ເຢເຣມີຢາ 27 - ພຣະຄຳພີສັກສິເຢເຣມີຢາວາງແອກໃສ່ເທິງຄໍຕົນເອງ 1 ຕໍ່ມາບໍ່ເຫີງປານໃດ ຫລັງຈາກທີ່ເຈົ້າເຊເດກີຢາລູກຊາຍຂອງເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ພຣະເຈົ້າຢາເວໄດ້ໃຫ້ຖ້ອຍຄຳມາເຖິງຂ້າພະເຈົ້າ. 2 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ ໃຫ້ເອົາທ່ອນໄມ້ເຮັດແອກສຳລັບຂ້າພະເຈົ້າເອງ ໂດຍໃຊ້ໜັງເປັນສາຍພາຍໃສ່ເທິງຄໍຂອງຂ້າພະເຈົ້າ. 3 ແລ້ວພຣະອົງກໍໄດ້ບອກຂ້າພະເຈົ້າສົ່ງຂ່າວສານ ໄປເຖິງບັນດາກະສັດແຫ່ງເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະຊີໂດນ; ໂດຍຜ່ານທາງບັນດາຕົວແທນຂອງພວກເຂົາ ທີ່ໄດ້ມານະຄອນເຢຣູຊາເລັມເພື່ອພົບເຈົ້າເຊເດກີຢາ. 4 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກຂ້າພະເຈົ້າ ໃຫ້ສັ່ງພວກເຂົາໄປບອກກະສັດຂອງພວກເຂົາວ່າ, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: 5 “ເຮົາໄດ້ສ້າງໂລກ, ມະນຸດສະໂລກ ແລະສັດທັງປວງ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້ ດ້ວຍຣິດອຳນາດແລະກຳລັງອັນຍິ່ງໃຫຍ່ຂອງເຮົາ; ເຮົາຈະມອບຣິດອຳນາດນັ້ນໃຫ້ແກ່ຜູ້ໃດຜູ້ໜຶ່ງທີ່ເຮົາເລືອກເອົາກໍໄດ້. 6 ເຮົາແມ່ນຜູ້ທີ່ໄດ້ວາງຊົນຊາດເຫຼົ່ານີ້ ໃຫ້ຢູ່ໃຕ້ອຳນາດຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືຜູ້ຮັບໃຊ້ຂອງເຮົາ ແລະເຮົາໄດ້ເຮັດໃຫ້ແມ່ນແຕ່ສັດປ່ານາໆຊະນິດຮັບໃຊ້ລາວດ້ວຍ. 7 ຊົນຊາດທັງໝົດຈະຮັບໃຊ້ລາວ ແລະພວກເຂົາຈະຮັບໃຊ້ລູກຫລານຂອງລາວດ້ວຍ ຈົນກວ່າເຖິງກຳນົດທີ່ຊົນຊາດຂອງລາວເອງຫຼົ້ມຈົມໄປ. ແລ້ວຊົນຊາດຂອງລາວກໍຈະຮັບໃຊ້ຊົນຊາດທັງຫລາຍ ທີ່ມີອຳນາດແລະບັນດາກະສັດທີ່ຍິ່ງໃຫຍ່. 8 ແຕ່ຖ້າປະເທດຫລືອານາຈັກໃດທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງລາວ ແລ້ວເຮົາກໍຈະລົງໂທດປະເທດນັ້ນໂດຍໃຫ້ເກີດສົງຄາມ, ເກີດການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ. ພຣະເຈົ້າຢາເວກ່າວວ່າ ຈົນເຖິງຂັ້ນເຮົາອະນຸຍາດໃຫ້ເນບູກາດເນັດຊາແຫ່ງບາບີໂລນທຳລາຍປະເທດຢ່າງໝົດສິ້ນ. 9 ຢ່າສູ່ຟັງພວກຜູ້ທຳນວາຍຂອງພວກເຈົ້າ ຫລືຜູ້ໃດຜູ້ໜຶ່ງທີ່ອ້າງຕົນເອງວ່າລາວທຳນວາຍອະນາຄົດໄດ້ ບໍ່ວ່າຈະແມ່ນໂດຍທາງຄວາມຝັນ ຫລືໂດຍທາງເອີ້ນວິນຍານຂອງຄົນຕາຍມາສອບຖາມ ຫລືໂດຍທາງເວດມົນກໍຕາມ. ພວກເຂົາທັງໝົດບອກພວກເຈົ້າບໍ່ໃຫ້ຍອມຮັບໃຊ້ກະສັດແຫ່ງບາບີໂລນ. 10 ພວກເຂົາກຳລັງລໍ້ລວງພວກເຈົ້າ ແລະຈະກໍ່ເຫດໃຫ້ພວກເຈົ້າຖືກຈັບໄປຈາກປະເທດຂອງພວກເຈົ້າ. ເຮົາຈະຂັບໄລ່ພວກເຈົ້າອອກໄປ ແລະພວກເຈົ້າຈະຖືກທຳລາຍ. 11 ແຕ່ຖ້າປະເທດໃດຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະຮັບໃຊ້ລາວ ແລ້ວເຮົາກໍຈະປ່ອຍໃຫ້ປະເທດນັ້ນມີດິນແດນທີ່ເປັນຂອງຕົນເອງ ເພື່ອເຮັດໄຮ່ໄຖນາແລະຢູ່ທີ່ນັ້ນ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.” 12 ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່. 13 ເປັນຫຍັງທ່ານເອງແລະປະຊາຊົນຂອງທ່ານຈະຕ້ອງຕາຍໃນສົງຄາມ ຫລືໃນການຕາຍອຶດຕາຍຫິວ ຫລືໃນການເຈັບໄຂ້ໄດ້ປ່ວຍ? ສິ່ງເຫຼົ່ານັ້ນແຫຼະ ທີ່ພຣະເຈົ້າຢາເວໄດ້ກ່າວວ່າຈະເກີດຂຶ້ນກັບທຸກຊົນຊາດ ທີ່ບໍ່ຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. 14 ຢ່າສູ່ຟັງພວກຜູ້ທຳນວາຍ ທີ່ບອກທ່ານບໍ່ໃຫ້ຍອມຢູ່ໃຕ້ບັງຄັບຂອງເພິ່ນ. ພວກເຂົາກຳລັງລໍ້ລວງທ່ານ. 15 ພຣະເຈົ້າຢາເວເອງກ່າວວ່າພຣະອົງບໍ່ໄດ້ໃຊ້ພວກເຂົາມາ ແລະກ່າວວ່າພວກເຂົາກຳລັງຕົວະທ່ານໂດຍໃຊ້ນາມຂອງພຣະອົງ. ເພາະສະນັ້ນ ພຣະອົງຈຶ່ງຈະຂັບໄລ່ທ່ານໃຫ້ອອກໄປ ແລະທ່ານຈະຖືກຂ້າ ຄືທ່ານກັບບັນດາຜູ້ທຳນວາຍທີ່ກຳລັງເວົ້າຄຳຕົວະເຫຼົ່ານີ້.” 16 ແລ້ວຂ້າພະເຈົ້າກໍບອກບັນດາປະໂຣຫິດແລະປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວວ່າ ຢ່າເຊື່ອຟັງພວກຜູ້ທຳນວາຍທີ່ກ່າວວ່າ ຊັບສົມບັດຂອງວິຫານຂອງພຣະເຈົ້າຢາເວຈະຖືກນຳມາຈາກນະຄອນບາບີໂລນໃນໄວໆນີ້. ພວກເຂົາກຳລັງຕົວະພວກເຈົ້າ. 17 ຢ່າສູ່ເຊື່ອຟັງພວກເຂົາ; ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະພວກເຈົ້າຈະມີຊີວິດຢູ່ ເປັນຫຍັງຈຶ່ງຈະເຮັດໃຫ້ເມືອງນີ້ກາຍເປັນກອງສິ່ງຮົກຮ້າງເພພັງ? 18 ຖ້າພວກເຂົາເປັນຜູ້ທຳນວາຍແທ້ ແລະຮູ້ຈັກຖ້ອຍຄຳຂອງພຣະເຈົ້າຢາເວກໍໃຫ້ພວກເຂົາຂໍນຳພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໃຫ້ຊັບສົມບັດທີ່ຍັງເຫລືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະໃນຣາຊວັງນັ້ນ ຖືກຂົນໄປບາບີໂລນລອງເບິ່ງດູ. 19-20 ເພາະວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເອົາເຈົ້າເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມພ້ອມທັງພວກເຈົ້ານາຍຂອງຢູດາຍ ແລະຂອງນະຄອນເຢຣູຊາເລັມໄປນັ້ນ ເພິ່ນໄດ້ປະຕົ້ນເສົາທັງຫລາຍ, ອ່າງທີ່ເປັນທອງສຳຣິດ, ລົດລໍ້ ແລະສົມບັດອື່ນໆຂອງພຣະວິຫານໄວ້. 21 ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, ຊັບສົມບັດຕ່າງໆທີ່ເຫຼືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຢູ່ໃນຣາຊວັງຂອງນະຄອນເຢຣູຊາເລັມ 22 ສິ່ງເຫຼົ່ານັ້ນຈະຖືກຂົນໄປບາບີໂລນ ແລະຈະຢູ່ທີ່ນັ້ນ ຈົນກວ່າເຮົາຫັນມາສົນໃຈມັນອີກ. ແລ້ວເຮົາກໍຈະນຳຊັບສົມບັດເຫຼົ່ານັ້ນຄືນມາ ແລະສ້າງພວກມັນຂຶ້ນໃໝ່ໃນບ່ອນນີ້. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.” |
@ 2012 United Bible Societies. All Rights Reserved.