ເຢເຣມີຢາ 30 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າສັນຍາຕໍ່ປະຊາຊົນຂອງພຣະອົງ 1 ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງເຢເຣມີຢາ. 2 ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ຈົ່ງຂຽນຖ້ອຍຄຳທັງໝົດ ທີ່ເຮົາໄດ້ບອກແກ່ເຈົ້ານັ້ນໄວ້ໃນໜັງສືເຫຼັ້ມໜຶ່ງ. 3 ພຣະເຈົ້າຢາເວໄດ້ກ່າວວ່າ ເພາະເມື່ອເວລານັ້ນມາເຖິງ ເຮົາຈະປົວແປງປະຊາຊົນຂອງເຮົາຂຶ້ນໃໝ່ ຄືປະຊາຊົນອິດສະຣາເອນແລະຢູດາ. ເຮົາຈະນຳພວກເຂົາຄືນມາສູ່ດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ ແລະພວກເຂົາກໍຈະເປັນກຳມະສິດດິນແດນນັ້ນອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 4 ນີ້ແມ່ນຖ້ອຍຄຳທັງຫຼາຍທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນອິດສະຣາເອນ ແລະຢູດາວ່າ, 5 ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ຍິນສຽງຮ້ອງແຕກຕື່ນຕົກໃຈ ເປັນສຽງຮ້ອງຕົກໃຈກົວແລະບໍ່ມີຄວາມສະຫງົບສຸກ. 6 ບັດນີ້ ຈົ່ງຢຸດຟັງແລະຄິດເບິ່ງວ່າ ຊາຍຜູ້ໜຶ່ງນັ້ນກຳເນີດລູກໄດ້ບໍ? ເປັນຫຍັງເຮົາຈຶ່ງເຫັນຊາຍທຸກຄົນອູ້ມທ້ອງຕົນ ໜ້າຕາທຸກຄົນຊີດຂາວດັ່ງຜູ້ຍິງຄອດລູກ? 7 ວັນອັນໜ້າຢ້ານກົວໃຫຍ່ນັ້ນ ກຳລັງຈະມາເຖິງ ບໍ່ມີວັນໃດເລີຍຈະປຽບປານວັນນັ້ນໄດ້ ເພາະເປັນເວລາທີ່ປະຊາຊົນຂອງເຮົາທຸກໃຈຫລາຍ ແຕ່ພວກເຂົາຈະລອດປອດໄພທັງຈະມີຊີວິດຢູ່ໄດ້.” 8 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເມື່ອວັນນັ້ນມາເຖິງ ເຮົາຈະຫັກແອກຊຶ່ງວາງເທິງຄໍຂອງພວກເຂົາ ແລະທັງຈະປົດໂສ້ທີ່ລ່າມພວກເຂົາອອກ ແລະພວກເຂົາກໍຈະບໍ່ເປັນທາດຮັບໃຊ້ຂອງຄົນຕ່າງດ້າວອີກຕໍ່ໄປ. 9 ແຕ່ພວກເຂົາກັບຈະຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະຮັບໃຊ້ເຊື້ອສາຍຂອງດາວິດ ຜູ້ທີ່ເຮົາຈະມອບອຳນາດໃຫ້ເປັນກະສັດຂອງພວກເຂົາ.” 10 “ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ. 11 ພຣະເຈົ້າຢາເວກ່າວວ່າ ເຮົາສະຖິດຢູ່ກັບພວກເຈົ້າ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໄພ ແລະທຳລາຍທຸກຊົນຊາດ ໃນບ່ອນທີ່ພວກເຈົ້າແຕກກະຈັດກະຈາຍໄປນັ້ນ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າແຕ່ປະການໃດ ເຮົາຈະປ່ອຍໃຫ້ພວກເຈົ້າໄປໂດຍບໍ່ຖືກໂທດກໍບໍ່ໄດ້; ແຕ່ເມື່ອລົງໂທດ ເຮົາກໍຈະເຮັດຢ່າງທ່ຽງທຳ.” 12 ພຣະເຈົ້າຢາເວກ່າວວ່າ, “ບາດແຜຂອງພວກເຈົ້າຈະປົວບໍ່ດີ ບ່ອນເຈັບປວດຂອງພວກເຈົ້າກໍເຮັດໃຫ້ຫາຍດີບໍ່ໄດ້. 