ເຢເຣມີຢາ 38 - ພຣະຄຳພີສັກສິເຢເຣມີຢາຖືກຂັງໄວ້ໃນສ້າງບໍ່ມີນໍ້າ 1 ເຊຟາຕີຢາລູກຊາຍຂອງມັດທານ, ເກດາລີຢາລູກຊາຍຂອງປັດຊູ, ເຢຮູການລູກຊາຍຂອງເຊເລມີຢາ ແລະປັດຊູລູກຊາຍຂອງມັນກີຢາ ໄດ້ຍິນຂ້າພະເຈົ້າບອກປະຊາຊົນວ່າ, 2 “ພຣະເຈົ້າຢາເວກ່າວວ່າ, ‘ຜູ້ໃດກໍຕາມທີ່ຢູ່ໃນເມືອງ ຈະຕ້ອງຕາຍຍ້ອນສົງຄາມ ຫລືຍ້ອນການຕາຍອຶດຕາຍຫິວ ຫລືຍ້ອນເຈັບໄຂ້ໄດ້ປ່ວຍ. ແຕ່ພວກທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນຈະບໍ່ຖືກຂ້າ; ຢ່າງໜ້ອຍພວກເຂົາຈະປົບໜີໄດ້ແລະມີຊີວິດຢູ່.”’ 3 ຂ້າພະເຈົ້າບອກເຂົາເຊັ່ນດຽວກັນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຮົາຈະມອບເມືອງນີ້ໃຫ້ແກ່ກອງທັບບາບີໂລນ ແລະພວກເຂົາຈະຢຶດເມືອງນີ້.”’ 4 ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.” 5 ກະສັດເຊເດກີຢາຕອບວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງເຮັດຕໍ່ລາວຕາມທີ່ພວກເຈົ້າຕ້ອງການ; ເຮົາຫ້າມພວກເຈົ້າບໍ່ໄດ້ດອກ.” 6 ສະນັ້ນ ພວກເຂົາຈຶ່ງຈັບຂ້າພະເຈົ້າໄປ ແລະໃຊ້ເຊືອກຢ່ອນຂ້າພະເຈົ້າລົງໃນສ້າງຂອງເຈົ້າຊາຍມານກີຢາ ຊຶ່ງຢູ່ໃນເດີ່ນຂອງຣາຊວັງນັ້ນເອງ. ຢູ່ໃນສ້າງໜ່ວຍນີ້ບໍ່ມີນໍ້າ ແລະມີແຕ່ຂີ້ຕົມ ແລະຂ້າພະເຈົ້າກໍຈົມລົງໃນຂີ້ຕົມນັ້ນ. 7 ແຕ່ເອເບັດ-ເມເຫລັກ ຊາວເອທີໂອເປຍ ຊາຍຕອນທີ່ເຮັດວຽກໃນວັງຂອງກະສັດ ໄດ້ຍິນວ່າພວກເຂົາໄດ້ຈັບຂ້າພະເຈົ້າຢ່ອນລົງໃນນໍ້າສ້າງ. ໃນເວລານັ້ນ ກະສັດກຳລັງຢູ່ທີ່ເດີ່ນຂອງປະຕູເບັນຢາມິນ. 8 ສະນັ້ນ ເອເບັດ-ເມເຫລັກຈຶ່ງໄປທີ່ນັ້ນ ແລະກ່າວແກ່ກະສັດວ່າ, 9 “ຂ້າແດ່ພະຣາຊາ ຄົນເຫຼົ່ານີ້ໄດ້ເຮັດຜິດໄປແລ້ວ. ພວກເຂົາໄດ້ຢ່ອນເຢເຣມີຢາລົງໃນນໍ້າສ້າງ ເພິ່ນຈະຕ້ອງອຶດຕາຍໃນທີ່ນັ້ນ ໃນເມື່ອເມືອງນີ້ບໍ່ມີອາຫານເຫລືອຢູ່ອີກເລີຍ.” 10 ແລ້ວກະສັດກໍສັ່ງເອເບັດ-ເມເຫລັກຊາວເອທີໂອເປຍໃຫ້ນຳສາມຄົນໄປດຶງເອົາຂ້າພະເຈົ້າ ຂຶ້ນມາຈາກນໍ້າສ້າງກ່ອນທີ່ຂ້າພະເຈົ້າຈະສິ້ນໃຈຕາຍ. 