ເຢເຣມີຢາ 36 - ພຣະຄຳພີສັກສິບາຣຸກອ່ານໜັງສືມ້ວນໃນພຣະວິຫານ 1 ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາ ກະສັດແຫ່ງຢູດາຍ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ, 2 “ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້. 3 ບາງທີ ເມື່ອປະຊາຊົນຢູດາໄດ້ຍິນເລື່ອງການທຳລາຍ ທີ່ເຮົາຕັ້ງໃຈຈະນຳມາສູ່ພວກເຂົານັ້ນ ພວກເຂົາອາດຈະຫັນຈາກທາງຊົ່ວຮ້າຍກໍໄດ້. ແລ້ວເຮົາກໍຈະຍົກໂທດຄວາມຊົ່ວຮ້າຍ ແລະການບາບທີ່ພວກເຂົາໄດ້ເຮັດ.” 4 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນບາຣຸກລູກຊາຍຂອງເນຣີຢາເຂົ້າມາຫາ; ແລະໃຫ້ຂຽນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ. ແລ້ວບາຣຸກກໍໄດ້ຂຽນຖ້ອຍຄຳທັງໝົດລົງໃນເຈ້ຍມ້ວນນັ້ນ. 5 ຕໍ່ມາ ຂ້າພະເຈົ້າໄດ້ແນະນຳບາຣຸກດັ່ງນີ້: “ຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ໄປວິຫານຂອງພຣະເຈົ້າຢາເວອີກ. 6 ແຕ່ເມື່ອປະຊາຊົນຖືສິນອົດອາຫານ ຂ້ອຍຢາກໃຫ້ເຈົ້າໄປທີ່ວິຫານຂອງພຣະເຈົ້າຢາເວ. ເຈົ້າຕ້ອງອ່ານໜັງສືມ້ວນນີ້ດ້ວຍສຽງອັນດັງ ເພື່ອພວກເຂົາຈະໄດ້ຍິນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້ອຍ ແລະຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນຕາມນັ້ນ. ຈົ່ງອ່ານໜັງສືນີ້ໃນບ່ອນທີ່ທຸກໆຄົນໄດ້ຍິນເຈົ້າ ລວມທັງປະຊາຊົນຢູດາທີ່ມາຈາກເມືອງຕ່າງໆ. 7 ບາງທີພວກເຂົາຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະຫັນໜີຈາກທາງຊົ່ວກໍໄດ້ ເພາະພຣະເຈົ້າຢາເວໄດ້ນາບຂູ່ປະຊາຊົນເຫຼົ່ານີ້ ດ້ວຍຄວາມໂກດຮ້າຍແລະໂມໂຫຢ່າງຮຸນແຮງ.” 8 ສະນັ້ນ ບາຣຸກຈຶ່ງໄດ້ອ່ານຖ້ອຍຄຳຂອງພຣະເຈົ້າຢາເວໃນວິຫານຂອງພຣະເຈົ້າຢາເວ ຖືກຕ້ອງຕາມທີ່ຂ້າພະເຈົ້າໄດ້ບອກໃຫ້ລາວເຮັດທຸກປະການ. 9 ໃນເດືອນທີເກົ້າຂອງຣາຊການປີທີຫ້າ ຂອງກະສັດເຢໂຮຍອາກິມລູກຊາຍຂອງໂຢສີຢາແຫ່ງຢູດາຍນັ້ນ ປະຊາຊົນໄດ້ຖືສິນອົດອາຫານຕໍ່ໜ້າພຣະເຈົ້າຢາເວ. ປະຊາຊົນທັງໝົດທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ແລະປະຊາຊົນທັງໝົດທີ່ມາຈາກເມືອງຂອງຢູດາຍກໍໄດ້ຖືສິນອົດອາຫານ. 