Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 46 - ພຣະຄຳພີສັກສິ


ເອຢິບ​ຖືກ​ພ່າຍແພ້​ທີ່​ກາກເກມິດ

1 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊົນຊາດ​ທັງຫລາຍ

2 ໂດຍ​ເລີ່ມ​ຈາກ​ເອຢິບ​ກ່ອນ. ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ເຖິງ​ກອງທັບ​ຂອງ​ກະສັດ​ເນໂກ​ແຫ່ງ​ເອຢິບ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ເອົາ​ຊະນະ ທີ່​ກາກເກມິດ​ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ:

3 “ພວກ​ນາຍ​ທະຫານ​ແຫ່ງ​ເອຢິບ​ໄດ້​ຮ້ອງ​ຂຶ້ນ​ວ່າ, ‘ຕຽມ​ໂລ້​ໃຫ້​ພ້ອມ​ແລະ​ເດີນ​ເຂົ້າ​ສູ່​ສະໜາມ

4 ມັດ​ອານ​ໃສ່​ຫລັງ​ມ້າ​ແລະ​ກະໂດດ​ຂຶ້ນ​ຂີ່​ໄປ ເຂົ້າ​ປະຈຳ​ທີ່​ທັງ​ສຸບ​ໝວກເຫລັກ​ໃສ່​ຫົວ​ພວກເຈົ້າ ຝົນ​ຫອກ​ຂອງ​ພວກເຈົ້າ​ໃຫ້​ແຫລມຄົມ ໃສ່​ເຄື່ອງ​ຫຸ້ມເກາະ​ປ້ອງກັນ​ຕົວ​ໃຫ້​ດີ​ໄວ້.’

5 ແຕ່​ມີ​ຫຍັງ​ເກີດຂຶ້ນ​ຈຶ່ງ​ເຫັນ​ພວກເຂົາ​ຕົກໃຈກົວ ທະຫານ​ຂອງ​ພວກເຂົາ​ຖືກ​ຕີ​ໃຫ້​ລ່າຖອຍ​ສາ​ແລ້ວ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ​ຈຶ່ງ​ແລ່ນ​ປົບໜີໄປ ແລ່ນ​ໜີ​ຢ່າງ​ສຸດ​ກຳລັງ​ທັງ​ບໍ່​ຫລຽວ​ຄືນ​ຫລັງ​ອີກ.

6 ຄົນ​ແລ່ນ​ໄວ​ສຸດຂີດ​ກໍ​ໜີໄປ​ບໍ່ໄດ້​ເລີຍ ທະຫານ​ທັງໝົດ​ປົບໜີ​ເອົາ​ຕົວລອດ​ບໍ່ໄດ້. ຢູ່​ທາງ​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ ພວກເຂົາ​ຕ່າງ​ກໍ​ເຕະ​ສະດຸດ​ລົ້ມລົງ​ທັງນັ້ນ.

7 ຜູ້ນີ້​ຄື​ຜູ້ໃດ​ທີ່​ໂຜ່​ຫົວ​ຂຶ້ນ​ດັ່ງ​ແມ່ນໍ້ານິນ? ດັ່ງ​ແມ່ນໍ້າ​ທີ່​ກຳລັງ​ໄຫລລົ້ນ​ຖ້ວມ​ຕາຝັ່ງ.

8 ແມ່ນ​ເອຢິບ​ເອງ​ທີ່​ມາກຂຶ້ນ​ດັ່ງ​ນໍ້ານິນ ດັ່ງ​ແມ່ນໍ້າ​ທີ່​ກຳລັງ​ໄຫລລົ້ນ​ຖ້ວມ​ຕາຝັ່ງ. ເອຢິບ​ເວົ້າ​ວ່າ, ‘ເຮົາ​ຈະ​ໂຜ່​ຫົວ​ຂຶ້ນ​ຄອງ​ໂລກາ ຈະ​ທຳລາຍ​ເມືອງ​ກັບ​ຄົນ​ທີ່​ອາໄສ​ຢູ່​ທີ່ນັ້ນ.

9 ຈົ່ງ​ສັ່ງ​ຝູງມ້າ​ໃຫ້​ແລ່ນ​ແກ່​ລົດຮົບ​ອອກ​ມາ ຈົ່ງ​ໃຫ້​ພວກ​ທະຫານ​ຖື​ໂລ້​ຍ່າງ​ອອກ​ມາ​ພ້ອມ ຄື​ພວກ​ທີ່​ມາ​ແຕ່​ປະເທດ​ເອທີໂອເປຍ​ແລະ​ປະເທດ​ລີເບຍ ນັກຍິງ​ໜ້າທະນູ​ທີ່​ຊຳນານ​ຈາກ​ປະເທດ​ລີເດຍ​ດ້ວຍ.”’

10 ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.

11 ຈົ່ງ​ໄປ​ທີ່​ກີເລອາດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ໄປ​ຊອກ​ຫາ​ຫວ້ານຢາ​ກັນ​ເຖີດ ຫວ້ານຢາ​ຂອງ​ພວກເຈົ້າ​ໃຊ້​ການ​ບໍ່ໄດ້​ເລີຍ ເພາະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ບໍ່ໄດ້.

