ເຢເຣມີຢາ 28 - ພຣະຄຳພີສັກສິເຢເຣມີຢາພົບກັບຮານານີຢາ 1 ໃນປີດຽວກັນນັ້ນ ຄືໃນເດືອນທີຫ້າຂອງຣາຊການປີທີສີ່ຂອງກະສັດເຊເດກີຢາແຫ່ງຢູດາຍ ຜູ້ທຳນວາຍຮານານີຢາລູກຊາຍຂອງອັດຊູຣະ ຊາວເມືອງກີເບໂອນ ໄດ້ເວົ້າຕໍ່ຂ້າພະເຈົ້າໃນວິຫານຂອງພຣະເຈົ້າຢາເວ. ຢູ່ຊ້ອງໜ້າຂອງພວກປະໂຣຫິດ ແລະປະຊາຊົນໃນທີ່ນັ້ນ ລາວໄດ້ເວົ້າຕໍ່ຂ້າພະເຈົ້າວ່າ, 2 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວດັ່ງນີ້: “ເຮົາໄດ້ທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. 3 ໃນລະຫວ່າງສອງປີ ເຮົາຈະນຳຊັບສົມບັດທັງໝົດຂອງວິຫານຂອງພຣະເຈົ້າຢາເວ ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຢຶດເອົາໄປທີ່ບາບີໂລນນັ້ນກັບຄືນມາທີ່ນີ້. 4 ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.” 5 ແລ້ວໂດຍຊ້ອງໜ້າຂອງບັນດາປະໂຣຫິດແລະປະຊາຊົນທັງໝົດ ທີ່ກຳລັງຢືນຢູ່ໃນວິຫານຂອງພຣະເຈົ້າຢາເວນັ້ນ ຂ້າພະເຈົ້າກໍກ່າວຕໍ່ຮານານີຢາວ່າ, 6 “ອາແມນ ຂໍໃຫ້ພຣະເຈົ້າຢາເວເຮັດຕາມທີ່ເຈົ້າໄດ້ກ່າວມານັ້ນເຖີດ ຂ້າພະເຈົ້າຫວັງຢ່າງແນ່ນອນວ່າ ພຣະອົງຈະເຮັດໃຫ້ຄຳທຳນວາຍຂອງທ່ານກາຍເປັນຈິງ ແລະນຳເອົາຊັບສົມບັດທັງໝົດຂອງວິຫານຂອງພຣະເຈົ້າຢາເວພ້ອມດ້ວຍປະຊາຊົນທັງໝົດ ທີ່ໄດ້ຖືກຈັບໄປເປັນຊະເລີຍນັ້ນກັບຄືນມາຈາກບາບີໂລນ. 7 ແຕ່ຈົ່ງຟັງສິ່ງທີ່ຂ້າພະເຈົ້າກ່າວຕໍ່ທ່ານ ແລະຕໍ່ປະຊາຊົນ. 8 ພວກຜູ້ທຳນວາຍໄດ້ກ່າວມາຕັ້ງນານແລ້ວ ກ່ອນສະໄໝຂອງຂ້າພະເຈົ້າ ແລະຂອງທ່ານ ໂດຍໄດ້ທຳນວາຍວ່າສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະມາຖືກຫລາຍຊົນຊາດແລະອານາຈັກທີ່ມີອຳນາດທັງຫລາຍ. 9 ແຕ່ຜູ້ທຳນວາຍທີ່ທຳນວາຍຄວາມສະຫງົບສຸກຈະຖືກຮັບຮູ້ວ່າ ເປັນຜູ້ທຳນວາຍທີ່ພຣະເຈົ້າຢາເວໄດ້ໃຊ້ມາແທ້ ກໍຕໍ່ເມື່ອຄຳທຳນວາຍນັ້ນກາຍເປັນຈິງ.” 10 ແລ້ວຮານານີຢາກໍປົດເອົາແອກອອກຈາກຄໍຂອງຂ້າພະເຈົ້າ ແລ້ວຫັກແອກເປັນທ່ອນໆ 11 ແລະກ່າວໂດຍຊ້ອງໜ້າປະຊາຊົນທັງໝົດວ່າ, “ພຣະເຈົ້າຢາເວກ່າວວ່າ ພຣະອົງຈະຫັກແອກຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ທີ່ວາງເທິງຄໍຂອງຊົນຊາດທັງຫລາຍນັ້ນຢ່າງນີ້ແຫຼະ; ແລະພຣະອົງຈະກະທຳການນີ້ພາຍໃນສອງປີ.” ແລ້ວຂ້າພະເຈົ້າກໍຈາກໄປ. 12 ຕໍ່ມາ ຫລັງຈາກເຫດການນີ້ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າ 13 ໃຫ້ໄປກ່າວແກ່ຮານານີຢາດັ່ງນີ້: “ພຣະເຈົ້າຢາເວກ່າວວ່າ ທ່ານອາດຫັກແອກໄມ້ໄດ້, ແຕ່ພຣະອົງ ຈະປ່ຽນມັນເປັນແອກເຫຼັກ. 14 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວວ່າພຣະອົງຈະເອົາແອກເຫຼັກວາງເທິງຊົນຊາດເຫຼົ່ານີ້ ແລະພວກເຂົາຈະຮັບໃຊ້ເນບູກາດເນັດຊາແຫ່ງບາບີໂລນ. ພຣະອົງຈະເຮັດໃຫ້ແມ່ນແຕ່ສັດປ່າຮັບໃຊ້ເພິ່ນ.” 15 ແລ້ວຂ້າພະເຈົ້າກໍບອກເລື່ອງນີ້ແກ່ຮານານີຢາ ໂດຍກ່າວຕື່ມວ່າ, “ຈົ່ງຟັງໃຫ້ດີ ຮານານີຢາ ພຣະເຈົ້າຢາເວບໍ່ໄດ້ໃຊ້ເຈົ້າມາ ແລະເຈົ້າກຳລັງເຮັດໃຫ້ຄົນເຫຼົ່ານີ້ເຊື່ອຄຳຕົວະຍົວະຂອງເຈົ້າ. 16 ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າພຣະອົງຈະກຳຈັດເຈົ້າ. ກ່ອນໝົດປີນີ້ ເຈົ້າຈະຕາຍເພາະເຈົ້າໄດ້ບອກປະຊາຊົນໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.” 17 ແລ້ວຮານານີຢາກໍຕາຍໃນເດືອນທີເຈັດຂອງປີດຽວກັນນັ້ນ. |
@ 2012 United Bible Societies. All Rights Reserved.