Biblia Todo Logo
Bìoball air-loidhne

- Sanasan -

ເຢເຣມີຢາ 31 - ພຣະຄຳພີສັກສິ


ຊາວ​ອິດສະຣາເອນ​ຈະ​ກັບຄືນ​ສູ່​ຖິ່ນຖານ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເປັນ​ພຣະເຈົ້າ​ແຫ່ງ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.

2 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເຮົາ​ໄດ້​ເມດຕາ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ໄດ້​ປົບໜີ​ຈາກ​ຄວາມຕາຍ. ເມື່ອ​ຊາວ​ອິດສະຣາເອນ​ຢາກ​ຈະ​ພັກຜ່ອນ

3 ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.

4 ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.

5 ພວກເຈົ້າ​ຈະ​ໄດ້​ປູກ​ຕົ້ນອະງຸ່ນ​ທີ່​ເທິງ​ພູເຂົາ​ຊາມາເຣຍ​ອີກເທື່ອໜຶ່ງ ແລະ​ພວກ​ທີ່​ປູກ​ຕົ້ນ​ອະງຸ່ນ​ກໍ​ຈະ​ໄດ້​ກິນ​ຜົນ​ຈາກ​ສວນອະງຸ່ນ​ນັ້ນ.

6 ຖືກ​ແລ້ວ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນເຝົ້າຍາມ​ຈະ​ເປັ່ງ​ສຽງ​ຮ້ອງ​ອອກ​ໄປ​ຈາກ​ເຂດ​ເນີນພູ​ເອຟຣາອິມ​ວ່າ, ‘ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ​ເພື່ອ​ເຝົ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”’

7 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ໃຫ້​ອິດສະຣາເອນ ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ທຸກ​ຊົນຊາດ. ຈົ່ງ​ຮ້ອງເພງ​ຂອງ​ພວກເຈົ້າ​ສັນລະເສີນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ທຸກໆ​ຄົນ ຄື​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ນັ້ນ.’

8 ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.

9 ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”

10 ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.

11 ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ເປັນ​ເສລີ ຊ່ວຍ​ໃຫ້​ພົ້ນໄພ​ຈາກ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ.

12 ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.

13 ແລ້ວ​ແມ່ຍິງ​ກໍ​ຈະ​ຟ້ອນ​ຢ່າງ​ມີ​ຄວາມ​ສຸກໃຈ ຜູ້ຊາຍ​ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍດີ​ຈະ​ຍິນດີ​ດ້ວຍ. ເຮົາ​ຈະ​ເລົ້າໂລມ​ໃຈ​ຜູ້​ໄວ້ທຸກ ໃຫ້​ປີຕິຍິນດີ ຄວາມ​ໂສກເສົ້າ​ເສຍໃຈ ເປັນ​ຄວາມ​ຊົມຊື່ນ.

14 ເຮົາ​ຈະ​ໃຫ້​ພວກ​ປະໂຣຫິດ​ເຕັມ​ດ້ວຍ​ສິ່ງ​ທີ່​ດີ ທັງ​ອາຫານ​ການກິນ​ຢ່າງ​ອຸດົມສົມບູນ​ດ້ວຍ ແລະ​ຈະ​ໃຫ້​ປະຊາຊົນ​ມີ​ທຸກສິ່ງ​ທີ່​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ເມດຕາ​ຊາດ​ອິດສະຣາເອນ

15 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”

16 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.

17 ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມຫວັງ​ຂ້າງໜ້າ​ຂອງເຈົ້າ ຄື​ລູກໆ​ຂອງເຈົ້າ​ຈະ​ກັບ​ມາ.”

18 “ເຮົາ​ໄດ້ຍິນ​ປະຊາຊົນ​ອິດສະຣາເອນ​ເວົ້າ ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ​ດັ່ງນີ້: ‘ພວກ​ຂ້ານ້ອຍ​ດື້ດ້ານ ແລະ​ຈອງຫອງ ດັ່ງ​ສັດ​ໂຕໜຶ່ງ ແຕ່​ຂໍໂຜດ​ໄດ້​ສັ່ງສອນ​ໃຫ້​ເຊື່ອຟັງ​ພຣະອົງ​ແດ່ ຂໍໂຜດ​ໃຫ້​ໄດ້​ກັບຄືນ​ມາ​ຫາ​ພຣະອົງ​ແດ່ທ້ອນ; ພວກ​ຂ້ານ້ອຍ​ພ້ອມ​ແລ້ວ​ຈະ​ກັບຄືນ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.