10 ແລ້ວບາຣຸກກໍໄດ້ອ່ານທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນກຳລັງຟັງຢູ່. ລາວໄດ້ອ່ານໜັງສືມ້ວນນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ ຈາກຫ້ອງຂອງເກມາຣິຢາລູກຊາຍຂອງຊາຟານ ເລຂາທິການປະຈຳຣາຊວັງ. ສ່ວນຫ້ອງຂອງເກມາຣິຢານັ້ນຢູ່ທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ. ບາຣຸກອ່ານໜັງສືມ້ວນສູ່ພວກຂ້າຣາຊການຟັງ 11 ເມື່ອມີກາອີຢາລູກຊາຍຂອງເກມາຣິຢາ ແລະຫລານຊາຍຂອງຊາຟານ ໄດ້ຍິນບາຣຸກອ່ານຖ້ອຍຄຳທັງໝົດຂອງພຣະເຈົ້າຢາເວຈາກໜັງສືມ້ວນ. 12 ລາວຈຶ່ງໄປຣາຊວັງທີ່ຫ້ອງເລຂາທິການປະຈຳວັງ ບ່ອນທີ່ຂ້າຣາຊການທັງໝົດກຳລັງປະຊຸມກັນຢູ່. ເອລີຊາມາ ຜູ້ທີ່ເປັນເລຂາທິການ, ເດລາອີຢາ ລູກຊາຍຂອງເຊມາອີຢາ, ເອນນາທານລູກຊາຍຂອງອັກໂບ, ເກມາຣິຢາ ລູກຊາຍຂອງຊາຟານ, ເຊເດກີຢາລູກຊາຍຂອງຮານານີຢາ ແລະບັນດາເຈົ້ານາຍອື່ນໆກໍຢູ່ທີ່ນັ້ນດ້ວຍ. 13 ມີກາອີຢາໄດ້ບອກຖ້ອຍຄຳທັງໝົດທີ່ຕົນໄດ້ຍິນບາຣຸກ ອ່ານສູ່ປະຊາຊົນຟັງນັ້ນສູ່ພວກເຂົາຟັງ. 14 ແລ້ວບັນດາເຈົ້ານາຍກໍໃຊ້ເຢຮູດີ (ລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເຊເລມີຢາ ແລະເຫຼັນຂອງກູຊີ) ໃຫ້ໄປບອກບາຣຸກນຳໜັງສືມ້ວນມາ ຄືໜັງສືທີ່ລາວໄດ້ອ່ານສູ່ປະຊາຊົນຟັງຢູ່ນັ້ນ. ບາຣຸກຈຶ່ງນຳໜັງສືມ້ວນມາ. 15 ພວກເຂົາເວົ້າຕໍ່ລາວວ່າ, “ເຊີນນັ່ງລົງແລະອ່ານໜັງສືມ້ວນໃຫ້ພວກເຮົາຟັງເບິ່ງດູ.” ບາຣຸກຈຶ່ງອ່ານສູ່ຟັງ. 16 ຫລັງຈາກອ່ານຈົບແລ້ວ ພວກເຂົາຕ່າງກໍຫລຽວເບິ່ງໜ້າກັນດ້ວຍຄວາມຢ້ານກົວ ແລະເວົ້າກັບບາຣຸກວ່າ, “ພວກເຮົາຕ້ອງລາຍງານເລື່ອງນີ້ສູ່ກະສັດຟັງ.” 17 ແລ້ວພວກເຂົາກໍຖາມລາວວ່າ, “ເຈົ້າຂຽນຖ້ອຍຄຳທັງໝົດນີ້ໄດ້ຢ່າງໃດ? ເຢເຣມີຢາບອກຄຳເວົ້າໃຫ້ເຈົ້າຂຽນແມ່ນບໍ?” 18 ບາຣຸກຈຶ່ງຕອບວ່າ, “ເຢເຣມີຢາໄດ້ບອກທຸກໆຖ້ອຍຄຳໃຫ້ຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ໃຊ້ນໍ້າມຶກຂຽນລົງໃນເຈ້ຍມ້ວນນີ້.” 19 ແລ້ວພວກເຂົາກໍບອກລາວວ່າ, “ເຈົ້າກັບເຢເຣມີຢາຕ້ອງປົບໜີໄປລີ້ສາ. ຢ່າໃຫ້ຜູ້ໃດຜູ້ໜຶ່ງຮູ້ບ່ອນທີ່ພວກເຈົ້າລີ້.” ກະສັດເຜົາໜັງສືມ້ວນ 20 ຫຼັງຈາກພວກເຂົາໄດ້ມ້ຽນໜັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາ ຜູ້ເປັນເລຂາທິການຂອງກະສັດ ແລ້ວພວກເຂົາກໍໄປທີ່ພຣະຣາຊສຳນັກ ບ່ອນທີ່ພວກເຂົາລາຍງານທຸກໆສິ່ງສູ່ກະສັດຟັງ. 21 ແລ້ວກະສັດກໍໄດ້ໃຊ້ເຢຮູດີໄປເອົາໜັງສືມ້ວນນັ້ນມາ. ລາວຈຶ່ງໄປເອົາໜັງສືມ້ວນນັ້ນມາຈາກຫ້ອງຂອງເອລີຊາມາ ແລະອ່ານໃຫ້ກະສັດຟັງພ້ອມທັງຂ້າຣາຊການທັງໝົດ ທີ່ຢືນອ້ອມເພິ່ນຢູ່ນັ້ນ. 22 ກະສັດກຳລັງນັ່ງຝີງໄຟຢູ່ໃນວັງລະດູໜາວຂອງຕົນ ເພາະແມ່ນລະດູໜາວ. 23 ພໍເຢຮູດີອ່ານສຸດສາມສີ່ຕອນເທົ່ານັ້ນ ກະສັດກໍໃຊ້ມີດນ້ອຍຕັດຕອນນັ້ນຖິ້ມໃສ່ໄຟ. ເພິ່ນສືບຕໍ່ເຮັດເຊັ່ນນີ້ຈົນໜັງສືມ້ວນນັ້ນຖືກຈູດທັງໝົດ. 24 ແຕ່ບໍ່ເຫັນກະສັດຫລືຂ້າຣາຊການຂອງເພິ່ນຜູ້ໜຶ່ງຜູ້ໃດ ທີ່ໄດ້ຍິນຖ້ອຍຄຳທັງໝົດນັ້ນແລ້ວເກີດຢ້ານກົວ ຫລືສະແດງຄວາມເສຍໃຈແຕ່ຢ່າງໃດ. 25 ເຖິງແມ່ນວ່າເອນນາທານ, ເດລາອີຢາ ແລະເກມາຣີຢາ ໄດ້ຮ້ອງຂໍກະສັດບໍ່ໃຫ້ຈູດໜັງສືມ້ວນນັ້ນກໍຕາມ ເພິ່ນກໍບໍ່ຍອມຟັງ. 26 ແລ້ວເພິ່ນກໍສັ່ງເຈົ້າຊາຍເຢຣາເມເອນ, ເສຣາອີຢາລູກຊາຍຂອງອາຊະຣິເອນ ແລະເຊເລມີຢາລູກຊາຍຂອງອັບເດເອນ, ໃຫ້ໄປຈັບຂ້າພະເຈົ້າ ແລະບາຣຸກ ເລຂາທິການຂອງຂ້າພະເຈົ້າ. ແຕ່ພຣະເຈົ້າຢາເວໄດ້ເຊື່ອງພວກເຮົາໄວ້. ເຢເຣມີຢາຂຽນໜັງສືມ້ວນອີກ 27 ຫລັງຈາກທີ່ກະສັດເຢໂຮຍອາກິມໄດ້ຈູດໜັງສືມ້ວນ ທີ່ຂ້າພະເຈົ້າໄດ້ບອກຖ້ອຍຄຳໃຫ້ບາຣຸກຂຽນນັ້ນແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ, 28 “ໃຫ້ເອົາເຈ້ຍມ້ວນອື່ນມາຂຽນຖ້ອຍຄຳ ທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດທີ່ເຢໂຮຍອາກິມກະສັດແຫ່ງຢູດາຍໄດ້ຈູດນັ້ນໃສ່. 29 ຈົ່ງບອກເຢໂຮຍອາກິມກະສັດແຫ່ງຢູດາວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ເຈົ້າໄດ້ຈູດໜັງສືມ້ວນ ແລະຖາມວ່າ ເປັນຫຍັງເຈົ້າຈຶ່ງຂຽນວ່າກະສັດແຫ່ງບາບີໂລນຈະມາທຳລາຍດິນແດນນີ້ພ້ອມທັງຂ້າປະຊາຊົນແລະຝູງສັດດ້ວຍ.’ 30 ສະນັ້ນ ບັດນີ້ ພຣະເຈົ້າຢາເວຈຶ່ງກ່າວແກ່ເຢໂຮຍອາກິມວ່າ ເຈົ້າຈະບໍ່ມີເຊື້ອສາຍຄົນໃດຂອງເຈົ້າໄດ້ປົກຄອງຣາຊອານາຈັກຂອງດາວິດຈັກເທື່ອ. ຊາກສົບຂອງເຈົ້າຈະຖືກໂຍນອອກໄປ ແລະປະໃຫ້ຕາກແດດຍາມກາງເວັນ ແລະຕາກໝອກຍາມກາງຄືນ. 31 ເຮົາຈະລົງໂທດເຈົ້າ, ເຊື້ອສາຍຂອງເຈົ້າ ແລະບັນດາຂ້າຣາຊການຂອງເຈົ້າ ຍ້ອນການບາບທີ່ພວກເຈົ້າທັງໝົດໄດ້ເຮັດ. ເຈົ້າເອງລວມທັງຊາວນະຄອນເຢຣູຊາເລັມແລະຢູດາ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງເຮົາ; ສະນັ້ນ ເຮົາຈຶ່ງຈະນຳໄພພິບັດຊຶ່ງເຮົາໄດ້ຂູ່ໄວ້ນັ້ນມາສູ່ພວກເຈົ້າທຸກຄົນ.” 32 ແລ້ວຂ້າພະເຈົ້າກໍເອົາເຈ້ຍມ້ວນໜຶ່ງອີກມອບໃຫ້ບາຣຸກລູກຊາຍຂອງເນຣີຢາ ເລຂາທິການຂອງຂ້າພະເຈົ້າ ຂຽນທຸກຖ້ອຍຄຳຕາມຄຳບອກຂອງຂ້າພະເຈົ້າ. ລາວໄດ້ຂຽນຖ້ອຍຄຳທັງໝົດທີ່ມີຢູ່ໃນໜັງສືມ້ວນສະບັບທຳອິດ ແລະຍັງຕື່ມຂໍ້ຄວາມອີກຫລາຍຢ່າງ ທີ່ຄືກັນກັບທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນ. |
@ 2012 United Bible Societies. All Rights Reserved.