Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 45 - ພຣະຄຳພີສັກສິ


ພຣະເຈົ້າ​ສັນຍາ​ຕໍ່​ບາຣຸກ

1 ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.

2 ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ລາວ​ວ່າ, “ບາຣຸກ​ເອີຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ,

3 ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’

4 ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເຮົາ​ກຳລັງ​ດຶງ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ລົງ ແລະ​ຫລົກ​ສິ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ນັ້ນ​ຖິ້ມ. ເຮົາ​ຈະ​ກະທຳ​ສິ່ງ​ນີ້​ແຫຼະ ແກ່​ແຜ່ນດິນ​ໂລກ​ທັງໝົດ.

5 ເຈົ້າ​ກຳລັງ​ຊອກຫາ​ຜົນປະໂຫຍດ​ໃສ່​ຕົວ​ເຈົ້າ​ບໍ? ຢ່າ​ເຮັດ​ເລີຍ. ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ມະນຸດສະໂລກ​ທັງໝົດ, ພຣະເຈົ້າຢາເວ​ກ່າວ​ວ່າ ແຕ່​ຢ່າງໜ້ອຍ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ເຈົ້າ​ກໍ​ຈະ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan