Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 41 - ພຣະຄຳພີສັກສິ

1 ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ

2 ອິດຊະມາເອນ​ແລະ​ທະຫານ​ສິບ​ຄົນ​ທີ່​ມາ​ນຳ​ຕົນ ກໍ​ຊັກ​ດາບ​ອອກ ແລະ​ຂ້າ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ຫຼານຊາຍ​ຂອງ​ຊາຟານ.

3 ອິດຊະມາເອນ​ຍັງ​ໄດ້​ຂ້າ​ຊາວ​ອິດສະຣາເອນ​ທຸກຄົນ​ທີ່​ຢູ່​ກັບ​ເກດາລີຢາ​ໃນ​ເມືອງ​ມີຊະປາ ແລະ​ພວກ​ທະຫານ​ຊາວ​ບາບີໂລນ​ທີ່​ຢູ່​ໃນ​ທີ່ນັ້ນ.

4 ວັນ​ຕໍ່ມາ ກ່ອນ​ທີ່​ຈະ​ມີ​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ​ເກດາລີຢາ​ໄດ້​ຖືກ​ລອບ​ສັງຫານ

5 ກໍ​ມີ​ແປດສິບ​ຄົນ​ມາ​ຈາກ​ເມືອງ​ຊີເຄມ, ຊີໂລ ແລະ​ຊາມາເຣຍ. ພວກເຂົາ​ທຸກຄົນ​ແຖ​ໜວດ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ ແລະ​ປາດ​ເນື້ອ​ຕົວ​ຕົນເອງ. ພວກເຂົາ​ນຳ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ມາ​ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

6 ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ອອກ​ຈາກ​ເມືອງ​ມີຊະປາ​ໄປ​ພົບ​ພວກເຂົາ ທັງ​ຮ້ອງໄຫ້​ດ້ວຍ. ເມື່ອ​ມາ​ເຖິງ​ພວກເຂົາ​ແລ້ວ ລາວ​ຈຶ່ງ​ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ​ເບິ່ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ.”

7 ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ແລະ​ຄົນ​ຂອງຕົນ​ກໍ​ຂ້າ​ພວກເຂົາ​ຖິ້ມ ແລະ​ໂຍນ​ຊາກສົບ​ຂອງ​ພວກເຂົາ​ລົງ​ໃນ​ນໍ້າສ້າງ.

8 ແຕ່​ມີ​ຊາຍ​ສິບ​ຄົນ​ໃນ​ໝວດ​ນັ້ນ​ໄດ້​ເວົ້າ​ຕໍ່​ອິດຊະມາເອນ​ວ່າ, “ຢ່າ​ສູ່​ຂ້າ​ພວກ​ຂ້ານ້ອຍ​ທ້ອນ ພວກ​ຂ້ານ້ອຍ​ມີ​ເຂົ້າບາເລ, ເຂົ້າເດືອຍ, ນໍ້າມັນ​ໝາກກອກເທດ ແລະ​ນໍ້າເຜິ້ງ​ຊຶ່ງ​ພວກ​ຂ້ານ້ອຍ​ໄດ້​ເຊື່ອງ​ໄວ້​ຢູ່​ໃນ​ນາ.” ສະນັ້ນ ລາວ​ຈຶ່ງ​ໄວ້​ຊີວິດ​ຄົນ​ເຫຼົ່ານີ້.

9 ນໍ້າສ້າງ​ທີ່​ອິດຊະມາເອນ​ໂຍນ​ຊາກສົບ​ຂອງ​ຄົນ​ທີ່​ລາວ​ໄດ້​ຂ້າ​ລົງ​ໄປ​ໃນ​ນັ້ນ ເປັນ​ນໍ້າສ້າງ​ໃຫຍ່ ທີ່​ກະສັດ​ອາສາ​ໄດ້​ຂຸດ​ຄາວ​ທີ່​ເພິ່ນ​ໄດ້​ຖືກ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໂຈມຕີ. ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ຈຶ່ງ​ໃຊ້​ດິນ​ຖົມ​ນໍ້າສ້າງ​ນີ້​ພ້ອມ​ກັບ​ຊາກສົບ​ເຫຼົ່ານີ້.

10 ຕໍ່ມາ ລາວ​ໄດ້​ເອົາ​ພວກ​ລູກສາວ​ຂອງ​ກະສັດ​ກັບ​ປະຊາຊົນ​ທັງໝົດ ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມີຊະປາ ຊຶ່ງ​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ໄດ້​ມອບ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເປັນ​ຜູ້ເບິ່ງແຍງ ໄປ​ເປັນ​ຊະເລີຍເສິກ. ອິດຊະມາເອນ​ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ ແລະ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ເຂດແດນ​ອຳໂມນ.

11 ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ໄດ້ຍິນ​ເຖິງ​ອາດຊະຍາກຳ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ກໍ່​ຂຶ້ນ.

12 ສະນັ້ນ ພວກເຂົາ​ຈຶ່ງ​ຕາມ​ລາວ​ໄປ​ພ້ອມ​ກັບ​ຄົນ​ຂອງ​ພວກ​ຕົນ ແລະ​ໄປ​ທັນ​ລາວ​ໃກ້​ສະ​ນໍ້າ​ໃຫຍ່​ທີ່​ເມືອງ​ກີເບໂອນ.

13 ເມື່ອ​ພວກ​ຊະເລີຍ​ຂອງ​ອິດຊະມາເອນ​ເຫັນ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ມາ​ກັບ​ລາວ ພວກເຂົາ​ຕ່າງ​ກໍ​ດີໃຈ

14 ແລະ​ປະຊາຊົນ​ທັງໝົດ​ທີ່​ອິດຊະມາເອນ​ໄດ້ຈັບ​ໄປ​ຈາກ​ເມືອງ​ມີຊະປາ​ກໍໄດ້​ຕ່າວຄືນ​ແລະ​ຫັນກັບ​ໄປ​ນຳ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ.

15 ສ່ວນ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ແລະ​ຄົນ​ຂອງຕົນ​ແປດ​ຄົນ​ນັ້ນ ຕ່າງ​ກໍ​ປົບໜີ​ຈາກ​ໂຢຮານານ​ໄປ​ສູ່​ດິນແດນ​ອຳໂມນ.

16 ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ມາ​ກັບ​ຕົນ ກໍ​ກຳກັບ​ເອົາ​ປະຊາຊົນ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຈັບ​ເອົາ​ມາ​ແຕ່​ເມືອງ​ມີຊະປາ​ໄປ​ເປັນ​ຊະເລີຍ ຫລັງຈາກ​ທີ່​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລ້ວ ຄື​ພວກ​ທະຫານ, ພວກຜູ້ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ຊາຍ​ກະເທີຍ.

17-18 ພວກເຂົາ​ຢ້ານກົວ​ຊາວ​ບາບີໂລນ ຍ້ອນ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ຜູ້​ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສຳເລັດ​ຣາຊການ​ດິນແດນ​ແທນ​ເພິ່ນ. ສະນັ້ນ ພວກເຂົາ​ຈຶ່ງ​ມຸ່ງໜ້າ​ໄປ​ສູ່​ປະເທດ​ເອຢິບ ເພື່ອ​ປົບໜີ​ຈາກ​ພວກ​ບາບີໂລນ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ພວກເຂົາ​ໄດ້​ຢຸດ​ຢູ່​ທີ່​ເມືອງ​ກິມຮາມ​ໃກ້​ກັບ​ເມືອງ​ເບັດເລເຮັມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan