ເຢເຣມີຢາ 4 - ພຣະຄຳພີສັກສິພຣະເຈົ້າເອີ້ນໃຫ້ກັບໃຈໃໝ່ 1 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາດອິດສະຣາເອນເອີຍ ຖ້າພວກເຈົ້າຢາກຈະກັບຄືນມາ ກໍຈົ່ງກັບຄືນມາຫາເຮົາເທີ້ນ. ຖ້າພວກເຈົ້າໂຍນຮູບເຄົາຣົບທີ່ເຮົາກຽດຊັງຖິ້ມ ແລະສັດຊື່ຕໍ່ເຮົາ 2 ການທີ່ພວກເຈົ້າຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ກໍເປັນການຖືກຕ້ອງແລ້ວ ທຸກໆຊົນຊາດກໍຈະຂໍເຮົາອວຍພອນພວກເຂົາ ແລະພວກເຂົາກໍຈະສັນລະເສີນເຮົາ.” 3 ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມວ່າ, “ຈົ່ງໄຖນາເຮື້ອຂອງພວກເຈົ້າສາ; ຢ່າຫວ່ານເມັດເຂົ້າລົງໃນກໍໜາມ. 4 ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.” ຢູດາຖືກນາບຂູ່ດ້ວຍການຮຸກຮານ 5 ຈົ່ງເປົ່າແກສັນຍານໄພໄປທົ່ວດິນແດນຢູດາຍ ຈົ່ງຮ້ອງສຽງດັງໆ ອອກມາໃຫ້ຊັດແຈ້ງ ຈົ່ງບອກຊາວຢູດາ ແລະຊາວນະຄອນເຢຣູຊາເລັມ ໃຫ້ແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນໄວ້. 6 ຈົ່ງໃຫ້ສັນຍານໄພແກ່ບ່ອນໃກ້ໆພູເຂົາຊີໂອນ ຈົ່ງແລ່ນໜີໄປໃຫ້ປອດໄພ ຢ່າຊັກຊ້າ, ເຮົາກຳລັງນຳໄພພິບັດມາ ການທຳລາຍອັນໃຫຍ່ມາແຕ່ທິດເໜືອ. 7 ດັ່ງໂຕສິງກຳລັງອອກມາແຕ່ບ່ອນລີ້ຂອງມັນ ຜູ້ທຳລາຍຊົນຊາດທັງຫລາຍອອກມາສາແລ້ວ. ມັນກຳລັງອອກມາຈາກບ່ອນຫລົບລີ້ຂອງມັນ ເພື່ອຮຸກຮານຢູດາຍ ແລະທຳລາຍດິນແດນໃຫ້ກ້ຽງ ເມືອງຂອງຢູດາຍຈະຖືກປະໃຫ້ຮົກຮ້າງເພພັງ ແລະຈະບໍ່ມີຄົນອາໄສຢູ່ໃນເມືອງເຫຼົ່ານັ້ນ. 8 ສະນັ້ນ ຈົ່ງໃສ່ຜ້າກະສອບເຂົ້າ ແລະໄວ້ທຸກ ຈົ່ງຮ້ອງໄຫ້ຮໍ່າໄຮ ແລະຄໍ່າຄວນສາເຖີດ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງຫລາຍ ຄວາມໂກດຮ້າຍຂອງພຣະອົງບໍ່ໄດ້ຫັນໜີໄປຈາກພວກເຮົາ. 9 ພຣະເຈົ້າຢາເວໄດ້ກ່າວວ່າ, “ໃນວັນນັ້ນ ບັນດາກະສັດ ແລະພວກຂ້າຣາຊການຈະສູນເສຍຄວາມກ້າຫານ; ພວກປະໂຣຫິດຈະສະທ້ານຕົກໃຈກົວ ແລະພວກຜູ້ທຳນວາຍກໍຈະແປກໃຈຍິ່ງ.” 10 ແລ້ວຂ້າພະເຈົ້າກໍເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງຫລອກລວງຊາວນະຄອນເຢຣູຊາເລັມຢ່າງໝົດສິ້ນສາແລ້ວ ພຣະອົງໄດ້ບອກວ່າ ຈະມີສັນຕິສຸກ ແຕ່ກັບມີດາບຈີ້ຢູ່ທີ່ຄໍຫອຍຂອງພວກຂ້ານ້ອຍ.” 11 ເວລານັ້ນກຳລັງມາເຖິງ ເມື່ອຈະມີຄົນມາບອກຊາວນະຄອນເຢຣູຊາເລັມວ່າ ລົມຮ້ອນຈາກເທິງພູຂອງຖິ່ນແຫ້ງແລ້ງກັນດານກຳລັງພັດມາສູ່ພວກເຂົາ. ມັນຈະບໍ່ແມ່ນລົມເບົາໆທີ່ພັດເອົາຂີ້ແກບໄປ 12 ແຕ່ແມ່ນລົມທີ່ພັດມາແຮງກວ່ານັ້ນຕັ້ງຫລາຍເທົ່າ ຕາມຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແມ່ນອົງພຣະຜູ້ເປັນເຈົ້າເອງທີ່ກຳລັງກ່າວຕັດສິນປະຊາຊົນຂອງພຣະອົງ. ຢູດາຖືກສັດຕູປິດລ້ອມ 13 ຈົ່ງເບິ່ງພຸ້ນດຸ ສັດຕູກຳລັງມາດັ່ງກ້ອນເມກ. ລົດຮົບຂອງພວກເຂົາແລ່ນມາດັ່ງລົມບ້າໝູ ແລະມ້າຂອງພວກເຂົາກໍແລ່ນໄວດັ່ງນົກອິນຊີ. ພວກເຮົາໄດ້ເສຍໄຊ ຄາວເຄາະກຳມາເຖິງສາແລ້ວ. 14 ນະຄອນເຢຣູຊາເລັມເອີຍ ຈົ່ງຊຳລະລ້າງຄວາມຊົ່ວຊ້າອອກຈາກຈິດໃຈຂອງເຈົ້າສາ ເພື່ອວ່າເຈົ້າຈະພົ້ນໄດ້. ເຈົ້າຈະຄິດບາບຢູ່ຢ່າງນີ້ອີກໄປດົນນານປານໃດ? 15 ຄົນທີ່ນຳຂ່າວມາຈາກເມືອງດານ ແລະຈາກເນີນພູຕ່າງໆຂອງເອຟຣາອິມກໍປະກາດຂ່າວຮ້າຍ. 16 ພວກເຂົາໄດ້ມາເຕືອນຊົນຊາດຕ່າງໆ ແລະບອກນະຄອນເຢຣູຊາເລັມວ່າ ເຫຼົ່າສັດຕູກຳລັງມາຈາກດິນແດນໄກ. ສັດຕູເຫຼົ່ານີ້ຈະຮ້ອງຕໍ່ສູ້ເມືອງຂອງຢູດາຍ 17 ແລະປິດລ້ອມນະຄອນເຢຣູຊາເລັມໄວ້ດັ່ງຄົນກຳລັງເຝົ້າທົ່ງນາ ເພາະປະຊາຊົນໃນດິນແດນໄດ້ກະບົດຕໍ່ສູ້ເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. 18 ຢູດາເອີຍ ເຈົ້າໄດ້ນຳເອົາສິ່ງເຫຼົ່ານີ້ມາສູ່ເຈົ້າເອງ ໂດຍວິທີດຳເນີນຊີວິດຂອງເຈົ້າ ແລະໂດຍສິ່ງຕ່າງໆທີ່ເຈົ້າໄດ້ປະພຶດ. ບາບຂອງເຈົ້າໄດ້ກໍ່ໃຫ້ເກີດຄວາມທຸກລຳບາກນີ້; ສະນັ້ນ ມັນຈຶ່ງແທງຈິດໃຈຂອງເຈົ້າໃຫ້ຊອດ. ເຢເຣມີຢາເສຍໃຈແທນປະຊາຊົນຂອງຕົນ 19 ຄວາມເຈັບປວດ ຂ້ານ້ອຍທົນຕໍ່ໄປບໍ່ໄຫວ ຈິດໃຈຂອງຂ້ານ້ອຍເຕັ້ນແຮງກຳລັງຈະແຕກຢູ່ແລ້ວ ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກແລະສຽງຮ້ອງການສູ້ຮົບ. 20 ໄພພິບັດໜຶ່ງແລ້ວ ໄພພິບັດອື່ນຊໍ້າຕິດຕາມມາ ຈົນໝົດປະເທດຖືກປ່ອຍປະໃຫ້ຮົກຮ້າງເພພັງສິ້ນ. ຜ້າເຕັນຂອງພວກເຮົາກໍໄດ້ຖືກທຳລາຍຢ່າງໄວວາ ຜ້າກັ້ງຂອງເຕັນກໍຖືກຈີກໃຫ້ຂາດເປັນຕ່ອນໆ. 21 ຂ້ານ້ອຍຈະຕ້ອງເຫັນການສູ້ຮົບຢ່າງນີ້ດົນປານໃດ? ຍິນສຽງແກດັງກ້ອງຢູ່ດົນນານປານໃດອີກ? 22 