ເຢເຣມີຢາ 3 - ພຣະຄຳພີສັກສິຄວາມບໍ່ສັດຊື່ຂອງຊາດອິດສະຣາເອນ 1 “ຖ້າຊາຍຜູ້ໜຶ່ງປະເມຍຂອງຕົນ ແລະນາງໜີຈາກລາວໄປເປັນເມຍຂອງຊາຍອື່ນ ລາວກໍເອົານາງກັບຄືນມາບໍ່ໄດ້ອີກ. ເລື່ອງແບບນີ້ເຮັດໃຫ້ດິນແດນເປັນມົນທິນຢ່າງໝົດສິ້ນ. ແຕ່ຊາດອິດສະຣາເອນເອີຍ ເຈົ້າມີຄູ່ຮັກຫລາຍຄົນ ແລະບັດນີ້ ພັດຢາກກັບຄືນມາຫາເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 2 ຈົ່ງເງີຍໜ້າເບິ່ງທີ່ຈອມພູພຸ້ນດູ. ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ປະພຶດຢ່າງຍິງແມ່ຈ້າງ? ເຈົ້າຄອງຄອຍຄູ່ຮັກຢູ່ຕາມແຄມຖະໜົນຫົນທາງ ເໝືອນຊາວອາຣັບຄອຍຖ້າເຫຍື່ອໃນຖິ່ນແຫ້ງແລ້ງກັນດານ. ການເປັນແມ່ຈ້າງຂອງເຈົ້ານັ້ນເຮັດໃຫ້ດິນແດນເປັນມົນທິນ. 3 ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມລະດູການ ແລະ ຝົນຍາມລະດູໃບໄມ້ປົ່ງຈຶ່ງຍັງບໍ່ມາ. ເບິ່ງເຈົ້າຄືຍິງແມ່ຈ້າງແທ້ໆ; ເຈົ້າຜູ້ບໍ່ມີຢ່າງອາຍເອີຍ. 4 ບັດນີ້ ເຈົ້າພັດເວົ້າຕໍ່ເຮົາວ່າ, ‘ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ ແລະ ພຣະອົງຮັກພວກຂ້ານ້ອຍມາ ແຕ່ສະໄໝຍັງນ້ອຍພຸ້ນ. 5 ພຣະອົງຈະບໍ່ໂກດຮ້າຍ ແລະ ຄຽດຮ້າຍກັບພວກຂ້ານ້ອຍຕະຫລອດໄປດອກ.’ ຊາດອິດສະຣາເອນເອີຍ ເຈົ້າເວົ້າດັ່ງນີ້ແຕ່ເຈົ້າຊໍ້າພັດຍັງເຮັດຊົ່ວຢູ່.” ອິດສະຣາເອນ ແລະຢູດາຕ້ອງກັບໃຈໃໝ່ 6 ເມື່ອໂຢສີຢາຂຶ້ນເປັນກະສັດ ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຈົ້າບໍ່ເຫັນຫລືວ່າອິດສະຣາເອນ ຍິງທີ່ບໍ່ສັດຊື່ໄດ້ເຮັດແນວໃດ? ອິດສະຣາເອນໄດ້ຫັນໜີໄປຈາກເຮົາ ແລະຕາມເນີນທີ່ສູງກັບຢູ່ກ້ອງກົກໄມ້ໃບຂຽວທຸກໆກົກ ນາງໄດ້ເຮັດດັ່ງຍິງແມ່ຈ້າງ. 7 ເຮົາຄິດວ່າຫລັງຈາກທີ່ນາງໄດ້ເຮັດສິ່ງທັງໝົດນັ້ນແລ້ວ ນາງກໍຈະກັບຄືນມາຫາເຮົາຢ່າງແນ່ນອນ. ແຕ່ນາງພັດບໍ່ໄດ້ກັບຄືນມາ; ແລະຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍໄດ້ຮູ້ເຫັນສິ່ງທັງໝົດນີ້ດ້ວຍ. 8 ຢູດາໄດ້ເຫັນເຊັ່ນກັນວ່າ ເຮົາໄດ້ປະຮ້າງອິດສະຣາເອນ ແລະ ສົ່ງນາງໜີໄປເພາະນາງໄດ້ຫັນໜີຈາກເຮົາໄປເປັນຍິງແມ່ຈ້າງ. ແຕ່ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນບໍ່ໄດ້ຢ້ານກົວເລີຍ. ນາງເປັນຍິງແມ່ຈ້າງເຊັ່ນດຽວກັນ 9 ແລະທັງບໍ່ອັບອາຍຂາຍໜ້າຈັກດີ້. ນາງໄດ້ເຮັດໃຫ້ດິນແດນເປັນມົນທິນ ແລະ ໄດ້ຫລີ້ນຊູ້ໂດຍຂາບໄຫວ້ໂງ່ນຫີນແລະກົກໄມ້. 