ເຢເຣມີຢາ 44 - ພຣະຄຳພີສັກສິຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າເຖິງຊາວອິດສະຣາເອນໃນປະເທດເອຢິບ 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າກ່ຽວກັບຊາວອິດສະຣາເອນທັງໝົດ ທີ່ກຳລັງອາໄສຢູ່ໃນປະເທດເອຢິບ ຄືໃນເມືອງມິກໂດນ, ຕາປັນເຮັດ, ມຳຟິດ ແລະໃນທາງພາກໃຕ້ຂອງປະເທດ. 2 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ, “ພວກເຈົ້າເອງໄດ້ເຫັນການທຳລາຍທີ່ເຮົາໄດ້ນຳມາສູ່ນະຄອນເຢຣູຊາເລັມ ແລະສູ່ທຸກເມືອງຂອງຢູດາຍ. ຈົນເຖິງດຽວນີ້ ເມືອງເຫຼົ່ານັ້ນກໍຍັງຮົກຮ້າງເພພັງ ແລະບໍ່ມີຜູ້ໃດຢູ່ອາໄສ 3 ເພາະປະຊາຊົນຢູ່ໃນເມືອງເຫຼົ່ານັ້ນໄດ້ເຮັດຊົ່ວ ແລະເຮັດໃຫ້ເຮົາໂກດຮ້າຍ. ພວກເຂົາໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະໄດ້ຮັບໃຊ້ບັນດາພະທີ່ພວກເຂົາເອງ ແລະບັນພະບຸລຸດຂອງພວກເຂົາບໍ່ເຄີຍຂາບໄຫວ້. 4 ເຮົາໄດ້ສືບຕໍ່ສົ່ງພວກຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ເພື່ອບອກພວກເຈົ້າບໍ່ໃຫ້ເຮັດສິ່ງທີ່ໜ້າກຽດຊັງທີ່ເຮົາບໍ່ມັກນັ້ນ. 5 ແຕ່ພວກເຈົ້າບໍ່ໄດ້ຍອມຟັງ ຫລືເອົາໃຈໃສ່ເລີຍ. ພວກເຈົ້າບໍ່ຍອມເລີກຄວາມປະພຶດອັນຊົ່ວຊ້າສຳລັບຖວາຍບູຊາໃຫ້ບັນດາພະອື່ນ. 6 ດັ່ງນັ້ນ ເຮົາຈຶ່ງເທຄວາມໂກດຮ້າຍ ແລະຄວາມໂກດເຄືອງຂອງເຮົາ ໃສ່ເມືອງຂອງຢູດາຍ ແລະໃສ່ຕາມຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະເຮົາກໍຈູດເມືອງເຫຼົ່ານີ້ຖິ້ມໝົດ. ເມືອງເຫຼົ່ານັ້ນໄດ້ຖືກປະໃຫ້ຮົກຮ້າງເພພັງ ແລະກາຍເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ດັ່ງທີ່ເປັນຢູ່ໃນທຸກວັນນີ້. 7 ສະນັ້ນ ບັດນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງຖາມວ່າ ເປັນຫຍັງພວກເຈົ້າຈຶ່ງກະທຳສິ່ງອັນຊົ່ວຊ້າເຫຼົ່ານີ້ໃສ່ພວກເຈົ້າເອງ. ພວກເຈົ້າຢາກນຳການທຳລາຍມາສູ່ພວກຜູ້ຊາຍ, ພວກແມ່ຍິງ, ພວກເດັກນ້ອຍ, ເພື່ອບໍ່ໃຫ້ປະຊາຊົນຂອງພວກເຈົ້າຜູ້ໃດຜູ້ໜຶ່ງເຫຼືອຢູ່ບໍ? 8 ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ? 9 ພວກເຈົ້າໄດ້ລືມໄລສິ່ງທີ່ຊົ່ວຊ້າທັງໝົດຊຶ່ງບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແຫ່ງຢູດາຍກັບພັນລະຍາຂອງພວກເຂົາຕະຫລອດທັງພວກເຈົ້າເອງ ແລະເມຍຂອງພວກເຈົ້າໄດ້ເຮັດໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງໃນນະຄອນເຢຣູຊາເລັມແລ້ວບໍ? 