ເຢເຣມີຢາ 42 - ພຣະຄຳພີສັກສິປະຊາຊົນຂໍເຢເຣມີຢາພາວັນນາອະທິຖານເພື່ອ 1 ແລ້ວບັນດາຜູ້ນຳຝ່າຍທະຫານທັງໝົດຮ່ວມກັບໂຢຮານານລູກຊາຍຂອງກາເຣຢາ ແລະອາຊາຣີຢາ ລູກຊາຍຂອງໂຮຊາອີຢາ ກໍໄດ້ພາປະຊາຊົນທຸກຊົນຊັ້ນມາຫາຂ້າພະເຈົ້າ 2 ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ. 3 ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອວ່າພຣະອົງຈະສຳແດງໃຫ້ພວກເຮົາເຫັນວ່າ ຄວນຈະໄປທາງໃດ ແລະຄວນຈະເຮັດສິ່ງໃດ.” 4 ຂ້າພະເຈົ້າຈຶ່ງຕອບວ່າ, “ຖ້າດັ່ງນັ້ນ ກໍດີແລ້ວ; ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕາມທີ່ພວກເຈົ້າໄດ້ຂໍຮ້ອງມາ, ແລະເມື່ອພຣະເຈົ້າຢາເວກ່າວສິ່ງໃດສິ່ງໜຶ່ງແລ້ວ ຂ້ອຍຈະບອກພວກເຈົ້າ. ຂ້ອຍຈະບໍ່ປິດບັງສິ່ງໃດໆຕໍ່ພວກເຈົ້າເລີຍ.” 5 ແລ້ວພວກເຂົາກໍເວົ້າຕໍ່ຂ້າພະເຈົ້າວ່າ, “ຂໍໃຫ້ພຣະເຈົ້າຢາເວເປັນພະຍານຢ່າງແທ້ຈິງ ແລະຢ່າງສັດຊື່ຕໍ່ພວກເຮົາ ຖ້າພວກເຮົາບໍ່ປະຕິບັດຕາມຂໍ້ຄຳສັ່ງທັງໝົດ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບໃຫ້. 6 ເຖິງແມ່ນວ່າຂໍ້ຄຳສັ່ງນັ້ນຈະພໍໃຈພວກເຮົາ ຫລືບໍ່ກໍຕາມ ພວກເຮົາກໍຈະເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຄືອົງທີ່ພວກເຮົາກຳລັງຂໍຮ້ອງທ່ານໃຫ້ພາວັນນາອະທິຖານຫານັ້ນ. ທຸກສິ່ງຈະເປັນໄປໂດຍດີສຳລັບພວກເຮົາ ຖ້າພວກເຮົາເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.” ພຣະເຈົ້າຢາເວຕອບຄຳພາວັນນາອະທິຖານຂອງເຢເຣມີຢາ 7 ສິບວັນຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ; 8 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນໂຢຮານານລູກຊາຍຂອງກາເຣຢາ ແລະບັນດາຜູ້ນຳຝ່າຍທະຫານທຸກໆຄົນທີ່ມານຳລາວນັ້ນ ພ້ອມທັງປະຊາຊົນອື່ນໆອີກທັງໝົດມາໂຮມກັນ. 9 ຂ້າພະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ອົງທີ່ພວກເຈົ້າຮ້ອງຂໍໃຫ້ຂ້ອຍພາວັນນາອະທິຖານເພື່ອນັ້ນໄດ້ກ່າວວ່າ, 10 ‘ຖ້າພວກເຈົ້າຢາກອາໄສຢູ່ໃນດິນແດນນີ້ຕໍ່ໄປແລ້ວ ເຮົາກໍຈະສ້າງພວກເຈົ້າຂຶ້ນ ແລະບໍ່ແມ່ນທຳລາຍພວກເຈົ້າລົງ; ເຮົາຈະປູກພວກເຈົ້າ ແລະຈະບໍ່ຫລົກພວກເຈົ້າຖິ້ມ. ການທຳລາຍທີ່ເຮົານຳມາສູ່ພວກເຈົ້ານັ້ນ ໄດ້ເຮັດໃຫ້ເຮົາມີຄວາມທຸກໃຈຫລາຍ. 11 ຢ່າຢ້ານກົວກະສັດແຫ່ງບາບີໂລນຜູ້ທີ່ເຈົ້າຢ້ານກົວຢູ່ນັ້ນ ພຣະເຈົ້າຢາເວກ່າວວ່າ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບພວກເຈົ້າ ແລະເຮົາຈະຊ່ວຍກູ້ເອົາພວກເຈົ້າອອກຈາກອຳນາດຂອງລາວ. 