10 ເຖິງແມ່ນນາງໄດ້ເຮັດສິ່ງທັງໝົດນັ້ນແລ້ວກໍດີ; ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນກໍແກ້ງກັບຄືນມາຫາເຮົາ ພຽງແຕ່ປາກເທົ່ານັ້ນ; ແຕ່ນາງບໍ່ໄດ້ມີຄວາມຈິງໃຈເລີຍ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ. 11 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າອິດສະຣາເອນໄດ້ຫັນໜີໄປຈາກເຮົາກໍດີ ນາງຍັງໄດ້ພິສູດໃຫ້ເຫັນວ່າຕົນຍັງດີກວ່າຢູດາທີ່ບໍ່ສັດຊື່.” 12 ພຣະອົງໄດ້ບອກຂ້າພະເຈົ້າໄປກ່າວຕໍ່ຊາດອິດສະຣາເອນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ຊາດອິດສະຣາເອນຜູ້ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ. ພຣະເຈົ້າຢາເວກ່າວວ່າ ເຮົາມີຄວາມເມດຕາປານີ ແລະເຮົາຈະບໍ່ໂກດຮ້າຍ; ພຣະເຈົ້າຢາເວກ່າວວ່າ ເຮົາຈະບໍ່ໂກດຮ້າຍເຈົ້າຕະຫລອດໄປ. 13 ຂໍພຽງແຕ່ເຈົ້າຍອມຮັບຮູ້ວ່າເຈົ້າໄດ້ກະທຳຜິດ ແລະໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເທົ່ານັ້ນ. ຈົ່ງສາລະພາບວ່າ ຢູ່ກ້ອງຕົ້ນໄມ້ໃບຂຽວທຸກຕົ້ນເຈົ້າໄດ້ມອບຄວາມຮັກໃຫ້ແກ່ບັນດາພະຕ່າງຊາດ ແລະເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຕ່າງໆຂອງເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. 14 “ປະຊາຊົນຜູ້ທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ, ພຣະເຈົ້າຢາເວກ່າວດັ່ງນີ້ ເພາະພວກເຈົ້າເປັນຂອງເຮົາ. ເຮົາຈະເອົາຄົນໜຶ່ງໃນພວກເຈົ້າຈາກແຕ່ລະເມືອງ ແລະສອງຄົນຈາກແຕ່ລະຕະກຸນ ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ພູເຂົາຊີໂອນ. 15 ເຮົາຈະໃຫ້ພວກເຈົ້າມີພວກຜູ້ປົກຄອງທີ່ເຊື່ອຟັງເຮົາ ແລະເຂົາຈະປົກຄອງພວກເຈົ້າດ້ວຍສະຕິປັນຍາ ແລະຄວາມເຂົ້າໃຈ. 16 ຕໍ່ໄປ ເມື່ອພວກເຈົ້າມີຈຳນວນຫລາຍ ແລະຈຳນວນກໍເພີ່ມຂຶ້ນໃນດິນແດນແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວກ່າວວ່າ ພວກເຂົາຈະບໍ່ເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ. ພວກເຂົາຈະບໍ່ຄິດຮອດ ແລະຈະບໍ່ເວົ້າເຖິງຫີບນັ້ນອີກ; ພວກເຂົາບໍ່ຕ້ອງການຫີບນັ້ນອີກ ແລະຈະບໍ່ເຮັດມັນຂຶ້ນມາອີກດ້ວຍ. 17 ເມື່ອເວລານັ້ນມາເຖິງ ຄົນຈະເອີ້ນນະຄອນເຢຣູຊາເລັມວ່າ, ‘ບັນລັງຂອງພຣະເຈົ້າຢາເວ’ ແລະທຸກຊົນຊາດຈະມາໂຮມກັນທີ່ນັ້ນເພື່ອນະມັດສະການຖວາຍກຽດໃນນາມຊື່ຂອງພຣະເຈົ້າຢາເວ. ພວກເຂົາຈະບໍ່ເຮັດຕາມຈິດໃຈດື້ດ້ານແລະຊົ່ວຊ້າຂອງພວກເຂົາອີກຕໍ່ໄປ. 18 ໃນວັນນັ້ນ ເຊື້ອສາຍຂອງຢູດາຈະຮ່ວມກັບເຊື້ອສາຍຂອງອິດສະຣາເອນ ແລະພວກເຂົາຈະກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນທາງທິດເໜືອພ້ອມກັນ ແລະຈະຄືນມາສູ່ດິນແດນທີ່ເຮົາໄດ້ມອບໃຫ້ບັນພະບຸລຸດຂອງພວກເຂົາ ເປັນກຳມະສິດອັນຖາວອນ.” ປະຊາຊົນຂອງພຣະເຈົ້າຂາບໄຫວ້ຮູບພະ 19 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ເຮົາຢາກຮັບເຈົ້າເປັນລູກຊາຍຂອງເຮົາແທ້ໆ ແລະມອບດິນແດນໃຫ້ເປັນບ່ອນທີ່ມີຄວາມຍິນດີ ຄືດິນແດນທີ່ສວຍງາມທີ່ສຸດໃນທົ່ວທັງໂລກນີ້. ເຮົາຢາກໃຫ້ເຈົ້າເອີ້ນເຮົາວ່າ ບິດາ ແລະ ບໍ່ຫັນໜີຈາກເຮົາໄປອີກຈັກເທື່ອ. 20 ແຕ່ເຈົ້າຍັງເປັນດັ່ງເມຍທີ່ຫລິ້ນຊູ້ແລະບໍ່ສັດຊື່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. 21 ມີສຽງໜຶ່ງດັງຂຶ້ນເທິງທີ່ສູງທັງຫລາຍ ປະຊາຊົນອິດສະຣາເອນກຳລັງຮ້ອງໄຫ້ ແລະວອນຂໍ ເພາະພວກເຂົາໄດ້ໃຊ້ຊີວິດໃນການບາບຂອງພວກເຂົາ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. 22 ພວກປະຊາຊົນທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ເຮົາຈະປິ່ນປົວພວກເຈົ້າໃຫ້ດີຈາກການບໍ່ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍກຳລັງມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. 23 ພວກຂ້ານ້ອຍບໍ່ໄດ້ຮັບການຊ່ວຍເຫລືອຫຍັງເລີຍ ຈາກພະຕ່າງຊາດທີ່ພວກຂ້ານ້ອຍນະມັດສະການທີ່ເທິງເນີນພູຕ່າງໆ ແລະພູເຂົາທັງຫຼາຍນັ້ນ. ຄວາມພົ້ນຂອງຊາດອິດສະຣາເອນນັ້ນມາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍແຕ່ເທົ່ານັ້ນ. 24 ແຕ່ການຂາບໄຫວ້ພະບາອານ ພະແຫ່ງຄວາມອັບອາຍເຮັດໃຫ້ພວກຂ້ານ້ອຍເສຍຝູງແກະ ແລະຝູງງົວ, ພວກລູກຊາຍແລະລູກສາວ, ຄືສູນເສຍທຸກສິ່ງທີ່ບັນພະບຸລຸດໄດ້ສະສົມໄວ້ແຕ່ບູຮານ. 25 ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.” |
@ 2012 United Bible Societies. All Rights Reserved.