ເຢເຣມີຢາ 37 - ພຣະຄຳພີສັກສິເຈົ້າເຊເດກີຢາຂໍຮ້ອງນຳເຢເຣມີຢາ 1 ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເຊເດກີຢາ ລູກຊາຍຂອງເຈົ້າໂຢສີຢາໃຫ້ຂຶ້ນເປັນກະສັດແຫ່ງຢູດາຍແທນເຈົ້າເຢໂຮຍອາກິນລູກຊາຍຂອງເຢໂຮຍອາກິມ. 2 ແຕ່ເຈົ້າເຊເດກີຢາແລະບັນດາຂ້າຣາຊການຂອງເພິ່ນ ແລະປະຊາຊົນບໍ່ໄດ້ເຊື່ອຟັງຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ມອບໃຫ້ຂ້າພະເຈົ້ານັ້ນ. 3 ກະສັດເຊເດກີຢາໄດ້ໃຊ້ເຢຮູການລູກຊາຍຂອງເຊເລມີຢາ ແລະປະໂຣຫິດເຊຟານີຢາລູກຊາຍຂອງມາອາເສອີຢາ ມາຂໍໃຫ້ຂ້າພະເຈົ້າພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເພື່ອປະເທດຊາດຂອງພວກເຮົາ. 4 ໃນຂະນະນັ້ນ ຂ້າພະເຈົ້າບໍ່ທັນໄດ້ຖືກຄຸກເທື່ອ ແລະຍັງເຄື່ອນໄຫວໄປມາໃນທ່າມກາງປະຊາຊົນໄດ້. 5 ກອງທັບພວກບາບີໂລນຍັງປິດລ້ອມນະຄອນເຢຣູຊາເລັມໄວ້ຢູ່; ແຕ່ເມື່ອພວກເຂົາໄດ້ຍິນວ່າກອງທັບຊາວເອຢິບໄດ້ຂ້າມຊາຍແດນມາແລ້ວ ພວກເຂົາຈຶ່ງລ່າຖອຍໜີໄປ. 6 ເຫດສະນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍເຢເຣມີຢາວ່າ, 7 “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າດັ່ງນີ້: ໃຫ້ຕອບເຊເດກີຢາວ່າ, ‘ກອງທັບເອຢິບກຳລັງເຄື່ອນເຂົ້າມາຊ່ວຍເຈົ້າ; ແຕ່ພວກເຂົາຈະກັບຄືນເມືອປະເທດ. 8 ແລ້ວກອງທັບບາບີໂລນກໍຈະກັບຄືນມາໂຈມຕີເມືອງນີ້ ທັງຢຶດເມືອງແລະຈູດເມືອງຖິ້ມ.’ 9 ພຣະເຈົ້າຢາເວເຕືອນເຈົ້າບໍ່ໃຫ້ຫລອກລວງຕົນເອງ ໂດຍຄິດວ່າ, ‘ພວກບາບີໂລນຈະບໍ່ກັບຄືນມາ,’ ແຕ່ພວກເຂົາຈະກັບຄືນມາ. 10 ເຖິງແມ່ນວ່າເຈົ້າຈະເອົາຊະນະກອງທັບບາບີໂລນທັງໝົດໄດ້ ຈົນຍັງເຫລືອແຕ່ຜູ້ທີ່ບາດເຈັບນອນຢູ່ໃນຜ້າເຕັນກໍຕາມ; ແຕ່ຄົນເຫຼົ່ານັ້ນກໍຍັງຈະລຸກຂຶ້ນມາຈູດເມືອງນີ້ຖິ້ມ.” ເຢເຣມີຢາຖືກຈັບຂັງຄຸກ 11 ກອງທັບບາບີໂລນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ຍ້ອນກອງທັບເອຢິບໄດ້ເຄື່ອນເຂົ້າມາໃກ້. 