ເຢເຣມີຢາ 39 - ພຣະຄຳພີສັກສິນະຄອນເຢຣູຊາເລັມແຕກ 1 ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບຂອງປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາແຫ່ງຢູດາຍ. 2 ຢູ່ຕໍ່ມາ ໃນວັນທີເກົ້າຂອງເດືອນທີສີ່ໃນຣາຊການປີທີສິບເອັດຂອງກະສັດເຊເດກີຢາ ນະຄອນເຢຣູຊາເລັມກໍແຕກ. ( 3 ເມື່ອນະຄອນເຢຣູຊາເລັມຖືກຢຶດໄດ້ແລ້ວ ບັນດາເຈົ້ານາຍຊັ້ນຜູ້ໃຫຍ່ຂອງກະສັດແຫ່ງບາບີໂລນ ຄືເນການ-ຊາເຣເຊ, ຊາມກາເນໂບ, ຊາຣະເຊກິມ ແລະເນການ-ຊາເຣເຊ ຄົນອື່ນກໍໄດ້ເຂົ້າມາຕັ້ງກອງບັນຊາການທີ່ປະຕູໃຫຍ່ທາງເຂົ້າເມືອງ.) 4 ເມື່ອກະສັດເຊເດກີຢາ ແລະທະຫານທັງໝົດຂອງເພິ່ນ ໄດ້ເຫັນເຫດການເຊັ່ນນັ້ນ ຈຶ່ງພະຍາຍາມປົບໜີອອກຈາກເມືອງໃນເວລາກາງຄືນ. ພວກເຂົາໜີໄປທາງສວນຂອງກະສັດ ໂດຍທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະປົບໜີໄປທາງຮ່ອມພູຈໍແດນ. 5 ແຕ່ກອງທັບພວກບາບີໂລນໄດ້ໄລ່ຕາມພວກເຂົາໄປ ແລະຈັບກະສັດເຊເດກີຢາໄດ້ໃນທົ່ງພຽງໃກ້ກັບເມືອງເຢຣິໂກ. ແລ້ວພວກເຂົາກໍນຳເພິ່ນໄປມອບໃຫ້ກະສັດເນບູກາດເນັດຊາແຫ່ງບາບີໂລນ ທີ່ເມືອງຣິບລາໃນເຂດແດນຮາມັດ; ຢູ່ທີ່ນັ້ນ ກະສັດເນບູກາດເນັດຊາໄດ້ພິພາກສາລົງໂທດເພິ່ນ. 6 ກະສັດເນບູກາດເນັດຊາໄດ້ປະຫານຊີວິດພວກລູກຊາຍຂອງເຈົ້າເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ໜ້າຂອງເຈົ້າເຊເດກີຢາເອງ ແລະເພິ່ນກໍໄດ້ປະຫານບັນດາຂ້າຣາຊການແຫ່ງຢູດາຍເຊັ່ນກັນ. 7 ຫລັງຈາກນັ້ນແລ້ວ ເພິ່ນກໍໄດ້ຄວັດໜ່ວຍຕາເຈົ້າເຊເດກີຢາອອກ ແລະເອົາໂສ້ລ່າມເພິ່ນໄວ້ເພື່ອຈະນຳໄປບາບີໂລນ. 8 ໃນຂະນະດຽວກັນນັ້ນ ພວກບາບີໂລນກໍໄດ້ຈູດຣາຊວັງແລະເຮືອນຂອງປະຊາຊົນ ພ້ອມທັງກຳແພງນະຄອນເຢຣູຊາເລັມລົງໃຫ້ພິນາດ. 9 ໃນທີ່ສຸດ ເນບູຊາຣາດານ ຜູ້ບັນຊາການທະຫານ ກໍຈັບປະຊາຊົນທີ່ເຫຼືອຢູ່ໃນເມືອງລວມທັງຄົນທີ່ໜີເຂົ້າມາມອບຕົວຕໍ່ເພິ່ນ ໄປເປັນຊະເລີຍທີ່ບາບີໂລນ. 10 ລາວປະໄວ້ແຕ່ຄົນຍາກຈົນຈຳນວນບໍ່ເທົ່າໃດຄົນ ຄືຜູ້ທີ່ບໍ່ມີຊັບສົມບັດຫຍັງໃນອານາຈັກ ແລະລາວໄດ້ມອບສວນອະງຸ່ນ ແລະໄຮ່ນາໃຫ້ພວກເຂົາເຮັດ. ເຢເຣມີຢາຖືກປ່ອຍ 11 ແຕ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ສົ່ງເນບູຊາຣາດານ ຜູ້ບັນຊາການທະຫານໃຫ້ຈັດການດັ່ງນີ້: 12 “ຈົ່ງແຕ່ງຄົນໄປຊອກຫາເຢເຣມີຢາ ແລະເບິ່ງແຍງລາວໃຫ້ດີ. ຢ່າທຳຮ້າຍລາວ ແຕ່ຈົ່ງຊ່ວຍເຫລືອລາວຕາມທີ່ລາວຕ້ອງການ.” 13 ດັ່ງນັ້ນ ເນບູຊາຣາດານພ້ອມດ້ວຍເຈົ້ານາຍຊັ້ນຜູ້ໃຫຍ່ສອງຄົນ ຄືເນບູຊັດບານ ແລະເນການ-ຊາເຣເຊ ພ້ອມກັບເຈົ້ານາຍຄົນອື່ນໆອີກຂອງກະສັດແຫ່ງບາບີໂລນ 14 ຈຶ່ງໄດ້ນຳຂ້າພະເຈົ້າມາຈາກເດີ່ນຂອງຣາຊວັງ. ພວກເຂົາໄດ້ມອບຂ້າພະເຈົ້າໄວ້ຢູ່ໃຕ້ຄວາມເບິ່ງແຍງຂອງເກດາລີຢາລູກຊາຍຂອງອາຮີກຳ ແລະຫລານຊາຍຂອງຊາຟານ ແລະໃຫ້ນຳຂ້າພະເຈົ້າເມືອເຖິງເຮືອນຂອງຂ້າພະເຈົ້າຢ່າງປອດໄພ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຢູ່ນຳປະຊາຊົນໃນທີ່ນັ້ນ. ເອເບັດເມເຫລັກຍັງມີຄວາມຫວັງ 15 ໃນຂະນະທີ່ຂ້າພະເຈົ້າໄດ້ຖືກຄວບຄຸມຕົວຢູ່ທີ່ເດີ່ນຂອງຣາຊວັງນີ້ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 16 “ໃຫ້ບອກເອເບັດເມເຫລັກ ຊາວເອທີໂອເປຍວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວວ່າ ເຮົາຈະນຳຄວາມຈິບຫາຍມາສູ່ເມືອງນີ້ຕາມທີ່ເຮົາໄດ້ກ່າວໄວ້ ແຕ່ບໍ່ແມ່ນຄວາມຈະເລີນຮຸ່ງເຮືອງ. ເມື່ອເຫດການນີ້ເກີດຂຶ້ນ ເຈົ້າຈະຢູ່ທີ່ນັ້ນເພື່ອເບິ່ງເຫດການນັ້ນ. 17 ພຣະເຈົ້າຢາເວກ່າວວ່າ, ແຕ່ເຮົາຈະປົກປ້ອງຄຸ້ມຄອງເຈົ້າ ແລະເຈົ້າຈະບໍ່ຖືກມອບໃຫ້ແກ່ຄົນທີ່ເຈົ້າຢ້ານກົວ. 18 ເຮົາຈະຮັກສາເຈົ້າໃຫ້ປອດໄພ ແລະເຈົ້າກໍຈະບໍ່ຖືກຂ້າ. ເຈົ້າຈະປົບໜີເອົາຊີວິດລອດ ເພາະເຈົ້າໄວ້ວາງໃຈໃນເຮົາ. ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.”’ |
@ 2012 United Bible Societies. All Rights Reserved.