11 ດັ່ງນັ້ນ ເອເບັດເມເຫລັກຈຶ່ງໄດ້ພາຄົນເຫຼົ່ານັ້ນ ໄປທີ່ຫ້ອງມ້ຽນເຄື່ອງຂອງຣາຊວັງ ເພື່ອເອົາເສື້ອຜ້າທີ່ຂາດແລະເກົ່າ ມັດໃສ່ເຊືອກຢ່ອນລົງມາໃຫ້ຂ້າພະເຈົ້າ. 12 ລາວໄດ້ບອກຂ້າພະເຈົ້າໃຫ້ເອົາຜ້າຂາດຮອງຂີ້ແຮ້ຂ້າພະເຈົ້າໄວ້ ເພື່ອວ່າເຊືອກຈະບໍ່ບາດຕົວຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເຮັດຕາມທີ່ລາວໄດ້ບອກ 13 ແລະພວກເຂົາກໍດຶງເອົາຂ້າພະເຈົ້າຂຶ້ນມາຈາກນໍ້າສ້າງ. ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ຢູ່ໃນເດີ່ນຂອງຣາຊວັງອີກຕໍ່ໄປ. ເຈົ້າເຊເດກີຢາຂໍຄຳປຶກສານຳເຢເຣມີຢາ 14 ໃນໂອກາດອື່ນອີກ ກະສັດເຊເດກີຢາໄດ້ນຳຂ້າພະເຈົ້າມາພົບເພິ່ນ ທີ່ທາງປະຕູເຂົ້າພຣະວິຫານຂອງພຣະເຈົ້າຢາເວປ່ອງທີສາມ; ເພິ່ນເວົ້າວ່າ, “ເຮົາຈະຂໍຖາມເຈົ້າຈັກຂໍ້ໜຶ່ງ ແລະເຮົາຢາກໃຫ້ເຈົ້າເວົ້າຄວາມຈິງທັງໝົດສູ່ເຮົາຟັງ.” 15 ຂ້າພະເຈົ້າຈຶ່ງຕອບວ່າ, “ຖ້າຂ້ານ້ອຍເວົ້າຄວາມຈິງ ທ່ານກໍຈະລົງໂທດຂ້ານ້ອຍໃຫ້ເຖິງຕາຍ; ຖ້າຂ້ານ້ອຍໃຫ້ຄຳແນະນຳແກ່ທ່ານ, ທ່ານພັດບໍ່ເອົາໃຈໃສ່.” 16 ດັ່ງນັ້ນ ກະສັດເຊເດກີຢາຈຶ່ງສັນຍາກັບຂ້າພະເຈົ້າເປັນທາງລັບວ່າ, “ເຮົາຂໍສາບານໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຄືພຣະເຈົ້າອົງໃຫ້ຊີວິດແກ່ພວກເຮົາວ່າ ເຮົາຈະບໍ່ລົງໂທດເຈົ້າໃຫ້ເຖິງຕາຍ ຫລືຈະບໍ່ມອບເຈົ້າໄວ້ໃນກຳມືຂອງຄົນທີ່ຢາກຈະຂ້າເຈົ້າ.” 17 ແລ້ວຂ້າພະເຈົ້າກໍບອກກະສັດເຊເດກີຢາວ່າ, “ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ຖ້າທ່ານຍອມຈຳນົນຕໍ່ນາຍທະຫານຂອງກະສັດແຫ່ງບາບີໂລນ ຊີວິດຂອງທ່ານຈະປອດໄພ ແລະເມືອງນີ້ຈະບໍ່ຖືກຈູດເຜົາໃຫ້ພິນາດໄປ. ທ່ານເອງ ແລະຄອບຄົວຂອງທ່ານຈະມີຊີວິດຢູ່. 18 ແຕ່ຖ້າທ່ານບໍ່ຍອມຈຳນົນ ເມືອງນີ້ກໍຈະຖືກຊາວບາບີໂລນຢຶດ ພ້ອມທັງຈູດໃຫ້ພັງພິນາດໄປ ແລະທ່ານຈະປົບໜີຈາກພວກເຂົາໄປບໍ່ໄດ້.”’ 19 ແຕ່ກະສັດຕອບວ່າ, “ເຮົາຢ້ານຄົນຢູ່ໃນຊາດຂອງພວກເຮົາເອງ ຄືພວກທີ່ໄດ້ແຕກໜີໄປຫາຊາວບາບີໂລນ. ເຮົາອາດຈະຖືກມອບໃຫ້ພວກເຂົາ ແລະຖືກພວກເຂົາທໍລະມານກໍໄດ້.” 