12 ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.


ກະສັດ​ເນບູ​ກາດເນັດຊາ​ຈະ​ຍົກທັບ​ມາ

13 ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ມາ​ໂຈມຕີ​ປະເທດ​ເອຢິບ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,

14 “ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ

15 ເປັນຫຍັງ​ພະ​ອາປິດ​ທີ່​ມີ​ອຳນາດ​ຈຶ່ງ​ລົ້ມລົງ? ພຣະເຈົ້າຢາເວ​ຕີ​ລາວ​ໃຫ້​ລົ້ມລົງ​ສາ​ແລ້ວ.’

16 ບັນດາ​ທະຫານ​ຂອງ​ພວກເຈົ້າ​ໄດ້​ສະດຸດ​ລົ້ມລົງ ແຕ່ລະຄົນ​ກໍ​ເວົ້າ​ໃຫ້​ກັນແລະກັນ​ວ່າ, ‘ໄວໆ​ເຖີດ ຈົ່ງ​ກັບ​ໄປ​ຫາ​ປະຊາຊົນ​ຂອງ​ພວກເຮົາ ປົບໜີ​ຈາກ​ຄົມດາບ​ສັດຕູ​ຂອງ​ພວກເຮົາ​ເຖີດ.’

17 ຈົ່ງ​ໃສ່​ຊື່​ໃໝ່​ໃຫ້​ກະສັດ​ແຫ່ງ​ເອຢິບ​ສາ​ວ່າ, ‘ຄົນ​ເວົ້າ​ຂີ້ສະຫາວ ໃຊ້​ການ​ຫຍັງ​ບໍ່ໄດ້.’

18 ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.

19 ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.

20 ເອຢິບ​ເປັນ​ດັ່ງ​ງົວແມ່​ໂຕໜຶ່ງ​ທີ່​ສະຫງ່າງາມ ທີ່​ຖືກ​ແມງວັນ​ມີໄລ​ຈາກ​ທິດເໜືອ​ກັດ​ຕອດ.

21 ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.

22 ເອຢິບ​ແລ່ນ​ໜີ​ສຽງດັງ​ຊິດໆ​ດັ່ງ​ງູ​ລິເລືອໄປ ເມື່ອ​ກອງທັບ​ສັດຕູ​ຫຍັບ​ເຂົ້າ​ມາ​ໃກ້. ພວກເຂົາ​ໂຈມຕີ​ມັນ​ດ້ວຍ​ໃຊ້​ຂວານ​ສັບ ດັ່ງ​ຄົນ​ກຳລັງ​ໃຊ້​ຂວານ​ປໍ້າ​ຕົ້ນໄມ້

23 ແລະ​ກຳລັງ​ທຳລາຍ​ປ່າ​ອັນ​ຕຶບໜາ ພຣະເຈົ້າຢາເວ​ກ່າວ​ວ່າ, ພວກເຂົາ​ມີ​ຫລາຍ​ກາຍນັບ​ດັ່ງ​ຝູງຕັກແຕນ​ເຕັ້ນ.

24 ປະຊາຊົນ​ເອຢິບ​ຕ່າງ​ກໍ​ກົ້ມ​ໜ້າ​ລົງ ເພາະ​ຕ່າງ​ກໍໄດ້​ຖືກ​ອັບອາຍ​ຂາຍໜ້າ; ພວກເຂົາ​ໄດ້​ພ່າຍແພ້​ປະຊາຊົນ​ທາງ​ທິດເໜືອ.”

25 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ອາໂມນ ພະ​ຂອງ​ເມືອງ​ເທເບ​ພ້ອມ​ກັບ​ເອຢິບ​ຕະຫລອດ​ທັງ​ພວກ​ພະ ແລະ​ບັນດາ​ກະສັດ​ດ້ວຍ. ເຮົາ​ກຳລັງ​ຈະ​ເອົາ​ກະສັດ​ເອຢິບ ແລະ​ໝົດ​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ລາວ,

26 ໄປ​ມອບ​ໃຫ້​ແກ່​ຄົນ​ທີ່​ຕ້ອງການ​ຢາກ​ຂ້າ​ພວກເຂົາ​ນັ້ນ ຄື​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງ​ລາວ. ແຕ່​ຕໍ່ມາ ປະຊາຊົນ​ຈະ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ອີກ ດັ່ງ​ພວກເຂົາ​ໄດ້​ເປັນມາ​ໃນ​ອະດີດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ

27 “ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”

28 ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ຢາໂຄບ​ຜູ້​ຮັບໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງຫລາຍ​ໃຫ້​ດັບກ້ຽງ ຄື​ບ່ອນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ຢູ່​ອາໄສ ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທັງໝົດ​ດອກ. ເຮົາ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ລ້າໆ​ກໍ​ບໍ່​ຫ່ອນ​ເປັນ ໂດຍ​ບໍ່ໄດ້​ຮັບ​ໂທດກຳ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ. ແຕ່​ເມື່ອ​ລົງໂທດ​ພວກເຈົ້າ ເຮົາ​ຈະ​ເຮັດ​ຢ່າງ​ຍຸດຕິທຳ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan