ເຢເຣມີຢາ 25 - ພຣະຄຳພີສັກສິສັດຕູທີ່ມາຈາກທາງທິດເໜືອ 1 ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາກະສັດແຫ່ງຢູດາຍ; ຂ້າພະເຈົ້າໄດ້ຮັບຖ້ອຍຄຳທີ່ກ່ຽວກັບປະຊາຊົນທັງໝົດຂອງຢູດາຍ. (ເລື່ອງນີ້ໄດ້ເກີດຂຶ້ນໃນປີທີໜຶ່ງ ທີ່ເນບູກາດເນັດຊາໄດ້ເປັນກະສັດແຫ່ງບາບີໂລນ.) 2 ຂ້າພະເຈົ້າໄດ້ກ່າວແກ່ປະຊາຊົນຢູດາ ແລະຊາວນະຄອນເຢຣູຊາເລັມທຸກຄົນວ່າ, 3 “ເປັນເວລາຊາວສາມປີແລ້ວ ຄືນັບຕັ້ງແຕ່ປີທີສິບສາມທີ່ເຈົ້າໂຢສີຢາ ລູກຊາຍຂອງເຈົ້າອາໂມນໄດ້ຂຶ້ນເປັນກະສັດແຫ່ງຢູດາຍມາຈົນເຖິງບັດນີ້ ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າ ແລະຂ້າພະເຈົ້າກໍບໍ່ເຄີຍປົກປິດຖ້ອຍຄຳ ທີ່ພຣະອົງໄດ້ກ່າວນັ້ນຈາກພວກທ່ານເລີຍ. ແຕ່ພວກທ່ານບໍ່ໄດ້ເອົາໃຈໃສ່. 4 ພວກທ່ານບໍ່ຍອມຟັງຫລືສົນໃຈເລີຍ; ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ສືບຕໍ່ສົ່ງພວກຜູ້ທຳນວາຍ ຜູ້ຮັບໃຊ້ຂອງພຣະອົງມາຫາພວກທ່ານກໍຕາມ. 5 ພວກເພິ່ນໄດ້ບອກພວກທ່ານໃຫ້ປ່ຽນຈາກການດຳເນີນຊີວິດອັນບໍ່ດີ ແລະຈາກການຊົ່ວຊ້າທັງຫລາຍທີ່ພວກທ່ານກຳລັງເຮັດຢູ່ ເພື່ອວ່າພວກທ່ານຈະໄດ້ອາໄສຢູ່ໃນດິນແດນ ຊຶ່ງພຣະເຈົ້າຢາເວໄດ້ມອບແກ່ພວກທ່ານ ແລະບັນພະບຸລຸດຂອງພວກທ່ານ ໃຫ້ເປັນກຳມະສິດອັນຕະຫລອດໄປ. 6 ພວກເພິ່ນໄດ້ບອກພວກທ່ານບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ; ແລະຢ່າເຮັດໃຫ້ອົງພຣະຜູ້ເປັນເຈົ້າໂກດຮ້າຍໂດຍຂາບໄຫວ້ຮູບເຄົາຣົບທັງຫລາຍ ທີ່ພວກທ່ານໄດ້ເຮັດຂຶ້ນເອງ. ຖ້າພວກທ່ານເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລ້ວພຣະອົງກໍຈະບໍ່ໄດ້ລົງໂທດພວກທ່ານ. 7 ກົງກັນຂ້າມ ພຣະເຈົ້າຢາເວກ່າວວ່າ ພວກທ່ານປະຕິເສດທີ່ຈະຍອມຟັງພຣະອົງ, ແຕ່ພວກທ່ານກັບເຮັດໃຫ້ພຣະອົງໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບຕ່າງໆ; ສິ່ງນັ້ນແຫລະ ໄດ້ນຳເອົາການລົງໂທດຂອງພຣະອົງມາສູ່ພວກທ່ານເອງ. 