Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 35 - ພຣະຄຳພີສັກສິ


ເຢເຣມີຢາ​ໄປ​ພົບ​ຊາວ​ເຣກາບ

1 ເມື່ອ​ເຈົ້າ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,

2 “ຈົ່ງ​ໄປ​ຫາ​ສະມາຊິກ​ຂອງ​ຕະກຸນ​ເຣກາບ​ແລະ​ກ່າວ​ກັບ​ພວກເຂົາ. ແລ້ວ​ຈົ່ງ​ນຳ​ພວກເຂົາ​ມາ​ທີ່​ຫ້ອງ​ໜຶ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ພວກເຂົາ​ດື່ມ.”

3 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ຕະກຸນ​ເຣກາບ​ທັງໝົດ​ມາ ເຊັ່ນ: ຢາຊານີຢາ (ລູກຊາຍ​ຂອງ​ເຢເຣມີຢາ​ຄົນອື່ນ ຜູ້​ເປັນ​ລູກ​ຂອງ​ຮາບາຊີນີຢາ) ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ແລະ​ລູກຊາຍ​ທັງໝົດ

4 ແລະ​ນຳ​ພວກເຂົາ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ພວກ​ລູກຊາຍ​ຂອງ​ຮານານ ລູກຊາຍ​ຂອງ​ອິກດາລີຢາ​ຄົນ​ຂອງ​ພຣະເຈົ້າ. ຫ້ອງ​ນີ້​ຢູ່​ເທິງ​ຫ້ອງ​ຂອງ​ມາອາເສອີຢາ​ລູກຊາຍ​ຂອງ​ຊານລູມ ເຈົ້າໜ້າທີ່​ຄົນ​ສຳຄັນ​ຜູ້ໜຶ່ງ​ໃນ​ພຣະວິຫານ ແລະ​ໃກ້​ກັບ​ຫ້ອງ​ຂອງ​ເຈົ້າໜ້າທີ່​ຄົນອື່ນໆ.

5 ແລ້ວ​ຂ້າພະເຈົ້າ​ກໍໄດ້​ວາງ​ຈອກ​ແລະ​ຖ້ວຍ​ທີ່​ມີ​ເຫຼົ້າ​ອະງຸ່ນ​ເຕັມ​ຢູ່ ໄວ້​ຕໍ່ໜ້າ​ຊາວ​ເຣກາບ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຊີນ​ດື່ມ​ເຫຼົ້າ​ອະງຸ່ນ​ເຖີດ.”

6 ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ; ເພາະ​ໂຢນາດາບ ລູກຊາຍ​ຂອງ​ເຣກາບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ບອກ​ພວກເຮົາ​ວ່າ, ‘ພວກເຈົ້າ​ຢ່າ​ດື່ມ​ເຫຼົ້າ​ອະງຸ່ນ​ຊະນິດ​ໃດໆ​ຈັກເທື່ອ ຄື​ພວກເຈົ້າ​ເອງ ແລະ​ລູກຫລານ​ຂອງ​ພວກເຈົ້າ​ດ້ວຍ.

7 ພວກເຈົ້າ​ຢ່າ​ສ້າງ​ເຮືອນ ຫລື​ເຮັດ​ໄຮ່​ເຮັດ​ນາ ຫລື​ເຮັດ​ສວນອະງຸ່ນ ຫລື​ຊື້​ສິ່ງ​ເຫຼົ່ານີ້, ແຕ່​ພວກເຈົ້າ​ຈະ​ອາໄສ​ຢູ່​ໃນ​ຜ້າເຕັນ​ເລື້ອຍໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ຢູ່​ຢ່າງ​ຍາວນານ​ໃນ​ດິນແດນ​ນີ້​ດັ່ງ​ຊາວ​ຕ່າງດ້າວ.’

8 ພວກເຮົາ​ເຊື່ອຟັງ​ຄຳແນະນຳ​ທັງໝົດ​ທີ່​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ມອບ​ໃຫ້. ພວກເຮົາ​ຕະຫລອດ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ບໍ່ເຄີຍ​ດື່ມ​ເຫຼົ້າ​ອະງຸ່ນ​ຈັກເທື່ອ.

9-10 ພວກເຮົາ​ບໍ່ໄດ້​ປຸກ​ເຮືອນ​ຢູ່​ແຕ່​ຢູ່​ໃນ​ຜ້າເຕັນ ແລະ​ພວກເຮົາ​ກໍ​ບໍ່ມີ​ສວນອະງຸ່ນ, ທົ່ງໄຮ່​ທົ່ງນາ ຫລື​ພືດຜົນ​ເປັນເມັດ​ເລີຍ. ພວກເຮົາ​ໄດ້​ຢຶດຖື​ຢ່າງ​ຄົບຖ້ວນ​ທຸກໆສິ່ງ​ທີ່​ໂຢນາດາບ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້.

11 ແຕ່​ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ປະເທດ ພວກເຮົາ​ໄດ້​ຕັດສິນໃຈ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຫລົບ​ໜີ​ຈາກ​ກອງທັບ​ຂອງ​ຊາວ​ບາບີໂລນ ແລະ​ຊາວ​ຊີເຣຍ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ມາ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.”

12 ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກໍ​ບອກ​ຂ້າພະເຈົ້າ ໃຫ້​ໄປ​ກ່າວ​ແກ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ,

13 “ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ຟັງ​ເຮົາ ແລະ​ເຊື່ອຟັງ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ,

14 ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ລາວ ໂດຍ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ຈົນເຖິງ​ທຸກ​ວັນນີ້ ກໍ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ດື່ມ​ເລີຍ. ແຕ່​ເຮົາ​ໄດ້​ສືບຕໍ່​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ.

15 ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.

16 ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມອບ​ໃຫ້, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ.’

17 ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’

18 ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຄົນ​ໃນ​ຕະກຸນ​ເຣກາບ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, ‘ຍ້ອນ​ພວກເຈົ້າ​ໄດ້​ເຊື່ອຟັງ​ຄຳສັ່ງ​ທີ່​ໂຢນາດາບ​ບັນພະບຸລຸດ​ຂອງ​ພວກເຈົ້າ ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ; ພວກເຈົ້າ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ທຸກຢ່າງ​ຂອງ​ລາວ ແລະ​ພວກເຈົ້າ​ໄດ້​ເຮັດ​ທຸກໆ​ສິ່ງ​ທີ່​ລາວ​ໄດ້​ສັ່ງ​ພວກເຈົ້າ.’

19 ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ສັນຍາ​ວ່າ, ‘ໂຢນາດາບ​ລູກຊາຍ​ເຣກາບ​ຈະ​ມີ​ເຊື້ອສາຍ​ເປັນ​ເພດ​ຊາຍ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan