັ່ງເຫຼົ້າອະງຸ່ນທີ່ຖືກປະໄວ້ບໍ່ມີຜູ້ໃດລົບກວນ ແລະບໍ່ເຄີຍຖືກຖອກຈາກໄຫໜຶ່ງໃສ່ອີກໄຫໜຶ່ງຈັກເທື່ອ. ຣົດຊາດບໍ່ເຄີຍເສື່ອມເສຍ ແລະຊີມຣົດເທື່ອໃດກໍດີເທື່ອນັ້ນ. 12 ສະນັ້ນ ບັດນີ້ ເມື່ອເວລານັ້ນມາເຖິງ ເຮົາຈະສົ່ງຄົນໄປເທໂມອາບອອກດັ່ງເທເຫຼົ້າອະງຸ່ນ. ພວກເຂົາຈະເທເຫຼົ້າອະງຸ່ນອອກຈົນໄຫເປົ່າ ແລະທັງທັບໃຫ້ແຕກເປັນປ່ຽງໆ. 13 ແລ້ວຊາວໂມອາບກໍຈະຮັບຄວາມອັບອາຍຕໍ່ພະເຄໂມດຂອງພວກເຂົາ ດັ່ງທີ່ພວກອິດສະຣາເອນໄດ້ຮັບຄວາມອັບອາຍຕໍ່ພະເບັດເອນທີ່ພວກເຂົາໄດ້ໄວ້ວາງໃຈນັ້ນ. 14 ຊາຍໂມອາບ ເປັນຫຍັງຈຶ່ງວ່າເປັນຊ່ຽວຊານການລົບ ເປັນຜູ້ອົງອາດກ້າຫານທີ່ຜ່ານເສິກມາແລ້ວ? 15 ໂມອາບແລະເມືອງໄດ້ຖືກທຳລາຍຈົນໝົດ ຊາຍໜຸ່ມຜູ້ເກັ່ງກ້າທີ່ສຸດກໍຖືກຂ້າຖິ້ມ.” ອົງມີນາມວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ທັງເປັນກະສັດໄດ້ກ່າວດັ່ງນີ້ແຫຼະ. 16 “ວິບັດຂອງໂມອາບໄດ້ເຂົ້າມາໃກ້ທຸກທີ ດິນແດນຈະຖືກຮົກຮ້າງເພພັງໃນໄວໆນີ້. 17 ພວກເຈົ້າທີ່ຢູ່ແຖບນີ້ເອີຍ ຈົ່ງໄວ້ທຸກໃຫ້ຊົນຊາດນັ້ນ ຄືທຸກໆຄົນທີ່ຮູ້ຊື່ສຽງຂອງດິນແດນນັ້ນ. ຈົ່ງເວົ້າວ່າ, ‘ການປົກຄອງເດັ່ນຖືກທັບມ້າງລົງ ຄວາມຍິ່ງໃຫຍ່ແລະໂດ່ງດັງບໍ່ມີຕໍ່ໄປແລ້ວ.’ 18 ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ. 19 ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງອາໂຣເອເອີຍ ຈົ່ງຢືນລໍຢູ່ຕາມແຄມຖະໜົນຫົນທາງເຖີດ ຈົ່ງສອບຖາມພວກທີ່ກຳລັງແລ່ນປົບໜີໄປ ຈົ່ງສືບຖາມນຳພວກເຂົາວ່າມີຫຍັງໄດ້ເກີດຂຶ້ນ. 20 ພວກເຂົາຈະຕອບວ່າ, ‘ໂມອາບແຕກແລ້ວເດ ເປັນໜ້າອັບອາຍຫລາຍ ແລະທຸກໃຈແທ້ໆ. ຈົ່ງໄປປະກາດຕາມແຄມແມ່ນໍ້າອາກໂນນວ່າ ດິນແດນໂມອາບໄດ້ເຖິງທີ່ປະລາໄຊແລ້ວ.’ 21 ການຕັດສິນໄດ້ມາຮອດເມືອງຕ່າງໆຕາມພູພຽງແລ້ວ ດັ່ງນີ້: ໂຮໂລນ, ຢາຊາ, ເມຟາອາດ, 22 ດີໂບນ, ເນໂບ, ເບັດດິບລາທາອິມ, 23 ກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ, 24 ເກຣິໂອດ ແລະໂບຊະຣາ. ການຕັດສິນໄດ້ແຜ່ໄປເຖິງທຸກເມືອງຂອງໂມອາບບໍ່ວ່າໃກ້ຫລືໄກ. 25 ໂມອາບຖືກຍໍ່າຍີ່ໃຫ້ໝຸ່ນ; ອຳນາດກໍຖືກທຳລາຍສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. ໂມອາບຈະອ່ອນນ້ອມຖ່ອມຕົວ 26 ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ. 