8 ເພາະສະນັ້ນ ເພາະພວກທ່ານບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະອົງຈຶ່ງກ່າວວ່າ, 9 ‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 10 ເຮົາຈະເຮັດໃຫ້ສຽງມ່ວນຊື່ນ ແລະສຽງເຈົ້າບ່າວເຈົ້າສາວ ທີ່ມີຄວາມສຸກໃນພິທີແຕ່ງງານມິດງຽບໄປ. ພວກເຂົາຈະບໍ່ມີນໍ້າມັນສຳລັບຕະກຽງ ແລະຈະບໍ່ມີເຂົ້າປາອາຫານກິນດ້ວຍ. 11 ດິນແດນທັງໝົດນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະປະເທດໃກ້ຄຽງຈະຮັບໃຊ້ກະສັດແຫ່ງບາບີໂລນເປັນເວລາເຈັດສິບປີ. 12 ຫລັງຈາກນັ້ນ ເຮົາຈະລົງໂທດບາບີໂລນພ້ອມທັງກະສັດ ເພາະບາບຂອງພວກເຂົາ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍປະເທດນີ້ໃຫ້ຮົກຮ້າງເພພັງຕະຫລອດໄປ. 13 ເຮົາຈະລົງໂທດບາບີໂລນດ້ວຍໄພພິບັດທັງໝົດ ທີ່ເຮົາໄດ້ຂູ່ວ່າຈະນຳມາສູ່ປະເທດທັງຫລາຍ ເມື່ອເຮົາໄດ້ກ່າວຜ່ານທາງເຢເຣມີຢານັ້ນ ຄືໄພພິບັດທັງໝົດທີ່ໄດ້ບັນທຶກໄວ້ໃນໜັງສືນີ້. 14 ເຮົາຈະແກ້ແຄ້ນຊາວບາບີໂລນໃນສິ່ງທີ່ພວກເຂົາໄດ້ເຮັດ ແລະປະເທດທັງຫລາຍແລະບັນດາກະສັດຜູ້ມີອຳນາດ ຈະເອົາພວກເຂົາໄປເປັນທາດຮັບໃຊ້.”’ ພຣະເຈົ້າຕັດສິນຊົນຊາດຕ່າງໆ 15 ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວແກ່ຂ້າພະເຈົ້າວ່າ, “ນີ້ແມ່ນຈອກເຫຼົ້າອະງຸ່ນ ທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງເຮົາ. ຈົ່ງເອົາໄປໃຫ້ປະເທດທັງໝົດທີ່ເຮົາສົ່ງເຈົ້າໄປນັ້ນ ແລະໃຫ້ພວກເຂົາດື່ມເຫຼົ້າອະງຸ່ນຈາກຈອກນີ້. 16 ເມື່ອພວກເຂົາດື່ມແລ້ວ ພວກເຂົາຈະໂຊເຊແລະເສຍສະຕິໄປ ເພາະເສິກສົງຄາມທີ່ເຮົາຈະສົ່ງມາຕໍ່ສູ້ພວກເຂົາ.” 17 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຈັບເອົາຈອກຈາກມືຂອງພຣະເຈົ້າຢາເວ ມາຍື່ນໃຫ້ປະເທດທັງໝົດ ຊຶ່ງພຣະເຈົ້າຢາເວໄດ້ໃຊ້ໃຫ້ຂ້າພະເຈົ້າໄປ ແລະໃຫ້ພວກເຂົາໄດ້ດື່ມເຫຼົ້າອະງຸ່ນຈາກຈອກນັ້ນ. 18 ນະຄອນເຢຣູຊາເລັມແລະເມືອງທັງໝົດຂອງຢູດາຍ ພ້ອມທັງບັນດາກະສັດແລະພວກເຈົ້ານາຍໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າເມືອງເຫຼົ່ານີ້ຈະກາຍເປັນເມືອງຮົກຮ້າງຫວ່າງຄົນ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະເພື່ອວ່າປະຊາຊົນຈະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ດັ່ງທີ່ພວກເຂົາຍັງປະຕິບັດກັນຢູ່. 