13 ບໍ່ມີຜູ້ໃດບົວລະບັດພວກເຈົ້າເລີຍ ບາດແຜປົວບໍ່ດີແລະຫວ້ານຢາກໍບໍ່ມີດ້ວຍ. 14 ຄົນຮັກແພງຕ່າງກໍໄດ້ລືມໄລພວກເຈົ້າໄປ ພວກເຂົາບໍ່ສົນໃຈກັບພວກເຈົ້າຕໍ່ໄປອີກ. ເຮົາໄດ້ໂຈມຕີພວກເຈົ້າເໝືອນດັ່ງສັດຕູໂຈມຕີ ໂທດກຳທີ່ພວກເຈົ້າໄດ້ຮັບກໍຮຸນແຮງແທ້ ເພາະການບາບຂອງພວກເຈົ້າມີຫລວງຫລາຍ ແລະຄວາມຊົ່ວຊາມກໍມີຫລາຍໂພດ. 15 ຢ່າຈົ່ມທຸກຕື່ມເຖິງຄວາມເຈັບປວດອີກເລີຍ ຢາປິ່ນປົວສຳລັບພວກເຈົ້າບໍ່ມີສາແລ້ວ. ເຮົາລົງໂທດພວກເຈົ້າຍ້ອນການບາບມີຫລາຍ ແລະຄວາມຊົ່ວຊ້າກໍມີຫລາຍໂພດ. 16 ແຕ່ບັດນີ້ ທຸກຄົນທີ່ກືນພວກເຈົ້າຈະຖືກກືນຄືນ ແລະເຫຼົ່າສັດຕູຈະຖືກຈັບເປັນຊະເລີຍໝົດສິ້ນ. ທຸກຄົນທີ່ກົດຂີ່ພວກເຈົ້າຈະຖືກກົດຂີ່ຄືນ ທຸກຄົນທີ່ປຸ້ນພວກເຈົ້າຈະຖືກປຸ້ນຄືນ. 17 ພຣະເຈົ້າຢາເວກ່າວວ່າ ເຮົາຈະໃຫ້ພວກເຈົ້າຫາຍດີ ແລະປິ່ນປົວບາດແຜ ເຖິງແມ່ນເຫຼົ່າສັດຕູເວົ້າກໍຕາມວ່າ, ‘ພູເຂົາຊີໂອນຖືກປະຖິ້ມ ແລະບໍ່ມີຜູ້ໃດສົນໃຈ.”’ 18 ພຣະເຈົ້າຢາເວກ່າວວ່າ, “ເຮົາຈະສ້າງປະຊາຊົນເຮົາຂຶ້ນໃໝ່ ໃນດິນແດນຂອງເຂົາ ແລະຈະເມດຕາຕໍ່ທຸກໆບ້ານ ເຮົາຈະກໍ່ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຜາສາດຣາຊວັງກໍຈະຖືກສ້າງຂຶ້ນໃໝ່ຄືກັນ. 19 ປະຊາຊົນໃນທີ່ນັ້ນຈະຮ້ອງເພງສັນລະເສີນ ຕ່າງກໍຈະຊົມຊື່ນຍິນດີໂດຍພາກັນໂຮຮ້ອງ. ເຮົາຈະອວຍພອນພວກເຂົາໃຫ້ມີຄົນເພີ່ມຂຶ້ນຫລາຍ ພອນຂອງເຮົາຈະນຳກຽດສັກສີມາສູ່ພວກເຂົາເຈົ້າ. 20 ເຮົາຈະໃຫ້ອຳນາດດັ່ງເດີມໃໝ່ແກ່ຊົນຊາດນີ້ເດີ ເຮົາຈະລົງໂທດແກ່ທຸກຄົນທີ່ກົດຂີ່ພວກເຂົາ. 21 ພວກເຈົ້ານາຍຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງ ກະສັດຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງດ້ວຍ. ລາວຈະຫຍັບເຂົ້າໃກ້ ເມື່ອເຮົາໄດ້ເຊີນລາວ ຜູ້ທີ່ບໍ່ຖືກເຊີນ ມີຜູ້ໃດແດ່ກ້າຫຍັບມາເຂົ້າໃກ້? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 22 ພວກເຂົາຈະເປັນຂອງເຮົາ ເຮົາເປັນພຣະເຈົ້າຂອງພວກເຂົາ ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.” 23-24 ຄວາມໂກດຮ້າຍຂອງພຣະເຈົ້າຢາເວນັ້ນ ເປັນດັ່ງລົມພະຍຸ ຄືລົມອັນໂຫດຮ້າຍທີ່ຈະພັດປິວວົນວຽນຢູ່ເທິງຫົວຂອງຄົນຊົ່ວຊ້າທັງຫລາຍ. ຄວາມໂກດຮ້າຍນີ້ຈະບໍ່ສິ້ນສຸດ ຈົນກວ່າພຣະເຈົ້າຢາເວໄດ້ເຮັດສິ່ງທີ່ພຣະອົງປະສົງຢາກເຮັດໃຫ້ສຳເລັດ. ໃນເວລາສຸດທ້າຍ ເຈົ້າທັງຫລາຍຈະເຂົ້າໃຈຢ່າງແຈ່ມແຈ້ງ. |
@ 2012 United Bible Societies. All Rights Reserved.