19 ແມ່ນແທ້ ພວກ​ຂ້ານ້ອຍ​ໄດ້​ຫັນໜີ​ຈາກ​ພຣະອົງ ແຕ່​ບັດນີ້ ຂໍ​ກັບຄືນ​ມາ​ຫາ​ພຣະອົງ​ອີກ. ຫລັງຈາກ​ທີ່​ພຣະອົງ​ໄດ້​ລົງໂທດ​ພວກ​ຂ້ານ້ອຍ ຈຶ່ງ​ຕີ​ເອິກ​ຕົນເອງ​ຢ່າງ​ເສຍໃຈ​ແທ້ໆ. ພວກ​ຂ້ານ້ອຍ​ຖືກ​ອັບອາຍ​ຂາຍໜ້າ​ເຕັມທີ ເພາະ​ໄດ້​ກະທຳ​ບາບ​ແຕ່​ຄາວ​ຍັງ​ໜຸ່ມ​ພຸ້ນ.’

20 ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

21 “ຈົ່ງ​ເຮັດ​ປ້າຍ​ແລະ​ໝາຍ​ໄວ້​ຕາມ​ຫົນທາງ ຈົ່ງ​ຊອກຫາ​ຖະໜົນ​ທີ່​ເຈົ້າ​ໄດ້​ປະ​ໄປ​ນັ້ນ. ຈົ່ງ​ກັບ​ມາ​ເຖີດ ປະຊາຊົນ​ອິດສະຣາເອນ​ເອີຍ ກັບຄືນ​ມາ​ສູ່​ບ້ານ​ເມືອງ​ທີ່​ພວກເຈົ້າ​ໄດ້​ຈາກ​ໄປ​ນັ້ນ.

22 ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ

23 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’

24 ປະຊາຊົນ​ຈະ​ອາໄສ​ຢູ່​ໃນ​ອານາຈັກ​ຢູດາຍ​ແລະ​ໃນ​ເມືອງ​ທັງໝົດ ແລະ​ທີ່ນັ້ນ​ຈະ​ມີ​ພວກ​ພໍ່ນາ​ພ້ອມ​ທັງ​ພວກ​ລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ.

25 ເຮົາ​ຈະ​ເຮັດ​ໃຫ້​ຜູ້​ທີ່​ອິດເມື່ອຍ​ມີ​ແຮງ​ຂຶ້ນໃໝ່ ແລະ​ໃຫ້​ຜູ້​ທີ່​ອ່ອນແຮງ​ຍ້ອນ​ອຶດຫິວ​ໄດ້​ມີ​ອາຫານ​ການກິນ​ພຽງພໍ.

26 ເມື່ອນັ້ນ​ປະຊາຊົນ​ຈະ​ເວົ້າ​ວ່າ, ‘ຂ້ອຍ​ເຂົ້າ​ໄປ​ນອນ​ແລະ​ຕື່ນ​ຂຶ້ນ​ມາ ດ້ວຍ​ຈິດໃຈ​ຊົມຊື່ນ​ແລະ​ເບີກບານ.’

27 ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.

28 ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

29 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ບໍ່​ເວົ້າ​ຕໍ່ໄປ​ວ່າ, ‘ພໍ່​ແມ່​ກິນ​ໝາກອະງຸ່ນ​ສົ້ມ ແຕ່​ລູກ​ຊໍ້າພັດ​ເຂັດ​ແຂ້ວ​ນຳ.’

30 ແຕ່​ຄົນ​ເຫຼົ່ານັ້ນ ທຸກຄົນ​ທີ່​ກິນ​ໝາກອະງຸ່ນ​ສົ້ມ​ຈະ​ຕ້ອງ​ເຂັດ​ແຂ້ວ; ພວກເຂົາ​ທຸກຄົນ​ຈະ​ຕາຍ​ຍ້ອນ​ບາບ​ຂອງ​ພວກເຂົາ​ເອງ.”

31 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່​ກັບ​ປະຊາຊົນ​ອິດສະຣາເອນ​ແລະ​ກັບ​ປະຊາຊົນ​ຢູດາ.

32 ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

33 ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.

34 ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”

35 ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ອົງ​ໃຫ້​ຕາເວັນ​ສ່ອງແສງ​ໃນ​ກາງເວັນ ໃຫ້​ເດືອນ​ດາວ​ສ່ອງແສງ​ໃນ​ກາງຄືນ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ທະເລ​ຄຶກຄະນອງ​ມີ​ຟອງ​ໃຫຍ່​ຂຶ້ນ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.

36 ພຣະເຈົ້າຢາເວ​ກ່າວ​ວ່າ ຕາບໃດ​ໂລກນີ້​ຍັງ​ຄົງ​ຢູ່​ຕໍ່ໄປ ຕາບນັ້ນ​ອິດສະຣາເອນ​ກໍ​ຈະ​ດຳລົງ​ຢູ່​ຕໍ່ໜ້າ​ເຮົາ​ເປັນ​ຊາດ​ຕະຫຼອດໄປ.

37 ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

38 ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.

39 ເສັ້ນໝາຍ​ຂອງ​ເຂດແດນ​ຈະ​ຍາວ​ໄປ​ເຖິງ​ເນີນພູ​ຄາເຣັບ ແລ້ວ​ລ້ຽວ​ໄປ​ເຖິງ​ໂກອາ.

40 ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan