ເຢເຣມີຢາ 26 - ພຣະຄຳພີສັກສິເຢເຣມີຢາຖືກຟ້ອງຮ້ອງ 1 ຫລັງຈາກເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍບໍ່ເຫິງປານໃດ. ພຣະເຈົ້າຢາເວໄດ້ໃຫ້ຖ້ອຍຄຳນີ້ມາ 2 ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ. 3 ບາງທີປະຊາຊົນຈະຟັງ ແລະຍອມເລີກເຮັດໃນທາງຊົ່ວກໍໄດ້. ຖ້າພວກເຂົາເລີກເຮັດ ເຮົາກໍຈະປ່ຽນຄວາມຕັ້ງໃຈກ່ຽວກັບແຜນການ ທີ່ຈະນຳການທຳລາຍມາສູ່ພວກເຂົາ ຍ້ອນການເຮັດຊົ່ວທັງໝົດຂອງພວກເຂົານັ້ນ.” 4 ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ພວກເຈົ້າຕ້ອງເຊື່ອຟັງເຮົາ ໂດຍເຮັດຕາມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ 5 ແລະໂດຍເອົາໃຈໃສ່ຕໍ່ຖ້ອຍຄຳທັງຫລາຍຂອງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ສືບຕໍ່ສົ່ງມາຫາພວກເຈົ້າ. ພວກເຈົ້າບໍ່ເຄີຍເຊື່ອຟັງສິ່ງທີ່ພວກເຂົາໄດ້ກ່າວ. 6 ຖ້າພວກເຈົ້າສືບຕໍ່ບໍ່ຍອມເຊື່ອຟັງ ແລ້ວເຮົາກໍຈະເຮັດຕໍ່ພຣະວິຫານນີ້ ດັ່ງທີ່ເຮົາໄດ້ເຮັດຕໍ່ເມືອງຊີໂລ ແລະທຸກຊົນຊາດທົ່ວທັງໂລກກໍຈະໃຊ້ຊື່ຂອງເມືອງນີ້ເປັນຄຳສາບແຊ່ງ.” 7 ພວກປະໂຣຫິດ, ພວກຜູ້ທຳນວາຍ ແລະປະຊາຊົນທັງໝົດ ກໍໄດ້ຍິນຂ້າພະເຈົ້າກ່າວຖ້ອຍຄຳເຫຼົ່ານີ້ໃນວິຫານຂອງພຣະເຈົ້າຢາເວ 8 ແລະພໍຂ້າພະເຈົ້າໄດ້ກ່າວສິ່ງທັງໝົດ ທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້າພະເຈົ້າກ່າວຈົບແລ້ວ ພວກເຂົາກໍແລ່ນເຂົ້າມາເພື່ອຫຸ້ມຈັບກຸມຂ້າພະເຈົ້າໄວ້ ແລະຮ້ອງຂຶ້ນວ່າ, “ເຈົ້າຄວນຈະຖືກຂ້າຍ້ອນຄຳເວົ້າຂອງເຈົ້າ 9 ເປັນຫຍັງເຈົ້າຈຶ່ງໄດ້ເວົ້າໃນນາມຂອງພຣະເຈົ້າຢາເວວ່າ ວິຫານຂອງພຣະເຈົ້າຢາເວນີ້ຈະກາຍເປັນດັ່ງເມືອງຊີໂລ ແລະກ່າວວ່ານະຄອນນີ້ຈະຖືກທຳລາຍ ແລະບໍ່ມີຜູ້ໃດຢູ່ອາໄສ?” ແລ້ວປະຊາຊົນກໍພາກັນລ້ອມຂ້າພະເຈົ້າໄວ້. 10 ເມື່ອບັນດາພວກເຈົ້ານາຍຂອງຢູດາຍໄດ້ຍິນເຖິງສິ່ງທີ່ເກີດຂຶ້ນ ພວກເຂົາກໍຟ້າວອອກຈາກວັງມາທີ່ວິຫານຂອງພຣະເຈົ້າຢາເວ ແລະໄປນັ່ງທີ່ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ. 11 ແລ້ວພວກປະໂຣຫິດກັບພວກຜູ້ທຳນວາຍ ກໍໄດ້ກ່າວຕໍ່ພວກເຈົ້ານາຍ ແລະປະຊາຊົນນັ້ນວ່າ, “ຊາຍຄົນນີ້ສົມຄວນຈະໄດ້ຮັບໂທດເຖິງຕາຍ ເພາະລາວໄດ້ກ່າວໃສ່ຮ້າຍເມືອງຂອງພວກເຮົາ. ພວກທ່ານກໍໄດ້ຍິນກັບຫູຂອງພວກທ່ານເອງແລ້ວ.” 12 ແລ້ວຂ້າພະເຈົ້າກໍກ່າວວ່າ, “ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາ ເພື່ອປະກາດທຸກໆສິ່ງທີ່ພວກທ່ານໄດ້ຍິນຂ້າພະເຈົ້າກ່າວຕໍ່ສູ້ວິຫານແລະເມືອງນີ້. 