20 ຂ້າພະເຈົ້າຕອບວ່າ, “ທ່ານຈະບໍ່ຖືກມອບໃຫ້ພວກເຂົາ. ຂ້ານ້ອຍຮ້ອງຂໍທ່ານໃຫ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລ້ວທຸກສິ່ງຈະເປັນໄປໂດຍດີສຳລັບທ່ານ ແລະຊີວິດຂອງທ່ານກໍຈະປອດໄພ. 21 ແຕ່ຖ້າທ່ານບໍ່ຍອມຈຳນົນ ພຣະເຈົ້າຢາເວໄດ້ໃຫ້ຂ້ານ້ອຍເຫັນທາງນິມິດ ສິ່ງທີ່ຈະເກີດຂຶ້ນກັບທ່ານ 22 ຄືພວກຜູ້ຍິງທັງໝົດທີ່ເຫຼືອຢູ່ໃນຣາຊວັງຂອງກະສັດແຫ່ງຢູດາຍ ຈະຖືກນຳຕົວອອກໄປມອບໃຫ້ພວກນາຍທະຫານຂອງກະສັດແຫ່ງບາບີໂລນ. ແລ້ວພວກເຂົາກໍຈະພາກັນຮ້ອງເພງໃສ່ທ່ານ ໃນຂະນະທີ່ໄປນັ້ນວ່າ: ‘ເພື່ອນສະໜິດຂອງກະສັດໄດ້ຫລອກລວງເພິ່ນ ພວກເຂົາບັງຄັບເພິ່ນໃຫ້ກະທຳຕາມຄວາມຄິດຂອງພວກເຂົາ. ບັດນີ້ຕີນເພິ່ນກໍໄດ້ຈົມຢູ່ໃນຂີ້ຕົມ ເພື່ອນເພິ່ນປົບໜີຈາກເພິ່ນໄປໝົດສິ້ນ.”’ 23 ແລ້ວຂ້າພະເຈົ້າກໍໄດ້ກ່າວຕື່ມວ່າ, “ນາງສະໜົມທັງໝົດພ້ອມດ້ວຍລູກໆຂອງທ່ານ ຈະຖືກນຳໄປມອບໃຫ້ຊາວບາບີໂລນ; ທ່ານເອງຈະປົບໜີໄປຈາກພວກເຂົາບໍ່ໄດ້. ສ່ວນທ່ານເອງກໍຈະຖືກກະສັດແຫ່ງບາບີໂລນຈັບໄປເປັນຊະເລີຍເສິກ ແລະເມືອງນີ້ທັງໝົດຈະຖືກຈູດເຜົາໃຫ້ພັງພິນາດຈົນກ້ຽງ.” 24 ກະສັດເຊເດກີຢາຕອບວ່າ, “ຢ່າໃຫ້ຜູ້ໃດຜູ້ໜຶ່ງຮູ້ເລື່ອງທີ່ເວົ້າມານີ້ ແລະຊີວິດຂອງເຈົ້າກໍຈະບໍ່ເປັນອັນຕະລາຍ. 25 ແຕ່ຖ້າພວກຂ້າຣາຊການໄດ້ຍິນວ່າເຮົາໄດ້ເວົ້າກັບເຈົ້າ; ພວກເຂົາກໍຈະມາຖາມເລື່ອງທີ່ພວກເຮົາເວົ້າກັນນັ້ນ. ພວກເຂົາຈະສັນຍາວ່າຈະບໍ່ຂ້າເຈົ້າ ຖ້າເຈົ້າບອກທຸກໆສິ່ງແກ່ພວກເຂົາ. 26 ຈົ່ງບອກພວກເຂົາພຽງແຕ່ວ່າ ເຈົ້າຂໍຮ້ອງເຮົາບໍ່ໃຫ້ສົ່ງເຈົ້າກັບຄືນໄປຕາຍທີ່ຄຸກເທົ່ານັ້ນ.” 27 ແລ້ວຂ້າຣາຊການທັງໝົດກໍໄດ້ມາຖາມຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ບອກພວກເຂົາຕາມທີ່ກະສັດໄດ້ບອກໃຫ້ຂ້າພະເຈົ້າເວົ້າ. ແລ້ວພວກເຂົາກໍບໍ່ໄດ້ຊັກຖາມຫຍັງອີກຕໍ່ໄປ ເພາະເລື່ອງທີ່ສົນທະນາກັນນັ້ນບໍ່ມີຜູ້ໃດໄດ້ຍິນເລີຍ. 28 ຂ້າພະເຈົ້າຖືກຄວບຄຸມຕົວຢູ່ໃນເດີ່ນຂອງຣາຊວັງ ຈົນເຖິງມື້ທີ່ນະຄອນເຢຣູຊາເລັມແຕກ. |
@ 2012 United Bible Societies. All Rights Reserved.