12 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ອອກຈາກນະຄອນເຢຣູຊາເລັມ ໄປສູ່ເຂດແດນຂອງເບັນຢາມິນ ເພື່ອຮັບເອົາສ່ວນແບ່ງຊັບສົມບັດຂອງຄອບຄົວ ມາເປັນກຳມະສິດຂອງຂ້າພະເຈົ້າ. 13 ແຕ່ເມື່ອຂ້າພະເຈົ້າມາຮອດປະຕູເບັນຢາມິນ ກໍມີນາຍທະຫານຮັບຜິດຊອບການເຝົ້າຍາມຄົນໜຶ່ງຊື່ວ່າອີຣີຢາລູກຊາຍຂອງເຊເລມີຢາ ແລະຫລານຊາຍຂອງຮານານີຢາ ຢັບຢັ້ງຂ້າພະເຈົ້າໄວ້ ແລະກ່າວວ່າ, “ເຈົ້າກຳລັງຈະໜີໄປຫາພວກບາບີໂລນ.” 14 ຂ້າພະເຈົ້າຕອບວ່າ, “ບໍ່ແມ່ນ ຂ້ອຍບໍ່ໄດ້ໜີ.” ແຕ່ອີຣີຢາບໍ່ຍອມຟັງຂ້າພະເຈົ້າ. ລາວໄດ້ຈັບຂ້າພະເຈົ້າໄປຫາບັນດາຂ້າຣາຊການ. 15 ພວກເຂົາຈຶ່ງຄຽດແຄ້ນໃຫຍ່ພ້ອມທັງຂ້ຽນຕີຂ້າພະເຈົ້າ ແລະກັກຂັງຂ້າພະເຈົ້າໄວ້ໃນເຮືອນຂອງໂຢນາທານ ເລຂາທິການຂອງກະສັດ ຊຶ່ງບ່ອນນີ້ໄດ້ຖືກດັດແປງໃຫ້ເປັນຄຸກ. 16 ຂ້າພະເຈົ້າໄດ້ຖືກຄຸມຂັງໄວ້ໃນຫ້ອງໃຕ້ດິນ ແລະຢູ່ໃນທີ່ນັ້ນເປັນເວລາເຫິງນານ. 17 ຕໍ່ມາ ກະສັດເຊເດກີຢາໄດ້ໃຊ້ຄົນໄປນຳເອົາຂ້າພະເຈົ້າອອກມາ ແລະຢູ່ທີ່ຣາຊວັງນັ້ນ ເພິ່ນຖາມຂ້າພະເຈົ້າເປັນທາງລັບວ່າ, “ມີຖ້ອຍຄຳຫຍັງແດ່ຈາກພຣະເຈົ້າຢາເວ?” ຂ້າພະເຈົ້າຕອບວ່າ, “ມີຢູ່ທ່ານເອີຍ” ແລະຂ້າພະເຈົ້າກໍກ່າວຕື່ມວ່າ, “ທ່ານຈະຖືກມອບໃຫ້ກະສັດແຫ່ງບາບີໂລນ.” 18 ແລ້ວຂ້າພະເຈົ້າກໍຖາມວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ຕໍ່ທ່ານ ຫລືຕໍ່ພວກຂ້າຣາຊການຂອງທ່ານ ຫລືຕໍ່ປະຊາຊົນໃນເມືອງນີ້ ຈຶ່ງຂັງຂ້ານ້ອຍໄວ້ໃນຄຸກ? 19 ພວກຜູ້ທຳນວາຍທີ່ເຕືອນທ່ານວ່າ ກະສັດແຫ່ງບາບີໂລນຈະບໍ່ມາໂຈມຕີທ່ານ ຫລືອານາຈັກນີ້ ພາກັນໄປໃສໝົດແລ້ວ? 20 ຂ້າແດ່ພະຣາຊາ ບັດນີ້ຂໍທ່ານຟັງ ແລະເຮັດຕາມຂ້ານ້ອຍຂໍຮ້ອງດ້ວຍ. ຢ່າສົ່ງຂ້ານ້ອຍກັບຄືນໄປຄຸກທີ່ຢູ່ເຮືອນຂອງໂຢນາທານເລີຍ. ຖ້າທ່ານຂືນສົ່ງໄປ ຂ້ານ້ອຍຈະຕ້ອງຕາຍຢູ່ທີ່ນັ້ນເປັນແນ່.” 21 ສະນັ້ນ ກະສັດເຊເດກີຢາຈຶ່ງມີຄຳສັ່ງ ໃຫ້ຂັງຂ້າພະເຈົ້າໄວ້ຢູ່ໃນເດີ່ນຂອງຣາຊວັງ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນ ແຕ່ລະວັນ ຂ້າພະເຈົ້າໄດ້ຮັບເຂົ້າຈີ່ກ້ອນໜຶ່ງຈາກໂຮງເຮັດເຂົ້າຈີ່ຈົນເຂົ້າຈີ່ໃນເມືອງໝົດ. |
@ 2012 United Bible Societies. All Rights Reserved.