13 ແຕ່ບັດນີ້ ພວກທ່ານຕ້ອງປ່ຽນທາງດຳເນີນຊີວິດ ແລະຄວາມປະພຶດ ແລະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ. ຖ້າພວກທ່ານຍອມເຊື່ອຟັງ ພຣະເຈົ້າຢາເວຈະປ່ຽນຄວາມຕັ້ງໃຈກ່ຽວກັບການທຳລາຍ ຊຶ່ງພຣະອົງໄດ້ກ່າວວ່າຈະນຳມາສູ່ພວກທ່ານ. 14 ສຳລັບຂ້າພະເຈົ້ານັ້ນແມ່ນຢູ່ໃນກຳມືຂອງພວກທ່ານແລ້ວ ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ພວກທ່ານເຫັນດີແລະຖືກຕ້ອງເທີ້ນ. 15 ແຕ່ຈົ່ງແນ່ໃຈໃນເລື່ອງນີ້ ຄືຖ້າພວກທ່ານສັງຫານຂ້າພະເຈົ້າ ພວກທ່ານແລະຊາວເມືອງນີ້ກໍຈະມີຄວາມຜິດໃນຖານຂ້າຄົນບໍ່ມີຄວາມຜິດ ເພາະແມ່ນພຣະເຈົ້າຢາເວທີ່ໄດ້ໃຊ້ຂ້າພະເຈົ້າມາເຕືອນພວກທ່ານໃນເລື່ອງນີ້.” 16 ແລ້ວພວກເຈົ້ານາຍແລະປະຊາຊົນກໍເວົ້າຕໍ່ບັນດາປະໂຣຫິດ ແລະພວກຜູ້ທຳນວາຍວ່າ, “ຊາຍຄົນນີ້ໄດ້ເວົ້າກັບພວກເຮົາ ໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ; ລາວບໍ່ສົມຄວນຖືກສັງຫານ.” 17 ຫລັງຈາກນັ້ນ ເຖົ້າແກ່ບາງຄົນຈຶ່ງຢືນຂຶ້ນ ແລະເວົ້າກັບປະຊາຊົນທີ່ໄດ້ມາເຕົ້າໂຮມກັນວ່າ, 18 “ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’ 19 ກະສັດເຮເຊກີຢາແລະປະຊາຊົນຢູດາບໍ່ໄດ້ປະຫານຊີວິດມີກາ. ແຕ່ເຈົ້າເຮເຊກີຢາກັບໄດ້ຢຳເກງພຣະເຈົ້າຢາເວ ແລະໄດ້ພະຍາຍາມປະພຶດຕົນໃຫ້ພຣະອົງພໍໃຈ. ແລ້ວພຣະເຈົ້າຢາເວກໍໄດ້ປ່ຽນຄວາມຕັ້ງໃຈໂດຍບໍ່ໄດ້ນຳໄພພິບັດ ທີ່ພຣະອົງໄດ້ກ່າວໄວ້ນັ້ນມາສູ່ພວກເຂົາແຕ່ຢ່າງໃດ. ແຕ່ບັດນີ້ ພວກເຮົາກຳລັງນຳໄພພິບັດອັນໜ້າຢ້ານກົວມາສູ່ພວກເຮົາເອງ.” ( 20 ມີຊາຍຜູ້ໜຶ່ງອີກທີ່ຊື່ວ່າອຸຣິຢາ ລູກຊາຍຂອງເຊມາອີຢາ ຊາວເມືອງກີຣີອາດເຢອາຣີມ ໄດ້ກ່າວໃນນາມຂອງພຣະເຈົ້າຢາເວຕໍ່ສູ້ເມືອງນີ້ ແລະກ່າວຕໍ່ສູ້ປະເທດຊາດດັ່ງເຢເຣມີຢາໄດ້ກ່າວ. 21 ເມື່ອກະສັດເຢໂຮຍອາກິມກັບທະຫານ ພ້ອມຂ້າຣາຊການຂອງເພິ່ນໄດ້ຍິນສິ່ງທີ່ອຸຣິຢາໄດ້ກ່າວນັ້ນ ກະສັດກໍໄດ້ພະຍາຍາມສັງຫານລາວ, ແຕ່ອຸຣິຢາໄດ້ຮູ້ເລື່ອງກ່ອນ; ສະນັ້ນ ລາວຈຶ່ງໜີໄປຢ່າງຕົກໃຈກົວ ແລະໂຕນໄປຢູ່ປະເທດເອຢິບ. 22 ແຕ່ກະສັດເຢໂຮຍອາກິມຍັງໄດ້ສົ່ງເອນນາທານລູກຊາຍຂອງອັກໂບຣະ ແລະບາງຄົນໄປປະເທດເອຢິບເພື່ອຈັບເອົາອຸຣິຢາກັບຄືນມາ. 23 ພວກເຂົາໄດ້ນຳລາວກັບຄືນມາຫາກະສັດເຢໂຮຍອາກິມ ແລ້ວເພິ່ນກໍໄດ້ປະຫານຊີວິດລາວເສຍ ທັງໄດ້ໂຍນຊາກສົບຂອງລາວເຂົ້າໄປໃນບ່ອນຝັງສົບຂອງປະຊາຊົນທົ່ວໄປ.) 24 ແຕ່ເພາະຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກອາຮິກຳລູກຊາຍຂອງຊາຟານ; ຂ້າພະເຈົ້າຈຶ່ງບໍ່ໄດ້ຖືກມອບໃຫ້ປະຊາຊົນປະຫານຊີວິດ. |
@ 2012 United Bible Societies. All Rights Reserved.