27 ໂມອາບເອີຍ ຈື່ບໍວ່າເຈົ້າໄດ້ຫົວຂວັນໃສ່ປະຊາຊົນອິດສະຣາເອນຢ່າງໃດ? ເຈົ້າເຮັດຕໍ່ພວກເຂົາເໝືອນກັບວ່າພວກເຂົາຖືກຈັບໄດ້ໃນພວກນັກປຸ້ນ. 28 ປະຊາຊົນທີ່ອາໄສຢູ່ໃນໂມອາບເອີຍ ຈົ່ງໜີອອກຈາກເມືອງຂອງພວກເຈົ້າເຖີດ ຈົ່ງໄປອາໄສຢູ່ຕາມໜ້າຜາສາ ຈົ່ງເຮັດຄືນົກກາງແກທີ່ເຮັດຮັງຂອງຕົນຢູ່ກາງພູບ່ອນທີ່ມີເງີບຜາ. 29 ໂມອາບຈອງຫອງຫລາຍ ເຮົາໄດ້ຍິນວ່າປະຊາຊົນກໍອວດດີ, ຂີ້ສະຫາວ ແລະຄຸຍໂມ້ສໍ່າໃດ; ພວກເຂົາຄິດເຫັນແຕ່ຜົນປະໂຫຍດຕົນເອງສໍ່າໃດ. 30 ພຣະເຈົ້າຢາເວກ່າວວ່າ ເຮົາຮູ້ຈັກເຖິງຄວາມອວດດີຂອງພວກເຂົາ. ພວກເຂົາຄຸຍໂມ້ໄປບໍ່ຮອດໃສ ແລະສິ່ງທີ່ພວກເຂົາເຮັດນັ້ນກໍບໍ່ຍືນຍົງດອກ. 31 ເພາະສະນັ້ນ ເຮົາຈຶ່ງຮ້ອງໄຫ້ສຳລັບທຸກຄົນໃນໂມອາບ ແລະສຳລັບປະຊາຊົນກີຣະເຮເຣັດ. 32 ເຮົາຈະຮ້ອງໄຫ້ໃຫ້ປະຊາຊົນສິບມາ ຫລາຍກວ່າປະຊາຊົນຢາເຊອີກ. ເມືອງສິບມາເອີຍ ເຈົ້າເປັນດັ່ງຕົ້ນອະງຸ່ນຊຶ່ງງ່າໄປຈຸຮອດທະເລຕາຍ ແລະໄປໄກຈົນຮອດເມືອງຢາເຊ, ແຕ່ບັດນີ້ໝາກໄມ້ລະດູຮ້ອນ ແລະໝາກອະງຸ່ນຂອງພວກເຈົ້າຖືກທຳລາຍສາແລ້ວ. 33 ຄວາມສຸກ ແລະຄວາມຊົມຊື່ນຍິນດີໄດ້ຖືກນຳເອົາໜີໄປຈາກທີ່ດິນອັນອຸດົມສົມບູນຂອງໂມອາບ. ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກທີ່ບີບໝາກອະງຸ່ນ; ບໍ່ມີຄົນເຮັດເຫຼົ້າອະງຸ່ນອີກແລ້ວ ແລະບໍ່ມີສຽງໂຮຮ້ອງຊົມຊື່ນຍິນດີ. 34 ປະຊາຊົນແຫ່ງເມືອງເຮັດຊະໂບນ ແລະເອເລອາເລຮ້ອງອອກມາ ແລະສຽງຮ້ອງຂອງພວກເຂົາກໍໄດ້ຍິນເຖິງເມືອງຢາຮາດ; ແລະປະຊາຊົນເມືອງໂຊອາກໍໄດ້ຍິນ ແລະສຽງນັ້ນໄດ້ຍິນໄປຮອດເມືອງໂຮໂຣນາອິມ ແລະເອັກລາດ-ເຊລີຊີຢາ. ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກລົງ. 35 ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ປະຊາຊົນໂມອາບເຊົາເຜົາຖວາຍບູຊາ ໃນບ່ອນນະມັດສະການຕ່າງໆຂອງພວກເຂົາ ແລະເຊົາຖວາຍເຄື່ອງບູຊາຕ່າງໆແກ່ພະຂອງພວກເຂົາ. 36 ສະນັ້ນ ຈິດໃຈຂອງເຮົາຈຶ່ງໄວ້ທຸກໃຫ້ແກ່ໂມອາບ ແລະໄວ້ທຸກໃຫ້ປະຊາຊົນເມືອງກີຣະເຮເຣັດດັ່ງຜູ້ທີ່ເປົ່າຂຸ່ຍໃນງານສົບ ຍ້ອນພວກເຂົາໄດ້ສູນເສຍທຸກໆສິ່ງທີ່ພວກຕົນມີນັ້ນ. 37 ພວກເຂົາທຸກຄົນໄດ້ແຖຫົວ ແລະຕັດໜວດ. ພວກເຂົາທຸກຄົນໄດ້ປາດມືຂອງຕົນເອງ ແລະໄດ້ນຸ່ງຜ້າກະສອບເຂົ້າ. 38 ເທິງດາດຟ້າເຮືອນຂອງຊາວໂມອາບທຸກຫລັງ ແລະຕາມທີ່ສາທາລະນະທັງໝົດ ບໍ່ມີຫຍັງເລີຍນອກຈາກການໄວ້ທຸກເທົ່ານັ້ນ ຍ້ອນເຮົາໄດ້ຕີໂມອາບໃຫ້ແຕກດັ່ງຕີໝໍ້ທີ່ບໍ່ມີຜູ້ໃດຕ້ອງການ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 39 ໂມອາບໄດ້ຖືກຕີໃຫ້ກະຈັດກະຈາຍໄປສາແລ້ວ ຈົ່ງຮ້ອງໄຫ້ ໂມອາບໄດ້ຖືກອັບອາຍສາແລ້ວ. ເປັນເມືອງທີ່ຮົກຮ້າງເພພັງ ແລະຊົນຊາດທັງໝົດທີ່ຢູ່ອ້ອມແອ້ມນັ້ນກໍຫົວເຍາະເຍີ້ຍ. ໂມອາບບໍ່ມີທາງປົບໜີໄປໄດ້ 40 ພຣະເຈົ້າຢາເວໄດ້ສັນຍາວ່າຈະມີຊົນຊາດໜຶ່ງບິນລົງມາ ເທິງໂມອາບດັ່ງນົກອິນຊີພືປີກອອກກວມ 41 ແລະເມືອງຕະຫລອດທັງປ້ອມປ້ອງກັນເມືອງຈະຖືກຢຶດເອົາໝົດ. ໃນມື້ນັ້ນ ພວກທະຫານຂອງໂມອາບກໍຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ. 42 ໂມອາບຈະຖືກທຳລາຍແລະຈະບໍ່ເປັນຊົນຊາດໜຶ່ງອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ. 43 ພຣະເຈົ້າຢາເວກ່າວວ່າ, ຄວາມຢ້ານກົວອັນໃຫຍ່, ຫລຸມ ແລະບ້ວງແຮ້ວ ກຳລັງລໍຄອຍປະຊາຊົນໂມອາບຢູ່. 44 ຜູ້ໃດກໍຕາມທີ່ພະຍາຍາມປົບໜີຈາກການຢ້ານກົວອັນໃຫຍ່ນັ້ນ ຈະຕົກລົງໃນຫລຸມ ແລະຜູ້ໃດກໍຕາມທີ່ປິນຂຶ້ນຈາກຫລຸມໄດ້ກໍຈະຖືກບ້ວງແຮ້ວ, ເພາະອົງພຣະຜູ້ເປັນເຈົ້າໄດ້ຈັດເວລາໄວ້ສຳລັບໂມອາບໃຫ້ຖືກທຳລາຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 45 ພວກອົບພະຍົບຫລົບໄພທີ່ໝົດຊ່ອງທາງ ພະຍາຍາມຫາທີ່ປົກປ້ອງຄຸ້ມຄອງຢູ່ໃນເຮັດຊະໂບນ ຄືນະຄອນຊຶ່ງຄັ້ງໜຶ່ງກະສັດສີໂຫນໄດ້ປົກຄອງ ແຕ່ເມືອງນີ້ກໍຖືກເຜົາຜານ. ໄຟໄດ້ໄໝ້ເຂດແດນ ແລະພູສູງຂອງປະຊາຊົນໂມອາບຜູ້ມັກສົງຄາມ. 46 ສົງສານປະຊາຊົນໂມອາບເດ ປະຊາຊົນຜູ້ຂາບໄຫວ້ພະເຄໂມດໄດ້ຖືກທຳລາຍແລ້ວ ແລະລູກຊາຍຍິງຂອງພວກເຂົາກໍໄດ້ຖືກຈັບໄປເປັນຊະເລີຍເສິກສາແລ້ວ. 47 ແຕ່ໃນເວລາຂ້າງໜ້າ ຈະເຮັດໃຫ້ໂມອາບຈະເລີນຮຸ່ງເຮືອງຂຶ້ນໃໝ່. ສິ່ງທັງໝົດນີ້ແມ່ນເຫດການທີ່ພຣະເຈົ້າຢາເວກ່າວວ່າ ຈະເກີດຂຶ້ນກັບໂມອາບ. |
@ 2012 United Bible Societies. All Rights Reserved.