10 ແຕ່ມາເຖິງວັນນີ້ ພວກເຈົ້າກໍບໍ່ຍອມຖ່ອມຕົວລົງເລີຍ. ພວກເຈົ້າບໍ່ໄດ້ໃຫ້ກຽດເຮົາ ຫລືດຳເນີນຊີວິດຕາມກົດບັນຍັດຕ່າງໆ ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. 11 ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງຈະຫັນມາຕໍ່ສູ້ພວກເຈົ້າ ແລະທຳລາຍດິນແດນຢູດາຍທັງໝົດ. 12 ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ. 13 ເຮົາຈະລົງໂທດພວກທີ່ອາໄສຢູ່ໃນປະເທດເອຢິບ ດັ່ງທີ່ເຮົາໄດ້ລົງໂທດນະຄອນເຢຣູຊາເລັມດ້ວຍສົງຄາມ, ດ້ວຍການຕາຍອຶດຕາຍຫິວ, ແລະດ້ວຍການເຈັບໄຂ້ໄດ້ປ່ວຍ. 14 ຈະບໍ່ມີປະຊາຊົນຢູດາຜູ້ໃດທີ່ຍັງເຫລືອຢູ່ນັ້ນ ແລະໄດ້ມາອາໄສຢູ່ໃນເອຢິບຈະປົບໜີຫລືລອດຊີວິດໄປໄດ້. ບໍ່ມີຈັກຄົນໃນພວກເຂົາຈະໄດ້ກັບຄືນໄປສູ່ດິນແດນຢູດາຍອີກ ຄືບ່ອນທີ່ພວກເຂົາຢາກຈະຢູ່ນັ້ນ. ບໍ່ມີຈັກຄົນຈະໄດ້ກັບຄືນເມືອ ນອກຈາກຊາວອົບພະຍົບພຽງແຕ່ໜ້ອຍຄົນເທົ່ານັ້ນ.” 15 ແລ້ວພວກຜູ້ຊາຍທີ່ຮູ້ຈັກວ່າ ເມຍຂອງພວກຕົນໄດ້ຖວາຍບູຊາໃຫ້ບັນດາພະອື່ນ ແລະພວກຜູ້ຍິງທັງໝົດທີ່ກຳລັງຢືນຢູ່ທີ່ນັ້ນລວມທັງຊາວອິດສະຣາເອນ ທີ່ໄດ້ອາໄສຢູ່ທາງພາກໃຕ້ຂອງເອຢິບ ຄືທັງໝົດໂຮມເປັນຊຸມນຸມຊົນໝູ່ໃຫຍ່ ໄດ້ເວົ້າຕໍ່ຂ້າພະເຈົ້າວ່າ, 16 “ພວກເຮົາບໍ່ຍອມຟັງສິ່ງທີ່ທ່ານໄດ້ບອກໃນນາມຂອງພຣະເຈົ້າຢາເວດອກ. 17 ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ. 18 ແຕ່ເມື່ອໃດພວກເຮົາເຊົາຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນ ແລະເຊົາຖອກເຫຼົ້າອະງຸ່ນແກ່ນາງ; ພວກເຮົາກໍບໍ່ມີຫຍັງເລີຍ ແລະປະຊາຊົນຂອງພວກເຮົາໄດ້ຕາຍໃນສົງຄາມ ແລະຍ້ອນການອຶດຢາກ.” 19 ຝ່າຍພວກຜູ້ຍິງກໍເວົ້າສອຍຂຶ້ນວ່າ, “ເວລາພວກເຮົາໄດ້ເຮັດເຂົ້າໜົມຫວານເປັນຮູບເຈົ້າແມ່ແຫ່ງສະຫວັນ ຖວາຍບູຊາແກ່ນາງ ແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງນັ້ນ ຜົວຂອງພວກເຮົາກໍເຫັນດີເຫັນພ້ອມໃນສິ່ງທີ່ພວກເຮົາໄດ້ເຮັດດ້ວຍ.” 20 ແລ້ວຂ້າພະເຈົ້າກໍກ່າວແກ່ພວກຜູ້ຊາຍ ແລະພວກຜູ້ຍິງທີ່ໄດ້ຕອບຂ້າພະເຈົ້າໃນທຳນອງນີ້ວ່າ, 21 “ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ? 22 ທຸກວັນນີ້ ດິນແດນຂອງພວກເຈົ້າເປັນບ່ອນຮົກຮ້າງເພພັງ ແລະບໍ່ມີຜູ້ໃດຢູ່ອາໄສໃນທີ່ນັ້ນ. ສິ່ງນັ້ນເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ແລະປະຊາຊົນໃຊ້ຊື່ນັ້ນເປັນຄຳສາບແຊ່ງ ຍ້ອນພຣະເຈົ້າຢາເວທົນເບິ່ງຄວາມຊົ່ວ ແລະຄວາມປະພຶດອັນຊົ່ວຊ້າຂອງພວກເຈົ້າບໍ່ໄດ້ອີກຕໍ່ໄປ. 23 ໄພພິບັດທີ່ຕົກມາຖືກພວກເຈົ້າໃນເວລານີ້ ກໍຍ້ອນພວກເຈົ້າໄດ້ຖວາຍບູຊາແກ່ບັນດາພະອື່ນ ແລະທັງໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວດ້ວຍ ໂດຍບໍ່ໄດ້ເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງພຣະອົງ.” 24-25 ຂ້າພະເຈົ້າໄດ້ບອກປະຊາຊົນທຸກຄົນ ໂດຍສະເພາະແລ້ວແມ່ນບັນດາພວກແມ່ຍິງ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນຢູດາທີ່ອາໄສຢູ່ໃນປະເທດເອຢິບວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ພວກເຈົ້າ ແລະເມຍຂອງພວກເຈົ້າໄດ້ເຮັດພັນທະສັນຍາອັນໜັກແໜ້ນ ຕໍ່ເຈົ້າແມ່ແຫ່ງສະຫວັນ. ພວກເຈົ້າໄດ້ສັນຍາວ່າ ຈະຖວາຍບູຊາແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ແລະຕ້ອງສືບຕໍ່ຮັກສາຄຳສັນຍາທັງຫລາຍຂອງພວກເຈົ້າ. ຖ້າດັ່ງນັ້ນກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າໄດ້ບະບົນໄວ້ສາ 26 ແຕ່ບັດນີ້ ຊາວຢູດາທັງຫລາຍທີ່ຢູ່ປະເທດເອຢິບ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວເຖີດ ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ສາບານດ້ວຍນາມຊື່ອັນຍິ່ງໃຫຍ່ຂອງເຮົາຕໍ່ຊາວອິດສະຣາເອນທຸກໆຄົນທີ່ຢູ່ໃນປະເທດເອຢິບວ່າ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຄົນໃດຄົນໜຶ່ງເອີ່ຍຊື່ຂອງເຮົາເດັດຂາດໂດຍບະບົນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງພຣະຊົນຢູ່.” 27 ເຮົາຈະເຝົ້າເບິ່ງບໍ່ໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນ ແຕ່ພວກເຈົ້າຈະຕ້ອງຖືກທຳລາຍ. ພວກເຈົ້າທັງໝົດຈະຕ້ອງຕາຍໃນສົງຄາມ ຫລືເພາະການເຈັບໄຂ້ໄດ້ປ່ວຍ ຈົນບໍ່ມີຜູ້ໃດໃນພວກເຈົ້າເຫລືອຢູ່. 28 ແຕ່ມີໜ້ອຍຄົນເທົ່ານັ້ນໃນພວກເຈົ້າ ທີ່ຈະໜີພົ້ນຈາກຄວາມຕາຍ ແລະກັບຄືນຈາກເອຢິບມາສູ່ດິນແດນຢູດາຍ. ແລ້ວພວກທີ່ລອດຊີວິດມານັ້ນກໍຈະຮູ້ວ່າ ຄຳເວົ້າຂອງຜູ້ໃດກາຍເປັນຈິງ ຂອງເຮົາຫລືຂອງພວກເຂົາແທ້.’ 29 ພຣະເຈົ້າຢາເວກ່າວວ່າ, ‘ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືເຮົາຈະລົງໂທດພວກເຈົ້າໃນບ່ອນນີ້ ເພື່ອພວກເຈົ້າຈະໄດ້ຮູ້ວ່າຖ້ອຍຄຳທັງຫລາຍຂອງເຮົາທີ່ວ່າ ຈະນຳການທຳລາຍມາສູ່ພວກເຈົ້ານັ້ນຈະກາຍເປັນຈິງ.’ 30 ພຣະເຈົ້າຢາເວກ່າວວ່າ, ‘ເຮົາຈະມອບກະສັດຟາໂຣໂຮຟະຣາແຫ່ງເອຢິບ ໃຫ້ແກ່ສັດຕູຜູ້ທີ່ຢາກສັງຫານລາວນັ້ນ ດັ່ງທີ່ເຮົາໄດ້ມອບກະສັດເຊເດກີຢາແຫ່ງຢູດາຍ ໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືສັດຕູຜູ້ທີ່ຢາກສັງຫານລາວ.”’ |
@ 2012 United Bible Societies. All Rights Reserved.