ເຢເຣມີຢາ 43 - ພຣະຄຳພີສັກສິເຢເຣມີຢາຖືກນຳຕົວໄປປະເທດເອຢິບ 1 ເມື່ອເຢເຣມີຢາກ່າວຕໍ່ປະຊາຊົນເຖິງຖ້ອຍຄຳທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໄດ້ໃຊ້ເພິ່ນໃຫ້ບອກພວກເຂົາຈົບແລ້ວ. 2 ອາຊາຣີຢາລູກຊາຍຂອງໂຮຊາອີຢາ ແລະໂຢຮານານລູກຊາຍຂອງກາເຣຢາ ພ້ອມດ້ວຍຄົນອວດດີອື່ນໆທັງໝົດໄດ້ເວົ້າຕໍ່ຂ້າພະເຈົ້າວ່າ, “ເຈົ້າເວົ້າບໍ່ຈິງ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ບໍ່ໄດ້ໃຊ້ເຈົ້າມາບອກພວກເຮົາບໍ່ໃຫ້ໄປອາໄສຢູ່ທີ່ປະເທດເອຢິບ. 3 ບາຣຸກລູກຊາຍຂອງເນຣີຢາໄດ້ຍຸແຫຍ່ເຈົ້າໃຫ້ຕໍ່ສູ້ພວກເຮົາ ເພື່ອວ່າຊາວບາບີໂລນຈະໄດ້ມີອຳນາດເໜືອພວກເຮົາ ແລະຂ້າພວກເຮົາ ຫລືຈັບພວກເຮົາທັງໝົດໄປບາບີໂລນຄືກັນ.” 4 ສະນັ້ນ ຈຶ່ງບໍ່ມີຜູ້ໃດເລີຍທີ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ເພື່ອອາໄສຢູ່ໃນດິນແດນຢູດາຍ ບໍ່ວ່າແຕ່ໂຢຮານານລູກຊາຍຂອງກາເຣຢາ ຫລືຜູ້ນຳຝ່າຍທະຫານຜູ້ໃດຜູ້ໜຶ່ງ ຫລືປະຊາຊົນຄົນໃດຄົນໜຶ່ງ. 5 ແລ້ວໂຢຮານານລູກຊາຍຂອງກາເຣຢາ ແລະຜູ້ນຳຝ່າຍທະຫານທັງໝົດກໍໄດ້ພາທຸກໆຄົນ ທີ່ເຫຼືອຢູ່ໃນດິນແດນຢູດາຍໜີໄປປະເທດເອຢິບ ພ້ອມດ້ວຍປະຊາຊົນທັງໝົດທີ່ໄດ້ກັບມາແຕ່ປະເທດຕ່າງໆ ທີ່ພວກເຂົາໄດ້ຖືກກະຈັດກະຈາຍໄປນັ້ນມີດັ່ງນີ້: 6 ພວກຜູ້ຊາຍ, ພວກແມ່ຍິງ, ພວກເດັກນ້ອຍ ແລະພວກລູກສາວຂອງກະສັດ. ພວກເຂົາໄດ້ເອົາທຸກໆຄົນທີ່ເນບູຊາຣາດານ ຜູ້ບັນຊາການທະຫານ ໄດ້ປະໄວ້ໃຫ້ຢູ່ໃຕ້ການດູແລເບິ່ງແຍງຂອງເກດາລີຢາລູກຊາຍຂອງອາຮີກຳ ຫລານຊາຍຂອງຊາຟານນັ້ນໜີໄປ ລວມທັງບາຣຸກລູກຊາຍຂອງເນຣີຢາແລະຂ້າພະເຈົ້າດ້ວຍ. 7 ພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະຕ່າງກໍມຸ່ງໜ້າເຂົ້າໄປສູ່ປະເທດເອຢິບ ຈົນເຖິງເມືອງຕາປັນເຮັດ. 8 ໃນທີ່ນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າໃນເມືອງຕາປັນເຮັດວ່າ, 9 “ຈົ່ງເອົາຫີນໃຫຍ່ບາງກ້ອນມາຝັງໄວ້ ຢູ່ຕໍ່ໜ້າທາງເຂົ້າສູ່ພະຣາຊວັງຂອງຟາໂຣ ແລະໃຫ້ພວກອິດສະຣາເອນບາງຄົນຮູ້ເຫັນສິ່ງທີ່ເຈົ້າເຮັດ. 10 ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ. 11 ເນບູກາດເນັດຊາຈະມາເອົາຊະນະເອຢິບ. ປະຊາຊົນເຫຼົ່ານັ້ນທີ່ຮັບເຄາະກຳໃຫ້ຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ ກໍຈະຕາຍຍ້ອນການເຈັບໄຂ້ໄດ້ປ່ວຍ; ພວກທີ່ຮັບເຄາະກຳໃຫ້ຖືກຈັບໄປເປັນຊະເລີຍເສິກ ກໍຈະຖືກຈັບໄປເປັນຊະເລີຍເສິກ; ແລະພວກທີ່ຮັບເຄາະກຳໃຫ້ຖືກຂ້າໃນສົງຄາມ ກໍຈະຖືກຂ້າໃນສົງຄາມ. 12 ເຮົາຈະໃຊ້ໄຟຈູດວິຫານຂອງບັນດາພະແຫ່ງຊາວເອຢິບ ແລະກະສັດແຫ່ງບາບີໂລນຈະຈູດບັນດາພະຂອງພວກເຂົາ ຫລືບໍ່ດັ່ງນັ້ນ ຈະຂົນເອົາໄປນຳ. ຄົນລ້ຽງແກະເກັບເຫົາອອກຈາກເຄື່ອງນຸ່ງຂອງຕົນໃຫ້ສະອາດສັນໃດ ກະສັດແຫ່ງບາບີໂລນກໍຈະເກັບເອົາດິນແດນຂອງເອຢິບໃຫ້ສະອາດສັນນັ້ນ ແລ້ວລາວກໍຈະຈາກໄປຢ່າງມີໄຊ. 13 ລາວຈະທຳລາຍອານຸສາວະລີຕ່າງໆ ຊຶ່ງເປັນເສົາຫີນສັກສິດທີ່ເຮລີໂອໂປລີໃນປະເທດເອຢິບ ແລະຈະຈູດວິຫານຂອງບັນດາພະຊາວເອຢິບດ້ວຍ.”’ |
@ 2012 United Bible Societies. All Rights Reserved.