Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 47 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ເຖິງ​ຟີລິດສະຕິນ

1 ກ່ອນ​ກະສັດ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ເມືອງ​ກາຊາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ຟີລິດສະຕິນ.

2 ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.

3 ພວກເຂົາ​ຈະ​ໄດ້ຍິນ​ສຽງ​ຕີນ​ມ້າ​ແລ່ນ​ກະທືບ​ພື້ນດິນ ສຽງ​ລົດຮົບ​ຈະ​ກະທົບ​ດິນ ແລະ​ລໍ້ລົດ​ກໍ​ຈະ​ດັງ​ກ້ອງ. ພໍ່​ບໍ່ໄດ້​ຫລຽວຫລັງ​ເບິ່ງ​ລູກໆ​ຂອງຕົນ ມື​ຂອງ​ພວກເຂົາ​ຈະ​ຈັບ​ຂ້າງ​ພໍ່​ຕົນ​ຢ່າງ​ອ່ອນເພຍ​ເປ້ຍຫລ່ອຍ.

4 ເຖິງ​ເວລາ​ແລ້ວ ທີ່​ຈະ​ທຳລາຍ​ຟີລິດສະຕິນ ຕັດ​ທຸກການ​ຊ່ວຍເຫລືອ​ແຕ່​ຕີເຣ ແລະ​ຊີໂດນ​ຖິ້ມ ພຣະເຈົ້າຢາເວ​ຈະ​ທຳລາຍ​ພວກ​ຟີລິດສະຕິນ ຄື​ຄົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ນັ້ນ.

5 ຄວາມ​ເສົ້າໂສກ​ໜັກ​ໄດ້​ມາ​ສູ່​ປະຊາຊົນ​ກາຊາ ປະຊາຊົນ​ອາຊະເກໂລນ​ກໍ​ພາກັນ​ມິດງຽບ. ພວກເຈົ້າ​ຜູ້​ລອດຕາຍ​ຈາກ​ພວກ​ຄົນ​ຮ່າງໃຫຍ່ ຕ່າງ​ກໍ​ຈະ​ໄວ້ທຸກ​ດົນນານ​ປານໃດ?

6 ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’

7 ແຕ່​ຈະ​ໃຫ້​ພັກຜ່ອນ​ໄດ້​ຢ່າງໃດ ໃນ​ເມື່ອ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ວຽກ​ໃຫ້​ມັນ​ເຮັດ? ພຣະອົງ​ໄດ້​ສັ່ງ​ມັນ​ໃຫ້​ໂຈມຕີ​ເມືອງ​ອາຊະເກໂລນ ທັງ​ປະຊາຊົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ທະເລ​ນັ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan