ເຢເຣມີຢາ 40 - ພຣະຄຳພີສັກສິເຢເຣມີຢາອາໄສຢູ່ກັບເກດາລີຢາ 1 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ ຫລັງຈາກເນບູຊາຣາດານ ຜູ້ບັນຊາການທະຫານໄດ້ປ່ອຍຂ້າພະເຈົ້າແລ້ວທີ່ເມືອງຣາມາ. ຂ້າພະເຈົ້າໄດ້ຖືກນຳຕົວໄປທີ່ນັ້ນ ໂດຍຖືກລ່າມໂສ້ໄປພ້ອມກັບປະຊາຊົນຄົນອື່ນໆຈາກນະຄອນເຢຣູຊາເລັມ ແລະຢູດາຍ ຄືພວກທີ່ໄດ້ຖືກຈັບເປັນຊະເລີຍເສິກໄປສູ່ບາບີໂລນ. 2 ຜູ້ບັນຊາການທະຫານໄດ້ພາຂ້າພະເຈົ້າແວະອອກມາ ແລະເວົ້າວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໄດ້ຂູ່ວ່າ ຈະກະທຳໃຫ້ດິນແດນນີ້ຈິບຫາຍ 3 ແລະບັດນີ້ ພຣະເຈົ້າຢາເວກໍໄດ້ກະທຳດັ່ງທີ່ພຣະອົງໄດ້ກ່າວໄວ້ນັ້ນ. ເຫດການທັງໝົດທີ່ໄດ້ເກີດຂຶ້ນນີ້ ກໍເພາະປະຊາຊົນຂອງເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະບໍ່ໄດ້ເຊື່ອຟັງພຣະອົງ. 4 ບັດນີ້ ຂ້ອຍຈະແກ້ໂສ້ທີ່ລ່າມເຈົ້າອອກ ແລະປົດປ່ອຍເຈົ້າໃຫ້ເປັນອິດສະຫລະ. ຖ້າເຈົ້າຢາກໄປບາບີໂລນນຳຂ້ອຍ ເຈົ້າກໍໄປໄດ້ ແລະຂ້ອຍຈະເບິ່ງແຍງເຈົ້າ. ແຕ່ຖ້າເຈົ້າບໍ່ຢາກໄປ ກໍບໍ່ຈຳເປັນຕ້ອງໄປ. ເຈົ້າເລືອກໄປທີ່ໃດກໍໄດ້ໃນທົ່ວດິນແດນນີ້ ແລະເຈົ້າໄປທີ່ໃດກໍໄດ້ຕາມທີ່ເຈົ້າຕ້ອງການ.” 5 ເມື່ອຂ້າພະເຈົ້າບໍ່ຕອບ ເນບູຊາຣາດານກໍເວົ້າຂຶ້ນວ່າ, “ຈົ່ງກັບຄືນເມືອຫາເກດາລີຢາ ລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງລາວ ໃຫ້ເປັນຜູ້ສຳເລັດຣາຊການຂອງເມືອງຂອງຢູດາຍແທນເພິ່ນ. ເຈົ້າອາດຢູ່ກັບລາວ ແລະອາໄສຢູ່ທ່າມກາງປະຊາຊົນກໍໄດ້ ຫລືເຈົ້າຈະໄປທີ່ໃດກໍໄດ້ ຕາມທີ່ເຈົ້າຄິດເຫັນວ່າເໝາະສົມ.” ແລ້ວເພິ່ນກໍມອບຂອງຂວັນ ແລະອາຫານບາງສ່ວນໃຫ້ຂ້າພະເຈົ້າເອົາໄປນຳ ແລະປ່ອຍໃຫ້ຂ້າພະເຈົ້າໄປຕາມທາງຂອງຂ້າພະເຈົ້າ. 6 ຂ້າພະເຈົ້າໄດ້ໄປຢູ່ກັບເກດາລີຢາໃນເມືອງມີຊະປາ ແລະອາໄສຢູ່ໃນທ່າມກາງປະຊາຊົນທີ່ຍັງເຫລືອຢູ່ໃນດິນແດນນັ້ນ. ເກດາລີຢາ ຜູ້ສຳເລັດຣາຊການແຫ່ງຢູດາຍ ( 2 ກສ 25:22-24 ) 7 ຍັງມີນາຍທະຫານແລະທະຫານບາງຄົນທີ່ບໍ່ຍອມຈຳນົນ. ພວກເຂົາໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາ ໃຫ້ເປັນຜູ້ສຳເລັດຣາຊການປະເທດ ແລະໃຫ້ເພິ່ນກຳກັບພວກທີ່ບໍ່ໄດ້ຖືກຈັບໄປເປັນຊະເລີຍທີ່ບາບີໂລນ ຄືປະຊາຊົນທັງໝົດຜູ້ຍາກຈົນທີ່ສຸດຢູ່ໃນອານາຈັກ. 8 ສະນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດ, ບັນດາລູກຊາຍຂອງເອຟາອີຈາກເມືອງເນໂຕຟາ ແລະຢາອາຊານີຢາ ຈາກເມືອງມາອາກາ ຈຶ່ງໄດ້ນຳຄົນຂອງພວກຕົນໄປຫາເກດາລີຢາທີ່ເມືອງມີຊະປາ. 9 ເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານຈຶ່ງເວົ້າກັບພວກເຂົາວ່າ, “ຂ້ອຍຂໍຮັບຮອງວ່າ ພວກເຈົ້າບໍ່ຈຳເປັນຕ້ອງຢ້ານທີ່ຈະຍອມຈຳນົນຕໍ່ຊາວບາບີໂລນ. ຈົ່ງຕັ້ງຖິ່ນຖານຢູ່ໃນດິນແດນນີ້ຮັບໃຊ້ກະສັດແຫ່ງບາບີໂລນ ແລະທຸກສິ່ງຈະເປັນໄປໂດຍດີສຳລັບພວກເຈົ້າ. 10 ຂ້ອຍເອງຈະຢູ່ທີ່ເມືອງມີຊະປານີ້ເປັນຜູ້ຕາງໜ້າຂອງພວກເຈົ້າ ເມື່ອພວກບາບີໂລນມາທີ່ນີ້, ແຕ່ພວກເຈົ້າຮວບຮວມ ແລະສະສົມເຫຼົ້າອະງຸ່ນ, ຜົນລະໄມ້ ແລະນໍ້າມັນໝາກກອກເທດ ແລະອາໄສຢູ່ໃນໝູ່ບ້ານທີ່ພວກເຈົ້າຄຸ້ມຄອງນັ້ນໄດ້.” 11 ໃນຂະນະດຽວກັນນັ້ນ ຊາວອິດສະຣາເອນທັງໝົດທີ່ໄດ້ອາໄສຢູ່ໃນໂມອາບ, ອຳໂມນ, ເອໂດມ ແລະດິນແດນອື່ນອີກໄດ້ຍິນວ່າ ກະສັດແຫ່ງບາບີໂລນໄດ້ອະນຸຍາດໃຫ້ຊາວອິດສະຣາເອນບາງຄົນອາໄສຢູ່ໃນຢູດາຍໄດ້ ແລະເພິ່ນແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານໃຫ້ເປັນຜູ້ສຳເລັດຣາຊການຂອງພວກເຂົາ. 12 ສະນັ້ນ ພວກເຂົາຈຶ່ງອອກໜີຈາກບ່ອນຕ່າງໆ ທີ່ພວກຕົນໄດ້ກະຈັດກະຈາຍໄປນັ້ນ ແລະກັບຄືນມາຢູດາຍ. ພວກເຂົາໄດ້ມາຫາເກດາລີຢາທີ່ເມືອງມີຊະປາ; ໃນທີ່ນັ້ນ ພວກເຂົາໄດ້ຮວບຮວມເຫຼົ້າອະງຸ່ນ ແລະຜົນລະໄມ້ໄວ້ເປັນຈຳນວນຫລວງຫລາຍ. ເກດາລີຢາຖືກລອບສັງຫານ ( 2 ກສ 25:25-26 ) 13 ຫລັງຈາກນີ້ ໂຢຮານານລູກຊາຍຂອງກາເຣຢາ ແລະບັນດາຜູ້ນຳຝ່າຍທະຫານທີ່ບໍ່ຍອມຈຳນົນ ໄດ້ມາຫາເກດາລີຢາທີ່ເມືອງມີຊະປາ 14 ແລະກ່າວແກ່ເພິ່ນວ່າ, “ທ່ານບໍ່ຮູ້ຫລືວ່າ ກະສັດບາອາລີແຫ່ງອຳໂມນໄດ້ໃຊ້ອິດຊະມາເອນລູກຊາຍຂອງເນທານີຢາມາລອບສັງຫານທ່ານ?” ແຕ່ເກດາລີຢາລູກຊາຍຂອງອາຮີກຳບໍ່ເຊື່ອພວກເຂົາ. 15 ແລ້ວໂຢຮານານລູກຊາຍຂອງກາເຣຢາກໍເວົ້າຕໍ່ເພິ່ນເປັນທາງລັບທີ່ມີຊະປາວ່າ, “ຈົ່ງໃຫ້ຂ້ານ້ອຍໄປສັງຫານອິດຊະມາເອນສາ ແລະຈະບໍ່ມີຄົນຮູ້ວ່າແມ່ນຜູ້ໃດເປັນຄົນຂ້າ. ເປັນຫຍັງຈຶ່ງຈະປ່ອຍໃຫ້ລາວມາລອບສັງຫານທ່ານ? ການກະທຳເຊັ່ນນັ້ນກໍຈະເປັນເຫດໃຫ້ຊາວຢິວທັງໝົດ ທີ່ມາເຕົ້າໂຮມກັນຢູ່ນຳທ່ານນັ້ນຕ້ອງຖືກກະຈັດກະຈາຍໄປ ຊຶ່ງຈະນຳຄວາມຈິບຫາຍຢ່າງໃຫຍ່ຫລວງ ມາສູ່ປະຊາຊົນທຸກໆຄົນທີ່ຍັງເຫລືອຢູ່ໃນຢູດາຍ.” 16 ແຕ່ເກດາລີຢາລູກຊາຍຂອງອາຮີກຳໄດ້ຕອບໂຢຮານານລູກຊາຍຂອງກາເຣຢາວ່າ, “ຢ່າເຮັດເລີຍ ສິ່ງທີ່ເຈົ້າກຳລັງເວົ້າກ່ຽວກັບອິດຊະມາເອນນັ້ນ ບໍ່ເປັນຄວາມຈິງດອກ.” |
@ 2012 United Bible Societies. All Rights Reserved.