19 ຕໍ່ໄປນີ້ແມ່ນລາຍຊື່ຂອງຜູ້ທີ່ຖືກບັງຄັບໃຫ້ດື່ມເຫຼົ້າອະງຸ່ນຈາກຈອກ ມີດັ່ງນີ້: ກະສັດຟາໂຣແຫ່ງເອຢິບ, ຂ້າຣາຊການ ແລະພວກເຈົ້ານາຍຂອງເພິ່ນ; 20 ບັນດາຊາວເອຢິບ ແລະຊາວຕ່າງປະເທດທັງໝົດ ທີ່ອາໄສຢູ່ໃນປະເທດເອຢິບ; ບັນດາກະສັດທັງໝົດໃນດິນແດນອູເຊ; ບັນດາກະສັດທັງໝົດຂອງຊາວຟີລິດສະຕິນ: ເມືອງອາຊະເກໂລນ, ກາຊາ, ເອັກໂຣນ ແລະຜູ້ທີ່ເຫຼືອຢູ່ໃນອາຊະໂດດ; 21 ບັນດາປະຊາຊົນທັງໝົດຂອງເອໂດມ, ໂມອາບ ແລະອຳໂມນ; 22 ບັນດາກະສັດທັງໝົດຂອງເມືອງຕີເຣແລະຊີໂດນ; ບັນດາກະສັດທັງໝົດຂອງດິນແດນຕ່າງໆ ແຖບທະເລເມດີແຕຣາເນ; 23 ບັນດາເມືອງຕ່າງໆ ເຊັ່ນ: ເດດານ, ເຕມາ ແລະບູຊະ; ບັນດາປະຊາຊົນທັງໝົດທີ່ກຽນຜົມສັ້ນໆ; 24 ບັນດາກະສັດທັງໝົດຂອງດິນແດນອາຣາເບຍ; ບັນດາກະສັດທັງໝົດຂອງເຜົ່າຕ່າງໆ ທາງຖິ່ນແຫ້ງແລ້ງກັນດານ; 25 ບັນດາກະສັດທັງໝົດຂອງເມືອງສິມຣິ, ເອລາມ ແລະເມເດຍ; 26 ບັນດາກະສັດທັງໝົດທາງທິດເໜືອ, ໄກແລະໃກ້ແຕ່ລະເມືອງເປັນລຳດັບ. ທຸກໆຊົນຊາດທີ່ຢູ່ເທິງແຜ່ນດິນໂລກຕ້ອງໄດ້ດື່ມຈາກຈອກນີ້. ໃນທີ່ສຸດກະສັດແຫ່ງບາບີໂລນກໍຈະດື່ມຈາກຈອກນີ້ຄືກັນ. 27 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກປະຊາຊົນວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ສັ່ງໃຫ້ພວກເຂົາດື່ມຈາກຈອກນີ້ຈົນຮາກອອກມາ ຈົນພວກເຂົາລົ້ມລົງແລະລຸກຂຶ້ນບໍ່ໄດ້ ເພາະສົງຄາມທີ່ເຮົາຈະສົ່ງໄປຕໍ່ສູ້ພວກເຂົານັ້ນ. 28 ຖ້າພວກເຂົາປະຕິເສດຈັບເອົາຈອກຈາກມືຂອງເຈົ້າມາດື່ມ ຈົ່ງບອກພວກເຂົາວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຍັງສັ່ງໃຫ້ພວກເຂົາຕ້ອງດື່ມຈາກຈອກນັ້ນຢູ່. 29 ແມ່ນແຕ່ເມືອງທີ່ເຮົາໄດ້ເລືອກໄວ້ເອງ ເຮົາກໍຈະລົງມືທຳລາຍ. ສ່ວນພວກເຂົານັ້ນຄິດວ່າພວກຕົນຈະບໍ່ຖືກລົງໂທດບໍ? ບໍ່ເປັນຢ່າງນັ້ນດອກ ພວກເຂົາຈະຖືກລົງໂທດ ເພາະເຮົາຈະສົ່ງເສິກສົງຄາມ ມາສູ່ປະຊາຊົນທັງໝົດເທິງແຜ່ນດິນໂລກນີ້. ເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.” 