12 ເພາະເຮົາມີຄວາມເມດຕາ ເຮົາຈະເຮັດໃຫ້ລາວມີຄວາມເມດຕາພວກເຈົ້າ ແລະປ່ອຍໃຫ້ພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນຂອງພວກເຈົ້າ.’ 13-15 ແຕ່ພວກເຈົ້າຜູ້ທີ່ເຫຼືອຢູ່ໃນດິນແດນຢູດາຍນີ້ ຈະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຈະຕ້ອງຍອມຮັບວ່າຈະບໍ່ໜີໄປຈາກດິນແດນນີ້. ພວກເຈົ້າຈະບໍ່ຕ້ອງເວົ້າວ່າ, ‘ບໍ່ ພວກເຮົາຈະໄປອາໄສຢູ່ໃນປະເທດເອຢິບ ບ່ອນທີ່ພວກເຮົາຈະບໍ່ຕ້ອງປະເຊີນໜ້າກັບສົງຄາມ ຫລືໄດ້ຍິນສຽງເອີ້ນໃຫ້ເຂົ້າໄປເຮັດເສິກ ຫລືຕ້ອງອຶດຢາກອີກຕໍ່ໄປ.’ ຖ້າພວກເຈົ້າເວົ້າເຊັ່ນນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ຖ້າພວກເຈົ້າຕັ້ງໃຈທີ່ຈະໄປອາໄສຢູ່ໃນປະເທດເອຢິບ 16 ແລ້ວເສິກທີ່ພວກເຈົ້າຢ້ານນີ້ ກໍຈະເກີດຂຶ້ນກັບພວກເຈົ້າຄືກັນຢູ່ໃນປະເທດເອຢິບ ແລະການຕາຍອຶດຕາຍຫິວທີ່ພວກເຈົ້າຢ້ານກົວນັ້ນ ຈະຕາມພວກເຈົ້າໄປ ແລະພວກເຈົ້າຈະຕາຍຢູ່ໃນປະເທດເອຢິບ. 17 ປະຊາຊົນທຸກຄົນທີ່ຕັ້ງໃຈໄປອາໄສຢູ່ໃນປະເທດເອຢິບຈະຕາຍໃນສົງຄາມ ຫລືເພາະການຕາຍອຶດຕາຍຫິວ ຫລືເພາະການເຈັບໄຂ້ໄດ້ປ່ວຍ. ບໍ່ມີຜູ້ໃດທີ່ຈະລອດຊີວິດໄດ້ ບໍ່ມີຜູ້ໃດທີ່ຈະປົບໜີຈາກໄພພິບັດ ທີ່ເຮົາກຳລັງນຳມາສູ່ພວກເຂົາໄດ້.’ 18 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’ 19 ໂອ ຊາວຢູດາທີ່ຍັງເຫຼືອຢູ່ເອີຍ ພຣະເຈົ້າຢາເວໄດ້ບອກພວກເຈົ້າວ່າ, ‘ຢ່າສູ່ໄປປະເທດເອຢິບ.’ ຈົ່ງຮູ້ແນ່ວ່າ ຂ້ອຍໄດ້ເຕືອນພວກເຈົ້າໃນວັນນີ້ 20 ເພາະພວກເຈົ້າກຳລັງເຮັດຜິດພາດຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍໃຫ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າວ່າ, ‘ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະພວກເຮົາກໍຈະເຮັດຕາມທຸກສິ່ງທີ່ພຣະອົງສັ່ງ.’ 21 ບັດນີ້ ຂ້ອຍໄດ້ບອກພວກເຈົ້າແລ້ວ, ແຕ່ພວກເຈົ້າບໍ່ເຊື່ອຟັງທຸກໆສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ໃຊ້ຂ້ອຍມາບອກພວກເຈົ້າ. 22 ສະນັ້ນ ຈົ່ງຈົດຈຳສິ່ງນີ້ໄວ້ ຄືພວກເຈົ້າຈະຕາຍໃນສົງຄາມ ຫລືເພາະການຕາຍອຶດຕາຍຫິວ ຫລືເພາະການເຈັບໄຂ້ໄດ້ປ່ວຍຢູ່ໃນດິນແດນ ບ່ອນທີ່ພວກເຈົ້າຢາກໄປອາໄສຢູ່ນັ້ນ.” |
@ 2012 United Bible Societies. All Rights Reserved.