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.” ເຢເຣມີຢາເຫັນນິມິດແຫ່ງຄວາມຈິບຫາຍ 23 ຂ້ານ້ອຍຈ້ອງຕາເບິ່ງແຜ່ນດິນໂລກ ເຫັນເປັນທີ່ຮ້າງຫວ່າງເປົ່າທັງໝົດ ແລະແນມເບິ່ງຟ້າສະຫວັນກໍບໍ່ເຫັນ ແສງສະຫວ່າງໃດໆທັງສິ້ນ. 24 ຂ້ານ້ອຍແນມເບິ່ງພູເຂົາຕ່າງໆພຸ້ນ ມັນກໍສັ່ນສະເທືອນ ແລະເນີນພູທັງຫລາຍກໍໂຊເຊໄປມາດ້ວຍ. 25 ຂ້ານ້ອຍເຫັນວ່າໃນທີ່ນັ້ນບໍ່ມີຈັກຄົນເລີຍ ແມ່ນແຕ່ຝູງນົກກໍໄດ້ເຈີດບິນໜີໄປຈົນສິ້ນ. 26 ດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນ ກໍກາຍເປັນຖິ່ນແຫ້ງແລ້ງກັນດານໄປສິ້ນ; ເມືອງທັງຫລາຍກໍຖືກປະໃຫ້ຮົກຮ້າງເພພັງ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງແທ້ໆ. ( 27 ພຣະເຈົ້າຢາເວໄດ້ກ່າວວ່າ ແຜ່ນດິນໂລກທັງໝົດຈະກາຍເປັນບ່ອນຮົກຮ້າງຫວ່າງເປົ່າ ແຕ່ພຣະອົງຈະບໍ່ທຳລາຍແຜ່ນດິນໂລກໃຫ້ຈົນກ້ຽງ.) 28 ສະນັ້ນ ແຜ່ນດິນໂລກຈຶ່ງຈະໄວ້ທຸກກັນ ແລະໃນຟ້າສະຫວັນທົ່ວໄປກໍຈະມືດມົວໄປສິ້ນ. ເຮົາກ່າວໄປແລ້ວຈະບໍ່ມີການປ່ຽນໃຈ ເມື່ອເຮົາໄດ້ຕັດສິນໃຈຈະບໍ່ມີການປ່ຽນແປງອີກ. 29 ເມື່ອໄດ້ຍິນສຽງທະຫານຂີ່ມ້າແລະນັກຍິງທະນູ ທຸກໆຄົນກໍຈະພາກັນແລ່ນປົບໜີໄປທັງນັ້ນ. ບາງຄົນກໍຈະແລ່ນໄປສູ່ປ່າດົງພົງໄພ ບາງຄົນກໍຈະປີນຂຶ້ນຕາມໂງ່ນຫີນດ້ວຍ. ທຸກໆເມືອງກໍຈະຖືກປະໃຫ້ຮ້າງເປົ່າທັງໝົດ ແລະຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນຕໍ່ໄປອີກ. 30 ເຖິງຄາວເຄາະກຳສາແລ້ວ ນະຄອນເຢຣູຊາເລັມເອີຍ ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງສີແດງແຈດເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງໃສ່ເຄື່ອງເອ້ ແຕ້ມຄິ້ວແຕ້ມຕາ? ເຈົ້າຕົບແຕ່ງໃຫ້ງາມໂດຍບໍ່ມີປະໂຫຍດ ຄູ່ຮັກຂອງເຈົ້ານັ້ນໄດ້ປະຖິ້ມເຈົ້າໄປແລ້ວເດ ແລະລາວຍັງຢາກຈະຂ້າເຈົ້າຖິ້ມຊໍ້າ. 31 ຂ້ານ້ອຍໄດ້ຍິນສຽງຮ້ອງດັ່ງຜູ້ຍິງກຳລັງຄອດລູກ ຄວນຄາງເຈັບປວດທີ່ສຸດຄືກັບການເກີດລູກກົກ. ສຽງຮ້ອງເກືອບໃຈຈະຂາດຂອງນະຄອນເຢຣູຊາເລັມ ຊຶ່ງກຳລັງຄວນຄາງ ແລະວອນຂໍໃຫ້ຊ່ວຍ; ນາງຢຽດມືອອກ ແລະເວົ້າອອກມາວ່າ, “ເຄາະກຳຂ້ອຍນໍ ພວກເຂົາກຳລັງຈະມາຂ້າຂ້ອຍ.” |
@ 2012 United Bible Societies. All Rights Reserved.