30 “ເຢເຣມີຢາເອີຍ ເຈົ້າຕ້ອງປະກາດທຸກໆສິ່ງທີ່ເຮົາໄດ້ກ່າວນັ້ນ. ເຈົ້າຕ້ອງບອກປະຊາຊົນເຫຼົ່ານີ້ອີກວ່າ: ‘ພຣະເຈົ້າຢາເວຈະເປັ່ງສຽງຮ້ອງຈາກສະຫວັນ ຈາກທີ່ສູງສຸດບ່ອນພຣະອົງຢູ່ ກ້ອງກັງວານໄປທົ່ວ. ພຣະອົງຈະເປັ່ງສຽງຮ້ອງ ຕໍ່ສູ້ປະຊາຊົນຂອງພຣະອົງ; ພຣະອົງຈະຮ້ອງ ດັ່ງຄົນຢຽບໝາກອະງຸ່ນເຮັດເຫຼົ້າ. 31 ສຽງທີ່ໄດ້ຍິນ ຈະດັງສະໜັ່ນຈົນໄປສຸດແຜ່ນດິນ ພຣະເຈົ້າຢາເວມີຄະດີຕໍ່ສູ້ນາໆປະເທດ. ພຣະອົງຈະນຳຄົນຊົ່ວຂຶ້ນສານ ໃຫ້ຖືກສັງຫານໝົດ.”’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 32 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ໄພພິບັດກຳລັງມາຈາກຊົນຊາດໜຶ່ງໄປເຖິງອີກຊົນຊາດໜຶ່ງ ແລະພະຍຸໃຫຍ່ກຳລັງກໍ່ຕົວຂຶ້ນທີ່ທາງສຸດປາຍແຜ່ນດິນໂລກ. 33 ໃນວັນນັ້ນ ຊາກສົບທັງຫລາຍຂອງຄົນທີ່ພຣະເຈົ້າຢາເວໄດ້ຂ້າຖິ້ມ ຈະກະຈັດກະຈາຍກັນຢູ່ ແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງແຜ່ນດິນໂລກ. ຈະບໍ່ມີຜູ້ໃດເລີຍໄວ້ທຸກໃຫ້ພວກເຂົາ ແລະທັງຈະບໍ່ມີຜູ້ໃດເອົາຊາກສົບໄປຝັງໄວ້. ມັນຈະກອງກັນຢູ່ເທິງພື້ນດິນດັ່ງກອງຝຸ່ນກອງປຸຍ. 34 ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ ຈົ່ງໄວ້ທຸກແລະກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່ ແລະພວກເຈົ້າຈະຖືກຂ້າຖິ້ມດັ່ງຂ້າຝູງແກະເຖິກ. 35 ພວກເຈົ້າບໍ່ມີທາງທີ່ຈະປົບໜີໄປໄດ້ເລີຍ. 36 ມີສຽງຮ້ອງຂອງພວກຜູ້ລ້ຽງແກະ ແລະສຽງຄວນຄາງຂອງພວກຜູ້ນຳຂອງຝູງແກະ ຍ້ອນພຣະເຈົ້າຢາເວໄດ້ທຳລາຍທົ່ງຫຍ້າຂອງພວກເຂົາເສຍແລ້ວ 37 ແລະຄອກແກະທີ່ສະຫງົບສຸກກໍຖືກປະໃຫ້ຮົກຮ້າງເພພັງ ເນື່ອງຈາກຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າຢາເວ. 38 ພຣະອົງໄດ້ປະຖິ້ມປະຊາຊົນຂອງພຣະອົງສາແລ້ວ ດັ່ງໂຕສິງໜີຈາກບ່ອນທີ່ມັນຊ້ອນຕົວຢູ່. ການຢ້ານກົວສົງຄາມແລະຄວາມໂກດຮ້າຍຂອງພຣະເຈົ້າຢາເວ ໄດ້ປ່ຽນປະເທດນີ້ໃຫ້ເປັນຖິ່ນແຫ້ງແລ້ງກັນດານ. |
@ 2012 United Bible Societies. All Rights Reserved.